ພະມ້າແລະຈີນ ໃນແຂວງບໍ່ແກ້ວ


2013.04.02
f-bokeo ກາຊີໂນ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ
RFA

ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເປີດເຜີຍວ່າ ປັດຈຸບັນ ມີບັນຫາ ການລັກລອບ ເຂົ້າເມືອງ ຂອງ ຄົນພະມ້າ ແລະ ຄົນຈີນ ເພີ່ມຂຶ້ນ ໂດຍສະເພາະ ຕັ້ງແຕ່ຕົ້ນ ປີ 2013 ມານີ້.

ເຈົ້າໜ້າທີ່ ຈັບພວກ ເຂົ້າເມືອງ ຜິດກົດໝາຍ ໄດ້ປະມານ 20 ຄົນ ຊຶ່ງຖືວ່າ ຫລາຍກວ່າ ປົກກະຕິ. ດັ່ງທ່ານ ເວົ້າເມື່ອ ວັນທີ 2 ເມສາ ນີ້ວ່າ:

"ເປັນພວກ ມຽນມາ ຈຸດ Casino ນໍາພາກສ່ວນ ທີ່ບໍ່ມີ ເອກກະສົມ ເອກສາຣ ມັກລັກລອບ ອອກຈາກພື້ນທີ່ ແລ້ວກໍ ເຮົາກໍໄດ້ ໄປກວດພົບ ແລ້ວກໍຈັບ ແລະ ກໍໄດ້ຜັກດັນຄືນ ຈັກໜ່ອຍ ກໍຈີນ ແຕ່ຈໍານວນໜຶ່ງ ຈີນມັນກໍມາ ຫລິ້ນກາຊີໂນ".

ທ່ານເວົ້າ ຕໍ່ໄປວ່າ ປົກກະຕິ ແລ້ວ ຊາວຕ່າງຊາດ ຊຶ່ງສ່ວນຫລາຍ ແມ່ນ ຈີນ ແລະ ພະມ້າ ເຂົ້າອອກ ດ່ານຊາຍແດນ ບໍຣິເວນ Casino ຕົ້ນເຜີ້ງ ວັນລະ ຣະຫວ່າງ 50 ຄົນ ຫາ 100 ຄົນ. ຊາວຈີນ ສ່ວນຫລາຍ ແລະ ຊາວພະມ້າ ບາງສ່ວນ ເຂົ້າມາຫລິ້ນ ການພະນັນ ໃນນັ້ນ ຮວມທັງ ຜູ້ລັກໃຊ້ ເອກກະສານ ປອມ ເຂົ້າມາ ເມື່ອຄົບກໍານົດ ກັບຄືນແລ້ວ ກໍບໍ່ຍອມກັບ ປະເທດ ຂອງຕົນ.

ປັດຈຸບັນ ເຈົ້າໜ້າທີ່ລາວ ພຍາຍາມ ຄວບຄຸມ ການລັກເຂົ້າເມືອງ ໂດຍມີກາຣ ຂຶ້ນສະຖິຕິ ແລະ ເອົາຫລັກຖານ ຂອງ ຊາວຕ່າງປະເທດ ທີ່ເຂົ້າມາ ແລະ ອາໄສຢູ່ເມືອງ ຕົ້ນເຜີ້ງ ຊຶ່ງທີ່ຜ່ານມາ ບໍ່ໄດ້ຮັບ ຄວາມຮ່ວມມື ເທົ່າທີ່ຄວນ. ດັ່ງນັ້ນ ຈຶ່ງຄາດວ່າ ຈໍານວນ ຜູ້ລັກ ເຂົ້າເມືອງ ແທ້ໆນັ້ນ ໜ້າຈະມີ ຫລາຍກວ່າ ຢູ່ໃນບັນຊີ ສະຖິຕິ ປັດຈຸບັນ ນີ້. ທ່ານວ່າ ການເຂົ້າເມືອງ ຜິດກົດໝາຍ ຂອງຊາວ ຕ່າງປະເທດ ຢູ່ເມືອງ ຕົ້ນເຜີ້ງ ເປັນບັນຫາ ທີ່ ປະຊາຊົນລາວ ເລີ່ມກັງວົນ ຍ້ອນວ່າ ຖ້າເຂົ້າມາ ຢູ່ຫລາຍ ແທ້ໆແລ້ວ ກໍອາດຈະມີ ຫຼາຽ ບັນຫາ ຕາມມາ ເຊັ່ນ: ຢາເສບຕິດ ແລະ ອາສຍາກັມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.