ຫຼວງນໍ້າທາ-ພະມ້າ ຈຸດຄ້າ ຂອງເຖື່ອນ
2016.02.09
ປັດຈຸບັນ ແມ່ນໍ້າຂອງ ໃນເຂດ ຣະຫວ່າງ ເມືອງລອງ ແຂວງ ຫຼວງນໍ້າທາ ແລະ ເມືອງຊຽງລາບ ຣັຖຊານ ຂອງພະມ້າ ກາຍເປັນ ບ່ອນທີ່ ພວກຄ້າ ຢາເສບຕິດ ພະມ້າ ລັກລອບ ຂົນສົ່ງຢາບ້າ ຂ້າມມາໃຫ້ ພໍ່ຄ້າ ເມືອງລອງ, ຍ້ອນເຂດ ດັ່ງກ່າວ ບໍ່ມີ ເຈົ້າໜ້າທີ່ ລາດຕະເວນ ແລະ ປະຊາຊົນ ກໍບໍ່ຂ້າມໄປມາ.
ເຣຶ່ອງນີ້ ເກີດຂຶ້ນມາໄດ້ ຫຼາຍປີແລ້ວ ແຕ່ບໍ່ສາມາດ ຈັບພວກຄ້າ ຢາເສບຕິດ ນັ້ນໄດ້ຈັກເທື່ອ. ດັ່ງເຈົ້າໜ້າທີ່ ເມືອງລອງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 8 ກຸມພາ 2016 ນີ້ວ່າ:
"ກະສິມີແຫຼະ ແຕ່ວ່າຂະເຈົ້າ ກະຈັບບໍ່ໄດ້ ຫັ້ນເດ້ ສ່ວນຫຼາຍ ກະຈະແມ່ນ ລັກລອບໄປ ແນວນັ້ນຫັ້ນແຫຼະ ກາງຄືນນີ້ ຂ້າມເຮືອເລັກ ເຮືອນ້ອຍ ໄປບ່ອນຫລົບ ບ່ອນຫລີກ ຫັ້ນແຫຼະ, ກ່ານໍາເຂົ້າ ມັນນໍາເຂົ້າ ຈາກດ່ານໂຕນີ້ແຫຼະ ຈາກພະມ້າ ຫຼາຍກວ່າແຫຼະ, ສ່ວນຫຼາຍ ທາງພະມ້າ ນີ້ ມັນປະເທສ ທີ່ຄຸ້ມຄອງ ບັນຫາໂຕນີ້ ຂ້ອນຂ້າງ ຊິຫຍຸ້ງຍາກ".
ທ່ານເວົ້າວ່າ ເມື່ອພໍ່ຄ້າລາວ ໄດ້ຢາເສບຕິດ ນັ້ນມາແລ້ວ ກໍສົ່ງຂາຍໃຫ້ ພໍ່ຄ້າຣາຍຍ່ອຍ ໃນແຂວງ ຫຼວງນໍ້າທາ ເຮັດໃຫ້ມີຄົນ ຕິດ ຢາເສບຕິດ ປະມານ 1 ພັນ ຄົນ ແລະ ຍັງໄດ້ສົ່ງ ໄປຂາຍຢູ່ ແຂວງອື່ນໆ ຈົນເຖິງ ນະຄອນຫຼວງ ວຽງຈັນ. ເມື່ອປີທີ່ແລ້ວ ເຈົ້າໜ້າທີ່ ແຂວງ ອຸດົມໄຊ ໄດ້ຈັບພວກຄ້າ ຢາບ້າ, ພວກເຂົາ ສາຣະພາບ ວ່ານໍາຢາບ້າ ທັງໝົດນັ້ນ ມາຈາກ ເມືອງລອງ.
ທ່ານກ່າວ ຕື່ມອີກວ່າ ນອກຈາກ ຢາບ້າແລ້ວ ຢູ່ຕາມລໍາ ແມ່ນໍ້າຂອງ ຣະຫວ່າງ ເມືອງລອງ ແລະ ເມືອງຊຽງລາບ ນັ້ນ ຍັງມີການ ລັກເອົາ ງົວ-ຄວາຍ ຈາກປະເທສ ພະມ້າ ເຂົ້າມາຂາຍ ໃນແຂວງນີ້ ແລະ ມີທັງສົ່ງຕໍ່ ໄປຂາຍໃຫ້ ຈີນ ນໍາດ້ວຍ:
"ສ່ວນຫຼາຍແລ້ວ ມັນສັດ ທີ່ວ່າເຂົາ ບໍ່ໄດ້ຜ່ານ ການກວດກາ ເນາະ ບາງເທື່ອ ເຂົາກໍສົ່ງ ອອກໄປ ຈີນ ຈໍານວນນຶ່ງ ແຕ່ວ່າ ຂະເຈົ້າ ລັກລອບ ຫັ້ນນະ ຄົນລາວ ເຮົານີ້ແຫຼະ ໄປເອົາຢູ່ພຸ້ນ ມັນມີຄົນ ເມືອງສິງ ເປັນຜູ້ ມາຮັບເອົາ ແລ້ວກະຄົນ ທີ່ຊື້ ຫັ້ນລະແມ່ນ ຄົນຈີນ".
ທ່ານເວົ້າວ່າ ສັດທີ່ຖືກລັກ ເຂົ້າມານັ້ນ ແມ່ນ ມີຄວາມສ່ຽງ ຍ້ອນວ່າອາຈ ຕິດເຊື້ອພຍາດ ຮວມທັງ ພຍາດ ປາກເປື່ອຍລົງເລັບ. ບໍຣິເວນ ທີ່ມີການລັກ ຂົນສົ່ງ ທີ່ວ່ານັ້ນ ຢູ່ຫ່າງຈາກ ຂົວ ມິຕພາບ ລາວ-ພະມ້າ ປະມານ 30 ກິໂລແມັດ.