ສປປລາວຈະປອດຢາເສບຕິດ ເປັນໄປບໍ່ໄດ້

ສົມເນ
2014.05.18
f-drug-use ບັນຫາ ຢາເສບຕິດ ຢູ່ ພະມ້າ ແລະ ປະເທດ ເພື່ອນບ້ານ ທີ່ກໍາລັງ ແພ່ຂຍາຍ ໃນກຸ່ມວັຍລຸ້ນ
irin news

 

ຣາຍງານ ຂອງ ກັມມາທິການ ກວດກາ ແລະ ຄວບຄຸມ ຢາເສບຕິດ ແຫ່ງຊາຕ ວ່າ ກໍຣະນີ ອາສຍະກັມ ກ່ຽວຂ້ອງ ກັບ ຢາເສບຕິດ ສໍາລັບປີ 2013 ມີເຖິງ 2,300 ກວ່າ ກໍຣະນີ, ໃນນັ້ນ ຈັບຜູ້ຕ້ອງ ສົງໄສ ໄດ້ 2,000 ກວ່າ ຄົນ, ຍຶດ ຢາບ້າໄດ້ 15 ລ້ານ ກວ່າເມັດ, ຍຶດ ເຮໂຣອີນ ໄດ້ 291 ກິໂລກຣາມ, ຍຶດ ກັນຊາ ແຫ້ງ ໄດ້ ປະມານ 5 ໂຕນ ເຄິ່ງ, ຍຶດຝິ່ນ ໄດ້ຈໍານວນ ທີ່ຖືວ່າ ຫລາຍ ສົມຄວນ. ພ້ອມນັ້ນ ຍັງຍຶດ ຣົດ ອາວຸດ ແລະ ອຸປກອນ ອື່ນໆໄດ້. ການລັກລອບ ຂົນສົ່ງ ສ່ວນຫລາຍ ແມ່ນ ຣະຫ່ວາງ ລາວ ກັບ ວຽດນາມ ແລະ ໄທ.

ຣາຍງານວ່າ ຖ້າເບິ່ງ ຕາມ ໂຕເລກ ນີ້ແລ້ວ ຖືວ່າ ການ ເຄື່ອນໄຫວ ໃນ ການຜລິດ ການ ຄ້າຂາຍ ການ ລັກລອບ ຂົນສົ່ງ ຢາເສບຕິດ ປະເພດ ຕ່າງໆ ຜ່ານລາວ ນີ້ ມີແນວໂນ້ມ ສູງຂຶ້ນ ເຖິງແມ່ນວ່າ ເຈົ້າໜ້າທີ່ ສະກັດ ກັ້ນ ແລະ ຕ້ານ ຢາເສບຕິດ ໄດ້ ພຍາຍາມ ຫລາຍ ປານໃດ ກໍຕາມ.

ການທີ່ ຫ້ອງການ ຄວບຄຸມ ແລະ ກວດກາ ຢາເສບຕິດ ບໍ່ສາມາດ ຫລຸດຜ່ອນ ການຜລິດ ການ ຄ້າຂາຍ ແລະ ການລັກລອບ ຂົນສົ່ງ ຢາເສບຕິດ ຜ່ານລາວ ແລະ ບໍ່ສາມາດ ຫລຸດ ຈໍານວນ ຜູ້ເສບ ຫລືໃຊ້ ຢາເສບຕິດ ລົງໄດ້. ດ້ວຍ ເຫດຜົນ ໃດແດ່ ນັ້ນ ເອເຊັຽ ເສຣີ ໄດ້ ສອບຖາມ ໄປຍັງ ຫ້ອງການ ຄວບຄຸມ ແລະ ຕ້ານ ຢາເສບຕິດ ຢູ່ ນະຄອນ ຫລວງ ວຽງຈັນ ແຕ່ບໍ່ ສາມາດ ເຂົ້າເຖິງ ເຈົ້າໜ້າທີ່ ໄດ້.

ເມື່ອເຮົາ ຕິດຕໍ່ ໄປຍັງ ຫ້ອງການ ຕໍາຫຣວດ ແລະ ສະກັດກັ້ນ ຢາເສບຕິດ ຢູ່ ແຂວງອື່ນໆ ທີ່ ປະຕິບັດ ໂຕຈິງ ໃນ ຄໍາຖາມ ວ່າ ບັນຫາໃດ ທີ່ ຫຍຸ້ງຍາກ ກວ່າ ໝູ່ ໃນວຽກງານ ສະກັດກັ້ນ ແລະ ຕ້ານຢາ ເສບຕິດ ນີ້? ບາງ ແຂວງ ໃຫ້ຄໍາຕອບ ສັ້ນໆວ່າ ການສູ້ ກັບໂຈນ ນີ້ມັນ ກໍເປັນ ການຍາກ ຢູ່ແລ້ວ. ຄວາມ ຫຍຸ້ງຍາກ ອັນທີ່ ສອງ, ເຈົ້າໜ້າທີ່ ໃນ 2 ແຂວງ ເວົ້າເປັນ ສຽງ ດຽວກັນ ວ່າ ແມ່ນເຣື້ອງ ບໍ່ມີ ພາຫານະ ແລະ ງົບປະມານ ບໍ່ ພຽງພໍ.

ການສັມພາດ ຕໍ່ໄປ ນີ້ ອາດໃຫ້ ຂໍ້ຄິດວ່າ ວຽກງານ ສະກັດກັ້ນ ແລະ ຕ້ານ ຢາເສບຕິດ ໃນແຕ່ ລະ ແຂວງ ນັ້ນ ຄົງເປັນ ບັນຫາ ຊໍາເຮືອ ຕໍ່ໄປ ເລື້ອຍໆ ແລະ ບໍ່ອາດ ສາມາດ ເຮັດໃຫ້ ແຂວງໃດ ກໍດີ ປອດຈາກ ຢາເສບຕິດ ນີ້ໄດ້: ...ສຽງ.

ການ ສະກັດກັ້ນ ແລະ ຕ້ານ ຢາເສບຕິດ ໃນລາວ ສ່ວນຫລາຍ ແມ່ນໄດ້ຮັບ ການ ຊ່ວຍເຫລືອ ຈາກ ຫລາຍ ອົງການ ສາກົນ ຈາກ ສະຫະຣັຖ ອະເມຣິກາ ໂດຍ ສະເພາະ ຈາກ ຫ້ອງການ ສະຫະ ປະຊາຊາຕ ດ້ານ ຢາເສບຕິດ ແລະ ອາສຍະກັມ ຫລື  UNODC ຮ່ວມມື ກັບ ຫ້ອງການ ຄວບຄຸມ ແລະ ກວດກາ ຢາເສບຕິດ ແຫ່ງຊາຕ ໂດຍມີ ແຜນ ແມ່ບົດ 5 ປີ ເປັນ ທິດທາງ.

ຢາເສບຕິດ ທີ່ເຮັດໃຫ້ ຫນຸ່ມນ້ອຍ ລາວ ຕົກເປັນ ເຫຍື່ອ ໄດ້ ແກ່ ຢາກະຕຸ້ນ ປະສາດ Amphetamine ຫລື ມັກເອີ້ນ ກັນວ່າ ຢາບ້າ.  ລາຍງານ ການສລຸບ ຂອງ ກັມມາທິການ ຄວບຄຸມ ແລະ ກວດກາ ຢາເສບຕິດ ແຫ່ງຊາຕ ເມື່ອຕົ້ນປີ 2013 ວ່າ ປະມານ 50,000 ຄົນ ໃນລາວ ຕົກຢູ່ໃນ ຄວາມສ່ຽງ ຕິດ ຢາເສບຕິດ ໃນຂະນະ ທີ່ ສປປ ລາວ ໄດ້ກາຍເປັນ ທາງຜ່ານ ຂອງ ການລັກລອບ ຂົນສົ່ງ ຢາເສບຕິດ ມີເພີ້ມ ຂຶ້ນ ເລື້ອຍໆ.

ຕາມຣາຍງານ ນັ້ນ 80 ສ່ວນຮ້ອຍ ຂອງ ຜູ້ໃຊ້ ຢາເສບຕິດ ມັກເສພ ຢາບ້າ, ແລະ ອີກ 20 ສ່ວນຮ້ອຍ ເສບຝິ່ນ ເຮໂຣອີນ ກັນຊາ ແລະ ສານກະຕຸ້ນ ປະສາດ ອື່ນໆ. ຢາບ້າ ໄດ້ແຜ່ ລາມໄປ ໃນທຸກ ຣະດັບ ສັງຄົມ ລາວ ທັງໃນ ໂຕເມືອງ ແລະ ຊົນບົດ ເຮັດໃຫ້ ຫນຸ່ມນ້ອຍ ກາຍເປັນ ແຮງງານ ຂາດ ປະສິທິພາບ.

ຍັງບໍ່ເທົ່າ ນັ້ນ ຜູ້ຕິດຢາ ໄດ້ກາຍ ເປັນຄົນ ເສັຍ ສຸຂພາບ ດ້ານຈິດໃຈ ແລະ ມັນສມອງ. ຈໍານວນນຶ່ງ ໄດ້ສ້າງ ບັນຫາ ອາສຍະກັມ ໃນ ສັງຄົມ. ການໃຫ້ ສັມພາດ ຂອງ ເຈົ້າໜ້າທີ່ ໃນ ແຂວງ ຫລວງ ນໍ້າທາ ແລະ ແຂວງ ບໍ່ແກ້ວ ໃນອາທິດ ວັນທີ 12 ຫາ 16 ພຶສພາ ນີ້ ເປັນພຽງ ສ່ວນນຶ່ງ ຂອງ ການ ຢືນຢັນ ວ່າ ການ ສະກັດກັ້ນ ແລະ ຕ້ານ ຢາເສບຕິດ ໃນລາວ ນີ້ຍັງ ປະເຊີນ ກັບ ຄວາມ ຫຍຸ້ງຍາກ
ຫລາຍຢ່າງ ຊຶ່ງ ບົ່ງບອກ ວ່າ ການທີ່ ຈະເຮັດໃຫ້ ແຕ່ລະແຂວງ ປອດຈາກ ຢາເສບຕິດ ນັ້ນ ເປັນໄປໄດ້ ຍາກ ຫລາຍທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.