ຜູ້ຕິດຝິ່ນຢູ່ ຂ.ຫຼວງນໍ້າທາ
2015.09.23
ຢູ່ ແຂວງ ຫຼວງນໍ້າທາ ພາກເໜືອ ຂອງລາວ ຍັງມີ ຜູ້ ຕິດຢາ ຝິ່ນ ກວ່າ 300 ຄົນ, ປະຊາຊົນ ສ່ວນຫຼາຍ ແມ່ນ ອາໄສ ຢູ່ເຂດ ຊົນບົດ ແລະ ຕາມ ພູດອຍ ຫ່າງໄກ, ສອກຫລີກ, ສ່ວນໃຫຍ່ ປະຊາຊົນ ຍັງມີ ອາຊີບ ປູກຝິ່ນ ຢູ່ ແລະ ຍັງບໍ່ ສາມາດ ປູກພືດ ຊນິດອື່ນ ທົດ ແທນ ໄດ້. ດັ່ງ ເຈົ້າໜ້າທີ່ ຜູ້ທີ່ຂໍ ສງວນຊື່ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ສ່ວນຫຼາຍ ອາຊີບ ຫລັກ ຂອງ ພວກ ເຂົາເຈົ້າ ແມ່ນປູກຝີ່ນ ເປັນ ສິນຄ້າ ເພື່ອ ສົ່ງຂາຍ ໃຫ້ ກັບ ພໍ່ຄ້າ ທີ່ ມາເກັບຊື້, ຊຶ່ງ ມີຣາຍຮັບ ເປັນ ຈຳນວນ ຫຼວງຫຼາຍ ໃນ ແຕ່ລະປີ ແລະ ນອກຈາກ ການ ຂາຍ ເຂົາເຈົ້າ ຍັງເກັບໄວ້ ສູບ ເອງ".
ແຕ່ລະປີ ເຖິງແມ່ນ ທາງການ ຄວບຄຸມ ຢາເສບຕິດ ຂັ້ນ ແຂວງ ແລະ ຂັ້ນ ເມືອງ ສົ່ງ ພະນັກງານ ໄປ ທຳລາຍ ສວນ ຝີ່ນ ທີ່ ປະຊາຊົນ ປູກ ກໍຕາມ, ແຕ່ ຢູ່ບາງເຂດ ກໍເຂົ້າ ໄປບໍ່ເຖິງ ຍ້ອນ ສວນປູກຝິ່ນ ຢູ່ໄກ ແລະ ບໍ່ມີ ເສັ້ນທາງ. ນອກ ຈາກນັ້ນ ປະຊາຊົນ ຍັງປິດບັງ ຂໍ້ມູນ ຕ່າງໆ ກ່ຽວກັບ ການ ປູກຝີ່ນ ແລະ ບາງຄັ້ງ ເຈົ້າໜ້າທີ່ ທີ່ ຖືກສົ່ງໄປ ທຳລາຍ ສວນຝີ່ນ ນັ້ນ ກໍຖືກ ເຈົ້າຂອງ ສວນ ຊື້ຈ້າງ ບໍ່ໃຫ້ ທຳລາຍ.
ດັ່ງນັ້ນ ຈຶ່ງເຮັດໃຫ້ ເນື້ອທີ່ ປູກຝີ່ນ ຢູ່ ແຂວງ ຫຼວງນໍ້າທາ ເພີ້ມຂື້ນ ນຳທຸກປີ. ຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່, ເຖິງ ສະຖິຕິ ທາງການ ບໍ່ໄດ້ຊີ້ ບອກ ເຖິງ ຈໍານວນ ເນື້ອທີ່ ປູກຝິ່ນ ຢູ່ ແຂວງນີ້, ແຕ່ ກໍຮູ້ວ່າ ສ່ວນຫຼາຍ ແມ່ນ ຢູ່ ເມືອງ ລອງ ແລະ ເມືອງ ສິງ.
ທ່ານ ເວົ້າວ່າ ສາເຫດ ທີ່ ຍັງມີຜູ້ ປູກ ແລະ ຕິດຢາຝິ່ນ ຢູ່ນັ້ນ ແມ່ນ ຍ້ອນການ ກວດຂັນ ຂອງ ເຈົ້າໜ້າທີ່ ບໍ່ ເຄັ່ງຄັດ ແລະ ປະຊາຊົນ ຍັງບໍ່ມີ ເງື່ອນໄຂ ທີ່ ຈະປູກພືດ ຊນິດອື່ນ ທົດແທນ ແລະ ເຣຶ່ອງ ສາທາຣະນະສຸຂ ກໍຍັງ ເຂົ້າໄປ ບໍ່ເຖິງ.