ນັກໂທດຄ້າສານຜລິດ ຢາບ້າ ຈະຖືກ ຕັດສິນ
2015.11.03
ຜູ້ຕ້ອງຫາ 11 ຄົນ ໃນຄະດີ ຂົນສົ່ງ ສານຜລິດ ຢາບ້າ ນໍ້າຫນັກ 5.5 ຕັນ ທີ່ຖືກຈັບ ຢູ່ເຂດ ຊາຍແດນ ແຂວງ ບໍຣິຄໍາໄຊ ກັບ ປະເທດ ວຽດນາມ ເມື່ອ ວັນທີ່ 23 ກໍຣະກະດາ ທີ່ ຜ່ານມາ, ຈະຖືກນໍາ ຂຶ້ນສານ ອາຍາ ແຂວງ ບໍຣິຄໍາໄຊ ໃນ ໄວໆນີ້. ພ້ອມດຽວກັນ ນັ້ນ ທາງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ແຂວງ ບໍຣິຄໍາໄຊ ກໍຈະສົ່ງ ຜົນວິຈັຍ ສານຜລິດ ຢາເສບຕິດ ທີ່ ຍຶດໄດ້ ໄປໃຫ້ ເຈົ້າໜ້າທີ່ ວຽດນາມ ເພື່ອ ວິຈັຍ ເພີ້ມຕື່ມ. ດັ່ງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ແຂວງ ບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ:
“ເຮັດແລ້ວ ເຮັດແລ້ວ ເດ່ ຄະດີ ກໍາລັງ ສລຸບ ສິກຽມຟ້ອງ ເພິ່ນ ປີນີ້ ແລ້ວ ຈະ ຣາຍງານ ຂັ້ນເທິງ ຈະເອົາ ຜົນສິຈັຍ ໄປ ວຽດນາມ ພຸ້ນເດ ໃຫ້ເພິ່ນ ວິຈອກ ວິຈັຍ ຜົນ ນໍ້າຢາ ຫັ້ນນະ”.
ເຈົ້າໜ້າທີ່ ກ່າວ ຕໍ່ໄປວ່າ ສາເຫດ ທີ່ ຕ້ອງສົ່ງ ຜົນວິຈັຍ ຂອງ ສານ ຜລິດ ຢາເສບຕິດ ໄປໃຫ້ ຝ່າຍ ວຽດນາມ ວິຈັຍ ຢ່າງ ຣະອຽດ ເພີ້ມຕື່ມ ກໍຍ້ອນວ່າ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ວຽດນາມ ມີ ສ່ວນຮ່ວມ ກັບ ຄະດີ ນີ້ ເຊັ່ນກັນ ເນື່ອງຈາກ ໄດ້ຮ່ວມ ຈັບກຸມ ນໍາກັນ. ດັ່ງນັ້ນ ເຂົາເຈົ້າ ຈຶ່ງ ມີສິດ ທີ່ ຈະຂໍ ຂໍ້ມູນ ໄປສຶກສາ ຄົ້ນຄວ້າ ເພີ້ມຕື່ມ ເພື່ອ ປະໂຫຍດ ແກ່ການ ວາງແຜນ ສກັດກັ້ນ ສານຜລິດ ຢາເສບຕິດ ໃນພາກພື້ນ ຕໍ່ໄປ.
ຜູ້ຕ້ອງຫາ 11 ຄົນ ທີ່ ຈະຖືກນໍາ ຂຶ້ນສານ ຄັ້ງນີ້ ມີ ຄົນລາວ 5 ຄົນ, ວຽດນາມ 4 ຄົນ ຄົນໄທ 1 ຄົນ ແລະ ອະເມຣິກັນ 1 ຄົນ. ຕາມ ຣາຍງານ ແຈ້ງວ່າ ຜູ້ຕ້ອງຫາ ທັງໝົດ 11 ຄົນ ອາຈໄດ້ ຮັບໂທດ ໜັກ ຂັ້ນ ປະຫານ ຊີວິດ ຍ້ອນເປັນ ຄະດີ ສົ່ງ ຢາເສບຕິດ ຣາຍໃຫຍ່ ຄະດີນຶ່ງ ທີ່ ເກິດຂຶ້ນ ໃນ ລາວ.
ຣາຍງານ ວ່າ ສານຜລິດ ຢາເສບຕິດ ທີ່ ຖືກ ເຈົ້າໜ້າທີ່ ຍຶດໄດ້ນັ້ນ ມາຈາກ ຫຼາຍປະເທດ ເປັນຕົ້ນ ອິນເດັຍ ເກົາຫລີ ຫຼື ຈີນ, ສ່ວນໃຫຍ່ ເປັນສານ ທີ່ ຖືກສກັດ ຈາກ ຢາແກ້ ຫວັດ ເພື່ອ ນໍາໄປ ຜລິດ ເປັນ ຢາເສບຕິດ ປະເພດ ຢາບ້າ.
ຢ່າງໃດ ກໍຕາມ ຣັຖບານ ຈາກ 8 ປະເທດ ໃນ ຂົງເຂດ ເອເຊັຽ, ປະກອບ ດ້ວຍ ລາວ, ໄທ, ຈີນ, ເກົາຫລີ, ອິນເດັຍ, ວຽດນາມ, ພະມ້າ ແລະ ກັມພູຊາ ໄດ້ ຮ່ວມກັນ ຫາລື ເຖິງ ບັນຫາ ສະກັດກັ້ນ ສານຜລິດ ຢາເສບຕິດ ແລະ ເຫັນດີ ຮ່ວມກັນ ວ່າ ຄວນຈັດຕັ້ງ ໜ່ວຍງານ ສະເພາະກິຈ ເພື່ອ ແກ້ໄຂ ບັນຫາ ນີ້ ຢ່າງຈິງຈັງ.