ທ.ໄຊຊະນະ ຄືກະແຈ ສໍາຄັນ
2017.02.12
ການຈັບກຸມ ທ້າວ ໄຊຊະນະ ແກ້ວພິມພາ ທີ່ ເຈົ້າໜ້າທີ່ ປາບປາມ ຢາເສບຕິດໄທ ກ່າວຫາວ່າ ຄ້າຢາເສບຕິດ ຣາຍໃຫຍ່ນັ້ນ ຈະເປັນ ກະແຈ ສໍາຄັນ ໃນການນຳໄປສູ່ ການກວດລ້າງ ເຄື່ອຂ່າຍ ກຸ່ມຄ້າ ຢາເສບຕິດ ທີ່ມີຫຼາຍ ສາຂາ ນັ້ນຕໍ່ໄປ. ເຈົ້າໜ້າທີ່ໄທ ກ່າວວ່າ ທ້າວ ໄຊຊະນະ ເປັນພຽງສ່ວນນຶ່ງ ຂອງເຄືອຂ່າຍ ຄ້າຢາເສບຕິດ ທີ່ເຄື່ອນໄຫວ ຢູ່ໄທ, ລາວ ແລະ ມາເລເຊັຽ ເທົ່ານັ້ນ. ແຕ່ ທ້າວໄຊຊະນະ ເປັນກະແຈສຳຄັນ:
"ມັນມີຫຼາຍສາຂາ ໄຊຊະນະ ເປັນຕົວນຶ່ງ ພຽງແຕ່ເຮົາຈັບ ໄຊຊະນະ ມາເຫລັ້ນ ມັນກໍໃຫຍ່ໆ ແບບນີ້ ຄິດເບິ່ງດີໆ ຖ້າມັນມີ ແບບນີ້ຫຼາຍໆ ແລ້ວມັນ ຈະຢູ່ຢ່າງໃດ ບ້ານເມືອງ".
ມາເຖິງປັດຈຸບັນ ເຈົ້າໜ້າທີ່ ປາບປາມ ຢາເສບຕິດໄທ ແລະ ສູນປະສານງານ ແມ່ນ້ຳຂອງ ປອດພັຍ ກໍຍັງບໍ່ສາມາດຈັບ ທ້າວ ອຸສມານ ສະແລແມງ ໄດ້ແລະຄາດວ່າ ເຂົາຫລົບໜີ ເຂົ້າໄປໃນ ສປປລາວ ແລະ ທາງການໄທ ໄດ້ແຈ້ງເຣຶ່ອງນີ້ ໃຫ້ທາງການລາວ ແລ້ວ, ດັ່ງທີ່ ທ່ານ ກ່າວວ່າ:
"ເຄືອຂ່າຍຂອງອຸສມານ ຊຶ່ງອຸສມານນີ້ ໄດ້ຫລົບໜີ ໄປຢູ່ລາວ ອຸສມານ ມີໝາຍຈັບ ສໍາລັບ ອຸສມານນີ້ ເຮົາຕັ້ງ ຣາງວັນນຳຈັບໄວ້ 2 ລ້ານບາດ ແລະໄດ້ແຈ້ງ ໃຫ້ທາງການລາວ ຊາບແລ້ວ".
ເຖິງແມ່ນວ່າ ບໍ່ສາມາດເປີດເຜີຍ ຂໍ້ມູນສຳຄັນ ກ່ຽວກັບເຄືອຂ່າຍ ຄ້າຢາເສບຕິດ ນີ້ໄດ້ ແຕ່ ເຈົ້າໜ້າທີ່ ປາບປາມ ຢາເສບຕິດໄທ ກໍໃຫ້ ຄຳໝັ້ນວ່າ ຈະຕິດຕາມ ແລະກວດລ້າງ ເຄືອຂ່າຍຄ້າ ຢາເສບຕິດ ນີ້ໃຫ້ເຖິງທີ່ສຸດ.
ໃນຖແລງຂ່າວ ວັນທີ 10 ກຸມພາ 2017 ກ່ຽວກັບ ຜົລການປະຕິບັດງານ ການຈັບເຄືອຂ່າຍຄ້າ ຢາເສບຕິດ ຂອງ ທ້າວ ໄຊຊະນະ ແກ້ວພິມພາ ແລະ ທ້າວ ອຸສມານ ສະແລແມງ ທີ່ຍັງບໍ່ທັນ ຈັບໄດ້ ນັ້ນ, ເຈົ້າໜ້າທີ່ ປາບປາມ ຢາເສບຕິດໄທ ເວົ້າວ່າ ຈາກການສືບສວນ ພົບວ່າ ທ້າວ ອຸສມານ ແລະ ທ້າວ ໄຊຊະນະ ເປັນຜູ້ຈັດຫາ ຢາເສບຕິດ ຈາກປະເທສ ເພື່ອນບ້ານ ເຂົ້າມາໄທ ແລະ ສົ່ງໄປ ຈຳໜ່າຍໃຫ້ ເຄືອຂ່າຍ ທີ່ພາກໃຕ້ ຂອງໄທ ແລະ ໄປເຖິງ ມາເລເຊັຽ.
ເຈົ້າໜ້າທີ່ໄທ ຍຶດຂອງກາງ ທັງໝົດ ເປັນມູນຄ່າ 68 ລ້ານບາດ, ໃນນັ້ນເປັນ ເງິນບາດ 40 ລ້ານບາດ, ເປັນເງິນ ມາເລເຊັຽ 1,500,000 ຣິງກິດ, ຄຳຮູບ ປະພັນໜັກ 10 ບາດ ແລະ ຣົດເກັ໊ງຮອນດາ 2 ຄັນ.