ສູນບໍາບັດຢາເສພຕິດ ຫຼາຍແຫ່ງ ຂາດມາຕຖານ

ຈໍາປາທອງ
2021.08.11
ສູນບໍາບັດຢາເສພຕິດ ຫຼາຍແຫ່ງ ຂາດມາຕຖານ ສູນບຳບັດ ຜູ້ຕິດຢາເສພຕິດ ແຂວງບໍຣິຄໍາໄຊ ມອບ-ສົ່ງ ຊາວໜຸ່ມ ຜູ້ໄດ້ບຳບັດ ຢາເສບຕິດ ຄືນໃຫ້ ຜູ້ປົກຄອງ.
ພາບຈາກ: ວີດີໂອ ປກສ ແຂວງບໍຣິຄຳໄຊ

ເຖິງປັດຈຸບັນ ສູນບໍາບັດ ແລະ ປິ່ນປົວ ຄົນຕິດຢາເສພຕິດ ຫລາຍແຫ່ງ ຢູ່ ປະເທດລາວ ກໍຍັງມີຄຸນນະພາບບໍ່ດີ, ຕໍ່າກວ່າມາຕຖານ ຮວມທັງທາງດ້ານຄວາມສະອາດ ແລະ ສຸຂອະນາມັຍ, ຍັງມີການລະເມີດສິດທິ ຂອງຜູ້ເຂົ້າຮັບການບໍາບັດປິ່ນປົວ ແລະ ທັງມີການ ໃຊ້ຄວາມຮຸນແຮງ ແລະຂາດເຂີນຫຼາຍສິ່ງ ຫຼາຍຢ່າງ ດັ່ງຊາວລາວຜູ້ນຶ່ງ ທີ່ເຄີຍໄດ້ໄປ ຢ້ຽມຢາມຄົນຮູ້ຈັກກັນ ທີ່ຕິດຢາເສບຕິດ ຢູ່ ສູນບໍາບັດ ແລະປິ່ນປົວຄົນຕິດຢາເສພຕິດແຫ່ງນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 11 ສິງຫາ ນີ້ວ່າ:

“ເບິ່ງໂຕຈິງຫັ້ນໂອ໋ ແສນທຸກແສນຍາກ ທີ່ສຸດນະ ຢາກິນບໍ່ມີຢາປິ່ນປົວບໍ່ມີ ກັກຂັງຢ່າງດຽວ ຂັດຂືນໜ້ອຍນຶ່ງນີ້ເຂົາຕີໄດ໊ ຄັນຜູ້ໃດ ຕື່ນສວາຍ ຄັນ 7 ໂມງ ຈັ່ງຊີ້ລຸກນີ໋ ຮອດບໍ່ມີນໍ້າ ລ້າງໜ້າຊໍ້າ 6 ໂມງເຄິ່ງ ຫລືວ່າ 7 ໂມງ ຍັງ ເຂົາລະຕັດໄຟຕັດນໍ້າແລ້ວເດ໋.”

ທ່ານກ່າວຕື່ມອີກວ່າ ຈາກການສັງເກດໃນໄລຍະທີ່ຜ່ານມາ ເຫັນວ່າ ຊາວໜຸ່ມທີ່ເຄີຍຕິດຢາເສພຕິດ ໄດ້ບໍາບັດປິ່ນປົວຢູ່ສູນບໍາບັດ ແລະປິ່ນປົວຄົນຕິດຢາເສພຕິດ ແລະໄດ້ອອກຈາກ ສູນນັ້ນແລ້ວ ຈໍານວນນຶ່ງກໍກັບໄປເສພຢາເສພຕິດ ຢູ່ຄືເກົ່າ ເນື່ອງຈາກການບໍາບັດ ປິ່ນປົວຢຢູ່ໃນສູນນັ້ນ ບໍ່ໄດ້ມາຕຖານ ແລະ ບໍ່ສາມາດເຮັດໃຫ້ພວກເຂົາເຈົ້າ ອອກຈາກການຕິດ ຢາເສພຕິດໄດ້ແບບຖາວອນ. ດັ່ງນັ້ນ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ປັບປຸງແກ້ໄຂສູນນັ້ນໃຫ້ດີຂຶ້ນ.

ແລະ ຊາວລາວອີກຜູ້ນຶ່ງ ທີ່ເຄີຍໄດ້ໄປຢ້ຽມຢາມ ພີ່ນ້ອງຢູ່ສູນບໍາບັດ ແລະປິ່ນປົວຄົນຕິດຢາເສພຕິດ ກໍເວົ້າວ່າເຫັນສະພາບຢູ່ໃນສູນ ນັ້ນບໍ່ໄດ້ມາຕຖານ ຄັບແຄບ ຫ້ອງນຶ່ງໃຫ້ຢູ່ຫຼາຍ ສິບຄົນ ແລະບໍ່ດີໃນເຣື່ອງສຸຂອະນາມັຍ ໂດຍສະເພາະຫ້ອງນໍ້າ ເປິເປື້ອນຫລາຍ ຍ້ອນຫລາຍຄົນຮ່ວມກັນໃຊ້ຫ້ອງນໍ້າດຽວ ດັ່ງທີ່ທ່ານກ່າວວ່າ:

“ເວົ້າເຣື່ອງສະພາບການເປັນຢູ່ ຄັນເວົ້າເຣື່ອງສູນບໍາບັດ ມັນບໍ່ໄດ້ສະບາຍເນາະ ສຸຂອະນາມັຍຫັ້ນແຫຼະ ມັນຫຼາຍຄົນເນາະຄອບຄົວ 3 ຄົນ 4 ຄົນ ຢູ່ຈັ່ງຊີ້ມັນກະສິສະອາດຢູ່ ແຕ່ວ່າເຂົ້າໄປຢູ່ທາງໃນຫັ້ນ ຫ້ອງນຶ່ງກະ 50-60 ກວ່າຄົນຈັ່ງຊີ້ ມັນກະສຸຂອະນາມັຍ ມັນກະ ບໍ່ປານໃດເນາະ.”

ແລະ ເຈົ້າໜ້າທີ່ບ້ານທ່ານນຶ່ງ ທີ່ເຄີຍພາຊາວບ້ານໄປບໍາບັດ ຢູ່ສູນບໍາບັດ ແລະ ປິ່ນປົວຄົນ ຕິດຢາເສບຕິດ ກ່າວວ່າທ່ານເອງກໍຢາກ ໃຫ້ສູນບໍາບັດ ແລະ ປິ່ນປົວຜູ້ຕິດຢາເສບຕິດ ຫລາຍແຫ່ງ ເພີ່ມມາຕການກ່ຽວກັບ ເຣື່ອງການບໍາບັດ ແລະ ປິ່ນປົວຄົນໃຫ້ດີຂຶ້ນ ເນື່ອງຈາກຍັງເຫັນຊາວໜຸ່ມ ຈໍານວນນຶ່ງ ທີ່ອອກມາຈາກສູນນັ້ນແລ້ວ ຍັງກັບໄປເສບຢາເສບຕິດ ຢູ່ຄືເກົ່າ:

“ບໍາບັດກະຢາກໃຫ້ບໍາບັດແທ້ ຈົນວ່າມັນປະແທ້ໆນີ໊ ຈັ່ງປ່ອຍອອກມານ່າ. ບາດນີ້ຜູ້ໃດໄປກ່ອນ ມາແລ້ວກິນຄືເກົ່າ ແລ້ວຜູ້ໄປຫຼັງກະ ບໍ່ຢາກໄປແດ່ ໄປມາບາງເທື່ອນີ້ ກໍໄປທັມມະດານີ້ ຮອດເດືອນແລ້ວໝົດ ໝົດກໍານົດກໍສົ່ງອອກມາ ແລ້ວຍັງກິນຄືເກົ່າຫັ້ນນ່າ.”

ເຈົ້າໜ້າທີ່ປະຈໍາສູນບໍາບັດ ແລະ ປິ່ນປົວຄົນຕິດຢາເສບຕິດແຫ່ງນຶ່ງ ກ່າວວ່າສໍາລັບສູນຂອງພວກທ່ານ ກໍມີຄວາມຕ້ອງການທີ່ຈະ ປັບປຸງໃນຫຼາຍດ້ານເປັນຕົ້ນ ສະຖານທີ່ທີ່ຍັງ ຄັບແຄບ ແລະບຸຄລາກອນ ທີ່ເຫລືອໜ້ອຍລົງນໍາເລື້ອຍໆ:

“ເຫັນດີໃຫ້ປັບປຸງຢູ່ ຍັງມີຫລາຍແນວຢູ່ ສິປັບປຸງເນາະ ເປັນຕົ້ນແມ່ນສະຖານທີ່ເນາະ ຖືວ່າບຸຄລາກອນ ຍັງບໍ່ພຽງພໍ ດຽວນີ້ບໍ່ມີ ຄົນເນາະ ຄົນໜ້ອຍ ເກືອບອອກໝົດແລ້ວເດ໊.”

ໃນຂນະດຽວກັນ ເຈົ້າໜ້າທີ່ປະຈໍາສູນບໍາບັດ ແລະປິ່ນປົວ ຄົນຕິດຢາເສບຕິດ ອີກແຫ່ງນຶ່ງ ກໍຢາກໃຫ້ມີການປັບປຸງ ແລະປິ່ນປົວຄົນ ໃຫ້ດີຂຶ້ນ ແລະໄດ້ມາຕຖານພຽງພໍ ທີ່ຈະຮັບຜູ້ຕິດ ຢາເສບຕິດຈໍານວນຫຼາຍໄດ້, ແຕ່ກໍຄານໍາເຣື່ອງງົບປະມານ ຈຶ່ງຍັງບໍ່ທັນສາມາດ ປັບປຸງ ໄດ້ເທື່ອ:

“ເຮົາແທ້ກໍຢາກປັບປຸງ ໃຫ້ມັນດີຫັ້ນແຫລະ ແຕ່ວ່າເຣື່ອງງົບປະມານ ເຣື່ອງເງິນຄໍາ ມັນກະຍັງບໍ່ພຽງພໍ ເຮົາມີຫ້ອງແຖວແລ້ວເຂົາຢາກ ມາປົວຢາ ເຮົາກະເຂົ້າມາຢູ່ເຊົາຢູ່ຫ້ອງແຖວ ເຮົາແລ້ວກະນອນກິນຢາ ຕາມກໍານົດ ຕາມການປິ່ນປົວ ຂອງໄທເຮົາ.”

ເມື່ອວັນທີ 10 ສິງຫາ 2021 ຍານາງ ຂັນກາບ ໄຊຍະກຸມມານ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ປະກອບຄໍາເຫັນ ໃນກອງປະຊຸມ ສມັຍວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 9 ກ່ຽວກັບສະພາບການບໍາບັດ ແລະ ປິ່ນປົວຜູ້ ຕິດຢາເສບຕິດ ແລະການສ້າງອາຊີບໃຫ້ແກ່ ພວກເຂົາເຈົ້ານັ້ນວ່າ ຍັງເປັນເຣື່ອງທີ່ບໍ່ຈະແຈ້ງ ແລະ ບໍ່ສາມາດແກ້ໄຂບັນຫາ ຢາເສບຕິດ ທີ່ເກີດຂຶ້ນຢູ່ນີ້ ໄດ້ເທື່ອ ດັ່ງທີ່ຍານາງກ່າວວ່າ:

“ຂ້າພະເຈົ້າຢາກຕື່ມໃສ່ວ່າ ພາຍຫຼັງທີ່ຂະເຈົ້າ ສໍາເຣັດບໍາບັດແລ້ວ ໃຫ້ຂະເຂົ້າໄດ້ມີ ອາຊີບລ້ຽງໂຕເອງ ຖ້າວ່າບໍ່ມີອາຊີບລ້ຽງໂຕເອງ ມັນບໍ່ຖາວອນໃດ໋ ມັນບໍ່ຊັດເຈນເທື່ອ ອະດີດຂ້າພະເຈົ້າ ເຄີຍເຂົ້າໄປເບິ່ງສູນບໍາບັດມາແລ້ວ ເຫັນວ່າສະພາບນີ໋ ມັນພ້ອມທີ່ຈະດຶງ ລົງເຫວ.”

ແລະກ່ອນໜ້ານັ້ນ, ເມື່ອວັນທີ 6 ສິງຫາ 2021 ພົລໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ກໍໄດ້ສເນີຕໍ່ກອງປະຊຸມ ສມັຍວິສາມັນ ເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີ 9 ໃຫ້ກະຊວງປ້ອງກັນ ຄວາມສງົບ ສົມທົບກັບກະຊວງ ສາທາຣະນະສຸຂ, ກະຊວງແຮງງານ ແລະ ສວັດດິການສັງຄົມ ແລະ ກະຊວງສຶກສາທິການ ແລະ ກິລາ ຄົ້ນຄວ້າຄືນ ເຣື່ອງການປັບປຸງ ສູນບໍາບັດ ແລະປິ່ນປົວຜູ້ຕິດຢາເສບຕິດ ໃຫ້ມີຄຸນນະພາບ ແລະສ້າງສູນຝຶກວິຊາຊີບ ໃຫ້ແກ່ຜູ້ຕິດຢາເສບຕິດ ທີ່ຜ່ານການບໍາບັດມາແລ້ວ ເພື່ອ ໃຫ້ພວກເຂົາ ເຈົ້າມີໂອກາດຝຶກອາຊີບຫາລ້ຽງຕົນເອງ ກ່ອນທີ່ຈະປົດປ່ອຍໃຫ້ກັບຄືນມາ ເປັນພົລເມືອງດີ ແລະບໍ່ກັບໄປຫຍູ້ງກ່ຽວກັບ ຢາເສບຕິດອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.