​ການຕັດສິນ ຜູ້ຕ້ອງຫາ ຢາເສບຕິດ ຣາຍໃຫຍ່ ຍັງມິດ

ທ້າວ ສີສຸກ ດາວເຮືອງ ຜູ້ຕ້ອງຫາ ຄ້າຢາເສບຕິດ ຣາຍໃຫຍ່ ທີ່ຖືກຈັບແລ້ວ ມິດໄປເລີຍ ແລະ ເຊື່ອກັນວ່າ ເປັນເຄືອຂ່າຍຂອງ ທ້າວ ໄຊຊະນະ ແກ້ວພິມພາ
ທ້າວ ສີສຸກ ດາວເຮືອງ ຜູ້ຕ້ອງຫາ ຄ້າຢາເສບຕິດ ຣາຍໃຫຍ່ ທີ່ຖືກຈັບແລ້ວ ມິດໄປເລີຍ ແລະ ເຊື່ອກັນວ່າ ເປັນເຄືອຂ່າຍຂອງ ທ້າວ ໄຊຊະນະ ແກ້ວພິມພາ (Citizen Journalist)

0:00 / 0:00

ທ້າວ ໄຊ​ຊະ​ນະ ແກ້ວ​ພິມ​ພາ ນັກ​ຄ້າ​ຢາ​ເສບ​ຕິດ ​ຊາວ​ລາວ ທີ່​ຖືກເຈົ້າ​ໜ້າ​ທີ່ ​ຕຳຣວດໄທຍ ຈັບໃນ​ວັນ​ທີ 19 ມົກ​ກະ​ຣາ 2017 ທີ່​ຜ່​ານ​ມາ ຢູ່​ສນາມ​ບິນ ​ສຸ​ວັນ​ນະ​ພູມ ​ຂອງ​ໄທຍ ໃນ​ຂໍ້​ຫາ ຄ້າ​ຢາ​ເສບ​ຕິດ. ນັບ​ແຕ່​ນັ້ນ​ ເປັນ​ຕົ້ນ​ມາ, ທ້າວ ໄຊ​ຊະ​ນະ ຖືກນໍ​າ​ມາ​ ຂຶ້ນ​ສານ ແລ້ວ 2 ຄັ້ງ:

ຄັ້ງ​ທີ 1 ໃນ​ວັນ​ທີ 20 ມີ​ນາ 2018, ສານ​ອາ​​ຍາ ​ຂອງ​ໄທຍ ໄດ້​ຕັດ​ສິນ ຈຳ​ຄຸ​ກ ​ຕລອດ​ຊີ​ວິຕ ທ້າວ ໄຊ​ຊະ​ນະ, ແຕ່​ຜູ້​ກ່ຽວ​ຂໍ​ຍື່ນ​ອຸ​ທອນ.

ຫຼ້າ​ສຸດ, ​ໃນ​ວັນ​ທີ 19 ທັນ​ວາ 2019, ສານ​​ອຸ​ທອນ ​ຂອງ​ໄທຍ ໄດ້​ຕັດ​ສິນ ​ທ້າວ ​ໄຊ​ຊະ​ນະ​ ຈຳ​ຄຸກ​ ຕລອດ​ຊີ​ວິຕ, ໂດຍ​ອີງ​ຕາມ​ ຄຳ​ຕັດ​ສິນ ​ຂອງ​ສານ​ຊັ້ນ​ຕົ້ນ.

ແຕ່​ສະ​ເພາະ ​ເຄືອ​ຂ່າຍ ​ທ້າວ ​ໄຊ​ຊະ​ນະ ຫຼາຍ​ຄົນ, ​ທີ່​ຖືກ​ຈັບ ​ຢູ່​ປະ​ເທດ​ລາວ ທັງ​ໝົດ ​ຍັງ​ບໍ່​ທັນ ​ໄດ້ຖືກ​ນຳ​ ຂຶ້ນ​ສານ​ ຕັດ​ສິນ​ຈັກ​ຄົນ, ເຖິງວ່າ ເຫຕ​ການ ​ຈະ​ຜ່ານ​ໄປ ຫຼາຍ​ກ່​ວາ 2 ປີ​ແລ້ວ.

ພະ​ນັກ​ງານ​ ບຳ​ນານ​ ທ່ານ​ນຶ່ງ ກໍເວົ້າ​ວ່າ ​ທາງ​ການ​ລາວ ​ຄົງ​ຈະ​ບໍ່​ນຳ​ເອົາ ​ກຸ່ມ​ຄົນ​ ທີ່​ເຄື່ອ​ຂ່າຍ ​ຂອງ​ທ້າວ​ ໄຊ​ຊະ​ນະ ​ມາ​ຂຶ້ນ​ສານ, ແຕ່​ຈະ​ໃຫ້​ ເຣື່ອງ​ດັ່ງ​ກ່າວ ​ມິດ​ງຽບ​ໄປ​ເອງ.

ສຽງ1:

ກ​ານ​ຈັບ​ກຸ​ມ ​ກຸ່ມ​ຄ້າ​ ຢາ​ເສບ​ຕິ​ດ ​ດັ່ງ​ກ່າວ​ ເປັນ​ພຽງ​ແຕ່​ ຮູບ​ການ ເພື່ອບໍ່​ໃຫ້ ​ສັງ​ຄົມວິ​ພາກ ວິ​ຈານ ເທົ່າ​ນັ້ນ, ດັ່ງ​ປະ​ຊາ​ຊົນ ທ່ານນຶ່ງ ທ່ານ​ກ່າວ​ຕື່ມ​ອີກວ່າ:

ສຽງ2:

"ຄັນ ຄັນ ຊາ ຄວາມ ຄຶດ ຂອງ ເຮົາ ນີ້ ແມ່ນ ຈັບ ເປັນ ຮູບ ການ ຊື່ໆນ່າ ເພື່ອບໍ່ຢາກ ໃຫ້ ເພື່ອບໍ່ ໃຫ້ ສັງ ຄົມ ສົງ ໄສວ່າ ຜູ້ ນັ້ນ ພໍ່ ຄ້າ ລາຍ ໃຫ ຍ່ ຜູ້ນີ້ ພໍ ຄ້າ ລາຍ ໃຫ ຍ່ ຄືບໍ່ ເຫັນ ຈັບ ປານ ນັ້ນ ຊິ ເຮັດ ສົງ ຄາມ ກັບ ຢາ ເສບ ຕິດ ."

ນອກ​ຈາກນີ້, ພະ​ນັກ​ງານ ​ຣັ​ຖກອນ ທ່ານນຶ່ງ ​ກໍ​ໃຫ້ເຫຕ​ຜົລ ​ວ່າ ການ​ດຳ​ເນີນ​ ຄ​ດີ​ຄ້າ​ຢາ​ເສບ​ຕິດ ​ຢູ່​ປະ​ເທດ​ລາວ ຈະ​ດົນ ​ເປັນ​ພິ​ເສດ, ດັ່ງ ທ່ານ ກ່າວ​ວ່າ:

ສຽງ3:

ເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່ ຂໍ​ສັມ​ພາດ ທ່ານ ພົນ​ຈັດ​ຕະ​ວາ ຕຳ​ຣວດ ທອງ​ເຫຼັກ ມັງ​ໜໍ່​ເມກ ເພື່ອຖາມ​ເຖິງ ຄວາມ​ຄືບ​ໜ້າ​ ການ​ດຳ​ເນີນ​ຄດີ ກຸ່ມ​ຄ້າ​ ຢາ​ເສບ​ຕິດ ​ດັ່ງ​ກ່າວ, ແຕ່ທ່ານ ປະ​ຕິ​ເສດ ທີ່​ຈະ​ໃຫ້ ​ຄຳ​ເຫັນ​ ໃນ​ເຣື່ອງນີ້.

ເຖີງ​ຢ່າງ​ໃດ ​ກໍ​ຕາມ, ທ່ານ ລອງ​ລຸນ​ ສີ​ສຸ​ລິດ, ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ກ່າວ​ ຢູ່​ໃນ ​ກອງ​ປະ​ຊຸມ ​ສມັຍ​ສາ​ມັນ​ ເທື່ອ​ທີ 5 ຂອງ​ສະ​ພາ​ແຫ່ງ​ຊາຕ ​ຊຸດ​ທີ 8 ໃນ​ວັນ​ທີ 8 ມິ​ຖຸ​ນາ 2018 ຜ່ານ​ມາ ວ່າ:

ສຽງ4:

"ຂ້າ ພະ ເຈົ້າ ໄດ້ ນີແລ້ວ ຣັ ບາ ສືບ ຕໍ່ ຢ່າງ ເອົາ ໃຈ ໃສ່ ເປັນ ພິ ເສດ . ຜູ້ ທີ່ ຈັບ ມາ ແລ້ວ ຕ້ອງ ເອົາ ຂຶ້ນ ານ , ຕ້ອງ ເອົາ ໄປ ສືບ ສວນ ສອບ ສວນ . ຂ້າ ພະ ເຈົ້າ ກະ ຖາມ ໄປ ເລື້ອຍໆ ວ່າ ເອົາ ໄປ ຂຶ້ນ ລະ ບໍ? ເອົາ ໄປ ສອບ ສວນ ລະ ບໍ? ຣາຍ ໃຫ ຍ່ ຍັງ ບໍ່ ທັນ ເຫັນ , ແຕ່ ຄິດ ວ່າ ຈະ ເຫັນ ບັນ ດາ ຫົວ ໂປ່ ໂຕ ການ ຫຼົ່າ ນີ້ ຂຶ້ນ ຕັດ ສິນ . ຂ້າ ພະ ເຈົ້າ ​​ ກະ ໄດ້ ມອບ ໃຫ້ ບັນ ດາ ສະ ຫາຍ ທີ່ ມີ ຄວາມ ຮັບ ຜິດ ຊອບ ໄປ ຈັດ ຕັ້ງ ປະ ຕິ ບັດ . ລະ ມີ ບັນ ຫາ ຍັງ ຣາຍ ງານ ."

ໃນ​ວັນ​ທີ 15 ກຸມ​ພາ 2017, ທ່ານ ພົນ​ຈັດ​ຕະ​ວາ ຕຳ​ຣວດ ທອງ​ເຫຼັກ ມັງ​ໜໍ່​ເມກ, ເອກ​ອະ​ທິ​ບໍ​ດີ ​ກົມ​ໃຫ​ຍ່​ຕຳຣວດ, ກະ​ຊວງ​ປ້ອງ​ກັນ ​ຄວາ​ມ​ສງົບ​ ໄດ້​ຖແລງ​ຂ່າວ ​ການ​ຈັບ ​ກຸ່​ມ​ຄ້າ​ ຢາ​ເສບ​ຕິດ​ ຣາຍ​ໃຫ​ຍ່ຫຼາຍກຸ່ມ.

ກຸ່ມທີ 1: ​ໃນ​ວັນ​ທີ 16/09/2016 ​ເຈົ້າໜ້າທີ່ ​ຕຳ​ຣວດ ​ໄດ້​ຈັບ​ຕົວ ​ຄື: ທ້າວ ກິ​ນ້ອຍ ຜາ​ໄຊ ຫຼື (​ແອນ້ອຍ ຫຼື ນ້ອຍ​ອາກາດ), ອາຍຸ 34 ປີ ​ເຊື້ອ​ຊາດ-​ສັນຊາດ​ລາວ, ຢູ່​ບ້ານ​ອາກາດ, ເມືອງ​ສີ​ໂຄດ​ຕະບອງ ນະຄອນຫຼວງ​ວຽງຈັນ, ພ້ອມ​ດ້ວຍ​ ພັກ​ພວກ ​ຈຳນວນ 16 ຄົນ​ ຍິງ 04 ຄົນ.

ກຸ່ມ​ທີ 2: ​ໃນ​ວັນ​ທີ 11/12/2016 ​ເຈົ້າໜ້າທີ່ ​ໄດ້​ຈັບ​ຕົວ (ຄູ່​ຜົວ-​ເມັຽ) ຄື: ທ້າວ ຫວາດ ພິລາ​ບັນ, ອາຍຸ 41 ປີ, ​ເຊື້ອ​ຊາດ-​ສັນຊາດລາວ ​ແລະ ນາງ ​ແກ້ວ ພິລາ​ບັນ ຫລື (ກິ່ວ), ອາຍຸ 39 ປີ ​ເຊື້ອ​ຊາດ-​ສັນຊາດ ລາວ ຢູ່​ແຂວງ​ບໍ່​ແກ້ວ.

ກຸ່ມ​ທີ 3: ​ໃນ​ວັນ​ທີ 10/01/2017 ​ເຈົ້າໜ້າທີ່​ ໄດ້​ຈັບ​ຕົວ ​ຄື: ທ້າວ ຄອນ​ປະສົງ ສຸກ​ກະ​ເສີມ ຫຼື (ຊຽງ​ເທີ), ອາຍຸ 47 ປີ ​ເຊື້ອ​ຊາດ-​ສັນຊາດ​ລາວ, ຢູ່​ນະຄອນຫຼວງ​ວຽງຈັນ, ພ້ອມ​ດ້ວຍ​ ພັກ​ພວກ 3 ຄົນ, ​ເຊິ່ງ​ເປັນ​ຜູ້​ຄ້າ-ຂາຍ​ ຢາ​ເສບ​ຕິດ ​ຣາຍ​ໃຫຍ່.

ກຸ່ມ​ທີ 4​: ໃນ​ວັນ​ທີ 20 ມົກ​ກະ​ຣາ 2017, ເຈົ້າ​ໜ້າ​ທີ່ ​ຕຳ​ຣວດ ໄດ້​ຈັບ​ຕົວ ກຸ່ມເຄືອ​ຂ່າຍ ຂອງທ້າວ ​ໄຊຊະນະ ​ແກ້ວ​ພິມ​ພາ 5 ຄົນ ທີ່​ຖືກ​ຈັບ​ຕົວ ຢູ່​ແຂວງ​ຄຳ​ມ່ວນ ແລະ ນະ​ຄອນ​ຫຼວງວຽງ​ຈັນ.

ກຸ່ມ​ທີ 5 ຖືກ​ຈັບ​ຕົວ ​ໃນ​ວັນ​ທີ 24/01/2017 ຄື: ທ້າວ ຄອນ​ໄທ ​ໂຄດ​ສົມບັດ ຫລື (ສິ້ວ), ບ້ານ​ຫຼັກ​ເມືອງ, ​ເມືອງ​ສອງ​ຄອນ, ​ແຂວງ​ສວັນ​ນະ​​ເຂດ, ພ້ອມ​ດ້ວຍ​ ພັກ​ພວກ ​ອີກ 2 ຄົນ.

ນອ​ກ​ຈາກນີ້, ໃນ​ວັນ​ທີ 1 ເມ​ສາ 2017, ເຈົ້າ​ໜ້າ​ທີ່ ​ຕຳ​ຣວດ​ລາວ ກໍ​ສາ​ມາດ ​ຈັບ​ຕົວ ທ້າວ ສີ​ສຸກ ດາວ​ເຮືອງ ຢູ່​ແຂວງ​ຫຼວງ​ພຣະ​ບາງ, ເຊິ່ງ​ເປັນ ຜູ້​ຕ້ອງ​ຫາ​ ຄ້າ​ຢາ​ເສ​ບ​ຕິດ ​ຣາຍ​ໃຫ​ຍ່​ ຂອງ​ລາວ ອີກ​ຄົນນຶ່ງ.

ທັງ​ໝົດ ມີ​ປະ​ມານ 30 ຄົນ ທີ່​ຖືກ ​ເຈົ້າ​ໜ້າ​ທີ່ ​ຕຳ​ຣວດຈັບ, ແຕ່ກຸ່ມດັ່ງ​ກ່າວ ຍັງບໍ່​ໄດ້ ​ຖືກ​ນໍາ​ມາ ​ຂຶ້​ນ​ສານ.