ການຕັດສິນ ຜູ້ຕ້ອງຫາ ຢາເສບຕິດ ຣາຍໃຫຍ່ ຍັງມິດ
2019.12.30

ທ້າວ ໄຊຊະນະ ແກ້ວພິມພາ ນັກຄ້າຢາເສບຕິດ ຊາວລາວ ທີ່ຖືກເຈົ້າໜ້າທີ່ ຕຳຣວດໄທຍ ຈັບໃນວັນທີ 19 ມົກກະຣາ 2017 ທີ່ຜ່ານມາ ຢູ່ສນາມບິນ ສຸວັນນະພູມ ຂອງໄທຍ ໃນຂໍ້ຫາ ຄ້າຢາເສບຕິດ. ນັບແຕ່ນັ້ນ ເປັນຕົ້ນມາ, ທ້າວ ໄຊຊະນະ ຖືກນໍາມາ ຂຶ້ນສານ ແລ້ວ 2 ຄັ້ງ:
ຄັ້ງທີ 1 ໃນວັນທີ 20 ມີນາ 2018, ສານອາຍາ ຂອງໄທຍ ໄດ້ຕັດສິນ ຈຳຄຸກ ຕລອດຊີວິຕ ທ້າວ ໄຊຊະນະ, ແຕ່ຜູ້ກ່ຽວຂໍຍື່ນອຸທອນ.
ຫຼ້າສຸດ, ໃນວັນທີ 19 ທັນວາ 2019, ສານອຸທອນ ຂອງໄທຍ ໄດ້ຕັດສິນ ທ້າວ ໄຊຊະນະ ຈຳຄຸກ ຕລອດຊີວິຕ, ໂດຍອີງຕາມ ຄຳຕັດສິນ ຂອງສານຊັ້ນຕົ້ນ.
ແຕ່ສະເພາະ ເຄືອຂ່າຍ ທ້າວ ໄຊຊະນະ ຫຼາຍຄົນ, ທີ່ຖືກຈັບ ຢູ່ປະເທດລາວ ທັງໝົດ ຍັງບໍ່ທັນ ໄດ້ຖືກນຳ ຂຶ້ນສານ ຕັດສິນຈັກຄົນ, ເຖິງວ່າ ເຫຕການ ຈະຜ່ານໄປ ຫຼາຍກ່ວາ 2 ປີແລ້ວ.
ພະນັກງານ ບຳນານ ທ່ານນຶ່ງ ກໍເວົ້າວ່າ ທາງການລາວ ຄົງຈະບໍ່ນຳເອົາ ກຸ່ມຄົນ ທີ່ເຄື່ອຂ່າຍ ຂອງທ້າວ ໄຊຊະນະ ມາຂຶ້ນສານ, ແຕ່ຈະໃຫ້ ເຣື່ອງດັ່ງກ່າວ ມິດງຽບໄປເອງ.
ສຽງ1:
ການຈັບກຸມ ກຸ່ມຄ້າ ຢາເສບຕິດ ດັ່ງກ່າວ ເປັນພຽງແຕ່ ຮູບການ ເພື່ອບໍ່ໃຫ້ ສັງຄົມວິພາກ ວິຈານ ເທົ່ານັ້ນ, ດັ່ງປະຊາຊົນ ທ່ານນຶ່ງ ທ່ານກ່າວຕື່ມອີກວ່າ:
ສຽງ2:
“ຄັນ ຄັນຊາຄວາມຄຶດຂອງເຮົານີ້ແມ່ນ ຈັບເປັນຮູບການຊື່ໆນ່າ ເພື່ອບໍ່ຢາກໃຫ້ ເພື່ອບໍ່ໃຫ້ສັງຄົມສົງໄສວ່າ ຜູ້ນັ້ນ ພໍ່ຄ້າລາຍໃຫຍ່ ຜູ້ນີ້ ພໍຄ້າລາຍໃຫຍ່ຄືບໍ່ເຫັນຈັບ ປານນັ້ນຊິເຮັດສົງຄາມກັບຢາເສບຕິດ.”
ນອກຈາກນີ້, ພະນັກງານ ຣັຖກອນ ທ່ານນຶ່ງ ກໍໃຫ້ເຫຕຜົລ ວ່າ ການດຳເນີນ ຄດີຄ້າຢາເສບຕິດ ຢູ່ປະເທດລາວ ຈະດົນ ເປັນພິເສດ, ດັ່ງ ທ່ານ ກ່າວວ່າ:
ສຽງ3:
ເອເຊັຽເສຣີ ໄດ້ຕິດຕໍ່ ຂໍສັມພາດ ທ່ານ ພົນຈັດຕະວາ ຕຳຣວດ ທອງເຫຼັກ ມັງໜໍ່ເມກ ເພື່ອຖາມເຖິງ ຄວາມຄືບໜ້າ ການດຳເນີນຄດີ ກຸ່ມຄ້າ ຢາເສບຕິດ ດັ່ງກ່າວ, ແຕ່ທ່ານ ປະຕິເສດ ທີ່ຈະໃຫ້ ຄຳເຫັນ ໃນເຣື່ອງນີ້.
ເຖີງຢ່າງໃດ ກໍຕາມ, ທ່ານ ລອງລຸນ ສີສຸລິດ, ນາຍົກຣັຖມົນຕຣີ ໄດ້ກ່າວ ຢູ່ໃນ ກອງປະຊຸມ ສມັຍສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 8 ໃນວັນທີ 8 ມິຖຸນາ 2018 ຜ່ານມາ ວ່າ:
ສຽງ4:
“ຂ້າພະເຈົ້າ ໄດ້ສເນີແລ້ວ ຣັຖບານ ຈະສືບຕໍ່ ຢ່າງເອົາໃຈໃສ່ ເປັນພິເສດ. ຜູ້ທີ່ ຈັບມາແລ້ວ ຕ້ອງເອົາຂຶ້ນສານ, ຕ້ອງເອົາໄປ ສືບສວນ ສອບສວນ. ຂ້າພະເຈົ້າ ກະຖາມໄປ ເລື້ອຍໆວ່າ ເອົາໄປຂຶ້ນລະບໍ? ເອົາໄປສອບສວນລະບໍ? ຣາຍໃຫຍ່ ຍັງບໍ່ທັນເຫັນ, ແຕ່ຄິດວ່າ ຈະເຫັນ ບັນດາ ຫົວໂປ່ໂຕການ ເຫຼົ່ານີ້ ຂຶ້ນຕັດສິນ. ຂ້າພະເຈົ້າ ກະໄດ້ມອບ ໃຫ້ບັນດາ ສະຫາຍທີ່ມີຄວາມ ຮັບຜິດຊອບ ໄປຈັດຕັ້ງ ປະຕິບັດ. ລະມີ ບັນຫາຫຍັງ ຣາຍງານ.”
ໃນວັນທີ 15 ກຸມພາ 2017, ທ່ານ ພົນຈັດຕະວາ ຕຳຣວດ ທອງເຫຼັກ ມັງໜໍ່ເມກ, ເອກອະທິບໍດີ ກົມໃຫຍ່ຕຳຣວດ, ກະຊວງປ້ອງກັນ ຄວາມສງົບ ໄດ້ຖແລງຂ່າວ ການຈັບ ກຸ່ມຄ້າ ຢາເສບຕິດ ຣາຍໃຫຍ່ຫຼາຍກຸ່ມ.
ກຸ່ມທີ 1: ໃນວັນທີ 16/09/2016 ເຈົ້າໜ້າທີ່ ຕຳຣວດ ໄດ້ຈັບຕົວ ຄື: ທ້າວ ກິນ້ອຍ ຜາໄຊ ຫຼື (ແອນ້ອຍ ຫຼື ນ້ອຍອາກາດ), ອາຍຸ 34 ປີ ເຊື້ອຊາດ-ສັນຊາດລາວ, ຢູ່ບ້ານອາກາດ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ພ້ອມດ້ວຍ ພັກພວກ ຈຳນວນ 16 ຄົນ ຍິງ 04 ຄົນ.
ກຸ່ມທີ 2: ໃນວັນທີ 11/12/2016 ເຈົ້າໜ້າທີ່ ໄດ້ຈັບຕົວ (ຄູ່ຜົວ-ເມັຽ) ຄື: ທ້າວ ຫວາດ ພິລາບັນ, ອາຍຸ 41 ປີ, ເຊື້ອຊາດ-ສັນຊາດລາວ ແລະ ນາງ ແກ້ວ ພິລາບັນ ຫລື (ກິ່ວ), ອາຍຸ 39 ປີ ເຊື້ອຊາດ-ສັນຊາດ ລາວ ຢູ່ແຂວງບໍ່ແກ້ວ.
ກຸ່ມທີ 3: ໃນວັນທີ 10/01/2017 ເຈົ້າໜ້າທີ່ ໄດ້ຈັບຕົວ ຄື: ທ້າວ ຄອນປະສົງ ສຸກກະເສີມ ຫຼື (ຊຽງເທີ), ອາຍຸ 47 ປີ ເຊື້ອຊາດ-ສັນຊາດລາວ, ຢູ່ນະຄອນຫຼວງວຽງຈັນ, ພ້ອມດ້ວຍ ພັກພວກ 3 ຄົນ, ເຊິ່ງເປັນຜູ້ຄ້າ-ຂາຍ ຢາເສບຕິດ ຣາຍໃຫຍ່.
ກຸ່ມທີ 4: ໃນວັນທີ 20 ມົກກະຣາ 2017, ເຈົ້າໜ້າທີ່ ຕຳຣວດ ໄດ້ຈັບຕົວ ກຸ່ມເຄືອຂ່າຍ ຂອງທ້າວ ໄຊຊະນະ ແກ້ວພິມພາ 5 ຄົນ ທີ່ຖືກຈັບຕົວ ຢູ່ແຂວງຄຳມ່ວນ ແລະ ນະຄອນຫຼວງວຽງຈັນ.
ກຸ່ມທີ 5 ຖືກຈັບຕົວ ໃນວັນທີ 24/01/2017 ຄື: ທ້າວ ຄອນໄທ ໂຄດສົມບັດ ຫລື (ສິ້ວ), ບ້ານຫຼັກເມືອງ, ເມືອງສອງຄອນ, ແຂວງສວັນນະເຂດ, ພ້ອມດ້ວຍ ພັກພວກ ອີກ 2 ຄົນ.
ນອກຈາກນີ້, ໃນວັນທີ 1 ເມສາ 2017, ເຈົ້າໜ້າທີ່ ຕຳຣວດລາວ ກໍສາມາດ ຈັບຕົວ ທ້າວ ສີສຸກ ດາວເຮືອງ ຢູ່ແຂວງຫຼວງພຣະບາງ, ເຊິ່ງເປັນ ຜູ້ຕ້ອງຫາ ຄ້າຢາເສບຕິດ ຣາຍໃຫຍ່ ຂອງລາວ ອີກຄົນນຶ່ງ.
ທັງໝົດ ມີປະມານ 30 ຄົນ ທີ່ຖືກ ເຈົ້າໜ້າທີ່ ຕຳຣວດຈັບ, ແຕ່ກຸ່ມດັ່ງກ່າວ ຍັງບໍ່ໄດ້ ຖືກນໍາມາ ຂຶ້ນສານ.