ເຈົ້າໜ້າທີ່ສືບສວນຄດີ ຄົນຕາຍໄຫຼນ້ຳ 2 ສົບ
2021.01.14

ເມື່ອວັນທີ 10 ມົກກະຣາ ປີ 2021 ນີ້, ເຈົ້າໜ້າທີ່ຕຳຣວດ ເມືອງປາກອູ ແຂວງຫຼວງພຣະບາງ ໄດ້ຮັບແຈ້ງຈາກຊາວບ້ານວ່າ ພົບສົບຄົນເສັຽຊີວິຕ 1 ສົບ ເປັນເພດຊາຍບໍ່ຮູ້ສັນຊາຕ, ແຕ່ຄາດວ່າໜ້າຈະເປັນຄົນຈີນ ໄຫຼນ້ຳມາຕິດຢູ່ແຄມນ້ຳອູ ບໍຣິເວນບ້ານປາກອູ ຄາດວ່າເສັຽຊີວິຕຍ້ອນຖືກຄາຕກັມ ແລະ ກ່ອນໜ້ານັ້ນ ເມື່ອວັນທີ 6 ມົກກະຣາ ທີ່ຜ່ານມາ ກໍພົບສົບຄົນເສັຽຊີວິຕໄຫຼນ້ຳ 1 ຄົນ ເປັນຄົນສັນຊາຕຈີນ ເປັນເພດຊາຍ ຢູ່ບໍຣິເວນແຄມນ້ຳອູ ບ້ານມ່ວງແກ້ວ ເມືອງຈອມເພັດ ກົງກັນຂ້າມກັບເມືອງປາກອູ, ເຊິ່ງສັນນິຖານວ່າ ອາຈກຖືກຄາຕກັມ ເຊັ່ນດຽວກັນ.
ປັດຈຸບັນ, ທັງ 2 ເຫຕການນັ້ນ ພວມຢູ່ໃນຣະຫວ່າງ ການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຣວດ. ດັ່ງເຈົ້າໜ້າທີ່ຕຳຣວດ ເມືອງປາກອູ ໄດ້ກ່່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມົກກະຣາ ນີ້ວ່າ:
“2 ຄົນ ຖືວ່າວັນພະຫັດຜູ້ 1 ລະມື້ວັນເສົາວັນທິດນີ້ຜູ້ 1, ລັກສະນະອາຈຄ້າຍຄືຄົນຈີນເນາະ. ຕາມການສັນນິຖານນີ້ ກໍອາຈແມ່ນ ການຄາຕກັມຫັ້ນແຫຼະ ເພາະວ່າ 2 ສົບ ໄຫຼມາພ້ອມກັນເນາະ ພາຍໃນ 2-3 ມື້ຫັ້ນ, ລະສົງໃສອາຈແມ່ນການຄາຕກັມເນາະ.”
ໃນຂະນະດຽວກັນ, ເຈົ້າໜ້າທີ່ ເມືອງປາກອູ ອີກທ່ານນຶ່ງ ກ່າວວ່າ ຜູ້ເສັຽຊີວິຕທັງ 2 ຄົນນັ້ນ, ມີຄວາມເປັນໄປໄດ້ວ່າ ອາຈຖືກ ຄາຕກັມແທ້, ແຕ່ກໍຍັງບໍ່ຮູ້ວ່າ ພວກເຂົາເປັນຄົນງານ ຫຼືເຮັດທຸຣະກິຈຢູ່ບ່ອນໃດ, ເຊິ່ງທາງຜແນກສືບສວນ-ສອບສວນ ຂອງ ກອງບັນຊາການ ປກສ ແຂວງຫຼວງພຣະບາງ ພວມສືບສວນເພີ່ມຕື່ມຢູ່. ດັ່ງທ່ານ ກ່າວວ່າ:
“ພົບຄົນ 1 ພົບຢູ່ທາງຝັ່ງອັນ ບ້ານມ່ວງແກ້ວ, ເມືອງຈອມເພັດ, ເທື່ອທີ 2 ລະແມ່ນຖືວ່າຢູ່ທາງຝັ່ງບ້ານປາກອູ. ໂອ, ອັນນີ້ກະບໍ່ ສາມາດເວົ້າໄດ້ ເພາະວ່າທາງຕຳຣວດ ເຂົາເຈົ້າເປັນຜູ້ສອບສວນ-ສືບສວນເນາະ, ສັລສູດສົບແນວໃດແທ້ ເຮົາກະບໍ່ເຂົ້າໃຈ ນຳວຽກວິຊາການເຂົາເຈົ້າ.”
ວິທຍຸເອເຊັຽເສຣີ ຕິດຕໍ່ໄປຫາຜແນກສືບສວນ-ສອບສວນ ກອງບັນຊາການ ປກສ ແຂວງຫຼວງພຣະບາງ ເພື່ອຂໍຮູ້ຣາຍລະອຽດຕື່ມ, ແຕ່ເຈົ້າໜ້າທີ່ ບໍ່ສາມາດໃຫ້ຂໍ້ມູນໄດ້.
ທາງດ້ານເຈົ້າໜ້າທີ່ ອາສາກູ້ພັຍ ແຂວງຫຼວງພຣະບາງ ທີ່ລົງພື້ນທີ່ໄປເກັບສົບນັ້ນ ເວົ້າວ່າ ໃນເບື້ອງຕົ້ນ ບໍ່ຮູ້ວ່າ ຜູ້ເສັຽຊີວິຕທັງ 2 ຄົນ ເສັຽຊີວິຕຍ້ອນຫຍັງກັນແທ້ ເພາະສະພາບສົບ ເສັຽຊີວິຕມາໄດ້ຫຼາຍມື້ແລ້ວ, ເຊິ່ງປັດຈຸບັນ ກໍໄດ້ນຳເອົາທັງ 2 ສົບ ໄປເກັບໄວ້ ຢູ່ໂຮງເຢັນ ປະຈຳໂຮງໝໍແຂວງຫຼວງພຣະບາງ.
“ອັນນີ້ພວກເຮົາກະບໍ່ແນ່ ເພາະວ່າສົບນີ້ມັນຫຼາຍມື້ແລ້ວ, ຊີ້ນ່າ. ມັນກະມີຮອຍຊ້ຳ ບາງເທື່ອມັນກະທົບມາແຕ່ໃສແດ່, ຊີ້ນ່າ. ພວກເຮົາກະບໍ່ຮູ້ວ່າ ມັນແນວໃດ, ຫັ້ນນ່າ. ເຮົາບໍ່ມີເອກະສານໃດໆຕິດໂຕ ຜູ້ເສັຽຊີວິຕມາເລີຍ, ຫັ້ນນ່າ. ສົບຢູ່ໂຮງໝໍແຂວງ.”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມ ໄປຍັງໂຮງໝໍ ແຂວງຫຼວງພຣະບາງ, ເຊິ່ງເຈົ້າໜ້າທີ່ ຜູ້ຂໍສງວນຊື່ ແລະ ສຽງ ເວົ້າພຽງແຕ່ວ່າ ປັດຈຸບັນ ພວມເກັບທັງ 2 ສົບນັ້ນ ໄວ້ໃນຫ້ອງເຢັນ ເພື່ອລໍຖ້າເຈົ້າໜ້າທີ່ ມາຮັບໄປສັລສູດ ຕາມວິຊາສະເພາະ ແລະ ຍັງບໍ່ມີ ຍາຕິພີ່ນ້ອງ ຕິດຕໍ່ຂໍຮັບສົບໄປເທື່ອ.
ຊາວບ້ານ ທີ່ເມືອງປາກອູ ທ່ານນຶ່ງ ທີ່ໄປເບິ່ງສົບຜູ້ເສັຽຊີວິຕ ຢູ່ເຂດບ້ານປາກອູນັ້ນ ເວົ້າວ່າ ຕົນເອງກໍຍັງບໍ່ແນ່ໃຈວ່າ ທັງ 2 ສົບນັ້ນ ເສັຽຊີວິຕຍ້ອນສາເຫດໃດ ແລະ ເປັນຄົນຈີນ ທີ່ເຂົ້າມາເຮັດຫຍັງກັນແທ້.
“ຕາມເຮົາສັງເກດເບິ່ງຫັ້ນ ແມ່ນຄົນຈີນ, ມັນມີຕຳຣວດແຂວງ ຕຳຣວດເມືອງ ເຂົາເຈົ້າມາຢັ້ງຢືນເອົາ. ມັນຈະເປັນແບບ ມີຂີ້ຕົມແດ່ ມີເຄື່ອງນຸ່ງແດ່, ແຕ່ຣາຍລະອຽດແທ້ ເຂົາເຈົ້າມາຮອດປາກອູ ລະເຂົາເຈົ້າ ມາລ້າງມາສ່ວຍ ມານຸ່ງເຄື່ອງໃຫ້, ຫັ້ນນ່າ.”
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາສະຖານທູຕຈີນ ປະຈຳປະເທດລາວ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ສະຖານທູຕ ກ່າວວ່າ ຍັງບໍ່ທັນໄດ້ຮັບຣາຍງານ ຈາກແຂວງຫຼວງພຣະບາງເທື່ອ ແລະ ບໍ່ສາມາດໃຫ້ຄວາມເຫັນໃດໆໄດ້.
ໄລຍະຜ່ານມາ, ມີຄົນຈີນຫຼາຍຄົນ ທີ່ເຂົ້າມາຢູ່ລາວ ແລ້ວຖືກຄາຕກັມ. ສຳລັບຄດີໃຫຍ່ ທີ່ສັງຄົມລາວໃຫ້ຄວາມສົນໃຈ ກໍແມ່ນ ຄດີການຄາຕກັມທ່ານ ລີ່ ຈ້າວ-ເຜີງ ຫຼືທ້າວ ອ່າເຈົ່າ, ນັກທຸຣະກິຈຈີນ ສັນຊາຕລາວ ເຈົ້າຂອງໂຮງແຮມຕີ້ຫາວ ເມື່ອປີ 2018, ເຊິ່ງຖືກຄົນຮ້າຍຊາວຈີນດ້ວຍກັນ ບຸກເຂົ້າໄປຄາຕກັມ ຢູ່ເຮືອນພັກຂອງທ່ານເອງ ຕາມຄຳສັ່ງ ຂອງນັກທຸຣະກິຈຈີນນຳກັນ ທີ່ມີຂໍ້ຂັດແຍ້ງ ທາງດ້ານທຸຣະກິຈ. ເມື່ອປີ 2017, ທ່ານ ຊູ ຫວາງ-ຖຽນ, ນັກທຸຣະກິຈ ຊາວຈີນ-ໃຕ້ຫວັນ ທີ່ເຂົ້າມາເຮັດທຸຣະກິຈ ຢູ່ລາວໄດ້ຫຼາຍ 10 ປີ ກໍຖືກຄົນຮ້າຍ ໃຊ້ອາວຸດປືນຍິງ ເສັຽຊີວິຕຢູ່ຕໍ່ໜ້າ ຫ້າງສັພສິນຄ້າ ສີໃຄ ພລ່າຊ້າ, ເຊິ່ງເປັນຫ້າງຂອງ ທ່ານເອງ.