ຄູ່ຜົວເມັຍ ຖືກຕັດສິນຈຳຄຸກ 15 ປີ ໃນຄະດີຄ້າມະນຸສ
ຄູ່ຜົວເມັຍຢູ່ບ້ານນາໂອ ເມືອງແປກ ແຂວງຊຽງຂວາງ ຖືກສານ ຕັດສິນຈຳຄຸກ ຄົນລະ 15 ປີ ແລະ ປັບໃໝອີກຜູ້ລະ 100 ລ້ານກີບ ໃນຄວາມຜິດ ຖານຫລອກລວງ ແລະບັງຄັບເດັກນ້ອຍ ແມ່ຍິງອາຍຸຕໍ່າກວ່າ 18 ປີ 4 ຄົນ ໃຫ້ຂາຍບໍຣິການທາງເພດ ຢູ່ຮ້ານກິນດື່ມ ແຫ່ງນຶ່ງ.
-
ຈຳປາທອງ
2022-08-25 -
-
-
Your browser doesn’t support HTML5 audio
ເມື່ອເດືອນກໍຣະກະດາທີ່ຜ່ານມາ ສານປະຊາຊົນຊັ້ນຕົ້ນແຂວງຊຽງຂວາງ ໄດ້ຕັດສິນລົງ ໂທດຈໍາຄຸກ ນາງ ດວງຈັນ ອາຍຸ 44 ປີ ແລະ ທ້າວ ບຸນ ອາຍຸ 53 ປີ ທີ່ເປັນຜົວເມັຍກັນ ຢູ່ບ້ານນາໂອ ເມືອງແປກ ແຂວງຊຽງຂວາງ ຄົນລະ 15 ປີ ແລະປັບໃໝອີກຜູ້ລະ 100 ລ້ານກີບ ໃນຄວາມຜິດຖານຫລອກລວງ ແລະບັງຄັບເດັກນ້ອຍ ແມ່ຍິງອາຍຸຕໍ່າກວ່າ 18 ປີ ຈໍາຈວນ 4 ຄົນໄປຂາຍບໍຣິການ ທາງເພດຢູ່ຮ້ານກິນດື່ມ ໃນເຂດບ້ານນາໂອນັ້ນ.
ເຈົ້າໜ້າທີ່ ສານປະຊາຊົນ ຊັ້ນຕົ້ນ ແຂວງຊຽງຂວາງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ສິງຫານີ້ວ່າ ຄູ່ຜົວເມັຍນີ້ ໄດ້ກະທໍາສິ່ງທີ່ເປັນອັນຕຣາຍ ຕໍ່ສັງຄົມ ໂດຍໃຊ້ເລ້ຫລ່ຽມ ຕົວະຍົວະຫລອກລວງເອົາເດັກນ້ອຍແມ່ຍິງ ມາຂາຍບໍຣິການທາງເພດ ທີ່ຜິດກົດໝາຍ ແລະຮີດຄອງປະເພນີ ອັນດີງາມຂອງລາວ, ແຕະຕ້ອງ ເຖິງຊີວິຕ, ສຸຂພາບ ແລະກຽດສັກສີ ຂອງເດັກນ້ອຍແມ່ຍິງລາວ, ສານໄດ້ຕັດສິນລົງໂທດ ເມື່ອເດືອນກ່ອນນີ້.
“ຕັດສິນຫວ່າງເດືອນກ່ອນນີ້ນ່າ ພາຍຫລັງ ວ່າສານຕັດສິນຈັ່ງມາອອກຂ່າວ. ເບື້ອງຕົ້ນເຮົາບໍ່ໄດ້ອອກ ຂ່າວເດ໋. ສານຕັດສິນແມ່ນ 15 ປີ 2 ຜົວເມັຍ ນ່າ. ແລ້ວກໍໃຊ້ເງິນເຂົ້າຣັຖ, ປັບໃໝຜູ້ລະ 100 ລ້ານກີບ ຫັ້ນນ່າ. ກໍຢູ່ຄຸກນີ້ເດ໋ ຢູ່ຫ້ອງຂັງ ສານຕັດສິນແລ້ວ.”
ເຈົ້າໜ້າທີ່ຕໍາຣວດ ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຊຽງຂວາງ ເວົ້າໃນມື້ດຽວກັນນີ້ວ່າ ສາມາດຕາມຈັບຜົວເມັຍ ທີ່ວ່ານັ້ນໄດ້ ໃນມື້ວັນທີ 25 ສິງຫາ 2021 ຍ້ອນເດັກນ້ອຍແມ່ຍິງທັງ 4 ຄົນໄດ້ພາກັນໜີ ອອກຈາກຮ້ານກິນດື່ມ, ໂທຣະສັບຫາໝູ່ ເພື່ອຂໍຄວາມຊ່ອຍເຫລືອ ແລະໝູ່ກໍໂທບອກເຈົ້າໜ້າທີ່ຕໍາຣວດ ໃຫ້ໄປຊ່ອຍເຫລືອ.
ຄູ່ຜົວເມັຍນັ້ນສາລະພາບວ່າ ກ່ອນໜ້ານີ້ ເມື່ອວັນທີ 13 ສິງຫາ 2021 ມີຜູ້ ຮ່ວມຂະບວນການ ຢູ່ເມືອງໂພນໄຊ ແຂວງຫລວງພຣະບາງ ໄດ້ຕິດຕໍ່ມາຫາວ່າ ມີເດັກນ້ອຍແມ່ຍິງ 4 ຄົນຈາກເມືອງໂພນໄຊ ຕ້ອງການມາເຮັດວຽກ ຂາຍເບັຍ, ຂາຍເຝີ ຢູ່ເມືອງແປກ. ຈາກນັ້ນກໍໄດ້ຕົກລົງກັນ ໂດຍທີ່ ນາງ ດວງຈັນ ເວົ້າວ່າ ຈະໃຫ້ເງິນ 1 ລ້ານກີບຕໍ່ເດືອນ ແລະຈະຈ່າຍຄ່າເດີນທາງ ແລະຄ່າສິ້ນເປືອງ ທັງໝົດໃຫ້. ເມື່ອເດັກນ້ອຍແມ່ຍິງ ມາເຮັດວຽກຢູ່ຮ້ານຂາຍເບັຍ ທີ່ເມືອງແປກແລ້ວ ກໍຖືກບັງຄັບໃຫ້ຂາຍ ບໍຣິການທາງເພດ, ຖ້າບໍ່ປະຕິບັດຕາມ ຕ້ອງໄດ້ຈ່າຍເງິນຄ່າ ນໍາສົ່ງໃຫ້ຄືນຄົນລະ 7 ແສນກີບ, ແຕ່ພວກເດັກນ້ອຍນັ້ນ ບໍ່ມີເງິນທີ່ຈະຈ່າຍ ແລ້ວກໍພາກັນ ໜີໄປຂໍຄວາມຊ່ອຍເຫລືອ ຈາກຕໍາຣວດແຂວງນີ້.
ດັ່ງທີ່ທ່ານກ່າວວ່າ:
“ມາຮອດເນາະ ຫລັງຈາກມາຮອດແລ້ວເພິ່ນວ່າ ຢາກໃຫ້ອັນນ່າ ຜູ້ສາວຫັ້ນ ໄປຮັບແຂກເນາະ ແຕ່ຜູ້ສາວວ່າ ໂອ໋ ອັນເຈົ້າບອກຂ້ອຍວ່າ ມາຂາຍເຟີ, ຂາຍເບັຽເນາະ. ແລ້ວຈະໃຫ້ເດືອນ ລະລ້ານເນາະ ແລ້ວບາດນີ້ເຈົ້າວ່າ ໃຫ້ຂ້ອຍຂາຍນໍຣິການທາງເພດນີ້ ແມ່ນຂ້ອຍບໍ່ເຮັດ. ຄັນເຈົ້າບໍ່ເຮັດ ແມ່ນຕ້ອງໄດ້ຈ່າຍເງິນໃຫ້ຂ້ອຍ ຄ່າໄປຕ້ອນ, ຄ່າໄປຮັບຫັ້ນນ່າ 7 ແສນກີບ.”
ສາເຫດທີ່ເຮັດໃຫ້ເດັກນ້ອຍແມ່ຍິງ 4 ຄົນຖືກຫລອກລວງມາຂາຍ ບໍຣິການທາງເພດທີ່ວ່ານັ້ນ ອັນສຳຄັນອາຈເປັນຍ້ອນ ຢາກຊ່ອຍພໍ່ແມ່ຫາເງິນລ້ຽງຄອບຄົວ ເພາະຄອບຄົວທຸກຍາກ. ເມືອງໂພນໄຊ ແຂວງຫລວງພຣະບາງ ຖືເປັນເມືອງນຶ່ງທີ່ທຸກຍາກ, ປະຊາຊົນສ່ວນຫລາຍປະກອບອາຊີບ ການກະເສຕ.
ເພື່ອແກ້ໄຂບັນຫາທີ່ວ່ານີ້ ຄະນະຮັບຜິດຊອບ ຕ້ານການຄ້າມະນຸສເມືອງໂພນໄຊ ໄດ້ປະກາດໃຫ້ທຸກບ້ານພາຍໃນເມືອງນີ້ຮູ້ວ່າ ຫາກສະມາຊິກຄອບຄົວໃດ ຈະໄປອອກແຮງງານຢູ່ຕ່າງເມືອງ ຕ່າງແຂວງ ຕ້ອງໄດ້ປະສານກັບອຳນາດ ການປົກຄອງບ້ານ ແລະຄະນະຮັບຜິດຊອບ ຕ້ານການຄ້າມະນຸສກ່ອນ, ແຕ່ເຖິງປານນັ້ນກໍຍັງມີເດັກນ້ອຍແມ່ຍິງ ຖືກຫລອກລວງ ໄປຂາຍບໍຣິການທາງເພດຢູ່.
ດັ່ງເຈົ້າໜ້າທີ່ ຄະນະຮັບຜິດຊອບ ຕ້ານການຄ້າມະນຸສ ເມືອງໂພນໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ສິງຫານີ້ວ່າ:
“ເວົ້າເຣື່ອງການຄ້າມະນຸສ, ພວກເຮົາ ກໍລົງ ຕລອດ ລົງແຕ່ລະບ້ານ ເຮັດບົດບັນທຶກ ກໍຄືເຮັດບົດບັນທຶກກັບຄອບຄົວ ກໍຣະນີຄອບຄົວໃດມີແຮງງານ. ໄປອອອກ ແຮງງງານ ຢູ່ຕ່າງເມືອງຕ່າງແຂວງ ຕ້ອງໄດ້ແຈ້ງໃຫ້ການຈັດຕັ້ງບ້ານຮັບຊາບ. ການຈັດຕັ້ງ ບ້ານ ຫລັງຈາກນັ້ນກໍມາແຈ້ງໃຫ້ປກສ ຫລືຄະນະກັມການ ແຕ່ຍັງມີບັນຫາເກີດຂຶ້ນ ກໍຍ້ອນຄວາມຮູ້ເທົ່າ ບໍ່ເຖິງ ການຂອງພໍ່ແມ່ ຂອງເດັກນ້ອຍຫັ້ນແຫລະ ພໍ່ແມ່ກໍສິເຂົ້າໃຈເວົ້າເຣື່ອງການທໍາມາຫາກິນຫັ້ນ.”
ໃນການຊ່ອຍເຫລືອ ເດັກນ້ອຍແມ່ຍິງລາວ 4 ຄົນນັ້ນ ທາງສະຫະພັນແມ່ຍິງ ເມືອງແປກ ແລະສະຫະພັນແມ່ຍິງ ແຂວງຊຽງຂວາງ ກໍໄດ້ນຳສົ່ງພວກນາງ ກັບຄືນສູ່ຄອບຄົວ.
ປີນີ້ ເປັນປີທຳອິດ ທີ່ສະຫະພັນແມ່ຍິງ ເມືອງແປກ ແລະສະຫະພັນແມ່ຍິງ ແຂວງຊຽງຂວາງ ສົມທົບກັນລົງໂຄສະນາວຽກງານ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ໃຫ້ຮູ້ກົດໝາຍຕ້ານການຄ້າມະນຸສ, ຮູ້ດຳຣັຖການແຕ່ງດອງ ກັບຄົນຕ່າງປະເທດ, ໃຫ້ຄຳປຶກສາ ແລະອື່ນໆທີ່ຈຳເປັນ.
ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:
“ກໍຫາກນ່າເປັນຫ່ວງຢູ່ເດ໋ ຊ່ວງນີ້ມີແຕ່ ປາກົດການແບບນັ້ນມາຫັ້ນນ່າ ແຕ່ວ່າ ມາປີນີ້ຫັ້ນແຫລະ ປີນີ້ແມ່ນເມືອງກັບແຂວງ ສົມທົບດຽວເລີຍ ການປູກຈິດສໍານຶກກ່ຽວກັບວຽກງານຄວາມ ກ້າວໜ້າ ຂອງແມ່ຍິງກັບເດັກນ້ອຍຫັ້ນເນາະ...ກັນການຄ້າມະ ນຸດຫັ້ນແດ່ ທີ່ວ່າໄດ້ລົງເປັນກຸ່ມຫັ້ນນ່າ ມັນກໍເລິກເຊິ່ງກວ່າເກົ່າອີກຫັ້ນແຫລະເນາະ ທີ່ວ່າເຮົາໄດ້ລົງບ້ານ.”
ການດຳເນີນຄະດີ ຄູ່ຜົວເມັຍທີີ່ວ່ານັ້ນ ແກ່ຍາວມາເກືອບເຖິງ 1 ປີກັບ 1 ເດືອນ ຈຶ່ງຕັດສິນແລ້ວ. ປັດຈຸບັນ ພວກກ່ຽວຖືກຄຸມຂັງ ຢູ່ໃນຄຸກແຂວງຊຽງຂວາງ ຊຶ່ງກ່ອນໜ້ານັ້ນ ໃນລະຫວ່າງລໍຖ້າການພິຈາຣະນາຄະດີ ຄູ່ຜົວເມັຍນີ້ ກໍຖືກຄຸມຂັງຢູ່ໃນຄຸກ.
ສຳລັບຜູ້ທີ່ມີສ່ວນພົວພັນ ໃນຄະດີນີ້ ສານປະຊາຊົນຊັ້ນຕົ້ນແຂວງຊຽງຂວາງ ໄດ້ແຍກດຳເນີນຄະດີຕ່າງຫາກ, ອີງຕາມຂໍ້ມູນ ຈາກຫ້ອງການສານ ປະຊາຊົນຊັ້ນຕົ້ນ ແຂວງຊຽງຂວາງ.