ພວກຄ້າມະນຸດ ມີຫຼາຍຮູບແບບ

ມະນີຈັນ
2017.08.24
f-ht ເດັກນ້ອຍ ແມ່ຍິງລາວ ແລະ ໃນຂົງເຂດ ເອເຊັຍ ຖືກບັງຄັບ ຖືກຫລອກ ໃຫ້ຄ້າ ປະເວນີ ຫລາຍຂຶ້ນທຸກມື້
Polaris Project

ປັດຈຸບັນ ພວກຄ້າມະນຸດຈີນ ຫັນປ່ຽນຮູບການຫຼອກລວງ ມາໃຊ້ແມ່ຍິງລາວ ທີ່ເປັນເມັຽຄົນຈີນ ກັບມາຕົວະຍົວະ ເດັກສາວລາວ ໄປແຕ່ງດອງ ກັບຊາຍຈີນ ຊຶ່ງແຕກຕ່າງ ໄປຈາກເມື່ອກ່ອນ ທີ່ໃຊ້ພຽງແຕ່ ຜູ້ຊາຍ ເພື່ອບໍ່ໃຫ້ຜູ້ຄົນ ແລະ ທາງການ ສົງໃສ ພາຍຫຼັງ ທີ່ມີຂ່າວວ່າ ແມ່ຍິງລາວ ວັຍຊອນສາວ ຖືກຕົກເປັນ ຜູ້ເຄາະຮ້າຍ ຂອງຂະບວນການຄ້າມະນຸດ ຈາກສີມື ຂອງຜູ້ຊາຍ ມາແລ້ວຫຼາຍຄົນ ຈົນວ່າ ທາງການ ໄດ້ອອກແຈ້ງການ ເຕືອນປະຊາຊົນ ໃນຫຼາຍເຂດແຂວງ ຂອງປະເທດ, ຮວມທັງ ແຂວງທາງພາກເໜືອ ກ່ຽວກັບ ຮູບແບບການຕົວະຍົວະ ຂອງ ພວກຄ້າມະນຸດ ເປັນຕົ້ນ ພວກຄ້າມະນຸດຈີນ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຕໍາຣວດ ແຂວງຫຼວງນໍ້າທາ ໃນມື້ວັນທີ 17 ສິງຫາ 2017.

"ນາຍໜ້າ ເປັນພວກຜູ້ຍິງ ຈະມາຕົວະໄປຂາຍເນາະ ຂະເຈົ້າ ມີນາຍໜ້າຜູ້ຍິງແລ້ວ ພວກຜູ້ຍ່າຜູ້ຍິງ ເປົ້າໝາຍນີ້ ມັກໄປເຄື່ອນໄຫວ ທັງທາງນໍ້າທາ, ບໍ່ແກ້ວ ແລະ ໄປທາງອຸດົມໄຊ, ໄປທາງຊາຍແດນຈີນເດ໊ ເພາະວ່າ ຊາຍແດນຈີນ ຂະເຈົ້າ ມີເຄືອຂ່າຍ ຂະເຈົ້າ ມີນາຍໜ້າຜູ້ຍິງນະ."

ພວກຄ້າມະນຸດຈີນ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ອົງການຈັດຕັ້ງສາກົລ ປະຈໍາລາວ ແລ້ວແມ່ນວ່າ, ມີການເຄື່ອນໄຫວ ຢູ່ທົ່ວປະເທດແລ້ວ ແມ່ນແຕ່ ຢູ່ແຂວງຊຽງຂວາງ ແລະ ນະຄອນຫຼວງວຽງຈັນ ຊຶ່ງຢູ່ຫ່າງໄກ ຈາກຊາຍແດນຈີນ ຕັ້ງວ່າທໍ່ໃດ ກໍຍັງໜີ ບໍ່ມົ້ມ. ຍິ່ງໄປກວ່ານັ້ນ, ຄືປາກົດວ່າ ຢູ່ເຂດນະຄອນຫຼວງ ວຽງຈັນ, ໂດຍສະເພາະ, ຕລາດຊັງຈຽງ ຂອງຈີນ ກ່ອນເກີດເຫດໄຟໄໝ້ ເມື່ອບໍ່​ນານ​ມາ​ນີ້, ທີ່ມີນາຍໜ້າ ທັງທີ່ເປັນຄົນຈີນ ແລະ ຄົນລາວ ໃຊ້ເປັນບ່ອນນັດໝາຍ ພົບພໍ້ກັນ. ໃນນັ້ນ ນາຍໜ້າ ຈໍານວນນຶ່ງ ທີ່ມາຈາກຈີນ ກໍໄປຕ່າງແຂວງເລີຍ ແຕ່ວ່າ ສ່ວນຫຼາຍ ກໍເຂົ້າມາ ຜ່ານນະຄອນຫຼວງວຽງຈັນ ກ່ອນ ດັ່ງທີ່ທ່ານກ່າວ ຕອນນຶ່ງ ໃນມື້ວັນທີ 17 ສິງຫາ 2017 ວ່າ:

"ຂະເຈົ້າ ສິມີນາຍໜ້າ ຢູ່ຊັງຈຽງ ເປັນທັງຄົນຈີນ ທັງຄົນລາວ ນາຍໜ້າທີ່ວ່າ ສິໄປນັດໂຕ ນັດຫຍັງກັນ ຢູ່ຫັ້ນແຫຼະ ບາງຄົນ ກະຢູ່ນະຄອນຫຼວງ ວຽງຈັນ ບາງຄົນກະໄປຕ່າງແຂວງເລີຍ ແຕ່ວ່າສ່ວນຫຼາຍ ຂະເຈົ້າ ສິເອົາເຂົ້າມາຜ່ານ ນະຄອນຫຼວງວຽງຈັນ."

ໃນຂະນະດຽວກັນ ເຈົ້າໜ້າທີ່ຕ່າງປະເທດ ຂອງອົງການຈັດຕັ້ງສາກົລ ທີ່ປະຈໍາຢູ່ລາວ 10 ປາຍປີແລ້ວ ກໍເປີດເຜີຍໃນມື້ ດຽວກັນນັ້ນ ເຖິງເຣື່ອງແມ່ຍິງລາວ ຢູ່ບ້ານທົ່ງກາງ ເມືອງສີສັຕຕະນາກ ນະຄອນຫຼວງວຽງຈັນ ທີ່ຖືກຕົວະຍົວະໄປຈີນ ວ່າມີຫຼາຍຄົນແລ້ວ ໃນລະຍະ 2-3 ປີທີ່ຜ່ານມາ. ນາງເວົ້າວ່າ ພວກຄ້າມະນຸດຈີນ ຈະໃຫ້ເມັຽຂອງຕົນ ທີ່ເປັນຄົນລາວ ເຂົ້າມາຕົວະ ແມ່ຍິງລາວ ທີ່ໜ້າຕາດີ ຢູ່ໃນເຂດ ໃກ້ບ່ອນ ທີ່ນາງສອນໜັງສືຢູ່.  ນາງໄດ້ຍົກ ກໍຣະນີ ເດັກນ້ອຍແມ່ຍິງລາວ ທີ່ເຮັດວຽກ ຢູ່ຮ້ານອາຫານ ທີ່ນາງຮູ້ຈັກດີ ມາເປັນໂຕຢ່າງ ຊຶ່ງແມ່ຍິງ ທີ່ມາແຕ່ຈີນ ນັ້ນ ບອກວ່າ ຈະພາໄປແຕ່ງດອງ ກັບຄົນຈີນ ເຂົາລ້ຽງດູດີ ບໍ່ໄດ້ເຮັດວຽກ. ແຕ່ເມື່ອໄປແລ້ວ ກໍບໍ່ຮູ້ວ່າ ຢູ່ສຸກສະບາຍ ເປັນຕາຍຮ້າຍດີ ຫຼື ມີຫຍັງເກີດຂຶ້ນ ກັບນາງ ກໍບໍ່ມີໃຜຮູ້ ເພາະນາງ ກໍບໍ່ຕິດຕໍ່ກັບທາງບ້ານ ອີກເລີຍ.

"ຜູ້ນີ້ ລາວອາຍຸປະມານ ຍັງບໍ່ຮອດ 20 ປີນໍ໊ ກໍຈະເປັນໝູ່ ຂອງລາວມາແລ້ວ ໄປແລ້ວກໍມາຫາ ແລ້ວກໍ ມາເວົ້າຊັກຊວນ ບອກວ່າ ສິໃຫ້ໄປ ແຕ່ງດອງ ນໍາຄົນຈີນ ໃຫ້ເລີກໃຫ້ປະ ກັບຄອບຄົວ ລະລາວສິພາໄປ ຢູ່ພຸ້ນລະ ກໍໄປ ເອົາໄປລ້ຽງດູ ລະບໍ່ໃຫ້ເຮັດວຽກ ລາວສິເວົ້າແນວນີ້ລະ."

ເວົ້າເຖິງ ການເຂົ້າມາຕົວຍົວະ ເອົາເດັກນ້ອຍວັຍຊອນສາວ ໃນລາວ ຂອງແມ່ຍິງ ທີ່ເປັນເມັຽຄົນຈີນນີ້ ເຈົ້າໜ້າທີ່ ຕ່າງປະເທດ ທ່ານດຽວກັນນີ້ ບອກວ່າ ເຂົາຜູ້ນັ້ນ ຄ້າຍໆ ກັບເຮັດໜ້າທີ່ເປັນນົກຕໍ່ ເຂົ້າມາ ແບບເປັນຄົນມີເງິນມີຄໍາ ມີເຮືອນມີຊານ ມີຊີວິດ ການເປັນຢູ່ ສະດວກສະບາຍ ເພື່ອເຮັດໃຫ້ຜູ້ທີ່ຖືກຊັກຊວນນັ້ນ ຫຼົງເຊື່ອ ແລະ ຕັດສິນໃຈໄປຕາມ. ຜູ້ທີ່ເຂົາຊັກຊວນໄປນັ້ນ ລ້ວນແລ້ວແຕ່ ເປັນຄົນ ໜ້າຕາດີ, ເຂົາຈະບໍ່ສົນໃຈນໍາວ່າ ເປັນຍິງໂສດ ຫຼື ມີຄອບຄົວ ທະແນມແຕ່ ມີໜ້າຕາດີ ໃຊ້ການໄດ້ກໍເປັນພໍ. ນາງ ກ່າວວ່າ:

"ມັນກໍມີນົກຕໍ່ຜູ້ນຶ່ງ ເພາະວ່າຜູ້ທີ່ໄປເປັນຜູ້ທໍາອິດ ທີ່ມາຊວນຄົນທີ່ຂ້ອຍ ຮູ້ຈັກ ລາວກໍມາຊວນ ແຕ່ວ່າ ຫຼັງຈາກ ຜູ້ທີ່ຂ້ອຍຮູ້ຈັກ ໄປເກືອບ 2 ປີແລ້ວໃດ໊ ບໍ່ເຫັນເລີຍ. ລະລາວ ບໍ່ໄດ້ຈໍາກັດໃດ໊ ວ່າມີຄອບຄົວ ແຕ່ງດອງແລ້ວ ຫຼືບໍ່ ຄັນເຫັນໜ້າຕາດີ ລາວມັກ ລາວ ກໍເອົາໄປເລີຍ ໃຫ້ປະເລີຍ."

ຫາກເວົ້າເຖິງ ແມ່ຍິງລາວ ທີ່ຖືກຕົວະຍົວະ ໄປຈີນ ຊຶ່ງສ່ວນໃຫຍ່ ມີອາຍຸບໍ່ເຖິງ 20 ປີວ່າ ມີຈໍານວນເທົ່າໃດ ມີໜ້ອຍ ຫຼື ມີຫລາຍປານໃດນັ້ນ ບໍ່ມີໃຜ ຮູ້ແນ່ນອນ ແຕ່ຕາມຄໍາເວົ້າ ຂອງນາງ ທີ່ອີງໃສ່ ຄຳ​ເວົ້າ ຂອງປະຊາຊົນ ໃນບ້ານທີ່ ນາງສອນໜັງສື ຢູ່ນັ້ນ ວ່າແຕ່ປີກາຍມາ ມີຢາກວ່າເຖິງ 10 ຄົນ ແຕ່ກໍບໍ່ມີ ເຈົ້າໜ້າທີ່ ທາງການ ລົງມາກວດກາ ເພາະຊາວ ບ້ານບໍ່ມີໃຜກ້າ ຮ້ອງຮຽນ ຫຼື ກ້າເວົ້າເຣື່ອງແບບນີ້. ນາງກ່າວ ຕື່ມ​ວ່າ:

"ຄັນ ບໍ່ມີຄົນຮ້ອງຮຽນ ເຂົາ ກໍບໍ່ມາເຮັດວຽກ ເມື່ອຍເຂົາ. ຂ້ອຍວ່າ ຄົນລາວ ບໍ່ກ້າ ທີ່ຈະເວົ້າ ກ້າເລີຍ. ຊາວບ້ານ ແຖວນັ້ນ ເວົ້າວ່າ ມາຫຼອກໄປ ເປັນ 10 ຄົນລະ. ແຕ່ວ່າໂອ໊ຍ ຂ້ອຍວ່າ ຮອດໃດ໊ ໃນບ້ານ ທີ່ໃກ້ໆໂຮງຮຽນນັ້ນ ກໍຫຼາຍແລ້ວໃດ໊ ໄປຕົວະ ຕ່າງແຂວງ ດ້ວຍໃດ໊ ບໍ່ແມ່ນສະເພາະ ວຽງຈັນໃດ໊."

ບັນຫາການຕົວະຍົວະ ແມ່ຍິງລາວ ໄປແຕ່ງດອງ ກັບຜູ້ຊາຍຈີນ ຢູ່ປະເທດຈີນ ປາກົດວ່າ ມີຂ່າວອອກມາຂ້ອນຂ້າງເລື້ອຍ ຮວມທັງ ຜ່ານທາງເຟສບຸກຄ ແລະ ກໍມີແນວໂນ້ມນັບມື້ ນັບ ຈະເປັນບັນຫາກວ້າງອອກ ນໍາເລື້ອຍໆ ຂະນະທີ່ ການແກ້ໄຂ ບັນຫານີ້ ໃນຣະດັບຣັຖບານ ຍັງບໍ່ໄດ້ຮັບຜົລ ໂດຍສະເພາະ ການຊ່ອຍ​ເຫຼືອ ແມ່ຍິງ ຜູ້ເຄາະຮ້າຍ ໃຫ້ພົ້ນຈາກ ສະພາບການ ຖືກຂົ່ມເຫັງ ຖືກຣະເມີດສິດທິ ແລະ ເຮັດໃຫ້ແມ່ຍິງ ພົ້ນຈາກ ສະພາບການຖືກຕົບຕີ ກັກຂັງ ບໍ່ໃຫ້ກິນເຂົ້າກິນນໍ້າ ເຮັດວຽກໜັກໜ່ວງ ຫຼື ແມ່ນແຕ່ ຖືກສາມີ ບັງຄັບໃຫ້ຂາຍ ບໍຣິການທາງເພດ. ເຖິງແມ່ນວ່າ ຣັຖບານ 2 ປະເທດ ລາວ-ຈີນ ຈະໄດ້ເຊັນສັນຍາວ່າ ດ້ວຍການຮ່ວມມື ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ທີ່ກຸງປັກກິງ ແຕ່ວັນທີ 1 ກັນຍາ ປີ 2014 ພຸ້ນມາ ກໍຕາມ.

ແຕ່ບັນຫາ ການຕົວະຍົວະຫຼອກລວງ ແມ່ຍິງລາວ ໄປແຕ່ງດອງ ກັບຄົນຈີນ ແລະ ຕົກເປັນເຫຍື່ອ ຂອງການຄ້າມະນຸດ ກໍຍັງແກ້ໄຂ ບໍ່ທັນໄດ້ ຍ້ອນມີຫຼາຍບັນຫາ ທີ່ຍັງແກ້ບໍ່ຕົກ ຮວມທັງ ຍ້ອນພາສາປາກເວົ້າ ແຕກຕ່າງກັນ ບໍ່ຄື ລາວກັບໄທຍ໌ ທີ່ເວົ້າພາສາເຂົ້າໃຈກັນໄດ້ ໂດຍເກືອບວ່າ ບໍ່ຕ້ອງໃຊ້ຫລ່າມ ຫຼື ນາຍພາສາຊ່ວຍແປໃຫ້ ຍ້ອນມີຮີດຄອງປະເພນີ ແຕກຕ່າງກັນ. ແລະ ການເອົາໃຈໃສ່ແກ້ໄຂບັນຫານີ້ ກໍແຕກຕ່າງກັນນໍາດ້ວຍ. ໃນສັນຍາ ຣະຫວ່າງ ຣັຖບານ ສປປລາວ ແລະ ສປຈີນ ທີ່ວ່ານັ້ນ ມາຕຣາ 2 ຣະບຸໄວ້ວ່າ: 2 ຝ່າຍ ຈະຕ້ອງອີງໃສ່ກົດໝາຍ ຂອງແຕ່ລະປະເທດ ແລະ ສົນທິສັນຍາສາກົລ ທີ່ທັງ 2 ຝ່າຍເປັນພາຄີ ເພື່ອດໍາເນີນການຮ່ວມມື ໃນການສະກັດກັ້ນ ອາຊຍາກັມ ຄ້າມະນຸດ; ການດໍາເນີນ ການສືບສວນ ສອບສວນຄະດີ ຄ້າມະນຸດ; ການປົກປ້ອງ ແລະ ການຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ; ການຍົກຣະດັບ ຄວາມສາມາດ ໃນການສະກັດກັ້ນ ແລະ ການຕ້ານການຄ້າມະນຸດ; ການສ້າງກົລໄກ ປະສານງານ ຕາມບໍຣິເວນຊາຍແດນ.

ແລະມາຕຣາ 3 ກໍເວົ້າວ່າ 2 ຝ່າຍຈະຕ້ອງຮ່ວມມືກັນ ໃນການຕ້ານອາຊຍາກັມຄ້າມະນຸດ ຊຶ່ງມີຮວມທັງ ການສົ່ງຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ກັບຄືນປະເທດ; ຈັດຝຶກອົບຮົມ ກ່ຽວກັບ ການສືບສວນ-ສອບສວນ ຄະດີຄ້າມະນຸດ ຂ້າມຊາດ ແລະ ໃຫ້ການປົກປ້ອງ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ; ແລກປ່ຽນຂໍ້ມູນຂ່າວສານ ແລະ ກົດໝາຍ ທີ່ກ່ຽວຂ້ອງ ກັບການຄ້າມະນຸດ; ສ້າງຫ້ອງການ ປະສານງານ ຢູ່ຕາມບໍຣິເວນ ຊາຍແດນ ນໍາດ້ວຍ.
ຖ້າຫາກວ່າ ສັນຍາດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເກີດ ຜົລເປັນຈິງແລ້ວ ການສະກັດກັ້ນ ແລະ ການຕ້ານການຄ້າມະນຸດ ຈະໄດ້ຮັບ ຜົລສໍາເຣັດ ເປັນຢ່າງດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.