ຂໍ້ມູນຄ້າມະນຸດຢູ່ ລາວ ຫາຍາກ

ໄມຊູລີ
2016.03.01
F-Bokeo ແຂວງບໍ່ແກ້ວ
RFA

ການຊອກຫາ ຄົ້ນຄວ້າ ຂໍ້ມູນ ເຣື້ອງການ ຄ້າມະນຸດ ຢູ່ລາວ ຍັງຂາດ ໜ່ວຍ ປະສານງານ ສະເພາະກິຈ ເຮັດໃຫ້ ການເກັບ ຂໍ້ມູນ ບໍ່ຄົບຖ້ວນ.

ເຈົ້າໜ້າທີ່ ຜແນກ ສົ່ງເສີມ ຄວາມກ້າວໜ້າ ຂອງ ແມ່ຍິງ ແຂວງບໍ່ແກ້ວ ເປິດເຜີຍວ່າ ປັຈຈຸບັນ ທາງແຂວງ ກໍພຍາຍາມ ເກັບກໍາຂໍ້ມູນ ຕ່າງໆກ່ຽວກັບ ແມ່ຍິງ ທີ່ເຮັດວຽກ ຢູ່ຕາມ ຮ້ານອາຫານ, ແລະ ສະຖານທີ່ ບັນເທີງ ພາຍໃນ ແຂວງ ແລະ ແຮງງານ ເຄື່ອນ ຍ້າຍ ໄປ ຕ່າງປະເທດ ເພື່ອປ້ອງກັນ ບໍ່ໃຫ້ ແມ່ຍິງ ກຸ່ມນີ້ ຕົກເປັນເຫຍື່ອ ຂອງພວກ ຄ້າມະນຸດ, ແລະວ່າ ການເກັບກໍາ ຂໍ້ມູນນີ້ ໄດ້ຮັບການ ຮ່ວມມື ຈາກ ຜແນກແຮງງານ ແລະ ກັມມະບານ ແຂວງ ເທົ່ານັ້ນ. ດັ່ງ ນາງ ກ່າວວ່າ:

“ກໍມີ ກ່ຽວກັບ ເຣື້ອງ ເກັບຂໍ້ມູນ ຊອກຫາ ເປົ້າໝາຍ ເພດຍິງ ທີ່ ເປັນແຮງງານ ເຄື່ອນຍ້າຍ ພາຍໃນ ແລະ ຕ່າງປະເທດ ກ່ຽວກັບກຸ່ມ ຫັ້ນນະ ກຸ່ມຄົນ ເປົ້າໝາຍ ພວກ ພະນັກງານ ຮັບໃຊ້ຢູ່ ຮ້ານອາຫານ ກິນດຶ່ມ”.

ເຈົ້າໜ້າທີ່ ທ່ານນີ້ ກ່າວ ຕໍ່ໄປວ່າ ການ ເກັບຂໍ້ມູນ ກ່ຽວກັບ ເຣືອງນີ້ ກໍຖືວ່າ ຍັງມີອຸປສັກ ຫຼາຍຢ່າງ ເຊັ່ນ: ເຣື້ອງ ການ ປະສານງານ ຣະຫວ່າງ ພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ ບໍ່ສາມາດ ເກັບກໍາ ຂໍ້ມູນ ໄດ້ ຢ່າງຄົບຖ້ວນ, ບໍ່ຮູ້ຈຸດໝາຍ ປາຍທາງ ຂອງ ແມ່ຍິງ ເຫລົ່ານີ້ວ່າ ພວກເຂົາ ໄປເຮັດວຽກ ຢູ່ບ່ອນໃດ:

“ເຣື້ອງ ອຸປສັກນີ້ ກໍເອີ້ນວ່າ ເຣື້ອງການ ປະສານງານ ກັບພາກສ່ວນ ພາຍໃນ ແລະ ຕ່າງປະເທດ ເຮົາ ບໍ່ສາມາດ ຮູ້ໄດ້ວ່າ ແຮງງານ ທີ່ເຄື່ອນຍ້າຍ ໄປຫັ້ນ ໄປບ່ອນໃດ ຕ່າງປະເທດ ນີ້ແມ່ນຢູ່ຈຸດໃດ ພາຍໃນນີ້ ຢູ່ຈຸດໃດ ເອີ້ນວ່າ ໜ່ວຍງານ ການ ປະສານງານ ກັບ ຕ່າງປະເທດ ເຮົາກໍບໍ່ໄດ້ ແຕ່ງຕັ້ງ ໜ່ວຍງານ ນີ້ສະເພາະ ເພື່ອ ປະສານງານ ມີຫຍັງ ຫັ້ນນະ”.

ນາງກ່າວ ມ້ວນທ້າຍ ກ່ຽວກັບ ກົດໝາຍ ທີ່ ປະທານ ປະເທດ ສປປລາວ ໄດ້ ອອກດໍາຣັຖ ກ່ຽວກັບ ການປະກາດ ໃຊ້ກົດໝາຍ ວ່າດ້ວຍ ການຕ້ານ ການຄ້າມະນຸດ ເມື່ອວັນທີ່ 28 ມົກຣາ 2016 ນີ້. ນາງ ຫວັງວ່າ ຈະ ເປັນເຄື່ອງມື ໃນ ການຈັດຕັ້ງ ປະຕິບັດ ເພື່ອເຮັດໃຫ້ ການສະກັດກັ້ນ ການຄ້າມະນຸດ ມີປະສິດທິພາບ ຫຼາຍຂຶ້ນ ຍ້ອນ ທີ່ຜ່ານມາ ມີພຽງ ກົດໝາຍ ອາຍາ ບາງ ມາດຕຣາ ທີ່ກ່າວເຖິງ ການ ຄ້າມະນຸດ ຫຼື ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.