ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ ຈໍານວນ 6 ລ້ານເມັດ ຢູໃນ ເຮືອກາບ ທີ່ຈອດໄວ້ຢູ່ແຄມແມ່ນໍ້າຂອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ແຕ່ຈັບຜູ້ຕ້ອງຫາບໍ່ໄດ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ມິນາ ນີ້:
“ພົບເຫັນມື້ຄືນວັນທີ 10 ຫາ 11 ຂະເຈົ້າໃສ່ເຮືອຫາງຍາວ ລ່ອງມານໍາແມ່ນໍ້າຂອງ ຕົວນີ້ຍັງບໍ່ທັນແນ່ໃຈ ແນ່ວ່າເຄື່ອນຍ້າຍມາ ແຕ່ໃສ, ເພາະເຂົາຫລີກລ່ຽງຈຸດກວດກາເຮົາເນາະ. ຕື່ນເຊົ້າມາກໍເອົາພະນັກງານ ເອົາລົງໄປສົມທົບ ແລ້ວເອົາລົງໄປກວດກາ 6 ລ້ານເມັດ ເປົ້າໝາຍເອົາຕົວຫລົບໜີແຕ່ມື້ຄືນ.”
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນແຂວງບໍ່ແກ້ວ ທ່ານນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າກໍຮູ້ເຣືອງນີ້ຢູ່, ເຫັນດີນໍາເພິ່ນທີ່ມີ ການກວດກາ ແລະ ສະກັດກັ້ນຢາເສພຕິດ ຍ້ອນຢາເສພຕິດ ຖືວ່າເປັນພັຍຕໍ່ສັງຄົມ:
“ກໍຮູ້ຢູ່ ຮູ້ຢູ່ແຕ່ວ່າບໍ່ຮູ້ລາຍລະອຽດດີປານໃດ ກໍເຫັນດີຫັ້ນແຫຼະ ເພາະວ່າອັນນີ້ມັນກໍເປັນບັນຫາ ທໍາລາຍຊາດທໍາລາຍມະນຸດ ທໍາລາຍສັງຄົມ ຖືວ່າເຂັ້ມເພິ່ນກວດໄດ້ກໍເຫັນດີ ດີຫັ້ນແຫລະ.”
ແລະປະຊາຊົນແຂວງບໍ່ແກ້ວ ອີກທ່ານນຶ່ງກໍເວົ້າວ່າ ຕົນໄດ້ຕິດຕາມຂ່າວກ່ຽວກັບ ເຣື່ອງການກວດຍຶດສານເສພຕິດ ຢູ່ແຂວງບໍ່ແກ້ວ ນີ້ຕລອດ ແລະຮູ້ສຶກດີໃຈ ທີ່ເຈົ້າໜ້າທີ່ມີການ ກວດຍຶດໄດ້ຢູ່ເລື້ອຍໆ ຍ້ອນຢ້ານເດັກນ້ອຍ ຈະເຂົ້າໄປຫຍູ້ງກ່ຽວກັບຢາເສພຕິດ, ດັ່ງ ທ່ານກ່າວຕອນນຶ່ງຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ມິນານີ້ວ່າ:
“ເຂົາເຈົ້າກໍເອົາລົງ page ລົງຫຍັງຕລອດ ເຫັນດີໆ ມັນກໍເປັນຫ່ວງຫັ້ນແຫຼະ ຢາກໃຫ້ເດັກນ້ອຍ ເຍົາວະຊົນ ຫ່າງໄກຢາເສພຕິດ.”
ອີງຕາມຣາຍງານຂ່າວທ້ອງຖິ່ນ ຢູ່ປະເທດລາວ ວັນທີ 13 ມິນາ 2021 ນີ້, ເຈົ້າໜ້າທີ່ຕໍາຣວດປະຈໍາຈຸດກວດກາ ບ້ານນໍ້າເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກວດພົບ ແລະ ຍຶດຢາເສບຕິດ ປະເພດຢາບ້າ 6 ລ້ານເມັດ ໃນເຮືອກາບ ທີ່ຈອດຢູ່ແຄມ ແມ່ນໍ້າຂອງ ໃນເຂດບ້ານນໍ້າຍອນ ເມືອງຕົ້ນເຜິ້ງ ໃນມື້ວັນທີ 10 ມິນາ 2021 ນີ້.
ແລະເມື່ອກ່ອນນັ້ນຄື ວັນທີ 9 ມິນາ ເວລາປະມານ 23:00 ໂມງ ເຈົ້າໜ້າທີ່ຕໍາຣວດໄດ້ພົບຣົດກະບະ 2 ຄັນ ທີ່ແລ່ນເຂົ້າມາເມືອງ ຕົ້ນເຜິ້ງ ແລະໄດ້ອອກລາດຕະເວນ ໄປຮອດແຄມ ແມ່ນໍ້າຂອງ ແລ້ວເຫັນເຮືອກາບຈອດຢູ່ ແລະມີຄົນຢູ່ໃນເຮືອ, ເມື່ອພວກເຂົາເຫັນ ເຈົ້າໜ້າທີ່ ກໍພາກັນຫລົບໜີໄປ, ຈົນຮອດຕອນເຊົ້າຂອງມື້ຕໍ່ມາ ເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງ ໄດ້ເຂົ້າກວດຄົ້ນເຮືອ ທີ່ພວກເຂົາຈອດປະໄວ້ ແລະ ພົບຢາບ້າຈໍານວນດັ່ງກ່າວ.
ແລະເມື່ອວັນທີ 15 ມົກກະຣາ 2021 ກອງບັນຊາການຕໍາຣວດປ້ອງກັນຄວາມສງົບ ເມືອງຕົ້ນເຜິ້ງ ໄດ້ສົມທົບກັບກອງກໍາລັງປ້ອງກັນ ຄວາມສງົບ ແຂວງບໍ່ແກ້ວ ເຂົ້າຈັບກຸມກຸ່ມ ຄ້າຢາບ້າຣາຍໃຫຍ່ໄດ້ 4 ຄົນ ພ້ອມຂອງກາງເປັນຢາບ້າ.