ນັກຄ້າຢາເສພຕິດ ຖືກຈັບ ຢູ່ລາວ ແລ້ວມິດງຽບ

ອຸ່ນແກ້ວ ສຸກສະຫວັນ
2021.05.25
ນັກຄ້າຢາເສພຕິດ ຖືກຈັບ ຢູ່ລາວ ແລ້ວມິດງຽບ ທ້າວ ສີສຸກ ດາວເຮືອງ ຖືກຈັບມາ ໄດ້ຫຼາຍປີແລ້ວ ແຕ່ຄະດິໄປຮອດໃສ ຍັງບໍ່ມີການຕັດສິນ.
ນັກຂ່າວພົລເມືອງ

ນັກວິຊາການ ແລະ ເຈົ້າໜ້າທີ່ຢູ່ລາວ ໃຫ້ທັສນະວ່າ ນັກຄ້າຢາເສພຕິດລາຍໃຫຍ່ຂອງລາວ ເປັນຕົ້ນ ສີສຸກ ດາວເຮືອງ ຖືກຈັບມາ ໄດ້ຫຼາຍປີແລ້ວ ແຕ່ສານຂອງ ປະເທດລາວ ຍັງບໍ່ທັນມີການຕັດສິນ.

ສາເຫດທີ່ບໍ່ມີການຕັດສິນ ກໍຄື ນັກຄ້າຢາເສພຕິດລາຍໃຫຍ່ ລະດັບ ສີສຸກ ດາວເຮືອງ ມີເງິນ ແລະ ເຈົ້າໜ້າທີ່ລາວຈັບ ທ້າວ ສີສຸກ ດາວເຮືອງ ຍ້ອນວ່າຖືກປະເທດເພື່ອນບ້ານ ແລະ ຕຳຣວດສາກົນກົດດັນ ສະນັ້ນ ເຈົ້າໜ້າທີ່ລາວ ຈຳເປັນຕ້ອງໄດ້ຈັບ.

ບຸກຄົນທີ່ໃກ້ຊິດເຈົ້າໜ້າທີ່ຕຳຣວດລະດັບສູງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ການຫລິ້ນລະຄອນ ໃນເວລາທີ່ຂ່າວຮ້ອນ ເຈົ້າໜ້າທີ່ກໍຈັບ ສີສຸກ ດາວເຮືອງ ພໍໃຫ້ມັນຄື ຈັບພໍມັນຄື ເພາະວ່າ ຖືກປະເທດເພື່ອນ ບ້ານບັງຄັບໃຫ້ຈັບ ຕຳຣວດສາກົນເປັນຜູ້ກົດດັນ ເຮົາກໍຮູ້ວ່າຕຳຣວດລາວ ຊິມີຄວາມສາມາດມາຈັບ ຄົນເຫລົ່ານັ້ນ ໂດຍສະເພາະ ຄົນລະດັບ ສີສຸກ ດາວເຮືອງ ແລະ ໄຊຊະນະ ແກ້ວພິມພາ."

ການຕັດສິນຄະດີໃຫຍ່ ຕຸລາການຢູ່ປະເທດລາວ ບໍ່ມີຄວາມເປັນອິສຣະ ທີ່ຈະສາມາດຕັດສິນໄດ້ຕາມຂະບວນການຍຸຕິທັມ, ແຕ່ຕ້ອງ ມີຄຳສັ່ງຈາກພັກ. ບຸກຄົນທີ່ໃກ້ຊິດເຈົ້າໜ້າທີ່ ຕຳຣວດ ລະດັບສູງ ກ່າວຕື່ມອີກວ່າ:

"ໃນເວລາຈັບແລ້ວ ຂະບວນການຍຸຕິທຳຕ້ອງຂຶ້ນກັບທາງການລາວ ແລະອົງການຕຸລາການທີ່ຈະຕັດສິນ ພັດບໍ່ມີຄວາມເປັນອິສຣະ ແຕ່ຂຶ້ນກັບພັກ ຊຶ່ງການຕັດສິນຕ້ອງແມ່ນ ພັກເປັນຄົນສັ່ງຈຶ່ງໄດ້."

ການຕັດສິນຄະດີຂອງ ສີສຸກ ດາວເຮືອງ ມີຄວາມຊັກຊ້າ ຍ້ອນວ່າ ເຈົ້າໜ້າທີ່ຈົງໃຈທີ່ຈະເຮັດໃຫ້ຄະດີຊັກຊ້າ ແລະ ມີການຊື້ເວລາໄປ ເລື້ອຍໆ. ອະດີດເຈົ້າໜ້າທີ່ ທະຫານທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ວ່າ:

"ກໍຣະນີຂອງ ສີສຸກ ດາວເຮືອງ ຊຶ່ງເປັນບຸກຄົນທີ່ມີເງິນ ແລ້ວເຈົ້າໜ້າທີ່ບາງຄົນ ກໍໄດ້ເງິນນຳ ສະນັ້ນ ເຂົາຈຶ່ງເຮັດໃຫ້ຂະບວນການ ຊັກຊ້າໄປເລື້ອຍໆ ໂດຍບໍ່ມີການຕັດສິນ."

ທ້າວ ສີສຸກ ດາວເຮືອງ ຖືກເຈົ້າໜ້າທີ່ຕຳຣວດຈັບ ໃນວັນທີ 1 ເມສາ 2017 ຢູ່ແຂວງຫລວງພຣະບາງ ເຊິ່ງເປັນ ຜູ້ຕ້ອງຫາຄ້າຢາ ເສພຕິດລາຍໃຫຍ່ຂອງລາວ ອີກຄົນນຶ່ງ.

ເຖິງວ່າປັດຈຸບັນ ການຈັບຢາເສພຕິດ ຈະງຽບຍ້ອນວ່າ ເປັນໄລຍະເຜົ້າລະວັງການລະບາດຂອງໂຄວິດ-19 ແຕ່ ກໍຍັງປະກົດມີຂ່າວ ການຈັບກຸມຢູ່. ປະຊາຊົນຜູ້ທີ່ຮູ້ເຫດການຄົນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ດຽວນີ້ມັນກະງຽບຢູ່ໄດ໋ ກະແຕ່ວ່າ ມີແຕ່ໄທແຄມຂອງພຸ້ນໄດ໋ເອົາຂ້າມ ຂະເຈົ້າລັກລອບເອົາຂ້າມຢູ່ຫາກແຕ່ວ່າ ຂ້າມມັນກະ ບໍ່ອັນນັ້ນ ມີແຕ່ໄທແຄມຂອງພຸ້ນເອົາຂ້າມ ຊຸມຖືກຈັບ ວ່າງກີ້ນີ້ ກະຊຸມໜ້າໃໝ່."

ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:

"ຊຸມນີ້ ແມ່ນຊຸມໃໝ່ ບໍ່ແມ່ນຊຸມເກົ່ານະ ເຂົາເຈົ້າລັກເອົາຂ້າມເລື້ອຍຢູ່ ຫາກແຕ່ວ່າ ເທື່ອນີ້ ມັນບໍ່ຜ່ານເດ້ ມັນໃຫຍ່ນະ ຊຸມນີ້ໜ້າໃໝ່ ບໍ່ແມ່ນຊຸມເກົ່າທີ່ເຄີຍເຮັດຜ່ານມາ."

ການດຳເນີນ ຄະດີ ຢາເສພຕິດຢູ່ປະເທດລາວ ສ່ວນຫລາຍແມ່ນຜູ້ຄ້າລາຍນ້ອຍ ສ່ວນວ່າ ຜູ້ຄ້າລາຍໃຫຍ່ ກໍຕັດສິນພຽງແຕ່ເປັນ ຮູບການເທົ່ານັ້ນ ແລະ ບໍ່ມີການຍຶດຊັບສິນ ຂອງພວກຄ້າຢາ.

ນັກວິຊາການລາວ ທ່ານ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ລາວບໍ່ເຊື່ອວ່າ ເຈົ້າໜ້າທີ່ຈະດຳເນີນກົດໝາຍ ຢ່າງຈິງຈັງກັບຜູ້ຄ້າຢາເສບຕິດ ລາຍໃຫຍ່:

"ກະໄດ້ຍິນປະຊາຊົນເວົ້າ ຄືເກົ່າຫັ້ນແຫຼະ ຄືເກົ່າກະຄືທີ່ຜ່ານມາຫັ້ນແຫຼະ ເວົ້າລະກະແລ້ວໄປ ເວົ້າຈິງຈັງຂຶງຂັງແນວນັ້ນແນວນີ້ ເຮັດພໍຄືຄື ກະແລ້ວໄປຫັ້ນນ່າ ເຂົາຈັ່ງວ່າຄືເກົ່າ ຫັ້ນແຫຼະ."

ທ່ານ ກ່າວຕື່ມອີກວ່າ:

"ຄື ທ່ານ ວິໄລ ຫລ້າຄຳຟອງ ເຮັດວ່າງກີ້ນີ້ ກະຊີໄດ້ມາຈາກ 2 ມາ ເປັນ 3 ຫລື 4 ຄະແນນເຕັມ 10 ທໍ່ນັ້ນ ກ່ອນໜ້ານັ້ນບໍ່ໄດ້ ຮອດ 1 ໄດ໋ ພຽງ 2014 ລົງໄປ ຄະແນກບໍ່ຮອດ 1 ໄດ໋ ເຕັມ 10."

ໃນວັນທີ 12 ພຶສພາ 2021, ສຳນັກງານາຍົກຣັຖມົນຕຼີ ໄດ້ອອກແຈ້ງການ ເລກທີ 498/ຫສນຍ ວ່າດ້ວຍ ການຈັດຕັ້ງຜັນຂຍາຍ ຊີ້ນຳຂອງກົມການເມືອງສູນກາງພັກ ຮ່ວມກັບ ຄະນະເລຂາທິການ ສູນກາງພັກ ກ່ຽວກັບແຜນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.

ເນື້ອໃນແຈ້ງການ ໄດ້ລະບຸຕອນນຶ່ງວ່າ ຖ້າເຈົ້າໜ້າທີ່ຫາກກະທຳຜິດ [ເຂົ້າໄປພົວພັນຢາເສບຕິດ] ໃຫ້ມີໂທດໜັກກວ່າປະຊາຊົນ.

ທີ່ຜ່ານມາ ມີເຈົ້າໜ້າມີ່ຕຳຣວດ ແລະ ທະຫານຈຳນວນນຶ່ງ ເຂົ້າໄປພົວພັນກັບຢາເສບຕິດ. ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ຣັຖມົນຕຣີກະຊວງ ປ້ອງກັນຄວາມສງົບ ໄດ້ກ່າວ ຢູ່ໃນກະຊວງປ້ອງກັນຄວາມສງົບ ທີ່ຜ່ານມາ ຕອນນຶ່ງວ່າ:

"ອັນຢູ່ນິ ສັງຄົມເຂົາເຈົ້າກະສ່ອງແສງມາ ເປັນຫຍັງມັນມີຫວ້ານ ມີຢາຫລາຍແທ້ ເຮົາວ່າຕຳຣວດທະຫານ ນີ້ເຂົ້າຮ່ວມຫຼາຍເຕີບໄດ໋ ຮອດຫົວໜ້າພຸ້ນແຫຼະລົງໄປ."

ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ຍັງກ່າວຕື່ມອີກວ່າ:

"ບາດນີ້ສັງຄົມກະເວົ້າ ສະພາກະເວົ້າ ມັນບໍ່ແມ່ນຄືໂຕແມງມີ່ແມງວັນ ມັນເປັນທໍ່ໃດໂຕນ ຂ້າມສົ່ງໄປໄດ້ ມັນຍ້ອນຫຍັງຂອງຕຳຣວດ ອຳນວຍຄວາມສະດວກ ທະຫານພາກັນໄປ ເຮັດເຂົາວ່ານະ."

ທີ່ຜ່ານມາເຈົ້າໜ້າທີ່ຕຳຣວດ ຈັບຢາເສພຕິດ ໄດ້ຄື:

• ວັນທີ 11 ພຶສພາ 2021, ເຈົ້າໜ້າທີ່ໄທຍ ແຂວງໜອງຄາຍ ຈັບພວກຄ້າຢາເສພຕິດ ຄືຄົນລາວ 3 ຄົນ ພ້ອມຂອງກາງຢາມ້າ ປະມານ 6 ລ້ານເມັດ ເມັດ ທີ່ລັກຂົນ ເຂົ້າມາ ຢູ່ ແຄມແມ່ນໍ້າຂອງ ໝູ່ 2 ກຸ່ມໂພນສາ ເມືອງທ່າບໍ່ ແຂວງໜອງຄາຍ ຊຶ່ງຢາບ້າ ດັ່ງກ່າວຂ້າມມາແຕ່ຝັ່ງລາວ.

• ໃນວັນທີ 1 ມິນາ, ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ຈໍານວນ 6 ລ້ານເມັດ ຢູໃນ ເຮືອກາບ ທີ່ຈອດໄວ້ຢູ່ແຄມ ແມ່ນໍ້າຂອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

• ເມື່ອວັນທີ 28 ກຸມພາ 2021, ເຈົ້າໜ້າທີ່ໄທຍ ຢູ່ແຂວງນະຄອນພະນົມ ປະເທດໄທຍ ກວດຍຶດກັນຊາອັດແທ່ງໄດ້ 900 ກິໂລກຣາມ ພ້ອມເຮືອ 1 ລຳ ຊຶ່ງຂ້າມາແຕ່ຝັ່ງລາວ.

• ໃນວັນທີ 25 ກຸມພາ 2021, ເຈົ້າໜ້າທີ່ຜແນກສະກັດກັ້ນ ແລະ ຕ້ານຢາເສພຕິດ ກອງບັນຊາການ ປກສ ແຂວງບໍຣິຄໍາໄຊ ໄດ້ລາຍງານວ່າ ເຈົ້າໜ້າທີ່ໄດ້ຈັບ ຢາເສພຕິດ ລາຍໃຫຍ່ ເປັນ ເຮໂຣອີນ 600 ແທ່ງ ຫຼື ປະມານ 600 ກິໂລ, ຢາບ້າ 4,000 ເມັດ ແລະ ກັກໂຕຜູ້ ຕ້ອງຫາໄດ້ 4 ຄົນ ຢູ່ ບ້ານໂພນເມືອງນ້ອຍ, ເມືອງຄໍາເກີດ.

• ວັນທີ 15 ມົກກະຣາ 2021, ກອງບັນຊາການຕຳຣວດປ້ອງກັນຄວາມສງົບ ເມືອງຕົ້ນເຜິ້ງ ສົມທົບກັບ ກຳລັງປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ສາມາດຈັບຢາບ້າໄດ້ 5 ລ້ານເມັດ ແລະ ຜູ້ຕ້ອງສົງໄສໄດ້ 4 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Haha
May 26, 2021 01:01 AM

Being able to take care of this case in a timely matter will show how strong the new Lao government will be and it will bring back the belief and confidence the Lao people have in their government otherwise they will still believe that money is more powerful and the rich is still above the law as before. I believe the new Lao government can do it. Go Lao PDR go! I am cheering for it.