ແມ່ຍິງລາວ ທີ່ຢູ່ສູນຊ່ອຍເຫຼືອ ເຫຍື່ອຄ້າມະນຸດ ໃນໄທ ຍັງລໍຖ້າ ທາງການລາວ ເພື່ອສົ່ງກັບ

ສຸພັດຕາ
2025.01.18
ແມ່ຍິງລາວ ທີ່ຢູ່ສູນຊ່ອຍເຫຼືອ ເຫຍື່ອຄ້າມະນຸດ ໃນໄທ ຍັງລໍຖ້າ ທາງການລາວ ເພື່ອສົ່ງກັບ ໂຕຢ່າງ: ຜູ້ຕົກເປັນເຫຍື່ອ ການຄ້າມະນຸດ ຢູ່ສະຖານຄຸ້ມຄອງ ສະຫວັດດີພາບ ຜູ້ເສຍຫາຍ ຈາກການຄ້າມະນຸດ ບ້ານສອງແຄວ ແຂວງພິດສະນຸໂລກ. ເດືອນມັງກອນ 2025
Credit photos: facebook fan page ສະຖານຄຸ້ມຄອງ ສະຫວັດດີພາບ ຜູ້ເສຍຫາຍ ຈາກການຄ້າມະນຸດ ບ້ານສອງແຄວ

ມາຮອດປັດຈຸບັນ, ພໍ່ແມ່ ຂອງນາງ ນໍ້າທິບ (ນາມສົມມຸດ) ອາຍຸ 19 ປີ ຈາກແຂວງຫຼວງນໍ້າທາ ຍັງຄອງຖ້າ ຂ່າວຄືບໜ້າ ໃນການປະກອບ ເອກະສານຕ່າງໆ ຂອງລູກສາວ ຈາກເຈົ້າໜ້າທີ່ ທາງການລາວ ແລະ ໄທ ມາໄດ້ເກືອບຮອດ 1 ເດືອນແລ້ວ ແລະ ໄດ້ພະຍາຍາມ ຕິດຕໍ່ຂໍເວົ້າ ນຳເຈົ້າໜ້າທີ່ໄທ ໃນສູນຄຸ້ມຄອງ ດັ່ງກ່າວນັ້ນ, ກໍບໍ່ມີໂອກາດ ໄດ້ເວົ້ານໍາຈັກເທື່ອ, ເຊິ່ງເຮັດໃຫ້ ທາງຄອບຄົວ ເປັນກັງວົນຫຼາຍ ແລະ ບໍ່ແນ່ໃຈວ່າ ນາງ ນໍ້າທິບ ນັ້ນ, ຈະຢູ່ໃນສະຖານຄຸ້ມຄອງ ສະຫວັດດີພາບ ຜູ້ເສຍຫາຍ ຈາກການຄ້າມະນຸດ ບ້ານສອງແຄວ ແຂວງພິດສະນຸໂລກ ປະເທດໄທ ແທ້ ຫຼືບໍ່, ຕາມທີ່ນາງ ນໍ້າທິບ ແລະ ເຈົ້າໜ້າທີ່ ສະຖານຄຸ້ມຄອງ ດັ່ງກ່າວ ໄດ້ເວົ້າຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 18 ທັນວາ 2024 ທີ່ຜ່ານມາ ເນື່ອງຈາກວ່າ ມາຮອດມື້ນີ້ ກໍເປັນເວລາເກືອບ 1 ເດືອນແລ້ວ, ແຕ່ຍັງບໍ່ມີ ເຈົ້າໜ້າທີ່ ຈາກໜ່ວຍງານໃດ ໂທມາຫາ ທາງຄອບຄົວເລີຍ. ດັ່ງຜູ້ເປັນແມ່ ຂອງນາງ ນໍ້າທິບ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ມັງກອນ 2025 ນີ້ວ່າ:

“ບໍ່ມີໃຜມາຫານ່າ ບໍ່ມີໃຜໂທມາອີ່ຫຍັງເລີຍ. ແມ່ນໂອ, ແມ່ກະເປັນຫ່ວງ ຍ້ອນໂຕນັ້ນຫັ້ນແຫຼະ ວ່າ ລາວຢູ່ບ່ອນໃດແທ້ໆ, ຫັ້ນເດ້ ຈຶ່ງວ່າ ເປັນຫ່ວງລູກ. ຈັກມັນຢູ່ບ່ອນໃດແທ້ໆ ແມ່ກະບໍ່ເຊື່ອໝັ້ນ ກັບລູກສາວໂຕເອງ, ຢ້ານລາວບໍ່ຮູ້ແດ່ເນາະ.”

ສ່ວນຜູ້ເປັນພໍ່ ທີ່ໄດ້ລົມກັບລູກສາວ ຫວ່າງວັນສຸກ ທີ່ຜ່ານມາ ກໍ່ໄດ້ຖາມລູກວ່າ ຢາກຂໍເວົ້າ ນໍາເຈົ້າໜ້າທີ່ ໃນສູນຄຸ້ມຄອງນັ້ນ ນຳແດ່, ແຕ່ລູກສາວ ກໍເລົ່າໃຫ້ຟັງວ່າ:

“ລົມກັບລູກຫັ້ນ ກະລົມທໍາມະດາ ນີ້ນ່າ, ເຈົ້າໜ້າທີ່ ບໍ່ເວົ້າ ບໍ່ວ່າຫຍັງ. ຈັ່ງວ່ານີ້ ຢາກໃຫ້ລູກຫັ້ນ (ຢາກໃຫ້ວິທຍຸເອເຊັຽເສຣີ) ປະສານງານ ຫາສູນຫັ້ນແຫຼະ ວ່າເປັນແນວໃດ ຄົນລາວໄປຢູ່ຫັ້ນໆ ໂທຫາພໍ່ ຫາແມ່ແດ່ບໍ່ ຢາກລົມ ເຈົ້າໜ້າທີ່ສູນ, ຫັ້ນເດ້ ຫຼືວ່າແມ່ນ ຢູ່ສູນແທ້, ບໍ່ແມ່ນ ຫັ້ນເນ່.”

ນອກຈາກນີ້, ຜູ້ເປັນແມ່ ກໍໄດ້ຖາມລູກສາວ ຄືກັນວ່າ ມື້ໃດ ທາງເຈົ້າໜ້າທີ່ໄທ ຈະສົ່ງລູກມາລາວ, ແຕ່ລູກສາວ ກໍຕອບຫຍັງບໍ່ໄດ້.

“ຖາມ, ແມ່ກໍຖາມ ລາວກະວ່າ ບໍ່ຮູ້, ເຂົາບໍ່ໄດ້ບອກອີ່ຫຍັງ ບໍ່ເວົ້າອີ່ຫຍັງ. ຕື່ນມາ ລະກະໄປອະນາໄມ ອ້ອມຫອກ ອ້ອມເຮືອນ ຢູ່ຫ້ອງການ ເຂົາເຮັດແລ້ວ ລະກໍມານັ່ງຢູ່, ນອນຢູ່. ຮອດໂມງ ກໍເຂົ້າຫ້ອງ.”

ເມື່ອວັນທີ 13 ມັງກອນ 2025 ນີ້, ທາງພໍ່ແມ່ ຂອງນາງ ນໍ້າທິບ ກໍໄດ້ພາກັນ ໄປຫ້ອງການຕໍາຫຼວດ ຕ້ານການຄ້າມະນຸດ ແຂວງຫຼວງນໍ້າທາ ເພື່ອຂໍຄໍາແນະນໍາ ຈາກເຈົ້າໜ້າທີ່, ເຊິ່ງຜູ້ເປັນແມ່ ເວົ້າໃຫ້ວິທຍຸເອເຊັຽເສຣີ ຟັງວ່າ:

“ແມ່ກະເມືອຫາເຂົາເຈົ້າ ຢູ່ນໍ້າທາ ນີ້ເນາະ ລະເພິ່ນກໍວ່າ ຄັນລູກສາວຫັ້ນ ໂທມາ ກະຖາມເບິ່ງ ນໍາລູກສາວຫັ້ນດີໆ ວ່າລູກສາວຫັ້ນ ຢູ່ບ່ອນໃດແທ້ໆ. ຄັນລູກສາວຫັ້ນ ຢູ່ບ່ອນໃດແທ້ໆ ແລ້ວກໍເຮົາຈຶ່ງປະສານງານ ເຂົາໄປໄດ້. ສົມມຸດວ່າ ບາງເທື່ອ ມັນຢູ່ບ່ອນໜຶ່ງ ລະເຮົາປະສານງານ ບ່ອນໜຶ່ງ, ກະບໍ່ຢາກເຮັດ  ເພິ່ນລະວ່າ ແບບນັ້ນເດ້. ໃຫ້ມັນຮູ້ ບ່ອນລູກຢູ່ ທີ່ຢູ່ຫັ້ນແທ້ໆ ແລ້ວຄ່ອຍຂຶ້ນມາຫາອີກ ລະຂະເຈົ້າ ຊິປະສານງານໄປ, ວ່າຊີ້ ວ່າມັນມີ ຄະດີອີ່ຫຍັງແດ່, ຄະດີສັ້ນຫວາ ຄະດີຍາວ, ມັນເປັນແນວໃດ.”

ໃນມື້ວັນທີ 16 ມັງກອນ 2025 ນີ້, ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ຫ້ອງການຕໍາຫຼວດ ຕ້ານການຄ້າມະນຸດ ແຂວງຫຼວງນໍ້າທາ ເພື່ອສອບຖາມ ກ່ຽວກັບເລື່ອງດັ່ງກ່າວ, ເຊິ່ງເຈົ້າໜ້າທີ່ ທ່ານໜຶ່ງ ທີ່ຮູ້ກ່ຽວກັບເລື່ອງນີ້ ໄດ້ກ່າວວ່າ:

“ໂອ້, ຂໍ້ມູນນີ້ ບໍ່ຮູ້ລະອຽດນ່າ ເພາະວ່າ ທາງຄອບຄົວ ຂະເຈົ້າກະປະສານມາ ຫັ້ນແຫຼະ ວ່າຢາກໄດ້ລູກສາວຫັ້ນ ກັບບ້ານ, ແຕ່ກະບໍ່ຮູ້ວ່າ ຊິປະສານແນວໃດ. ລະກະທາງ ເຈົ້າໜ້າທີ່ໄທ ກະບໍ່ໄດ້ແຈ້ງມາເທື່ອ  ວ່າຊິໄດ້ມາມື້ໃດ, ຫັ້ນນ່າ.”

ກ່ຽວກັບ ວັນເວລາ ທີ່ນາງ ນໍ້າທິບ ຈະໄດ້ມາ ປະເທດລາວ ມື້ໃດນັ້ນ, ໃນມື້ວັນທີ 17 ມັງກອນ 2025 ນີ້, ວິທຍຸເອເຊັຽເສຣີ ກໍໄດ້ຕິດສອບຖາມ ໄປຍັງເຈົ້າໜ້າທີ່ ທີ່ສະຖານຄຸ້ມຄອງ ສະຫວັດດີພາບ ຜູ້ເສຍຫາຍ ຈາກການຄ້າມະນຸດ ບ້ານສອງແຄວ ແຂວງພິດສະນຸໂລກ ປະເທດໄທ, ເຊິ່ງເຈົ້າໜ້າທີ່ ທ່ານໜຶ່ງ ໄດ້ອະທິບາຍວ່າ:

“ກະຕອນນີ້ ກະລໍຖ້າ ທາງການລາວ ຕິດຕໍ່ມາ ເລື່ອງພິສູດ ສັນຊາດເນາະ. ຕອນນີ້, ລໍຂັ້ນຕອນເນາະ ເພາະວ່າ ການສົ່ງກັບປະເທດ ຄົນລາວ, ສັນຊາດລາວ ເນາະ ມັນຕ້ອງມີການ ເຊັນສັນຍາ MOU ຮ່ວມກັນແລ້ວເນາະ ມັນຕ້ອງເປັນໄປຕາມ ທີ່ເຮົາເຊັນສັນຍາກັນໄວ້ ມັນເລີຍມີຂັ້ນຕອນ ຊ້າໜ້ອຍໜຶ່ງ. ບ່ອນທີ່ນ້ອງຢູ່ ເປັນໜ່ວຍງານ ຂອງລັດຖະບານ ຂອງໄທເນາະ ຢູ່ໜ່ວຍງານລັດ ຂອງປະເທດໄທ ບໍ່ໃຫ້ພໍ່ແມ່ ເປັນຫ່ວງເນາະ ນ້ອງ (ນາງນໍ້າທິບ) ປອດໄພດີ.”

ຫຼັງຈາກນັ້ນ, ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ຕໍາຫຼວດ ຫ້ອງການຕໍາຫຼວດ ຕ້ານຄ້າມະນຸດ ທີ່ນະຄອນຫຼວງວຽງຈັນ ຫຼາຍຄັ້ງ ໂທໄປຕິດສຽງດັງ, ແຕ່ປະກົດວ່າ ບໍ່ມີເຈົ້າໜ້າທີ່ ຮັບສາຍ.

ເຖິງແນວໃດກໍດີ, ກໍລະນີ ຂອງນາງ ນໍ້າທິບ ນີ້, ຫາກມີຄວາມຄືບໜ້າ ແນວໃດແລ້ວ ວິທຍຸເອເຊັຽເສຣີ ຈະມີລາຍງານຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.