ເຂດສາມຫຼ່ຽມຄໍາ ຄ້າມະນຸດ ຟອກເງິນ ຍັງມີ

ສຸພັດຕາ
2019.12.18
F-golden-triangle-2019 ​ໂຮງ​ແຮມຫຼູຫຼາຫຼັງ​ໃໝ່ ຂອງ​ນັກ​ລົງ​ທຶນ​ຈີນ ທີ່​ພວມກໍ່​ສ້າງ ໃກ້​ຈະ​ສຳ​ເຣັ​ຈ ໃນ​ຂອບເຂດ ບ່ອນຫຼິ້ນ ​ການ​ພະ​ນັ​ນ King Romans ທີ່​ເຂດ​ ເສ​ຖ​ກິ​ຈ​ພິ​ເສດ ເມືອງ​ຕົ້ນ​ເຜິ້ງ ແຂວງບໍ່​ແກ້ວ (ຮູບ​ຖ່າຍ​ເມື່ອ: ເດືອນ​ທັນ​ວາ 2019)
ນັກ​ຂ່າວ​ພົ​ລ​ເມືອງ

ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ຂອງຈີນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງມີ ການຄ້າມະນຸດ, ການຟອກເງິນ ແລະ ບັນຫາ ຢາເສບຕິດຢູ່. ດັ່ງທ່ານ ສົມນຶກ ຈົງມິວສິນ, ນັກວິຈັຍ ແລະ ທີ່ປຶກສາ ອົງການ EEC WATCH ຢູ່ປະເທດໄທຍ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 16 ທັນວາ 2019 ນີ້ວ່າ:

“ມັນເປັນ ເຂດເສຖກິຈ ພິເສດ ທີ່ໃນເລິກໆ ແທ້ແລ້ວ ມັນໄປມີ ອຸດສາຫະກັມ ດ້ານມືດຢູ່  ມີເຣື້ອງຂອງກາຊິໂນ ເຣື້ອງຢາເສບຕິດ ເຣື້ອງຂອງຄ້າມະນຸດ ເຣື້ອງຂອງການ ໃຊ້ແຮງງານ ແລ້ວມັນກໍເປັນ ຕລາດມືດ​ ທີ່ງ່າຍ ຕໍ່ການຟອກເງິນ. ມີເຣື້ອງຂອງການ ຄ້າບໍຣິການທາງເພດ.”

ຍານາງ ພອນພະນາ ກ໊ວຍຈະເຣີນ ນັກວິຊາການໄທຍ ທີ່ເຮັດວຽກ ດ້ານທີ່ດິນ ຫຼື LAND WATCH ກໍເວົ້າເຖິງ ເຂດເສຖກິຈ ສາມຫຼ່ຽມຄໍາ ນັ້ນວ່າ:

“ກໍແມ່ນ ເປັນໂຕກາຊິໂນ ກໍເປັນຈີນ ສ່ວນຫຼາຍ ເຣື້ອງໜີ້ສິນ ເຣື້ອງພະນັນ ແມ່ນບໍ ຕິດໜີ້ພະນັນ ຫຼືມາເຟັຽ. ອັນນີ້ນະ ໃຊ້ຄວາມຮຸນແຮງ ກໍເກີດຂຶ້ນຫຼາຍ, ແລ້ວອັນນີ້ ກໍແມ່ນຂໍ້ມູນທາງການ ຢູ່ໃນເອກສານ ຍຸທະສາດ 10 ປີ ເຂດເສຖກິຈ ພິເສດ ຂອງລາວເອງ. ເຂົາເຈົ້າກໍຂຽນທວນຄືນ.”

ຕໍ່ບັນຫາ ດັ່ງກ່າວນີ້, ເຈົ້າໜ້າທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຜູ້ບໍ່ປະສົງອອກຊື່ ແລະ ສຽງ ກໍໄດ້ ໃຫ້ຄໍາເຫັນວ່າ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍານັ້ນ, ຫາກບໍ່ມີ ການຮ້ອງຮຽນ ມາຈາກພາຍໃນ, ເຈົ້າໜ້າທີ່ ກໍຈະບໍ່ສາມາດ ເຂົ້າໄປ ກວດສອບຫຍັງໄດ້ ຕາມສັນຍາສັມປະທານ ທີ່ເຊັນກັນໄວ້.

ເມື່ອເດືອນກຸມພາ ປີ 2018, ທ່ານ Zhao Wei ເຈົ້າຂອງ ແລະ ຜູ້ອໍານວຍການ ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ກໍໄດ້ກ່າວ ປະຕິເສດ ຄໍາກ່າວ ຫາເຫຼົ່ານັ້ນ ວ່າ ເຂດເສຖກິຈ ພິເສດ ຂອງທ່ານ ບໍ່ມີສ່ວນພົວພັນ ກັບການຄ້າ ຢາເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ ແຕ່ຢ່າງໃດ.

ສ່ວນບັນຫາເຣື້ອງ ການຄ້າມະນຸດນັ້ນ, ເຈົ້າໜ້າທີ່ປ້ອງກັນ ການຄ້າມະນຸດ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ເວົ້າວ່າ ເຄີຍແຕ່ໄດ້ຍິນຊື່ໆ ແຕ່ບໍ່ທັນ ໄດ້ເຫັນໂຕຈິງ ຍ້ອນຍັງບໍ່ທັນ ມີການແຈ້ງເຣື້ອງ ຈາກແຂວງ ຫາສູນກາງ ໃນຣະຍະຜ່ານມາ:

“ເຮົາບໍ່ແນ່ໃຈເນາະ ວ່າມີ ຄ້າປະເວນີ ຫຼືບໍ່? ບໍ່ຮູ້ຫັ້ນນະ ວ່າມີຫຼືບໍ່ເນາະ. ເຮົາບໍ່ມີຂໍ້ມູນ ວ່າຊັ້ນສາ. ຄວາມໝາຍຫັ້ນນະ ເຮົາກໍຈະໄປ ກ້າຟັນທົງ ມັນກໍໄປ ເວົ້າບໍ່ໄດ້. ຄັນສົມມຸດວ່າ  ສືບກໍຣະນີ ໄປຈີນເນາະ ສືບຂາຍໄປຈີນ, ຕົວນີ້ ເຮົາກໍຍັງມີວ່າ ເອີ່ ພໍ່ແມ່ມາແຈ້ງ, ພໍ່ແມ່ມາ ຈັ່ງຊິ້ຫັ້ນນ່າ.”

ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ, ເປັນຂອງກຸ່ມບໍຣິສັດ ດອກງິ້ວຄໍາ ມີທ່ານ ຈ້າວ ເຫວີ່ຍ  ຊາວຈີນ ເປັນປະທານ ບໍຣິສັດ. ບໍຣິສັດດັ່ງກ່າວ ເຣີ່ມສັມປະທານ ສ້າງເຂດເສຖກິຈ ພິເສດ  ຕັ້ງແຕ່ປີ 2007. ມີອາຍຸ ການສັມປະທານ 99 ປີ, ແຕ່ໃນວັນທີ 30 ມົກກະຣາ ປີ 2018  ຣັຖບານ ສະຫະຣັຖອາເມຣິກາ ໄດ້ລົງບັນຊີດໍາ King Romans, ເຊິ່ງຢູ່ໃນເຂດ ເສຖກິຈ ແຫ່ງນີ້ ວ່າ ມີສ່ວນພົວພັນ ກັບການຄ້າ ຢາເສບຕິດ, ການຄ້າສັດປ່າ, ການຄ້າມະນຸດ ແລະການຟອກເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.