ແມ່ຍິງລາວ 30 ປາຍຄົນ ຫາຍໄປ ກັບຄົນຈີນ

ໄມຊູລີ
2019.12.17
F-young-Lao-women ເດັກ​ນ້ອຍ​ ແມ່​ຍິງ​ລາວ ໃນ​ແຂວງ​ພາກ​ເໜືອ ທີ່​ພວມ​ຍ່າງ​ ກັບ​ເມືອ​ເຮືອນ​ຊານ ພາຍຫຼັງ​ເລີກ​ໂຮງ​ຮຽນ ໃນຕອນ​ແລງ (ຮູບ​ຖ່າຍ​ເມື່ອ​: ເດືອນ​ກັນ​ຍາ 2019)
RFA/Chareunsouk

ສະຫະພັນແມ່ຍິງ ເມືອງນາໝໍ້ ແຂວງອຸດົມໄຊ ກໍາລັງ ປະສານງານ ກັບກົງສູນ ປະເທດຈີນ ໃຫ້ສືບຫາ ແມ່ຍິງລາວ ຈໍານວນ 30 ປາຍຄົນ ທີ່ຫາຍໄປ ກັບຄົນຈີນ ຕັ້ງແຕ່ປີ 2004 ເປັນຕົ້ນມາ, ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ທັນວາ ນີ້ວ່າ:

“ເມືອງນາໝໍ້ເຮົາ ມີ 30 ປາຍຄົນນີ້ ຍັງຢູ່ປະເທດຈີນ ຍັງບໍ່ໄດ້ກັບບ້ານ ລະບໍ່ຮູ້ສາເຫຕ ວ່າຢູ່ໃສ, ແລ້ວກໍໂທຫາ ກົງສູນຈີນຫັ່ນ ແລ້ວໃຫ້ຂະເຈົ້າສືບ, ໃຫ້ເຂົາເຈົ້າຕິດຕໍ່ ສອບຖາມໃຫ້  ເຂົາເຈົ້າກໍສືບ ກໍ​ວ່າ ບໍ່ໄດ້ຂໍ້ມູນ ບໍ່ເຫັນ.”

ປະຊາຊົນ ບ້ານ ປາງທອງ, ເມືອງນາໝໍ້ ຜູ້ນຶ່ງ ກ່າວວ່າ ໃນຣະຫວ່າງ ປີ 2004 ແລະ 2008 ໃນບ້ານປາງທອງ ມີແມ່ຍິງລາວ ຫາຍໄປກັບຄົນຈີນ ແລ້ວຍັງບໍ່ທັນ ກັບຄືນມາລາວ  ຈໍານວນ 4 ຄົນ, ເຊິ່ງຕອນທີ່ພວກນາງ ຫາຍໄປນັ້ນ ອາຍຸພວກນາງ ຣະຫວ່າງ 15 ແລະ 18 ປີ ແລະ ຄອບຄົວ ມີຖານະທຸກຍາກ.

ທ່ານກ່າວວ່າ ປັດຈຸບັນ ພໍ່ແມ່ຂອງພວກນາງ ກໍບໍ່ຮູ້ ຈະຊອກຫາ ພວກນາງແນວໃດ ຍ້ອນບໍ່ມີເງິນ.

“ມົ້ງຈີນຫັ່ນ ມາຕົວະບ້ານເຮົານີ້ ຊ່ວງຣະຍະຫັ່ນ ໄປແຕ່ 4 ຄົນ. ບໍ່ຮູ້ຂ່າວເລີຍ ຈັກໄປທາງໃດເລີຍນ່າ, ພໍ່ແມ່ກໍທຸກຍາກແດ່. ເຂົາໄປແຈ້ງ ແລ້ວບາດນີ້ໄປຊອກ ແລ້ວບໍ່ຮູ້ຊອກ ວ່າຊີ້​ເດ ແຈ້ງໃຫ້ ປກສ ໄປແນະນໍາ, ແຕ່​ວ່າບໍ່ມີເງິນ ເປັນຄ່່າຣົດຄ່າຣາງ ໃຫ້ເຂົາກໍໄປ ກໍເລີຍປະ.”

ທ່ານກ່າວຕື່ມວ່າ ວິທີທີ່ຄົນມົ້ງຈີນ ມາຕົວະເອົາແມ່ຍິງລາວ ຊົນເຜົ່າມົ້ງ 4 ຄົນ ພາຍໃນບ້ານປາງທອງ ໄປຈີນນັ້ນ ກໍ​ຄື ໃນ​ນັ້ນ 2 ຄົນ ຖືກຄົນ​ມົ້ງ​ຈີນຕົວະແຕ່ງງານ ຢູ່ລາວ. ຫຼັງຈາກນັ້ນ, ກໍພາຂີ່ຣົດໄປທາງລັດ ໂດຍບໍ່ຜ່ານດ່ານ ກວດຄົນເຂົ້າ-ອອກເມືອງ ຂອງລາວ ແລະ ຈີນ, ໃນຂນະທີ່ອີກ 2 ຄົນ ລົມກັບຄົນຈີນ ຜ່ານທາງໂທຣະສັບ ນັດພົບກັນແລ້ວ ໄປທ່ຽວ ກໍບໍ່ກັບເລີຍ, ພໍ່ແມ່ພວກນາງ ກໍບໍ່ສາມາດຕິດຕໍ່ໄດ້.

ກ່ຽວກັບເຣື້ອງດັ່ງກ່າວນີ້, ເຈົ້າໜ້າທີ່ ຫ້ອງການສະກັດກັ້ນ ການຄ້າມະນຸດ ເມືອງນາໝໍ້ ກ່າວວ່າ ປັດຈຸບັນ ປກສ ແຂວງ ໄດ້ແຈ້ງການໃຫ້ ປກສ ເມືອງ ຈັດຕັ້ງທີມງານ ລົງຮິບໂຮມຂໍ້ມູນ ທີ່ແມ່ຍິງລາວ ຫາຍໄປກັບຄົນຈີນ ຕາມຂອບເຂດ ບ້ານທີ່ຕິດຈອດ ກັບຊາຍແດນຈີນ  ເພື່ອສົ່ງໃຫ້ກົງສູນຈີນ ຊອກຫາແມ່ຍິງລາວ ທັງ 4 ຄົນນັ້ນ.

“ແຂວງຫາກະໂທມາວ່າ ໃຫ້ພວກເຮົາ ເກັບກັມຂໍ້ມູນ ແລ້ວກໍໄລ​ຍະນີ້ ພວກເຮົາກໍຍັງຄາ ກອງປະຊຸມນີ້ ຄາກອງປະຊຸມ ອົງຄະນະພັກເມືອງ ພວກເຮົາຍັງບໍ່ທັນເປີດເທື່ອ. ພວກເຮົາຈະສຸມໃສ່ ໂຕກອງປະຊຸມ, ແລ້ວຈັ່ງຄ່ອ​ຍ​ລົງ​ໄປເກັບກັມ​, ຫັ້ນ​ນ່າ. ເພາະວ່າ ກໍາລັງພວກເຮົາ ກໍໜ້ອຍແດ່.”

ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ຫ້ອງການສະກັດກັ້ນ ການຄ້າມະນຸດ ເມືອງນາໝໍ້ ຜູ້ດຽວກັນນີ້ ກ່າວວ່າ ປັດຈຸບັນ ປກສ ເມືອງ ຍັງພົບ ຄວາມຫຍຸ້ງຍາກ ໃນການລົງຮິບໂຮມ ຂໍ້ມູນ ແມ່ຍິງລາວ ຫາຍໄປກັບຄົນຈີນ ຍ້ອນວ່າ ບໍ່ມີງົບປະມານ ໃນການເດີນທາງ, ແຕ່ເຈົ້າໜ້າທີ່ ປກສ ເມືອງ ກໍຈະປະຕິບັດ ຕາມຄຳສັ່ງ ຂອງຂັ້ນເທິງຕໍ່ໄປ.

ກະຊວງປ້ອງກັນຄວາມສງົບ ຣາຍງານວ່າ ສະເພາະປີ 2019 ນີ້, ໄດ້ກວດພົບຄົນລາວ ທີ່ຖືກສົ່ງກັບມາ ແຕ່ຕ່າງປະເທດ ຫຼາຍກວ່າ 4,000 ຄົນ. ໃນນີ້, ມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ຈໍານວນນຶ່ງ ຈາກການຖືກຕົວະ ໄປແຕ່ງງານ ກັບຄົນຕ່າງປະເທດ ແລະ ຕົກເປັນເຫຍື່ອ ການຄ້າມະນຸດ ແບບບໍ່ຮູ້ໂຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.