ການຄ້າມະນຸດໃນລາວ ຍັງເປັນບັນຫາທີ່ແກ້ບໍ່ໄດ້
2021.11.04

ກອງຊຸມສລຸບວຽກງານຕ້ານການຄ້າມະນຸດ ໄຕມາດ 3 ແຕ່ເດືອນ ກໍຣະກະດາ ຫາເດືອນກັນຍາ ປະຈໍາປີ 2021 ຄະນະກັມການຕ້ານການຄ້າມະນຸດ ຣະດັບຊາດ ໄດ້ຊ່ອຍເຫຼືອແມ່ຍິງລາວ ແລະແມ່ຍິງວຽດນາມ ທີ່ເປັນກຸ່ມສ່ຽງຕົກເປັນເຫຍື່ອ ຂອງການຄ້າມະນຸດ ໄດ້ທັງໝົດ 9 ຄົນ ໃນນັ້ນ ມີແມ່ຍິງລາວ 8 ຄົນ ແລະແມ່ຍິງວຽດນາມ 1 ຄົນ.
ກໍຣະນີຂອງແມ່ຍິງລາວ ທີ່ເປັນກຸ່ມສ່ຽງເຫຍື່ອການຄ້າມະນຸດນັ້ນ ເຈົ້າໜ້າທີ່ຄະນະສະເພາະກິຈ ຄວບຄຸມແລະປ້ອງກັນໂຄວິດ-19 ແຂວງໄຊຍະບູຣີ ໄດ້ສະກັດກັ້ນຣົດຕູ້ ທີ່ມີແມ່ຍິງລາວທັງໝົດ 8 ຄົນ ໃນຣົດຄັນດັ່ງກ່າວ ຈາກນະຄອນຫຼວງວຽງຈັນ ໄປເຮັດວຽກຢູ່ ຄາຊິໂນ ຄິງໂຣມັນ (Kings Romans Casino) ໃນພື້ນທີ່ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ບໍ່ມີເອກສານຢັ້ງງຢືນຕໍາແໜ່ງງານ ຈາກບ່ອນດັ່ງກ່າວ ເຈົ້າໜ້າທີ່ຈຶ່ງຄາດວ່າ ແມ່ຍິງຈໍານວນດັ່ງກ່າວນີ້ ອາຈຕົກເປັນເຫຍື່ອຂອງການຄ້າມະນຸດ ຢູ່ຄາຊິໂນ ຄິງໂຣມັນ ຫຼືອາຈຖືກສົ່ງຂາຍຕໍ່ໄປຈີນກໍເປັນໄດ້.
ຂະນະທີ່ ກໍຣະນີຂອງແມ່ຍິງວຽດນາມນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ໄດ້ຊ່ອຍເຫຼືອແມ່ຍິງຄົນດັ່ງກ່າວ ເນື່ອງຈາກມີນາຍໜ້າເປັນທັງຄົນລາວ ແລະຄົນວຽດນາມ ລັກລອບເຂົ້າມາລາວ ແລະຕົວະໃຫ້ມາເຮັດວຽກຢູ່ລາວ ເມື່ອມາຮອດລາວແລ້ວ ແມ່ຍິງຊາວວຽດນາມຄົນນຶ່ງ ໄດ້ມາຂໍຄວາມຊ່ອຍເຫຼືອຈາກເຈົ້າໜ້າທີ່ລາວ ວ່າໃຫ້ສົ່ງເຂົາເຈົ້າກັບໄປ ປະເທດວຽດນາມ ເນື່ອງຈາກຢ້ານວ່າ ຈະຖືກສົ່ງໄປປະເທດມຽນມ້າ ໂດຍໃຊ້ແຂວງບໍ່ແກ້ວເປັນທາງຜ່ານ, ດັ່ງເຈົ້າໜ້າທີ່ ຄະນະກັມການຕ້ານການຄ້າມະນຸດຣະດັບຊາດ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 1 ພຶສຈິກາ ນີ້ວ່າ:
“ຕີລາຄາວ່າ ຊ່ວງນີ້ຄັນແມ່ນຄົນໄປພຸ້ນ ຈັກຊິເຮັດວຽກຫຍັງ ມັນກໍບໍ່ຄ່ອຍມີວຽກຫຍັງຕິ ຊ່ວງນີ້ຫັ້ນນ່າ ເຫັນວ່າເປັນເພດຍິງນໍາກັນ ໄປຄືຈັ່ງຊັ້ນແລ້ວ ມັນກໍອາຈຕົກເປັນກຸ່ມສ່ຽງ ທາງທີ່ດີກໍແມ່ນວ່າ ກັບສະພາບໂຄວິດ-19 ແນ່ ເພິ່ນກໍແນະນໍາ ໃຫ້ກັບຄືນບ້ານດີກວ່າ ແມ່ຍິງຕ່າງຊາດ ເອີ້ນວ່າ ມັນມີກຸ່ມນຶ່ງ ທີ່ວ່າເປັນຜູ້ຍິງວຽດ ລັກລອບເຂົ້າມາຕັ້ງແຕ່ເບື້ອງວຽດນາມ ເຂົ້າມາລາວຫັ້ນ ແລະກໍມີນາຍຈ້າງມີການຕົວະເຂົ້າມາ ລາວກໍອອກມາແຈ້ງເດ້ ລາວບໍ່ຢາກໄປນໍາເຂົາ ໄປທາງບໍ່ແກ້ວ ໄປທາງພະມ້າບໍ ກໍຂໍກັບເມືອ.”
ທ່ານກ່າວຕື່ມວ່າ ແມ່ຍິງທີ່ຢູ່ໃນກຸ່ມສ່ຽງ ຈະຕົກເປັນເຫຍື່ອຂອງການຄ້າມະນຸດ ທັງສັນຊາດລາວ ແລະວຽດນາມນັ້ນ ມີອາຍຸຕໍ່າກວ່າ 18 ປີ ແລະອາຍຸສູງກວ່າ 18 ປີ ເຖິງ 30 ປາຍປີ ທັງໝົດນີ້ຈະຖືກສົ່ງເຂົ້າສູນກັກກັນ ເພື່ອຕິດຕາມເບິ່ງອາການ ວ່າຕິດເຊື້ອໂຄວິດ-19 ຫຼືບໍ່, ຫຼັງຈາກນັ້ນ ກໍຈະສົ່ງກັບຖິ່ນກໍາເນີນ ບໍ່ໄດ້ສົ່ງໄປແຂວງບໍ່ແກ້ວແຕ່ຢ່າງໃດ. ແມ່ຍິງລາວ ແລະແມ່ຍິງວຽດນາມ ໃນຈໍານວນດັ່ງກ່າວນີ້ ໄດ້ເຂົ້າສູ່ຂບວນການຊ່ອຍເຫຼືອ ຂອງຜແນກທີ່ກ່ຽວຂ້ອງແລ້ວ ສະເພາະແມ່ຍິງຊາວວຽດນາມ ແມ່ນຈະຖືກສົ່ງກັບປະເທດ ພາຍຫຼັງກັກໂຕຄົບກໍານົດ ຕາມມາຕການປ້ອງກັນໂຄວິດ-19, ສ່ວນແມ່ຍິງລາວ 8 ຄົນທີ່ວ່ານັ້ນ ຈະຖືກສົ່ງໄປ ສູນກາງສະຫະພັນແມ່ຍິງລາວ ເພື່ອຮັບການຝຶກອົບຮົມອາຊີບ ຈາກນັ້ນຈຶ່ງຈະສົ່ງໂຕກັບບ້ານຂອງໃຜລາວ, ດັ່ງເຈົ້າໜ້າທີ່ ສູນກາງສະຫະພັນແມ່ຍິງ ທ່ານນຶ່ງ ກ່າວວ່າ:
“ຖ້າວ່າໃນກໍຣະນີຖືກຄ້າມະນຸດ ພວກເຮົາຈະສົ່ງໃຫ້ສູນກາງສະຫະພັນແມ່ຍິງລາວ ເພິ່ນຈະມີແບບສອບຖາມ ອິສັງແມ່ນຫຍັງຄັກແນ່ ຈະໄປຢູ່ໃນນັ້ນ ແລ້ວຢູ່ໃນນັ້ນຈະມີ ຝຶກອົບຮົມວິຊາຊີບໃຫ້ພ້ອມເດ້ ບໍ່ແມ່ນເຮົາຊິສົ່ງກັບຄືນສູ່ຄອບຄົວ ໄດ້ໂລດເດ້.”
ແຂວງໄຊຍະບູຣີ ຖືເປັນແຂວງນຶ່ງ ທີ່ເປັນທາງຜ່ານທີ່ນິຍົມ ຂອງຂບວນການຄ້າມະນຸດ ເນື່ອງຈາກການໂດຍສານຂົນສົ່ງແມ່ຍິງລາວ ຫຼືແມ່ຍິງຕ່າງປະເທດ ຈາກນະຄອນຫຼວງວຽງຈັນ ໄປແຂວງບໍ່ແກ້ວ ຫຼືໄປຈີນນັ້ນ ຈະໃຊ້ໄລຍະທາງສັ້ນກວ່າເສັ້ນທາງອື່ນ, ດັ່ງເຈົ້າໜ້າທີ່ ປກສ ແຂວງໄຊຍະບູຣີ ກ່າວວ່າ:
“ສ່ວນຫຼາຍຂະເຈົ້າໄປວຽງຈັນເນາະ ເຂົາເຈົ້າຈະມາທາງຫຼວງພຣະບາງ ມາທາງອຸດົມໄຊ ອອກທາງຈອມເພັດເນາະ ແລ້ວກໍອອກໄປທາງຫົງສາ ແລ້ວກໍອອກໄປທາງບໍ່ແກ້ວເລີຍ ມັນໃກ້ເດ້ ມັນສະດວກໄດ໋ ເພາະວ່າ ອອກບໍ່ແກ້ວແລ້ວໄປຈີນເລີຍ ບໍ່ຄ່ອຍມີແລ້ວທາງບໍ່ແກ້ວກະດາຍ ມີແຕ່ຄົນຢູ່ພື້ນທີ່ ເອີ້ນວ່າມັນຄ້າຢູ່ຫັ້ນເນາະ.”
ເມື່ອບໍ່ດົນມານີ້ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍມີເຫດການຜູ້ປົກຄອງເດັກນ້ອຍອາຍຸຕໍ່າກວ່າ 18 ປີ ໄປຮຽກຮ້ອງໃຫ້ຫ້ອງການແມ່ຍິງ ເມືອງຫາດຊາຍຟອງ ຊ່ອຍເຫຼືອລູກສາວ ພາຍຫຼັງຖືກນາຍໜ້າ ພາໄປເຮັດວຽກຢູ່ ຄາຊິໂນ ຄິງໂຣມັນ ແລ້ວຜູ້ປົກຄອງກັງວົນວ່າ ລູກສາວຈະຕົກເປັນເຫຍື່ອຂອງການຄ້າມະນຸດ ຈຶ່ງຂໍຄວາມຊ່ອຍເຫຼືອຈາກເຈົ້າໜ້າທີ່, ດັ່ງນັ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈຶ່ງຊ່ອຍລູກສາວຂອງເຂົາເຈົ້າໄດ້ໄວ້ທັນ.
ສໍາລັບສາເຫດ ທີ່ຜູ້ປົກຄອງຂອງເດັກນ້ອຍ ຄົນດັ່ງກ່າວ ຕັດສິນໃຈໃຫ້ລູກອອກໄປສ່ຽງຊີວິດແນວນັ້ນ ກໍຍ້ອນຄອບຄົວມີຖານະທຸກຍາກ ແລະອີກຢ່າງນຶ່ງ ໃນໄລຍະການແຜ່ຣະບາດຂອງໂຄວິດ-19 ນີ້ ຜູ້ປົກຄອງກໍບໍ່ມີວຽກເຮັດງານທໍາ ຮວມທັງໂຕຂອງເດັກນ້ອຍເອງ ຕ້ອງຮຽນອອນລາຍ ແລະບໍ່ມີໂທຣະສັບໃຊ້ໃນການຮຽນ ທາງຄອບຄົວຈຶ່ງຕັດສິນໃຈ ໃຫ້ເດັກນ້ອຍ ໄປເຮັດວຽກເພື່ອຫາເງິນມາຊ່ອຍຄອບຄົວ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່າວວ່າ:
“ຄາໂຄວິດ-19 ແນ່ ພໍ່ແມ່ກະທຸກຍາກແນ່ ຍ້ອນຄວາມຮູ້ເທົ່າບໍ່ເຖິງການແນ່ ກະຢາກໄດ້ເງິນແດ່ເນາະ ເວົ້າຄວາມໝົດສາ ເສຖກິຈຄອບຄົວກໍບໍ່ດີ ກໍຄິດວ່າ ເຮົາແຕ່ງງານກັບຄົນຈີນ ໄປເຮັດວຽກຢູ່ຈີນ ໄດ້ເງິນຫຼາຍອິສັງຫັ້ນນ່າ ເຂົາບໍ່ເຂົ້າໃຈຈຸດນີ້ ພວກເຮົາຊ່ອຍທັນຢູ່ ດຽວນີ້ພວກເຮົາກໍາລັງ ດໍາເນີນການໂຄສະນາ ໃຫ້ຮອດເຖິງປະຊາຊົນ ໃຫ້ເຂົ້າໃຈກ່ຽວກັບວຽກງານໂຕນີ້ຫັ້ນນ່າ ກ່ຽວກັບການຄ້າມະນຸດນີ້ ກໍາລັງຝຶກອົບຮົມກ່ຽວກັບວຽກນີ້ຢູ່ ຫັ້ນນ່າ.”
ໃນໄຕມາດທີ່ 4 ແຕ່ເດືອນຕຸລາ ປີ 2021 ຫາເດືອນ ມົກກະຣາ ປີ 2022 ຄະນະກັມການຕ້ານການຄ້າມະນຸດຣະດັບຊາດ ກໍໄດ້ມີແຜນສ້າງສື່ພິມໂຄສະນາ ກ່ຽວກັບການຄ້າມະນຸດ ວ່າການຄ້າມະນຸດແມ່ນຫຍັງ ເປັນພາສາກຶມມຸ ແລະຈະພັທນາເປັນພາສາມົ້ງນໍາອີກ ຫາກງົບປະມານພຽງພໍ ເນື່ອງຈາກວ່າແມ່ຍິງຊົນເຜົ່າດັ່ງກ່າວ ມັກຕົກເປັນເຫຍື່ອຂອງການຄ້າມະນຸດ ຫຼືຕົກຢູ່ໃນກຸ່ມສ່ຽງຂອງການຄ້າມະນຸດ, ດັ່ງເຈົ້າໜ້າທີ່ຄະນະກັມການ ຕ້ານການຄ້າມະນຸດຣະດັບຊາດ ຜູ້ດຽວກັນ ທີ່ໄດ້ກ່າວໃນເບື້ອງຕົ້ນ ກ່າວອີກວ່າ:
“ເພາະວ່າກຸ່ມສ່ຽງນີ້ ມັນກໍນອນຢູ່ໃນເຜົ່ານັ້ນ ກໍມີຫຼາຍຄົນ ກໍເລີຍໄດ້ເຮັດເປັນພາສາກຶມມຸນໍາ ຍັງບໍ່ທັນໄດ້ເຮັດເປັນພາສາມົ້ງໄດ້ເທື່ອ ມັນຕ້ອງໄດ້ໃຊ້ທຶນ ມັນອອກເປັນໄລຍະໆ ຕາມຈັງຫວະມັນຫັ້ນນ່າ ຈໍານວນນຶ່ງລະເຮັດກ່ຽວກັບການຄ້າມະນຸດ ແມ່ນຫຍັງຫັ້ນ ເປັນພາສາກຶມມຸຫັ້ນ.”
ໃນໄລຍະ 6 ເດືອນ ຂອງຕົ້ນປີນີ້ ມີແມ່ຍິງລາວ ຢູ່ແຂວງຫຼວງພຣະບາງ ໂດຍສະເພາະແມ່ຍິງຊົນເຜົ່າກຶມມຸ ແລະ ຊົນເຜົ່າມົ້ງ ທີ່ຢູ່ໃນເຂດຊົນບົດ ຈຳນວນ 25 ຄົນຕົກເປັນເຫຍື່ອຂອງການຄ້າມະນຸດ ໃນນັ້ນ 4 ຄົນ ຖືກຄ້າມະນຸດໄປຈີນ ແລະ 21 ຄົນຖືກຄ້າມະນຸດໄປໄທຍ.
ສາເຫດທີ່ເຮັດໃຫ້ແມ່ຍິງລາວ ຕົກເປັນເຫຍື່ອຂອງການຄ້າມະນຸດ ຍ້ອນວ່າ ແຂວງຫຼວງພຣະບາງ ເປັນເມືອງມໍຣະດົກໂລກ ມີແຫຼ່ງທ່ອງທ່ຽວ ແລະທັມມະຊາດທີ່ສວຍສົດງົດງາມ ຈຶ່ງກາຍເປັນຊ່ອງວ່າງ ທີ່ກຸ່ມຄ້າມະນຸດສວຍໂອກາດ ເພື່ອເດີນທາງເຂົ້າມາປະເທດ ແລະຊັກຊວນຕົວະຍົວະໃຫ້ແມ່ຍິງລາວ ໄປເຮັດວຽກຢູ່ຕ່າງປະເທດດ້ວຍຄ່າຈ້າງສູງ.
ຖ້າຫາກທາງຣົດໄຟ ລາວ-ຈີນ ເປີດໃຊ້ບໍຣິການຢ່າງເປັນທາງການ ຈະເປັນປັດຈັຍອີກອັນນຶ່ງ ທີ່ຈະເຮັດໃຫ້ມີການຄ້າມະນຸດເພີ່ມຂຶ້ນ ຂະນະທີ່ ພາກສ່ວນກ່ຽວຂ້ອງຍັງບໍ່ມີງົບປະມານ ໃນການໂຄສະນາ ເຜີຍແຜ່ຜົນຮ້າຍຂອງການຄ້າມະນຸຸດ ໄດ້ຢ່າງທົ່ວເຖິງ ໂດຍສະເພາະໃນເຂດຊົນນະບົດ, ດັ່ງເຈົ້າໜ້າທີ່ຕ້ານການຄ້າມະນຸດ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 21 ກັນຍາ 2021 ນີ້ວ່າ:
“ເພາະວ່າຫຼວງພຣະບາງນີ້ ມັນເປັນເມືອງມໍຣະດົກໂລກ ແຂກຕ່າງດ້າວ ທ້າວຕ່າງແດນ ກໍຖືວ່າຄົນຕ່າງປະເທດລັ່ງໄຫຼເຂົ້າມາລົງທຶນ ຈັ່ງຊັ້ນແລ້ວ ທາງດ່ວນເນາະ ທາງຣົດໄຟລາວ-ຈິນ ຖ້າສໍາເຣັດນີ້ ແຫ່ງຄ້າມະນຸດຈະຫຼາຍກວ່ານີ້ ສ່ວນບ້ານມັນຢູ່ຫ່າງໄກສອກຫຼີກ ພວກເຮົາກໍມອບໃຫ້ອຳນາດການປົກຄອງບ້ານ ສຶກສາອົບຮົມຫັ້ນນ່າ ໄທເຮົາບໍ່ລົງໄປ ກໍອີງໃສ່ງົບປະມານແດ່.”
ນອກຈາກນີ້ ຄວາມທຸກຍາກຂອງຄອບຄົວ ໃນເຂດຊົນບົດ ກໍເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ແມ່ຍິງລາວ ຕົກເປັນເຫຍື່ອຂອງການຄ້າມະນຸດ ຊຶ່ງຮູບແບບການຕົກເປັນເຫຍື່ອ ຂອງການຄ້າມະນຸດໄປຈີນນັ້ນ ແມ່ນແມ່ຍິງລາວ ຖືກຕົວະຍົວະແຕ່ງດອງໄປເປັນເມັຽຂອງຄົນຈີນ ຫຼັງຈາກນັ້ນກໍຖືກຂາຍໃຫ້ກຸ່ມຄ້າມະນຸດໃນຈີນ ແລະສ່ວນໃຫຍ່ແມ່ຍິງລາວ ທີ່ຕົກເປັນເຫຍື່ອຂອງກຸ່ມຄ້າມະນຸດ ມີອາຍຸຣະຫວ່າງ 18-25 ປີ, ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວເພີ່ມວ່າ:
“ຜູ້ຊາຍຈີນໄປເຫັນແລ້ວ ກໍມັກເອົາເງິນ 20 ເຖິງ 50 ລ້ານກີບນີ້ ມອບໃຫ້ທາງພໍ່ແມ່ເນາະ ໂດຍບໍ່ຄໍານຶ່ງເຖິງຣະບຽບການ ກົດໝາຍ ບາດນີ້ໄປຮອດຈີນພຸ້ນແລ້ວ ລາວຫັ້ນບໍ່ຢາກໄດ້ແລ້ວ ເມັຽລາວນ່າ ເອົາເມັຽໂຕເອງນີ້ ໄປເກັບໃບຊາ ແມ່ນບໍ່ໄດ້ເຫັນໃຕ້ເຫັນເໜືອມິຫຍັງນ່າ ບາດນີ້ຈໍານວນນຶ່ງ ຖືກເອົາໄປກັກຢູ່ຫ້ອງໃຕ້ດິນ ຕອນຄໍ່ານີ້ ຈະມີຜູ້ບ່າວນີ້ ກະໄປຫຼີ້ນ ຜູ້ໃດມັກກໍຈ່າຍເງິນໃຫ້ ຊື້ໄປແລ້ວ ກໍ 2-3 ເດືອນ 6 ເດືອນແລ້ວ ລາວກໍຂາຍຕໍ່.”
ທ່ານກ່າວຕື່ມວ່າ ສ່ວນຮູບແບບທີ່ແມ່ຍິງລາວ ຕົກເປັນເຫຍື່ອຂອງການຄ້າມະນຸດໄປໄທຍນັ້ນ ຈະເປັນຂບວນການ ທີ່ນາຍໜ້າຄົນໄທຍເດີນທາງເຂົ້າມາລາວ ດ້ວຍການໃຊ້ວີຊາທ່ອງທ່ຽວ ແລ້ວຊອກຫາແມ່ຍິງທີ່ສມັກໃຈໄປເຮັດວຽກຢູ່ໄທຍ ດ້ວຍຄ່າຈ້າງແຮງງານສູງ ຫຼືໄປເສີບອາຫານ ຢູ່ໃນສະຖານທີ່ບັນເທີງຕ່າງໆໃນໄທຍ ພ້ອມທັງເຮັດພາສປອດໃຫ້ ໃນທີ່ສຸດເມື່ອໄປຮອດໄທຍແລ້ວ ກໍຂາຍໃຫ້ກຸ່ມຄ້າມະນຸດແລະຄ້າປະເວນີ ແລະບາງຄົນ ກໍຖືກເຈົ້າໜ້າທີ່ໄທຍຈັບສົ່ງມາລາວ.
ບັນຫາການຄ້າມະນຸດ ແລະຄ້າປະເວນີ ໃນລາວ ຍັງບໍ່ໄດ້ຮັບການແກ້ໄຂໃຫ້ໝົດໄປເທື່ອ ຍ້ອນຄວາມທຸກຍາກໃນລາວ ໂດຍສະເພາະໃນເຂດຊົນບົດ ຈຶ່ງເຮັດໃຫ້ແມ່ຍິງລາວ ສ່ຽງຕໍ່ການຖືກຄ້າມະນຸດ ແລະຣັຖບານລາວ ກໍຂາດງົບປະມານໃນການແກ້ໄຂບັນຫາດັ່ງກ່າວ.
ພັນຕຳຣວດໂທຈັນເພັດ ໄຊສົມບູນ ຮອງຫົວໜ້າກົມຕຳຣວດ ສະກັດກັ້ນແລະຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສງົບ ຣາຍງານໃນທ້າຍປີ 2018 ວ່າ ໃນໄລຍະຜ່ານມາ ມີແມ່ຍິງລາວຖືກຄ້າມະນຸດໄປຈີນ ປະມານ 3,000 ຄົນ ໃນນັ້ນ 600 ຄົນ ໄດ້ຖືກຊົດຊ່ອຍ ກັບຄືນປະເທດລາວ. ສະບາຍດີ