ການຖືພາຂອງ ຍິງລາວວັຍລຸ້ນ


2013.07.17
F-pregnant-girl ແມ່ຍິງ ວັຍລຸ້ນ ໃຫ້ຣະວັງ ການຖືພາ ໃນເວລາ ທີ່ຍັງບໍ່ພ້ອມ ຈະມີຄອບຄົວ
Laotimes

 

ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງລາວ ເວົ້າວ່າ ເປັນເຣື່ອງ ທີ່ ໜ້າເປັນຫ່ວງ ທີ່ ວັຍລຸ້ນ ແມ່ຍິງລາວ ຈໍານວນ ບໍ່ໜ້ອຍ ຖືພາ ໃນ ປັຈຈຸບັນ ນີ້.

ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ລາວ ທີ່ມີໜ້າທີ່ ໃຫ້ຄໍາປຶກສາ ດ້ານການແພດ ເວົ້າວ່າປັຈຈຸບັນ ມີວັຍລຸ້ນທັງຍິງແລະຊາຍມາປຶກສາ ເຣື່ອງເພດ ການຖືພາ ກ່ອນວັຍ ອັນຄວນ ຫລາຍກວ່າ ແຕ່ກ່ອນ ຊຶ່ງສອດຄ່ອງ ກັບຣາຍງານ ຂອງ ອົງການ ສາກົລ UNFPA ທີ່ວ່າຜູ້ຍິງ ວັຍລຸ້ນ ລາວ ປັຈຈຸບັນ ຖືພາ ຫລາຍຂຶ້ນ ເຖິງແມ່ນວ່າ ທາງ ເຈົ້າໜ້າທີ່ ຈະຫ້າມເຣື່ອງນີ້ບໍ່ໄດ້ ແຕ່ສ່ວນຫລາຍ ໄດ້ແນະນໍາ ໃຫ້ເຂົາເຈົ້າ ຮູ້ຈັກ ຣະວັງ ແລະ ປ້ອງກັນ ຕົວເອງ ໃນການມີ ເພດ ສັມພັນ. ຍານາງ ກ່າວວ່າ:

"ເປັນຫ່ວງ ແບບວ່າ ວິທີປ້ອງກັນ ສ່ວນຫລາຍ ຂະເຈົ້າ ຈະບໍ່ປ້ອງກັນ ເນາະ ເຂົາຈະຂາດ ສະຕິ ໃນການຕໍ່ລອງ ແຟນ ຂອງເຂົາ ໃນການທີ່ ວ່າຈະມີ ເພດສັມພັນ ເພາະວ່າຄັນ ຖ້າຂະເຈົ້າ ບໍ່ໄດ້ ປ້ອງກັນ ແລ້ວ ມັນຈະສ່ຽງ ນອກຈາກ ຈະສ່ຽງ ໃນການຕິດຕໍ່ ພຍາດຕິດຕໍ່ ທາງ ເພດສັມພັນ ຮວມທັງເອດສ ຫັ້ນນະ ຍັງສາມາດ ເຮັດໃຫ້ ຂະເຈົ້າ ຖືພາ ແບບບໍ່ໄດ້ ຕັ້ງໃຈ ໃນການປ້ອງກັນ ຢາກຝາກເຖິງ ວິທີການ ປ້ອງກັນ".

ຍານາງ ກ່າວເນັ້ນວ່າ ເຣື່ອງການ ຄົບເພື່ອນ ຕ່າງເພດ ໃນວັຍລຸ້ນ ວັຍຮຽນ ເປັນສິ່ງທີ່ ຫ້າມບໍ່ໄດ້ ແຕ່ຖ້າຫາກ ຈະມີ ເພດສັມພັນ ກໍຕ້ອງ ຮູ້ຈັກປ້ອງກັນ ຍ້ອນວ່າ ການຖືພາ ໃນວັຍຮຽນ ວັຍທີ່ຍັງ ບໍ່ພ້ອມຈະມີລູກ ຈະເກີດຫລາຍ ບັນຫາ ຕາມມາ ທັງເຣື່ອງ ການລ້ຽງດູ ແລະ ອາຈນໍາໄປສູ່ ບັນຫາ ຢ່າຮ້າງ ນໍາດ້ວຍ.

ຣາຍງານ ຂອງ ກອງທຶນ ສະຫະປະຊາຊາດ ເພື່ອ ປະຊາກອນ UNFPA ການສໍາຣວດ ປະຊາກອນ ໃນ ປະເທດລາວ ພົບວ່າ ໃນແມ່ຍິງ ວັຍລຸ້ນ ລາວ ອາຍຸ ຣະຫວ່າງ 15 ຫາ 19 ປີ ທຸກ ພັນ ຄົນໃດ ຈະມີຜູ້ຖືພາ ແລະ ຄອດລູກ 94 ຄົນ ໃນ 1 ປີ. ດຣ Esther Mui ຜູ້ຕາງໜ້າ UNFPA ເຫັນວ່າ ການຖືພາ ຂອງ ວັຍລຸ້ນ ແມ່ນບັນຫາ ສຸຂພາບ ແຕ່ປາກົດວ່າ ເປັນ ບັນຫາ ບໍ່ດີ ທາງສັງຄົມ ຊຶ່ງອາຈນໍາ ໄປສູ່ບັນຫາ ຄວາມຮຸນແຮງ ການກົດຂີ່ ທາງເພດ ແລະ ການຢ່າຮ້າງ ໃນຄອບຄົວ. ແລະ ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ສູນ ໃຫ້ຄໍາ ປຶກສາ ເຣື່ອງເພດ ສໍາລັບ ວັຍລຸ້ນລາວ ກ່ອນໜ້ານີ້ ວ່າ ໃນແຕ່ ລະມື້ ຈະມີວັຍລຸ້ນ ໂທຣະສັບ ຂໍຄໍາປຶກສາ ຈາກ ສູນ ມື້ລະ 10 ຄົນ ສ່ວນຫລາຍ ສົນໃຈ ຖາມເຣື່ອງ ເພດສັມພັນ ແລະ ທາງອອກ ຫາກ ຖືພາ ກ່ອນວັຍ ອັນຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.