ມີປະຊາຊົນ 500 ຄົນ ໄດ້ຮັບຜົນກະທົບຈາກຝົນເຫຼືອງ

ນາງ ເຢັນລີ ໜຶ່ງໃນຜູ້ທີ່ໄດ້ຮັບຜົນກະທົບ ຈາກຝົນເຫຼືອງ. ເດືອນມີນາ 2024.
ນາງ ເຢັນລີ ໜຶ່ງໃນຜູ້ທີ່ໄດ້ຮັບຜົນກະທົບ ຈາກຝົນເຫຼືອງ. ເດືອນມີນາ 2024. (Credit: War Legacies Project)

0:00 / 0:00

ໃນລາຍການ ເມືອງລາວ ປະຈໍາສັບປະດາPodcast EP-40 ພາກທີ 1 ໄດ້ສຳພາດ ທ່ານນາງ ແຈກກີ້ ຊັນຍົງ ອາສາສະໝັກ ທີ່ປຶກສາອາວຸໂສ ຈາກ ໂຄງການ ຄວາມຫວັງຫຼັງສົງຄາມ War Legacies Project in Laos ເວົ້າວ່າ ມີປະຊາຊົນ ປະມານ 500 ຄົນ ໄດ້ຮັບຜົນກະທົບ ຈາກສານພິດ ຝົນເຫຼືອງ ທີ່ໃຊ້ເມື່ອປາງສົງຄາມ ຕາມເສັ້ນທາງ ໂຮ່ຈີມິນ ໂດຍສະເພາະ ຢູ່ແຂວງພາກໃຕ້ ຂອງປະເທດລາວ.