ຄົນງານລາວຖືກຈັບຍ້ອນ ບໍ່ກັກ ຕົວເອງ

ອຸ່ນແກ້ວ ສຸກສະຫວັນ
2020.03.30
F-quarantine ຄົນງານລາວ ຈາກປະເທດໄທ ທີ່ພາກັນເດີນທາງ ກັບຄືນຖິ່ນຖານ ພູມລໍາເນົາຂອງຕົນເອງ ໃນປະເທດລາວ ຊື່ງທາງການລາວ ມີມາຕການໃຫ້ທຸກຄົນ ຕ້ອງໄດ້ກັກຕົວ ຢູ່ສູນພັກຊົ່ວຄາວ 14 ມື້.
Citizen journalist

ທ້າວ ກ໋ອດ ອາຍຸ 27 ປີ ຊາວບ້ານປາກທວາຍ ເມືອງທ່າພະບາດ ຂວງບໍລິຄຳໄຊ ຊຶ່ງເປັນນຶ່ງໃນຈຳນວນຄົນງານລາວ ທີ່ກັບຈາກປະເທດ ໄທ ຖືກເຈົ້າໜ້າທີ່ທາງການ ແຂວງບໍລິຄຳໄຊ ຈັບຕົວໃນວັນທີ 28 ມີນາ ຍ້ອນວ່າ ບໍ່ໃຫ້ຄວາມຮ່ວມມື ແກ່ເຈົ້າໜ້າທີ່ ໃນການກັກຕົວເປັນ ເວລາ 14 ວັນ ເພື່ອເຝົ້າລະວັງພຍາດໂຄວິດ19.

ເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງບໍຣິຄຳໄຊ ຢືນຢັນ ຕໍ່ເອເຊັຽເສຣີ ໃນວັນທີ 30 ມີນາ ວ່າທາງການຈຳເປັນຕ້ອງ ໃຊ້ມາຕການ ເຂັ້ມງວດ:

"ຖືວ່າ ໄດ້ມີການຄວບຄຸມ ນະໂຍບາຍຂອງແຕ່ລະປະເທດ ມັນກະໄດ້ເຮັດໝົດລະເດ້ ເພື່ອຕິດຕາມ 14 ມື້ຫັ້ນ ທຸກປະເທດກະຕ້ອງໄດ້ ເຮັດແນວນີ້ໝົດ ເພາະວ່າ ເຮົາອອກຈາກປະເທດນີ້ ໄປຫາປະເທດອື່ນ ຕ້ອງໄດ້ຕິດຕາມເລື້ອງສຸຂພາບຫັ້ນ."

ຫຼາຍຄົນເຊື່ອວ່າ ທ້າວ ກ໋ອດ ຖືກຈັບ ຍ້ອນວ່າ ໃນອາທິດທີ່ຜ່ານມາລາວ ໄດ້ໂພສວີດິໂອ ລົງເຟສບຸກ ວິພາກວິຈານສູນກັກກັນຕົວເອງ ໄປໃນທາງທີ່ບໍ່ເໝາະສົມ. ມີຕອນນຶ່ງ ທ້າວ ກ໋ອດ ໄດ້ກ່າວວ່າ:

"ເອົາເດີ ເບິ່ງເດີພີ່ນ້ອງ ອັນນີ້ຄືການມາຂ້າໂຣກໂຄວິດ ເອົາກູມາຂ້າໂຣກ ຫລືວ່າເອົາກູມາຕິດໂຣກກັນແທ້ນີ້ ຫ້ອງກະບໍ່ໄດ້ທຳຄວາມສະອາດ ບໍ່ມີການຂ້າຊົງ ຂ້າເຊື້ອຫຍັງເລີຍອັນນີ້ນະ."

ກ່ຽວກັບເລື້ອງນີ້ ຊາວລາວທ່ານນຶ່ງ ໄດ້ສະແດງຄວາມຄິດເຫັນວ່າ ກໍຣະນີ ເຈົ້າໜ້າທີ່ຈັບປະຊາຊົນ ທີ່ບໍ່ໃຫ້ຄວາມຮ່ວມມື ໃນການກັກຕົວນັ້ນ ຖືວ່າເໝາະສົມແລ້ວ ເພື່ອເປັນການໃຊ້ມາດຕະການຮັກສາ ຄວາມປອດພັຍ ໃຫ້ແກ່ສັງຄົມສ່ວນລວມ, ດັ່ງທ່ານກ່າວວ່າ:

"ເຂົາກະບໍ່ເຂົ້າໃຈນະ ຢູ່ບ່ອນວ່າ ບໍ່ຢາກໄປກັກຕົວເອງນະ ເປັນອັນຕະລາຍແກ່ສ່ວນລວມເດ້ ອັນນັ້ນຫັ້ນນະ ເຫັນແກ່ຕົວ ຫັ້ນແຫລະ ຄັນເວົ້າມາ."

ເຖີງຢ່າງໃດກໍຕາມ ເຈົ້າໜ້າທີ່ ປກສ ເມືອງທ່າພະບາດ ບໍ່ສະດວກໃຫ້ສຳພາດ ແກ່ ເອເຊັຽເສຣີ ທາງໂທລະສັບ ຫລັງຈາກທີ່ ເອເຊັຽເສຣີ ໄດ້ຕິດຕໍ່ໄປສຳພາດ ເລື້ອງການຈັບຕົວ ທ້າວ ກ໋ອດ.

ປັດຈຸບັນ ຄົນງານລາວ ທີ່ກັບມາຈາກປະເທດໄທ ໄດ້ເດີນທາງກັບບ້ານຂອງຕົນເອງແລ້ວ, ແລະ ຖືກທາງການສັ່ງໃຫ້ໄປຢູ່ໃນສະຖານທີ່ ກັກຕົວເອງ ເປັນເວລາ 14 ວັນ ຊຶ່ງໄດ້ເລີ້ມດຳເນີນການ ມາແຕ່ວັນທີ 23 ມີນາ ເປັນຕົ້ນມາ, ແຕ່ກໍມີແຮງງານລາວອີກຈຳນວນນຶ່ງ ທີ່ ລັກຂ້າມຂອງມາ ໂດຍບໍ່ໄດ້ຜ່ານການກວດກາ ຢູ່ດ່ານຕໍມໍ ໃນຂນະທີ່ເຈົ້າໜ້າທີ່ ກໍມີການຕິດຕາມເອົາເຂົາເຈົ້າມາກັກໄວ້ສູນຊົ່ວຄາວກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.