ພຍາດອີໂບລາກໍາລັງແພ່ ຣະບາດ

ຈໍາປາທອງ
2014.08.13
f-ebola ພຍາດ ອີໂບລາ ກໍາລັງ ຣະບາດ ອາຟຣິກາ ຕາເວັນຕົກ
gudhealth

 

ອີໂບລາ ເປັນພຍາດ ອັນຕະລາຍ ຮ້າຍແຮງ ທີ່ ສາມາດ ຕິດຕໍ່ ຜ່ານການ ສໍາພັດ ກັບ ຂອງແຫລວ ຈາກ ຮ່າງກາຍ ຂອງ ຜູ້ຕິດ ເຊື້ອ ຊຶ່ງ ຕົວເລກ ຫລ້າສຸດ ບົ່ງບອກວ່າ ມີ ຜູ້ເສັຍ ຊີວິດ ຈາກ ໄວຣັສ ນີ້ແລ້ວ 961 ຄົນ ແລະ ມີຜູ້ຕິດ ເຊື້ອໂຣຄນີ້ ອີກ 1,779 ຄົນ ຊຶ່ງສ່ວນໃຫຍ່ ແມ່ນຢູ່ 3 ປະເທສ ໃນ ອາຟຣິກາ ຕາເວັນຕົກ ຄືປະເທສ ກິນີ, ເຊັຽຣາລີໂອນ ແລະ ປະເທສ ໄລບີເຣັຍ.

ອົງການ ອະນາມັຍ ໂລກ ເວົ້າເຖິງ ສະພາບ ໂຣຄນີ້ ໃນມື້ວັນ ສຸກ ທີ 1 ສິງຫາ 2014 ນີ້ວ່າ ເປັນພາວະ ສຸກເສີນ ທາງ ສາທາຣະ ນະສຸກ ຣະຫວ່າງ ປະເທສ ແລະ ຮຽກຮ້ອງ ໃຫ້ ປະເທສ ຕ່າງໆ ຮ່ວມມືກັນ ຕ້ານການ ແພ່ຣະບາດ ຂອງ ເຊື້ອໄວຣັສ ອີໂບລາ ແລະ ເຮັດໃຫ້ ເຊື້ອໂຣຄນີ້ ໝົດໄປ ຊຶ່ງ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະຣັດ ອະເມຣິກາ ຣະບຸ ເມື່ອວັນທີ 6 ສິງຫາ ວ່າ ເຊື້ອໄວຣັສ ອີໂບລາ ທີ່ ເອົາຊີວິດ ຜູ້ຕິດເຊື້ອ ຫລາຍກວ່າ ເຄິ່ງນຶ່ງ ນັ້ນ “ບໍ່ແມ່ນ ເຊື້ອໂຣຄ ທີ່ ຕິດຕໍ່ກັນ ທາງອາກາດ” ດັ່ງນັ້ນ ຈຶ່ງສາມາດ ຄວບຄຸມ ແລະ ຈໍາກັດ ຂອບເຂດ ການແພ່ ຣະບາດໄດ້ ຫາກ ມີວິທີ ດໍາເນີນການ ທີ່ ເໜາະສົມ.

ໄວຣັສ ອີໂບລາ ກໍາລັງ ຣະບາດ ຢູ່ຫລາຍ ປະເທສ ໃນໂລກ ຂນະທີ່ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຣະບຸວ່າ ຕອນນີ້ ຍັງໄວເກີນ ໄປ ທີ່ ຈະສົ່ງຢາ ຊຶ່ງກໍາລັງ ທົດລອງ ຢູ່ ໄປຮັກສາ ຜູ້ປ່ວຍ ໃນ ອາຟຣິກາ ຕະເວັນຕົກ ຊຶ່ງເຊື້ອໂຣຄ ນີ້ ກໍາລັງແພ່ ຣະບາດ ຢ່າງໜັກຢູ່.

ທ່ານ ບາຣັກ ໂອບາມາ ກ່າວວ່າ ຫລາຍ ປະເທສ ທີ່ກໍາລັງ ໄດ້ຮັບ ຜົລກະທົບ ຈາກ ເຊື້ອໂຣຄ ອີໂບລາ ຄວນ ຈະຫັນໄປ ໃຫ້ ຄວາມ ສໍາຄັນ ກັບ ການພັທນາ ຣະບົບ ໂຄງສ້າງ ພຶ້ນຖານ ທີ່ມີ ຄຸນນະພາບ ຫລາຍ ກວ່າ.

“ທ່ານຄິດວ່າ ເຮົາຄວນ ຈະປ່ອຍໃຫ້ ວິທຍາສາດ ເປັນຜູ້ຊີ້ນໍາ ເຮົາ ແລະ ທ່ານ ກໍບໍ່ຄິດວ່າ ມີຂໍ້ມູນ ຂ່າວສານ ຄົບຖ້ວນແລ້ວ ໃນ ເຣຶ່ອງ ທີ່ວ່າ ຢາຕົວນີ້ ຈະຊ່ວຍ ໃນ ການຮັກສາ ໄດ້ໜ້ອຍ ຫລາຍ ພຽງໃດ”.

ການທີ່ ຄນະແພດ ຂອງ ສະຫະຣັດ ຕັດສິນໃຈ ໃຊ້ຢາ ທີ່ກໍາລັງ ທົດລອງ ຢູ່ນີ້ ໄປຮັກສາ ຜູ້ປ່ວຍ ຊາວ ອາເມຣິກັນ 2 ຄົນ ທີ່ ຕິດເຊື້ອ ອີໂບລາ ນັ້ນ ກໍາລັງກໍ່ ໃຫ້ເກີດມີ ຄວາມຄິດ ແຕກຕ່າງກັນ ຫລາຍຢ່າງ ຢູ່ໃນ ຂນະນີ້.

ຢ່າງໃດກໍດີ ປະທານາທິບໍດີ ບາຣັກ ໂອບາມາ ກໍເນັ້ນວ່າ ຫລາຍປະເທສ ທີ່ໄດ້ຮັບ ຜົລກະທົບ ຈາກໂຣຄນີ້ ຄວນທີ່ ຈະຍອມຮັບ ກ່ອນວ່າ ການຣະບາດ ຂອງ ໂຣຄ ຮ້າຍຊນິດນີ້ ເກີດຂຶ້ນ ເພາະ ຣະບົບ ສາທາຣະນະສຸກ ຍັງບໍ່ ພຽງພໍ ເຮັດໃຫ້ ບໍ່ສາມາດ ຣະບຸອາການ ປ່ວຍ ແລະ ແຍກຕົວ ຜູ້ປ່ວຍໄດ້ ທັນທ່ວງທີ ຊຶ່ງ ຜົລຕາມມາ ກໍຄືການ ແພ່ຣະບາດ ຢ່າງໄວວາ ກວ່າຄັ້ງກ່ອນໆ ໂດຍທີ່ ປົກກະຕິ ແລ້ວ ເຊື້ອ ໂຣຄ ນີ້ ຣະບາດຢູ່ ເປັນຣະຍະໆ. ເຈົ້າໜ້າທີ່ ປະຈໍາ ສູນຄວບຄຸມ ແລະ ປ້ອງກັນພຍາດ CDC ກໍໄດ້ຍົກ ຣະດັບ ເຕືອນພັຍ ຂຶ້ນສູ່ ຣະດັບ ສູງສຸດ ກ່ຽວກັບ ການ ແພ່ຣະບາດ ຂອງ ເຊື້ອໂຣຄ ອີໂບລາ ນີ້.

ເພື່ອຊ່ວຍ ແກ້ໄຂ ບັນຫາ ດັ່ງກ່າວ ສະຫະຣັດ ອະເມຣິກາ ກໍາລັງ ເຮັດວຽກ ຮ່ວມກັບ ພັນທະມິດ ປະເທສ ຢູໂຣບ ແລະ ອົງການ ອະນາມັຍ ໂລກ ເພື່ອຊ່ວຍ ຄວບຄຸມ ການ ແພ່ຣະບາດ ຂອງ ເຊື້ອໂຣຄ ອີໂບລາ ນີ້. ກ່ອນອືື່ນໝົດ ກໍຈະເນັ້ນ ໄປທີ່ ການປັບປຸງ ຣະບົບ ສາທາຣະນະສຸກ ເພາະ ເປັນທີ່ ຮູ້ຈັກກັນດີ ຢູ່ແລ້ວວ່າ ຄວນເຮັດ ຢ່າງໃດ ແລະ ໃນຂນະ ດຽວກັນ ກໍ ຈະປຶກສາ ຫາຂໍ້ມູນ ເພີ່ມຕື່ມ ກ່ຽວກັບ ຄວາມ ຄືບໜ້າ ຂອງຢາ ທີ່ຈະໃຊ້ ຮັກສາ ປິ່ນປົວ.

ໃນການ ປ້ອງກັນ ເຊື້ອໂຣຄ ດັ່ງກ່າວ ຫລາຍ ປະເທສ ຕ່າງກໍຫາ ວິທີປ້ອງກັນ. ບັດາ ຜູ້ຊ່ຽວຊານ ຄນະກັມການ ສຸກເສີນ ຂອງ ອົງການ ອະນາມັຍ ໂລກ ໄດ້ກ່າວສລຸບ ພາຍຫຼັງ ກອງປະຊຸມ ສອງວັນ ກ່ຽວກັບ ໂຣຄ ອີໂບລາ ຊຶ່ງ ມາດາມ ມາກາແຣັດ ຊານ ຜູ້ ອໍານວຍການ ອົງການ ອະນາມັຍ ໂລກ ກ່າວວ່າ:

"ນີ້ ເປັນການ ແພ່ຣະບາດ ທີ່ຮ້າຍແຮງ ແລະ ສລັບສັບຊ້ອນ ທີ່ສຸດ ໃນຮອບ ເກືອບ 4 ທົສວັດ ຂອງ ເຊື້ອພຍາດນີ້ ແລະ ເຈົ້າໜ້າທີ່ ອົງການ ອະນາມັຍ ໂລກ ກໍເວົ້າວ່າ ເປັນທີ່ ສໍາຄັນຍິ່ງ ໃນການຍັບຍັ້ງ ການຕ່າວ ປີ້ນ ການແພ່ ຣະບາດ ຂອງ ອີໂບລາ ແລະ ໄດ້ແນະນໍາ ໃຫ້ ປະເທສ ທີ່ ມີການ ແພ່ຣະບາດ ນັ້ນ ປະກາດ ພາວະ ສຸກເສີນ ຣະດັບຊາດ ໃຫ້ ຂໍ້ມູນພຽງພໍ ແກ່ ມວນຊົນ, ໃຫ້ທຸກຄົນ ທີ່ ມີອາການ ສົງໄສ ວ່າຕິດເຊື້ອ ໂຣຄ ໃນປະເທສ ເຫລົ່ານັ້ນ ຜ່ານການ ກວດກາ ເປັນຢ່າງດີ ກ່ອນທີ່ ພວກເຂົາເຈົ້າ ຈະເດີນທາງ ອອກໄປ ນອກ ປະເທສ".

ສໍາລັບ ວຽດນາມ ໃນວັນທີ 12 ສິງຫາ ນີ້ກໍມີ ຂ່າວວ່າ ວຽດນາມ ກໍໄດ້ ປະຕິບັດ ມາຕການ ປ້ອງກັນ ການຕິດເຊື້ອ ໄວຣັສ ອີໂບລາ ຢ່າງເຂັ້ມງວດ ໃນການ ກວກຂັນຫາ ໂຣຄ ຢູ່ດ່ານ ຊາຍແດນ ແລະ ທາງເຂົ້າ ຣະຫວ່າງ ປະເທສ ທັງໝົດ ຮວມທັງ ການແຈ້ງເຕືອນ ການເດີນທາງ ໄປຍັງ ປະເທສ ທີ່ ມີການ ແພ່ຣະບາດ ຂອງເຊື້ອໂຣຄ ນີ້ນໍາດ້ວຍ.

ກະຊວງ ສາທາຣະນະສຸຂ ສັ່ງໃຫ້ ມີການ ກວດກາ ເອກກະສານ ຢັ້ງຢືນ ສຸຂພາບ ຢູ່ທຸກດ່ານ ຊາຍແດນ ຣະຫວ່າງ ປະເທສ ຢູ່ ສນາມບິນ ສາກົນ ໂດຍສະເພາະ ຜູ້ທີ່ເດີນທາງ ມາຈາກ ປະເທສ ທີ່ ມີການຕິດ ເຊື້ອ ທັງ ກິນີ, ເຊັຍຣາລີໂອນ ແລະ ປະເທສ ໄລບີເຣັຍ. ພ້ອມກັນນັ້ນ ທາງການ ວຽດນາມ ຍັງໄດ້ຕັ້ງ ສູນ ປະຕິບັດ ງານ ສຸຂເສີນ ເພື່ອຕຽມພ້ອມ ແກ້ໄຂບັນຫາ ດັ່ງກ່າວ ໃຫ້ ທັນທ່ວງທີ ໃນກໍຣະນີ ພົບ ຜູ້ຕິດເຊື້ອ ຢູ່ພາຍ ໃນປະເທສ ຂອງຕົນ.

ວຽດນາມ ຍັງບໍ່ທັນ ສາມາດ ທີ່ ຈະແກ້ໄຂ ດ້ານຄວາມ ປອດພັຍ ທາງ ຊີວະພາບ ສໍາລັບ ການວິຈັຍ ເຊື້ອໄວຣັສ ອີໂບລາ ໄດ້. ຫາກພົບ ຜູ້ ຕ້ອງສົງສັຍ ວ່າຕິດ ເຊື້ອ ໄວຣັສ ດັ່ງກ່າວ ວຽດນາມ ຈະຕ້ອງໄດ້ ສົ່ງຕົວຢ່າງ ໄປ ສະຫະຣັດ ອະເມຣິກາ ເພື່ອວິຈັຍ.

ທ່ານ ເຈີ່ນ ຮຽນ ຜູ້ ອໍານວຍການ ສະຖາບັນ ອະນາມັຍ ແລະ ຣະບາດ ວິທຍາ ຂອງ ກະຊວງ ສາທາຣະນະສຸຂ ວຽດນາມ ກ່າວວ່າ ການວິຈັຍ ເຊື້ອ ໄວຣັສ ອີໂບລາ ຕ້ອງເຮັດ ໃນຫ້ອງ ທົດລອງ ທີ່ ມີຣະບົບ ການແກ້ໄຂ ດ້ານຄວາມ ປອດພັຍ ທາງ ຊີວະພາບ ຣະດັບ 4 ຂນະທີ່ ວຽດນາມ ມີສິ່ງ ອໍານວຍ ຄວາມສະດວກ ຢູ່ພຽງແຕ່ ຣະດັບ 3 ເທົ່ານັ້ນ.

ສ່ວນຢູ່ ສປປລາວ ມາຮອດ ຂນະນີ້ ເຖິງວ່າຍັງ ບໍ່ທັນມີ ຂ່າວ ກ່ຽວກັບ ການຣະບາດ ຂອງພຍາດ ອີໂບລາ ຢູ່ 10 ປະເທສ ສະມາຊິກ ສະມາຄົມ ບັນດາ ປະເທສ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ກໍຕາມ ແຕ່ ກະຊວງ ສາທາຣະນະສຸຂ ກໍໄດ້ ເຕືອນໃຫ້ ທຸກພາກສ່ວນ ເຝົ້າຣະວັງ ຢ່າງໃກ້ຊິດ ເພາະ ເຊື້ອໂຣກ ນີ້ ເປັນ ອັນຕະລາຍ ຮ້າຍແຮງ.

ຜູູ້ຕິດເຊື້ຶອ ມີອາການ ເລືອດໄຫຼ ຕາມ ອະວັຍວະພາຍ ໃນຕ່າງໆ ຂອງ ຮ່າງກາຍ ມີເລືອດໄຫລ ພາຍໃນ ຜົ້ງທ້ອງ ໄຂ້ ເຈັບຫົວ ເຈັບຕາມ ຂໍ້ຕໍ່ ຕາມກ້າມຊີ້ນ ຮ່າງກາຍ ອ່ອນເພັຍ ຖອກທ້ອງ ຮາກ ເຈັບກະເພາະ ກິນເຂົ້າ ບໍ່ແຊບ.

ອາການ ດັ່ງກ່າວ ຈະເກີດຂຶ້ນ ພາຍຫລັງທີ່ ຄົນໄດ້ ສໍາພັດ ກັບ ເຊື້ອໂຣຄ ອີໂບລາ 2 ມື້ ຫາ 21 ມື້. ແຕ່ສ່ວນໃຫຍ່ ຈະ ພົບອາການ ຣະຫວ່າງ ມື້ທີ 8 ຫາ ມື້ທີ 10. ສໍາລັບຄົນ ທີ່ ຕິດເຊື້ອ ພຍາດນີ້ ທີ່ຍັງບໍ່ ສະແດງ ອາການ ອອກມາ ກໍບໍ່ ສາມາດຕິດ ໃສ່ ຄົນອື່ນໄດ້ ນອກຈາກ ມີການ ສໍາພັດ ກັບ ຄົນເຈັບ ທີ່ ສະແດງ ອາການ ຂອງ ພຍາດ ອອກມາ ເທົ່ານັ້ນ.

ສໍາລັບ ການກະກຽມ ປ້ອງກັນ ການ ແພ່ຣະບາດ ຂອງ ເຊື້ອພຍາດນີ້ ກະຊວງ ສາທາຣະນະສຸກ ຂອງລາວ ກໍໄດ້ເອົາ ໃຈໃສ່ ຕິດຕາມ ຢ່າງໃກ້ຊິດ ແລະ ໄດ້ສັ່ງໃຫ້ ໜ່ວຍງານ ຕ່າງໆ ທີ່ ກ່ຽວຂ້ອງ ເປັນຕົ້ນ ກໍແມ່ນ ກົມ ຄວບຄຸມ ພຍາດຕິດຕໍ່ ໃຫ້ພົວພັນ ສົມທົບກັບ ອົງການ ອະນາໄມໂລກ ປະຈໍາ ປະເທສລາວ ເອົາໃຈໃສ່ ປັບປຸງ ການ ເຝົ້າຣະວັງ ໃນ ທົ່ວປະເທສ ໂດຍສະເພາະ ແມ່ນຈຸດ ຜ່ານແດນ ເຊັ່ນ: ສນາມບິນ ວັດໄຕ ຂົວມິຕພາບ ດ່ານສາກົນ ຢູ່ ແຂວງຕ່າງໆ ແລະ ທັງປັບປຸງ ວຽກງານ ການປ້ອງກັນ ການຕິດເຊື້ອ ໃນໂຮງໝໍ ໃຫ້ດີຂຶ້ນ ແລະ ເຜີຍແພ່ ຄວາມຮູ້ ໃຫ້ ກະຊວງຕ່າງໆ ຕລອດເຖິງ ປະຊາຊົນ ກ່ຽວກັບ ໂຣຄ ດັ່ງກ່າວ ແລະ ເວລາພົບ ກໍຣະນີ ທີ່ ໜ້າສົງສັຍ ວ່າ ເປັນ ຜູ້ຕິດເຊື້ອ ໄວຣັສ ອີໂບລາ ນີ້ ກໍຂໍໃຫ້ ແຈ້ງ ພາກສ່ວນ ທີ່ ກ່ຽວຂ້ອງ ຊາບ ໂດຍດ່ວນ ຊຶ່ງ ເປັນການ ປະກອບສ່ວນ ຮ່ວມກັບ ປະເທສ ຕ່າງໆ ຕ້ານ ການ ແພ່ຣະບາດ ຂອງ ເຊື້ອ ໄວຣັສ ອີໂບລາ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.