3 ຄົນເສັຽຊີວິດຍ້ອນໄຂ້ ຍຸງລາຍ
2019.05.07
3 ເດືອນ ຂອງຕົ້ນປີ 2019 ຢູ່ເມືອງອາດສະພອນ ແຂວງສະຫວັນນະເຂດ ພົບຜູ້ຕິດເຊື້ອ ໄຂ້ຍຸງລາຍເຖິງ 104 ຄົນ ເສັຽຊີວິດແລ້ວ 3 ຄົນ, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງສະຫວັນນະເຂດ ເມື່ອວັນທີ 06 ພຶສພາ ວ່າ:
“ດຽວນີ້ມີຢູ່ 104 ກໍຣະນີ ຜູ້ເສັຽຊີວິດ ມີ 3 ຣາຍ ເປັນຕົ້ນ ລະແມ່ນ ອູ່ແອ່ງນໍ້າ ມັນກໍມີທຸກບ່ອນຫັ້ນນ່າ ແຕ່ວ່າສ່ວນໃຫຍ່ຫັ້ນ ຈະເປັນ ບ້ານນອກເຮົາ ເປັນຫລັກຮົ້ວໄມ້ປ່ອງ ບໍ່ນໍ້າຂັງຈັ່ງຊີ້ນ່າ ເຮັດໃຫ້ມີໜອນນໍ້າເນາະ ບັດນີ້ປະຊາຊົນ ເຂົາບໍ່ໄດ້ໃສ່ໃຈ.”
ເຈົ້າໜ້າທີ່ ເວົ້າຕື່ມວ່າ ປີນີ້ ຢູ່ເມືອງ ອາດສະພອນ ທີ່ມີຜູ້ເສັຽຊີວິດ 3 ຣາຍ ຍ້ອນໄຂ້ຍຸງລາຍ ໃນນັ້ນ ມີເດັກນ້ອຍ ນັກຮຽນ ອາຍຸ 12 ປີ, ວັຍໜຸ່ມອາຍຸ 21 ປີ ແລະ ວັຍກາງຄົນອາຍຸ 40 ປີ. ສ່ວນສາເຫດ ທີ່ເຮັດໃຫ້ ມີສະຖິຕິ ການຕິດເຊື້ອໄຂ້ຍຸງລາຍ ຢູ່ເມືອງອາດສະພອນ ປີນີ້ ຫຼາຍກ່ວາປີຜ່ານມາ ພ້ອມທັງມີຜູ້ເສັຽຊີວິດ ຕື່ມອີກ ກໍຍ້ອນວ່າ ປະຊາຊົນບໍ່ເຂົ້າໃຈກ່ຽວກັບ ການປ້ອງກັນພຍາດໄຂ້ຍຸງລາຍ ເຖິງແມ່ນ ວ່າ ຄນະຄວບຄຸມໄຂ້ຍຸງລາຍ ໄດ້ລົງເຄື່ອນໄຫວ ໂຄສະນາ ໃຫ້ປະຊາຊົນແຕ່ລະບ້ານ ໄດ້ຮັບຊາບແລ້ວກໍຕາມ:
“ໃນເບື້ອງຕົ້ນ ຈະປ່ຽນບ້ານໄປຕລອດ ຂອງໄຂ້ຍຸງລາຍ ໝາຍຄວາມວ່າ ເບື້ອງຕົ້ນນີ້ ຈະເກີດຢູ່ນາກຸດຈານ ແລ້ວກໍມີລົງໄປໂຄສະນາ ແລ້ວໄປເກີດຢູ່ນາທຸ່ມ ເກີດນາທຸ່ມແລ້ວໄປຢູ່ນ່າເດື່ອ ເກີດຢູ່ໜອງບົວເກີດຢູ່ດົງທະດາ, ບັດນີ້ ພວກເຮົາເຮັດຂະບວນການ ແລະ ຕອບໂຕ້ ໄປນໍາແຕ່ລະບ້ານ, ສຳຄັນລະແມ່ນຄວາມຮ່ວມມືຂອງປະຊາຊົນ ບໍ່ທັນເປັນເຈົ້າການ.”
ສ່ວນປະຊາຊົນ ທ່ານນຶ່ງເວົ້າວ່າ ສະເພາະບ້ານນາທົ່ມ ຜູ້ຕິດເຊື້ອໄຂ້ຍຸງລາຍ 40 ປາຍຄົນແລ້ວ ສ່ວນຫຼາຍແມ່ນເດັກນ້ອຍ.
“ບ້ານເຮົາຢູ່ຫຼາຍເດະ 40 ກວ່າພຸ້ນແຫຼະ ບໍ່ມີຜູ້ເສັຽຊີວິດດອກ ຫາຈະມາປີນີ້ ມາຣະບາດນີ້ປີ ນີ້ມັນຣະບາດແຮງ ຄັນສິເວົ້າລະແມ່ນໜອນນໍ້າ ບໍ່ແບບປະຊາຊົນເຮົາ ມັນບໍ່ເຂົ້າໃຈ ວ່າທຳລາຍແອ່ງໜອນນໍ້າ ຢູ່ໃນໃສຢູ່ໃນຮ່ອງນໍ້າບໍ່ ຫຼືອູ່ແອ່ງນໍ້າ ຢູ່ຄອບຄົວເຮືອນຊານ ທາງເມືອງ ເພິ່ນກໍມາແນະນໍາເນາະ ທາງປະຊາຊົນນັ້ນ ເຂົາກໍເລີຍເຂົ້າໃຈແລ້ວ.”
ຕໍ່ກໍຣະນີດັ່ງກ່າວ ຫ້ອງການ ສາທາຣະນະສຸຂ ເມືອງ ອາດສະພອນ ໄດ້ຈັດກອງປະຊຸມ ເພື່ອຕອບໂຕ້ ເມື່ອວັນທີ 02 ພຶສພາ ຜ່ານມາ ໂດຍໄດ້ສົ່ງ ວິຊາການລົງຄວບຄຸ ມການຣະບາດຂອງພຍາດ ໄຂ້ຍຸງລາຍ ຢູ່ໃນເຂດ 5 ບ້ານ ທີ່ມີການຣະບາດ ໂດຍການສີດພົ່ນຢາ, ແຈກຢາຍຢາຂ້າໜອນນໍ້າ ແລະ ທຳລາຍແຫຼ່ງເພາະພັນຍຸງ.