ຊາວບ້ານ ຢູ່ເມືອງໄຊ ຮຽກຮ້ອງ ໃຫ້ແກ້ໄຂ ອຸມົງລອດທາງ ຣົຖໄຟ ລາວ-ຈີນ

ຮູບໂຕຢ່າງ: ອຸມົງລອດທາງຣົຖໄຟ ລາວ-ຈີນ ທີ່ເປັນບັນຫາ ໂດຍສະເພາະ ທາງທີ່ສ້າງ ລອດທາງຣົຖໄຟ ບໍ່ໄດ້ມາຕຖານ ເປັນອັນຕຣາຍ ສຳລັບປະຊາຊົນ ທີ່ໃຊ້ສັນຈອນ.
ຮູບໂຕຢ່າງ: ອຸມົງລອດທາງຣົຖໄຟ ລາວ-ຈີນ ທີ່ເປັນບັນຫາ ໂດຍສະເພາະ ທາງທີ່ສ້າງ ລອດທາງຣົຖໄຟ ບໍ່ໄດ້ມາຕຖານ ເປັນອັນຕຣາຍ ສຳລັບປະຊາຊົນ ທີ່ໃຊ້ສັນຈອນ. (ນັກຂ່າວ ພົລເມືອງ)

0:00 / 0:00

ຊາວບ້ານນາງນຶ່ງ ຢູ່ເມືອງໄຊ ແຂວງອຸດົມໄຊ ໄດ້ຮຽກຮ້ອງຜ່ານສື່ສັງຄົມ ອອນລາຍນ໌ ເມື່ອວັນທີ 15 ຕຸລານີ້ ເພື່ອຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄປກວດກາ ແລະແປງທາງໃຕ້ອຸມົງ ລອດທາງຣົຖໄຟ ລາວ-ຈີນ ຊຶ່ງເປັນຈຸດເຊື່ອມຕໍ່ ລະຫວ່າງບ້ານນາແລ ແລະບ້ານຖິ່ນ ທີ່ເປັນອັນຕຣາຍ ຍ້ອນຜູ້ຂັບຂີ່ຣົຖຈັກຜ່ານ ມັກເກີດອຸບັດຕິເຫດ ເຮັດໃຫ້ມີຜູ້ເສັຍຊີວິຕ ແລະບາດເຈັບຢູ່ເລື້ອຍໆ. ນຶ່ງໃນຈໍານວນ ຜູ້ເສັຍຊີວິຕ ກໍແມ່ນອ້າຍຂອງນາງເອງ ທີ່ປະສົບອຸບັດຕິເຫດ ເມື່ອກາງເດືອນຕຸລານີ້.

ດັ່ງທີ່ນາງເວົ້າຕອນນຶ່ງວ່າ:

" ໄທບ້ານນາແລ ຊາວອຸດົມໄຊ ໄປສັງເວີຍບ່ອນທາງຣົຖໄຟ ບ່ອນນີ້ຈັກສົບ ຈັກຄົນກໍບໍ່ຮູ້ ໃຫ້ທ່ານຫັ້ນລົງມາກວດມາກາແດ່ ຜູ້ຂ້າຂໍຮ້ອງ ຈັກແມ່ນໂຄງການໂຕນີ້ ຫັ້ນແມ່ນຜູ້ໃດເປັນວິຊາການ ມາເຮັດທາງອັນນີ້ຫັ້ນ. ຂ້າພະເຈົ້າກະຢາກຖາມເບິ່ງວ່າ ມັນຖືກແລ້ວບໍ່ນີ໋ ເຮັດໃຫ້ຄົນລົ້ມ ຄົນຕາຍ. "

ນາງຂໍຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກັບໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ຢູ່ເຂດດັ່ງກ່າວ ອອກມາ ສະແດງຄວາມຮັບຜິດຊອບ ຕໍ່ການເສັຍຊີວິຕ ຂອງຜູ້ເປັນອ້າຍ ຂອງນາງ ແລະຊາວບ້ານຄົນອື່ນໆ ທີ່ເສັຍຊີວິຕ ຢູ່ບ່ອນນັ້ນນໍາດ້ວຍ ແລະຊາວບ້ານ ທີ່ຢູ່ໃກ້ຄຽງກັບ ບ່ອນເກີດເຫດນັ້ນ ກໍເວົ້າວ່າ ຢູ່ບໍຣິເວນເສັ້ນ ທາງອຸມົງລອດທາງຣົຖໄຟ ລາວ-ຈີນ ດັ່ງກ່າວ ມັກເກີດອຸບັດຕິເຫດແທ້ ຍ້ອນລະດັບເສັ້ນທາງ ບໍ່ສເມີກັນ-ບໍ່ໄດ້ມາຕຖານ ແລະທັງເປັນບ່ອນທີ່ ມີທາງໂຄ້ງ ແລະບໍ່ມີໄຟເຍືອງທາງ ໃນຍາມກາງຄືນ ຈຶ່ງເຮັດໃຫ້ມີຜູ້ປະສົບ ອຸບັດຕິເຫດຢູ່ເລື້ອຍໆ ແຕ່ກໍບໍ່ຮູ້ຢ່າງຄັກແນ່ວ່າ ທີ່ຜ່ານມາມີຄົນເສັຍຊີວິຕ ຫລືບາດເຈັບຈັກຄົນແລ້ວ.

" ເສັ້ນທາງນີ້ ມັນຈະເປັນຄື້ນ ແບບວ່າມັນເປັນເນີນນ່າ ແລ້ວກະເປັນທາງໂຄ້ງນ່າ. ທາງບ່ອນທີ່ມັກເກີດອຸບັດຕິເຫດ ກະເປັນທາງໂຄ້ງ ຈັ່ງຊິເຂົ້າອຸມົງຣົຖໄຟຫັ້ນ. ຄັນວ່າ ໄປກະບໍ່ໄດ້ມາຕຖານປານໃດ. 2-3 ປີຫລັງນີ້ ກະຕາຍຄົນນຶ່ງເດ໋. ຕາຍຫລາຍຄົນແລ້ວ ຣົຖເກີດອຸບັດຕິເຫດກະຫລາຍ. "

ຊາວບ້ານອີກຄົນນຶ່ງ ທີ່ຂີ່ຣົຖຜ່ານເສັ້ນທາງອຸມົງ ລອດທາງຣົຖໄຟ ຢູ່ເຂດດັ່ງກ່າວເລື້ອຍໆ ກໍເວົ້າຕໍ່ວິທຍຸ ເອເຊັຽເສຣີ ວ່າ ທາງບ່ອນນີ້ ເປັນອັນຕຣາຍແທ້ ແລະກໍເປັນທາງແຄບ ເຮັດໃຫ້ຜູ້ຂັບຂີ່ຣົຖຜ່ານໄປ-ມາ ຕ້ອງໄດ້ຂັບຂີ່ຊ້າໆ, ລະມັດລະວັງ ແລະຕົນເອງກໍເຫັນວ່າ ບໍ່ຄ່ອຍມີຄວາມສະດວກ.

" ແມ່ນແລ້ວໆ ທາງມັນແຄບແດ່ ມັນມັກຈະຕັນທາງ ມັນກະຕິດໆຂັດໆຫັ້ນລະ ບໍ່ຄ່ອຍສະບາຍບໍ່ຄ່ອຍໄດ້ສະດວກສະບາຍປານໃດ. "

ກ່ຽວກັບອຸບັດຕິເຫດ ທີ່ເກີດຂຶ້ນຢູ່ບໍຣິເວນທີ່ວ່ານີ້ ພະນັກງານບໍຣິສັດ ປະກັນພັຍ ຢູ່ແຂວງອຸດົມໄຊ ຜູ້ນຶ່ງກໍເວົ້າວ່າ ທ່ານເອງ ກໍມັກໄດ້ຍິນຂ່າວນັ້ນ ຢູ່ເລື້ອຍໆ, ຫາກມີການກວດກາ ເຫັນວ່າ ການກໍ່ສ້າງທາງນັ້ນບໍ່ໄດ້ມາຕຖານ ຫລືເປ່ເພແທ້ ທາງຜູ້ເສັຍຫາຍ ກໍສາມາດຮ້ອງຂໍ ເງິນຄ່າຊົດເຊີຍ ຈາກພາກສ່ວນ ທີ່ກ່ຽວຂ້ອງໄດ້, ແຕ່ທີ່ຜ່ານມາ ບໍ່ຮູ້ວ່າ ມີການຮ້ອງຂໍເງິນ ຄ່າຊົດເຊີຍ ຫລືບໍ່.

" ເຂດຫັ້ນເກີດອຸບັດຕິເຫດ ກະຫລາຍຢູ່ໄດ໋ ຄັນທາງຣົຖໄຟແມ່ນຫຍັງ ເປ່ເພກໍຍັງຈະໄດ້ທົດແທນ ຮຽກຮ້ອງມາກະຈະໄດ້ໄປທົດແທນ ໃຫ້ເຂົາຕິ ຄັນວ່າມັນເປ່ເພ ແຕ່ວ່າກະບໍ່ຮູ້ ເຂົາຮຽກຮ້ອງນໍາກັນບໍ່. "

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຍັງເຈົ້າໜ້າທີ່ ຄະນະຄຸ້ມຄອງ ທາງຣົຖໄຟລາວ-ຈີນ ແຂວງອຸດົມໄຊ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ຜແນກໂຍທາທິການ ແລະຂົນສົ່ງ ແຂວງອຸດົມໄຊ ເພື່ອຂໍຮູ້ຣາຍລະອຽດ, ແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບວຽກງານ ດັ່ງກ່າວ ຍັງບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຕໍາຣວດ ແຂວງອຸດົມໄຊ ທ່ານນຶ່ງກໍເວົ້າວ່າ ຢູ່ເສັ້ນທາງອຸມົງ ລອດທາງຣົຖໄຟ ລາວ-ຈີນ ບ່ອນດັ່ງກ່າວ ມັກເກີດອຸບັດຕິເຫດແທ້, ແຕ່ທ່ານບໍ່ຮູ້ ຈໍານວນອຸບັດຕິເຫດ ແລະຈໍານວນ ຄົນທີ່ເສັຍຊີວິຕ ຫລືບາດເຈັບ, ມີແຕ່ຮູ້ວ່າ ຜູ້ທີ່ເສັຍຊີວິຕ ຈາກອຸບັດຕິເຫດ ຢູ່ບ່ອນນັ້ນ ສ່ວນຫລາຍແມ່ນຜູ້ທີ່ເມົາແລ້ວຂັບຂີ່ຣົຖ.

" ການເກີດອຸບັດຕິເຫດ ມັນກໍມີຫັ້ນແຫລະ ບາງຄັ້ງບາງຄາວມັນກໍມີ ຄົນເສັຍຊີວິຕ ກະມີຢູ່ເຂດບ້ານຫັ້ນເນາະ ຄືວ່າຫວ່າງ ແລ້ວກະເສັຽຊີວິຕ ຄົນນຶ່ງບໍ່. ສ່ວນຫລາຍ ມັນກະເກີດຈາກ ນັກຂັບຂີ່ ທີ່ວ່າດື່ມສິ່ງມືນເມົາ ຫັ້ນແຫລະ. "

ກ່ອນໜ້ານີ້ ຢູ່ບໍຣິເວນເສັ້ນທາງອຸມົງ ລອດທາງຣົຖໄຟ ລາວ-ຈີນ ຫລາຍແຫ່ງ ກໍມັກເປັນອຸປສັກ ໃນການເດີນທາງ ຜ່ານໄປ-ມາ ຂອງຊາວບ້ານ ເປັນຕົ້ນ ຢູ່ອຸມົງ ລອດທາງຣົຖໄຟ ໃນເຂດບ້ານດອນງິ້ວ ເມືອງງາ ແຂວງອຸດົມໄຊ ກໍເຄີຍເກີດນໍ້າອັ່ງ ເມື່ອເດືອນພຶສຈິກາປີກາຍ ມີຄວາມຫຍຸ້ງຍາກ ໃຫ້ຊາວບ້ານ ທີ່ຍ່າງ ຫລືຂັບຂີ່ຣົຖ ຜ່ານໄປ-ມາ ແລະກ່ອນໜ້ານັ້ນ ຄືເມື່ອເດືອນສິງຫາ ປີ 2020 ກໍເຄີຍເກີດເຫດນໍ້າອັ່ງ ຢູ່ເສັ້ນທາງອຸມົງ ລອດທາງຣົຖໄຟ ລາວ-ຈີນ ທີ່ເປັນຈຸດເຊື່ອມຕໍ່ ລະຫວ່າງບ້ານຫ້ວຍແດນເມືອງ ແລະບ້ານໜອງວຽງຄໍາ ເມືອງໄຊທາ ນີ ນະຄອນຫລວງວຽງຈັນ ຍ້ອນບໍໍ່ມີຮ່ອງ ລະບາຍນໍ້າ ໃນເຂດດັ່ງກ່າວ.