ໄຂ້ຫວັດນົກ ມາອີກແລ້ວ
2013.03.06
ວຽດນາມ ເຕືອນ ປະຊາຊົນ ໃຫ້ຣະວັງ ຕໍ່ການຣະບາດ ຂອງພຍາດ ໄຂ້ຫວັດນົກ ທີ່ ກໍາລັງ ກັບຄືນມາ ອີກ ໃນປີນີ້.
ວຽດນາມ ກໍາລັງ ປະເຊີນກັບ ຄວາມສ່ຽງສູງ ຕໍ່ການແພ່ ຣະບາດ ຂອງໂຣຄ ໄຂ້ຫວັດນົກ ເນື່ອງຈາກ ສະພາບອາກາດ ບໍ່ເອື້ອອໍານວຍ ແລະ ເຮັດໃຫ້ ຄວາມຕ້ານທານ ຂອງສັດ ລົດລົງ. ຕາມຣາຍງນ ຂອງກົມ ສັຕວະແພດ ກະຊວງ ກະສິກັມ ແລະ ພັທນາ ຊົນນະບົດ ຂອງ ວຽດນາມ ຫລື MARD ໃນວັນພຸດ ນີ້.
ພຍາດຕິດຕໍ່ ນີ້ຣະບາດ ຊໍ້າແລ້ວ ຊໍ້າອີກ ຢູ່ 5 ແຂວງ ພາກເໜືອ ຄືແຂວງ Dien Bien, ແຂວງ Khanh Hoa ພາກກາງ, ແຂວງ Kien Giang,ແຂວງ Hau Giang ແລະ ແຂວງ Tay Ninh ພາກໃຕ້ ທີ່ມີເປັດ ແລະ ໄກ່ຫລາຍກວ່າ 14,000 ໂຕ ໄດ້ຮັບຜົນ ກະທົບ ແລະ ຖືກຂ້າຖິ້ມ. ໂດຍສະເພາະ ຢູ່ແຂວງ Tay Ninh ຊຶ່ງເປັນ ແຂວງຊາຍແດນ ທີ່ ຫ່າງຈາກ ປະເທດ ກໍາພູຊາ ພຽງປະມານ 30 ຫລັກ ກິໂລແມັດ ບ່ອນທີ່ມີ ຣາຍງານ ໃຫ້ປະຊາຊົນ ຮູ້ກ່ຽວກັບ ໄຂ້ຫວັດນົກ ກໍາລັງ ກະທົບໃສ່ ຜູ້ຄົນນັ້ນ ພຍາດຣະບາດ ນີ້ແມ່ນ ກັບມາ ເກີດຂຶ້ນ ຕື່ມອີກ. ໂຣກຕິດ ຕໍ່ນີ້ ຍັງສາມາດ ເກີດຂຶ້ນອີກ ໃນຂະນະ ທີ່ເຊື້ອໂຣກ virus ມີຢູ່ຕໍ່ໄປ ໃນຝູງສັດປີກ ໃນພື້ີ່ນ ທີ່ດັ່ງກ່າວ.
ທ່ານ Cao Duc Phat ຣັຖມົນຕຣີ ກະຊວງ ກະສິກັມ ແລະ ພັທນາ ຊົນນະບົດ ວຽດນາມ ໄດ້ສັ່ງໃຫ້ ກະຊວງ ທີ່ກ່ຽວຂ້ອງ ແລະ ໜ່ວຍງານ ທົ່ວປະເທດ ໃນ ວັນອັງຄານ ໃຫ້ເຄັ່ງຄັດ ໃນການ ຄວບຄຸມ ເພື່ອປ້ອງກັນ ແລະ ຕໍ່ສູ້ກັບໂຣກ ທີ່ວ່ານັ້ນ. ຂໍ້ມູນກ່ຽວກັບ ສາຍພັນໃໝ່ ຂອງ virus ໄຂ້ຫວັດນົກ ຄວນຈະເຜີຍແພ່ ໃຫ້ ປະຊາຊົນ ຮູ້ຢ່າງ ກວ້າງຂວາງ ເພື່ອໃຫ້ ທ້ອງຖິ່ນ ສາມາດ ໃຊ້ ວັກຊິນ ທີ່ເໝາະສົມ ພ້ອມທັງ ໃຊ້ມາຕການ ເດັດຂາດ ເພື່ອເຮັດໃຫ້ ການແພ່ຣະບາດ ຂອງພຍາດ ນັ້ນ ຢຸດລົງ.