ສູນກັກຕົວແອອັດຂາດ ມາຕຖານ ປ້ອງກັນພຍາດ

ຈໍາປາທອງ
2021.08.10
ສູນກັກຕົວແອອັດຂາດ ມາຕຖານ ປ້ອງກັນພຍາດ ພາຍໃນສະຖານທີ່ກັກຕົວ ທີ່ ຄົນງານລາວ ພາກັນອອກມາ ຮຽກຮ້ອງໃຫ້ທາງການ ຊ່ອຍແກ້ໄຂ ກ່ອນຈະຄວບຄຸມ ການແຜ່ຣະບາດຂອງ ເຊື້ອພຍາດໂຄວິດ-19 ບໍ່ໄດ້ ຍ້ອນແອອັດກັນ ໂພດໄປ.
ພາບຈາກ: ວີດີໂອ ພົລເມືອງ

ຄົນງານລາວຈໍານວນບໍ່ໜ້ອຍ ທີ່ຖືກກັກຕົວຢູ່ຈຸດ ສະໂມສອນ ຂອງໂຮງງານແຫ່ງນຶ່ງ ທີ່ ເປັນສູນກັກຕົວຊົ່ວຄາວ ຊຶ່ງຢູ່ໃກ້ກັບຈຸດ ສນາມຍິງປືນອາຊຽນ ຂອງ ສູນຫລັກ 27 ທີ່ ນະຄອນຫຼວງ ວຽງຈັນ ບໍ່ພໍໃຈ ທີ່ສະພາບການເປັນຢູ່ໃນສູນຄັບແຄບ, ແອອັດເກີນໄປ ແລະຂາດສິ່ງອໍານວຍ ຄວາມສະດວກຂັ້ນພື້ນຖານ, ນໍ້າກິນ, ນໍ້າໃຊ້, ຫ້ອງນໍ້າ ແລະ ໄຟຟ້າບໍ່ພຽງພໍ ມີຄວາມຫຍຸ້ງຍາກລໍາບາກ ພາກັນຮຽກຮ້ອງໃຫ້ທາງການລາວ ແກ້ໄຂຢ່າງຮີບດ່ວນ ດັ່ງ ຄົນງານລາວຜູ້ນຶ່ງ ທີ່ຮ້ອງຮຽນໃຫ້ທາງການແກ້ໄຂ ຜ່ານທາງຄລິບວິດິໂອ ໃນຕອນກາງຄືນ ຂອງມື້ວັນທີ 9 ສິງຫາ ນີ້ວ່າ ນໍ້າ ໄຟ ບໍ່ມີ, ເຂົ້າກໍບໍ່ລ້ຽງ:

“ເບິ່ງເດີເຂົາປະທ້ວງ ນໍ້າໄຟກະບໍ່ມີ ເຂົ້າກະບໍ່ລ້ຽງ ອິຫຍັງກະເປັນເງິນເປັນຄໍາ ໝົດທຸກຢ່າງ ຍັງສິມາຕັດນໍ້າຕັດໄຟອີກ ຕາຍຄັກໆ ເປັນແບບນີ້ນ່າ ບາງຄົນເຂົາບໍ່ໄດ້ ອາບນໍ້າອາບໃນຊໍ້າ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ປະຈໍາສູນ ກັກຕົວຫລັກ 27 ໄດ້ປະກາດຜ່ານທາງຄລິບ ວິດິໂອ ໃຫ້ຄົນງານລາວ ທີ່ຖືກກັກຕົວຢູ່ ໃນສູນນີ້ເຂົ້າໃຈເຖິງ ຄວາມຫຍຸ້ງຍາກນັ້ນວ່າ ເປັນຍ້ອນມີຄົນງານລາວ ກັບຄືນມາຈາກໄທຍ ຫຼາຍໃນໄລຍະນີ້ ຈຶ່ງເຮັດໃຫ້ສູນກັກຕົວ ຫລັກ 27 ຈຸດສນາມຍິງປືນອາຊຽນເຕັມ, ບໍ່ສາມາດເຂົ້າໄປຢູ່ໄດ້ຕື່ມອີກ ດັ່ງນັ້ນຈຶ່ງໄດ້ເຊົ່າ ສະໂມສອນ ຂອງໂຮງງານ ແຫ່ງນຶ່ງທີ່ ຢູ່ໃກ້ກັບສນາມຍິງປືນນັ້ນ ເປັນສູນກັກຕົວຊົ່ວຄາວ ແຕ່ສູນນັ້ນບໍ່ມີສິ່ງອໍານວຍ ຄວາມສະດວກໃຫ້ເທົ່າທີ່ຄວນ, ຂໍໃຫ້ທຸກຄົນໃນສູນ ຕ້ອງໄດ້ອົດທົນໄປກ່ອນ ດັ່ງທີ່ທ່ານກ່າວວ່າ:

“ເນື່ອງຈາກວ່າ ແຮງງານ ເຮົານີ໋ ຫຼາຍເກີນໄປ ແລ້ວລະສູນຮັບຮອງລະບໍ່ມີເນາະ ພວກເຮົາຈຶ່ງມາຢືມມາເຊົ່າ ສະໂມສອນພວກເພິ່ນ ນີ້ ໃຫ້ພໍ່ແມ່ພີ່ນ້ອງໄດ້ພັກ ໄດ້ເຊົາຖ້າ.”

ທ່ານກ່າວຕື່ມອີກວ່າ ບັນຫາທຸກຢ່າງ ທີ່ຄົນງານຢູ່ໃນສູນກັກ ຕົວສເນີມານັ້ນ ກໍຈະມີການປຶກສາຫາລືກັນ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຫາທາງແກ້ໄຂ ໃຫ້ໄວທີ່ສຸດ.

ໃນມື້ດຽວກັນນັ້ນ ຄົນງານລາວຜູ້ນຶ່ງ ທີ່ຢູ່ໃນສູນກັກຕົວຫລັກ 27 ຈຸດສນາມຍິງປືນອາຊຽນ ເວົ້າຕໍ່ວິທຍຸເອເຊັຽວ່າ ຫາກໍເປັນມື້ທໍາອິດ ທີ່ຖືກເຂົ້າມາກັກຕົວ, ພາຍໃນສູນແຫ່ງນີ້ ມີບ່ອນນອນຮວມກັນ, ຫ້ອງນໍ້າລວມ, ບ່ອນນອນແຍກປ່ຽວ ທີ່ມີຫ້ອງນໍ້າ, ກະພໍຢູ່ໄດ້, ບໍ່ລໍາບາກໜັກປານໃດ, ພີ່ນ້ອງມາສົ່ງເຂົ້າສົ່ງນໍ້າໃຫ້ ໄດ້ປົກກະຕິ:

“ໂດຍ ກໍຫາກະເຫັນຂ່າວມື້ເຊົ້ານີ້ ມັນເປັນຫ້ອງນ່າ ມັນເປັນຫ້ອງນໍ້າຕິດຫ້ອງນອນເລີຍ ມານໍ່ຂະບວນໃດແລ້ວ ກະໄດ້ເຂົ້າພັກນໍາ ຂະບວນນັ້ນຊີ້ນ່າ ເພາະວ່າພວກເຮົາ ກະເຮັດຕາມ ຂະເຈົ້າວາງອອກຫັ້ນລະ ກົດຣະບຽບກະດາຍ ມານີ້ຂະເຈົ້າກະບໍ່ໄດ້ ອອກຫ້ອງ ມີແຕ່ຄັນຍາມມີພີ່ນ້ອງ ມາຝາກເຄື່ອງອິຫຍັງ ເອົາມາປະໄວ້ຢູ່ໜ້າຕຶກ ແລ້ວເຮົາກໍອອກໄປເອົາຈັ່ງຊີ້ ຫັ້ນນ່າ.”

ຊາວລາວອີກຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ສິງຫາ ນີ້ວ່າ ຍັງບໍ່ທັນໄດ້ຍິນຂ່າວເທື່ອວ່າມີ ການປະທ້ວງຢູ່ສູນກັກຕົວຫລັກ 27 ຍ້ອນບໍ່ເຫັນຂ່າວ ຈາກທາງການລາວເທື່ອ. ຕາມທັສນະສ່ວນຕົວ ແມ່ນຢາກໃຫ້ທຸກຄົນເຂົ້າໃຈ ເຖິງສະຖານະການຕົວຈິງ ທີ່ມີຄວາມຫຍຸ້ງຍາກ ໃນປັດຈຸບັນ:

“ກະບໍ່ໄດ້ຍິນເຂົາເວົ້າວ່າ ມີການປະທ້ວງຈັ່ງຊັ້ນຈັ່ງຊີ້ໄດ໋ ແມ່ນແຫລະ ຕ້ອງເຂົ້າໃຈນໍາກັນໝົດທຸກຄົນ ສະຖານະການມັນເປັນແນວນີ້ ແລ້ວເດ໋.”

ຊາວບ້ານຜູ້ນຶ່ງ ທີ່ຢູ່ໃກ້ກັບເຂດຫລັກ 27 ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ການທີ່ຖືກກັກຕົວຢູ່ໃນສູນ ອາຈບໍ່ມີຄວາມ ສະດວກເທົ່າທີ່ຄວນ ເພາະມັນເປັນຄ້າຍທະຫານ, ມີການປ້ອງກັນ ເປັນຢ່າງດີ, ຕ້ອງໄດ້ອົດທົນ, ຕາມສັງເກດ ພາກສ່ວນທີ່ກ່ຽວຂ້ອງ ກໍເອົາໃຈໃສ່ກໍາກັບນໍາພວກ ທີ່ຖືກກັກຕົວນັ້ນຢູ່:

“ອັນນີ້ຄ້າຍຂອງກອງທັບເດ໋. ໂອ໋ ມັນເປັນຣະບົບຣະບຽບ ຄັນເຈົ້າບໍ່ຖືກໃຈອາຫານ ເຂົາກະສັ່ງແພດ-ໝໍ ປ້ອງກັນໄປຊື້ໃຫ້ ເບິ່ງແຍງ ດີໄດ໋ ແມ່ນໃຜຊິໄປໃກ້ໄດ້ ໃກ້ບໍ່ໄດ້ ຂນາດຄົນນອກ ກະເຂົ້າບໍ່ໄດ້ນ່າ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ປະຈໍາສູນ ກັກຕົວຫລັກ 27 ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ສິງຫາ ນີ້ວ່າ ປັດຈຸບັນມີ ຄົນງານ ລາວ ທີ່ກັບມາຈາກປະເທດໄທຍ ຢູ່ສູນນີ້ ປະມານ ເຈັດແປດຮ້ອຍຄົນ ຈົນເຕັມສູນ ແລະໄດ້ນໍາພວກເຂົາເຈົ້າ ໄປກັກຕົວຢູ່ ສູນກັກຕົວຊົ່ວຄາວ ໃກ້ໆກັນນີ້ ຊຶ່ງອາຈບໍ່ມີສິ່ງອໍານວຍ ຄວາມສະດວກ ເທົ່າທີ່ຄວນ.

ເຖິງສະຖານທີ່ຄັບແຄບ ແຕ່ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ກໍພຍາຍາມເບິ່ງແຍງພວກເຂົາເຈົ້າ ຢ່າງເຕັມທີ ຮວມທັງການປ້ອງກັນ ເຊື້ອໂຄວິດ-19, ການຢູ່ ການກິນ, ແຕ່ອາຈມີ ຫລາຍສິ່ງຫລາຍຢ່າງ ທີ່ບໍ່ພຽງພໍ ເຊັ່ນ ໄຟຟ້າ, ຫ້ອງນໍ້າ ດັ່ງທີ່ທ່ານກ່າວວ່າ:

“ປ້ອງກັນດີ ເຂົາກະອະນາມັຍສະອາດ ເຮົາກະລ້ຽງເຂົ້າ 3 ຄາບ ປົກກະຕິປະມານ ເຈັດແປດຮ້ອນ ນີ້ແຫຼະປະມານນີ້ແຫຼະ ມັນບໍ່ໄດ້ ຫຼາຍດອກເພາະວ່າຫລັກ 27 ເຮົາ ປັດຈຸບັນ ມັນເຕັມ ອີງໃສ່ຂອງມັນແພງແດ່ ໄຟມັນກໍບໍ່ໄດ້ມີຫລາຍ ອີງໃສ່ສະພາບມັນກະບໍ່ຄັກ ປານໃດ.”

ປັດຈຸບັນມີຄົນງານລາວ ຢູ່ປະເທດໄທຍ ແລະ ປະເທດໃກ້ຄຽງກັບຄືນມາປະເທດ ເປັນຕົ້ນຜ່ານດ່ານສາກົນ ນະຄອນຫຼວງວຽງຈັນ, ຄໍາມ່ວນ, ສວັນນະເຂດ ແລະ ຈໍາປາສັກ ສເລັ່ຽແລ້ວ ປະມານ ສອງສາມພັນຄົນຕໍ່ມື້, ທຸກຄົນໄດ້ຜ່ານການກວດຫາ ເຊື້ອໂຄວິດ-19, ພວກເຂົາເຈົ້າຖືກນໍາຕົວໄປກັກຢູ່ຕາມສູນຕ່າງໆ ທີ່ມີຢູ່ 100 ແຫ່ງ ທີ່ທາງການລາວຈັດໄວ້ ແລະຍັງຈະຂຍາຍສູນກັກຕົວ ນັ້ນເພິ່ມຕື່ມ ຫາກຍັງມີຄົນງານ ກັບຄືນມາປະເທດຫລາຍຂຶ້ນ.

ການກັກຕົວຄົນງານລາວ ທີ່ກັບຄືນມາຈາກປະເທດ ເພື່ອນບ້ານ ແມ່ນ 28 ມື້ ຄືຢູ່ສູນກັກຕົວ ຂອງແຂວງ 14 ມື້ ແລະ ຢູ່ສູນກັກຕົວ ຂອງເມືອງ ຫຼືບ້ານຕື່ມອີກ 14 ມື້ ຈຶ່ງຈະສາມາດ ດໍາລົງຊີວິດໄດ້ຕາມປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 10, 2021 11:36 PM

ບັນຫາແອອັດໃນສູນກັກກັນ ຂອງແຮງງານລາວ ມາແຕ່ປະເທດໄທ ແມ່ນມີມາໄລຍະນຶ່ງແລ້ວ ແຕ່ບໍ່ມີການເອົາໃຈໃສ່ເທົ່າທີ່ຄວນ ດັ່ງນັ້ນ ຈຶ່ງເຮັດໃຫ້ຫລາຍໆຄົນພະຍາຍາມລັກອອກ ຍ້ອນວ່າ ພວກເຂົາເຈົ້າ ຢ້ານໄປຕິດໂຄວິດ ໃນສູນກັກກັນ. ອັນນີ້ ທາງພັກລັດ ກໍຄວນເຂົ້າໃຈ ແຕ່ຈະໄປໂທດພັກລັດ ກໍໍ່ບໍ່ໄດ້ເພາະພັກລັດ ບໍ່ມີເງິນ ທີ່ຈະມາໃຊ້ຈ່າຍ ໃນບັນຫາດັ່ງກ່າວ ເນື່ອງຈາກວ່າ ປະເທດເຮົາທຸກຍາກ. ເວົ້າໂດຍລວມແລ້ວ ພັກລັກ ບໍ່ສາມາດຮັບມືກັບບັນຫາໃດໆ ທີ່ເກີດຂຶ້ນ ໃນປະເທດໄດ້ ບໍ່ວ່າ ຈະເປັນໄພນໍ້າຖ້ວມ ແລະ ພະຍຸຕ່າງໆ. ແຕ່ການແພ່ລະບາດ ຂອງໂຄວິດ ຍິ່ງອັນຕະລາຍແລະເປັນບັນຫາຍິ່ງໃຫຍ່ແທ້ໆ. ແຕ່ລະມື້ ກໍ່ມີລາຍງານການຕິດເຊື້ອ ເປັນສອງຮ້ອຍສາມຮ້ອຍຄົນ ເມື່ອມາເບິ່ງວີດີໂອແລະຮູບພາບ ໃນສູນກັກກັນແລ້ວ ແມ່ນແອອັດຫລາຍ ບໍ່ຮູ້ວ່າ ມີຈັກຄົນຕິດມາແຕ່ໄທແລະມີຈັກຄົນຕິດຢູ່ໃນສູນກັກກັນນັ້ນເອງ. ນັ້ນກໍເພາະວ່າ ພັກລັດເຮົາບໍ່ມີງົບປະມານ ທີ່ຈະຕັ້ງສູນໃໝ່ ດັ່ງນັ້ນ ຈຶ່ງໄດ້ຍັດກັນເຂົ້າໃນຫ້ອງດຽວ. ຍິ່ງໄປກ່ວານັ້ນ ແຮງງານລາວ ກໍ່ຍັງສືບຕໍ່ເດີນທາງກັບບ້ານ ຢ່າງຫລວງຫລາຍ ດີແຕ່ ພັກລັດເຮົາ ເປີດກ້ວາງຮັບເອົາແຮງງານ ທີ່ກັບມາຈາກປະເທດໄທ. ແຕ່ຮັບມາແລ້ວ ກໍ່ຢາກໃຫ້ ແຍກຫ້ອງ ແລະ ປ້ອງກັນ ບໍ່ໃຫ້ພວກເຂົາເຈົ້າ ໄປຕິດໂຄວິດ ໃນສູນດັ່ງກ່າວ. ບັນຫາອັ່ງອໍແລະແອອັດ ໃນສູນກັກກັນນັ້ນ ມີແມ່ຍິງຫລາຍໆຄົນ ກໍຢ້ານພວກທີ່ ບໍ່ດີຫລືວ່າຂີ້ຢານັ້ນ ມາກໍ່ກວນ ພວກເຂົາເຈົ້າ ເນື່ອງຈາກວ່າ ມີຄົນຫລາຍປະເພດ ທີ່ເດີນທາງກັບມາຈາກປະເທດໄທ. ອັນນີ້ ກໍເປັນບັນຫານຶ່ງ ທີ່ພັກລັດ ຄວນເອົາໃຈໃສ່.