ຣະວັງຊີ້ນປະສົມສານເຄມີ

ເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າ ຂອງລາວ ເຕືອນ ຜູ້ ບໍຣິໂພຄ ໃຫ້ຣະວັງ ສານເຄມີ ປະປົນ ປະສົມ ໃນຊີ້ນ ທີ່ ວາງຂາຍ ຕາມ ຕລາດ.

ຣະວັງຊີ້ນປະສົມສານເຄມີ RFA

 

ເຈົ້າໜ້າທີ່ ກະຊວງ ອຸດສາຫະກັມ ແລະ ການຄ້າ ເປີດເຜີຍ ວ່າ ຣະຍະ ສອງເດືອນ ຜ່ານມາ ໄດ້ສົ່ງ ເຈົ້າໜ້າທີ່ ອອກເກັບກໍາ ຂໍ້ ມູນ ໃນຕລາດ ນະຄອນ ຫລວງ ວຽງຈັນ ແລະ ໃນແຂວງ ຕ່າງໆ ຂອງ ລາວ ຈຶ່ງພົບວ່າ ຊີ້ນສັດ ຈໍານວນ ນຶ່ງ ປະສົມ ສານເຄມີ ເກີນ ມາຕຖານ. ຈຶ່ງຂໍເຕືອນ ໃຫ້ ປະຊາຊົນ ຣະວັງ ໃນການຊື້ ຊີ້ນ ມາບໍຣິໂພຄ:

"ພວກເຮົາ ໄດ້ວິເຄາະ ຮ່ວມງານ ກັບ ຝ່າຍອາຫານ ແລະຍາ ມາວິເຄາະ ນໍາກັນ ມີທາດ ທີ່ມີປະສົມ ແມ່ນຫຍັງ ມີເຄື່ອງ ປະ ສົມຢູ່ຫັ້ນ ແລ້ວກໍເອົາ ເຄື່ອງ ອັນນັ້ນມາ ເອົາແຕ່ລະ ຊິ້ນສ່ວນ ອັນນັ້ນມາ ມັນເກີນ ກໍານົດ ມີແທກ ມັນ 4-5 ຄັ້ງແລ້ວ ໄດ້ຈູດ ຖິ້ມໝົດ".

ສານເຄມີ ທີ່ ກວດພົບ ຫລາຍທີ່ສຸດ ຄືສານ ຟັອກມາລີນ ຫລື ສານກັນບູດ ຊຶ່ງ ສັກໃສ່ຊີ້ນ ເພື່ອໃຫ້ຊີ້ນ ຄືວ່າຍັງສົດ ບໍ່ເນົ່າ ສາມາດເກັບໄວ້ ດົນກວ່າ ປົກກະຕິ. ສານເຄມີ ຊນິດນີ້ ເປັນ ອັນຕຣາຍ ຕໍ່ ສຸຂພາບ ຫາກນໍາຊີ້ນ ນີ້ ໄປແຕ່ງກິນ ກໍຈະເຮັດ ໃຫ້ເຈັບເປັນ. ຖ້າ ປະຣິມານ ສານເຄມີ ຫລາຍ ເກີນຄວນ ຜູ້ກິນຊີ້ນ ກໍອາຈເສັຽ ຊີວິດໄດ້.

ທ່ານກ່າວ ຕໍ່ໄປວ່າ ໃນຊ່ວງ 1 ເດືອນ ຜ່ານມາ ເຈົ້າໜ້າທີ່ ນະຄອນ ຫລວງ ວຽງຈັນ ໄດ້ໄປເກັບ ຕົວຢ່າງຊີ້ນ ຈາກຕລາດ ເມືອງ ໄຊເສດຖາ ເມືອງ ສີສັຕຕະນາກ ແລະ ເມືອງ ຈັນທະບູຣີ ແລະ ໄດ້ພົບວ່າ ມີສານ ຟັອກມາລີນ ປະສົມ ໃນຊີ້ນ 17 ຄັ້ງ.

ຢູ່ແຂວງ ຈໍາປາສັກ ເຈົ້າໜ້າທີ່ ກໍກວດເຫັນ ຣົດ ທີ່ລັກລອບ ຂົນຊີ້ນໝູ ຊີ້ນໄກ່ ທີ່ ປະສົມ ສານເຄມີ ໄດ້ 4-5 ຄັ້ງ ແຕ່ລະຄັ້ງ ມີປະມານ 500 ກິໂລກຣາມ ຈຶ່ງເຊື່ອກັນວ່າ ຊີ້ນນັ້ນ ນໍາມາ ຈາກ ປະເທດຈີນ. ຊີ້ນທີ່ ປະສົມ ສານ ຟັອກມາລີນ ນັ້ນ ຈະ ສັງເກດໄດ້ ດ້ວຍການດົມ ມັນຈະມີກິ່ນ ສາບແຮງ ຈົນແສບດັງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org