ສະຫະຣັຖ ຊ່ອຍວັກຊິນ ຕ້ານໂຄວິດ ເພີ່ມຕື່ມ
2022.01.04

ສະຫະຣັຖ ອາເມຣິກາ ຊ່ອຍເຫຼືອ ວັກຊິນປ້ອງກັນ ໂຄວິດ-19 ຍີ່ຫໍ້ ໄຟເຊີຣ໌ (Pfizer) ໃຫ້ແກ່ລາວ ຕື່ມອີກ ເກືອບ 8 ແສນໂດສ ຜ່ານອົງການ COVAX Facility ໃນມື້ວັນທີ 2 ມົກກະຣານີ້. ວັກຊິນດັ່ງກ່າວ ຈະຖືກນໍາໃຊ້ ສໍາລັບ ກຸ່ມຄົນ ອາຍຸ ແຕ່ 12 ປີຫາ 17 ປີ ແລະ ຜູ້ທີ່ເປັນໂຣກປະຈໍາຕົວ, ແມ່ຍິງຖືພາ ແລະ ຄົນສູງອາຍຸ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ມົກກະຣານີ້ວ່າ:
“ແມ່ນໄຟເຊີຣ໌ນີ້ ມາຕຣົງຈາກ ອາເມຣິກາເລີຍ ເພິ່ນສິຊ່ວຍເຫລືອຫັ້ນ ລ້ານ 7 ແສນໂດສເນາະ ມາແລ້ວ 8 ແສນໂດສເພາະ ໄດ້ຍິນເພິ່ນວ່າແບບໂຕໄຟເຊີນີ້ເນາະ ຈຸດໜັກເພິ່ນຈະເລັ່ງໃຫ້ທົ່ວ ຜູ້ມີຄວາມສ່ຽງ ພວກຜູ້ເຖົ້າພວກມີພະຍາດ.”
ວັກຊິນ ທີ່ສະຫະຣັຖອາເມຣິກາ ຊ່ອຍເຫຼືອລາວ ຈໍານວນດັ່ງກ່າວ ເປັນວັກຊິນ ຊຸດທໍາອິດ ໃນຈໍານວນວັກຊິນເກືອບ 1,700,000 ໂດສ ທີ່ສະຫະຣັຖອາເມຣິກາ ຈະຊ່ອຍເຫຼືອລາວ ຕື່ມອີກ, ຊຶ່ງຄາດວ່າ ວັກຊິນຊຸດທີ 2 ຈໍານວນ 900,000 ໂດສ ຈະຖືກສົ່ງ ມາເຖິງລາວ ປະມານກາງເດືອນມົກກະຣານີ້. ການຊ່ອຍເຫຼືອວັກຊິນປ້ອງກັນ ໂຄວິດ-19 ຄັ້ງນີ້ ເປັນການສືບຕໍ່ ການຊ່ອຍເຫຼືອ ທີ່ສະຫະຣັຖອາເມຣິກາ ໃຫ້ແກ່ລາວຜ່ານມາ, ຊຶ່ງມີ ຮວມທັງວັກຊິນຍີ່ຫໍ້ ຈອນເຊິນ & ຈອນເຊິນ (Johnson & Johnson) 1 ລ້ານໂດສ ທີ່ໄດ້ຊ່ອຍ ເມື່ອມວັນທີ 19 ກໍຣະກະດາ ປີກາຍ ແລະ ໃນມື້ດຽວກັນນັ້ນ ຣັຖບານອີຕາລີ ກໍໄດ້ຊ່ອຍວັກຊິນຍີ່ຫໍ້ໄຟເຊີ ໃຫ້ລາວ ຜ່ານອົງການຢູນິເຊັບ ປະມານ 9 ແສນໂດສ.
ຕໍ່ການຊ່ອຍເຫຼືອ ຂອງສະຫະຣັຖອາເມຣິກາ ທາງດ້ານ ວັກຊິນປ້ອງກັນໂຄວິດ-19 ຄັ້ງນີ້ ກໍຄືຄັ້ງທີ່ຜ່ານໆມາ ປະຊາຊົນລາວ ສຸດທີ່ດີໃຈ ທີ່ສະຫະຣັຖ ອາເມຣິກາເຫັນໃຈ ປະຊາຊົນລາວ, ຊຶ່ງທຸກຍາກ ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ:
“ໂອ້ຍກະສຸດດີໃຈຫັ້ນແຫລະ ໄຟເຊີມາ ເພິ່ນເຫັນເຮົາ ທຸກຍາກ ວ່າເຮົາ ດ້ອຍພັທນາ ຫຼືວ່າ ຈັ່ງໃດນີ້ລະກະດີໃຈນີ້ລະ ເພິ່ນຄິດເຫັນເຮົາ.”
ແລະຊາວນະຄອນຫຼວງວຽງຈັນ ອີກຜູ້ນຶ່ງ ກໍເວົ້າຕໍ່ ວິທຍຸເຊັຽເສຣີວ່າ ດີໃຈ, ພາກພູມໃຈ ທີ່ສະຫະຣັຖອາເມຣິກາ ຊ່ອຍລາວ ໃນເຣື່ອງ ວັກຊິນປ້ອງກັນ ໂຄວິດ-19 ນີ້:
“ໂຣກປະຈໍາໂຕ ກໍສັກໄດ້ເນາະ ໄຟເຊີນີ້ນ່າ ຄືວ່າດີ ຮູ້ສຶກດີໃຈ ພາກພູມໃຈນໍາ ທາງຣັຖບານເພິ່ນເນາະ ນໍາວັກຊິນ ມາໃຫ້ ພໍ່ແມ່ ປະຊາຊົນຫັ້ນນ່າ.”
ເວົ້າເຖິງເຣື່ອງ ຢາປິ່ນປົວຄົນ ຕິດໂຄວິດ-19, ເມື່ອສັປດາ ທີ່ຜ່ານມາ ຣັຖບາລລາວ ກໍໄດ້ຂາຍຢາ ໂມລາໂຄເວັຍ (MOLACOVIR) ຕາມຮ້ານຂາຍຢາໃຫຍ່ ແລະຕາມໂຮງໝໍ ແຕ່ກໍຍັງມີ ບໍ່ທົ່ວເຖິງ, ຊຶ່ງທາງໂຮງງານຢາເລກ 3 ກໍຈະຜລິດອອກມາ ນໍາເລື້ອຍໆ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນເວົ້າວ່າ:
“ມັນຍັງບໍ່ໄດ້ອອກ ທົ່ວໄປຢູ່ເນາະ ມີແຕ່ຮ້ານໃຫຍ່ໆ ກັບຢູ່ໂຮງໝໍ ເພິ່ນບໍ່ທັນ ໄດ້ທົ່ວເຖິງເທື່ອເນາະ ເພິ່ນໃຫ້ອາຍຸ 18 ປີຂຶ້ນເມືອ ແຄ່ 5 ມື້ຖືວ່າ ເພິ່ນໃຫ້ຢຸດ ກ່ອງນຶ່ງມີ 40 ແຄັບຊຸນ ແລະ ພວກຍິງຖືພານີ້ຫ້າມໃຊ້.”
ເຈົ້າຂອງຮ້ານຂາຍຢາ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ມົກກະຣານີ້ວ່າ ຮ້ານຂາຍຢາໃຫຍ່ ກໍເຣີ່ມຮັບ ຢາປິ່ນປົວຄົນຕິດ ເຊື້ອໂຄວິດ-19 ໂມລາໂຄເວັຍ ມາຂາຍກັນແລ້ວ ແລະຂາຍໃນລາຄາ 4 ແສນກີບ ຕໍ່ນຶ່ງກ່ອງ, ກ່ອງນຶ່ງ ມີ 40 ເມັດ. ລາຄານີ້ ສໍາລັບ ຄົນທົ່ວໄປກໍຖືວ່າ ສູງຢູ່ໜ້ອຍນຶ່ງ:
“ເພາະມັນຫາກໍມາເນາະ ເຂົ້າແຕ່ ຮ້ານໃຫຍ່ ສ່ວນຫຼາຍ ແມ່ນພີ່ນ້ອງ ເຂົາເປັນເນາະ ເຂົາຈະມາຊື້ໄປ ຢາໂຕນີ້ ແມ່ນເດັກນ້ອຍ ອາຍຸຕໍ່າກວ່າ 18 ປີ ເພິ່ນກໍບໍ່ໃຫ້ກິນ ກໍຂາຍ ກໍຂາຍເປັນກ່ອງ 40 ເມັດ ລາຄາຂາຍຢູ່ຮ້ານເຮົາ ກ່ອງລະ 4 ແສນ 4 ແສນກະຖືວ່າແພງບໍ່ ມັນກະຢາກຣາຄາສູງຢູ່ໜ້ອຍນຶ່ງ. ”
ປະຊາຊົນລາວ ຮູ້ສຶກດີໃຈ ທີ່ຕາມຮ້ານຂາຍຢາໃຫຍ່ ແລະ ໂຮງໝໍມີຢາປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ຂາຍ, ຊຶ່ງຫຼາຍຄົນ ກໍຊື້ໄປກິນ ເຖິງວ່າ ລາຄາຈະແພງ ແຕ່ກໍມີຄົນຊື້ໄປກິນປິ່ນປົວໂຕຢູ່, ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ:
“ທາງການເພິ່ນຜ່ານ ອຍ ເຂົາຄັກແນ່ແລ້ວເດ໊ ຮັບປະກັນແລ້ວເດ໋ ຮ້ານຂາຍຢາ ເຂົາເຈົ້າ ວາງໃຫ້ນັ້ນ ໂອ໋ 4 ແສນປາຍ ກະແພງຫຼາຍເນາະ ກະມີຫຼາຍຄົນຊື້ຢູ່ເດ໋.”
ເວົ້າເຖິງເຣື່ອງ ການຕິດເຊື້ອໂຄວິດ-19 ຢູ່ປະເທດລາວ ມາເຖິງມື້ວັນທີ 3 ມົກກະຣານີ້, ມີຜູ້ຕິດໂຄວິດ-19 ໃໝ່ຕື່ມອີກ 665 ຄົນ ເຮັດໃຫ້ຈໍານວນ ຜູ້ຕິດເຊື້ອສະສົມ ເພີ່ມຂຶ້ນເປັນ 113,432 ຄົນ, ເສັຽຊີວິດທັງໝົດ 391 ຄົນ. ມີຜູ້ໄດ້ສັກ ວັກຊິນປ້ອງກັນ ໂຄວິດ-19 ເຂັມທີ 1 ແລ້ວ 4,589,829 ຄົນ ກວມເອົາ 62% ຂອງຈໍານວນພົລເມືອງ ແລະ ໄດ້ສັກວັກຊິນເຂັມທີ 2 ຫຼື ໄດ້ສັກຄົບແລ້ວ 3,640,207 ຄົນ ກວມເອົາ 49%.