Unicef ຊ່ອຍເຫຼືອເດັກນ້ອຍ ລາວ
2014.06.12

ມວນຊົນ ແລະ ບັນດາ ຄູ່ຮ່ວມ ພາກ ເອກກະຊົນ ໃນແຂວງ ສະຫວັນນະເຂດ ເລີ້ມ ໂຄງການ 1 ພັນມື້ ຊຶ່ງ ເປັນໂຄງການ ລິເລີ້ມ ທີ່ສໍາຄັນ ມຸ້ງເປົ້າໝາຍ ໃສ່ການ ມີອາຫານ ທາດບໍາຣຸງ ສໍາລັບ ເດັກນ້ອຍ ໃນ 3 ແຂວງ ຂອງລາວ ຄືແຂວງ ສະຫວັນນະເຂດ ສາຣະວັນ ແລະ ອັຕຕະປື ໂດຍ ຈະຂຍາຍ ໄປຍັງ ແຂວງ ອື່ນໆ ທົ່ວ ປະເທດ ລາວ.
ຖແລງຂ່າວ ເວົ້າວ່າ ອາຫານທີ່ ຂາດ ທາດບໍາຣຸງ ເປັນສາເຫດ ເຮັດໃຫ້ ເດັກນ້ອຍ ໃນໂລກ ເສັຽຊີວິດ ໄປເຖິງ 1 ສ່ວນ 3. ການຂາດ ອາຫານ ທາດບໍາຣຸງ ແບບເປັນ ປະຈໍາ ສົ່ງຜົລ ກະທົບ ຕໍ່ເດັກນ້ອຍ ລາວ ອາຍຸ ຕໍ່າ ກວ່າ 5 ປີ ຫລາຍ ກວ່າ 40 ສ່ວນຮ້ອຍ. 1 ພັນມື້ ທໍາອິດ ຂອງ ຊີວິດ ເດັກນ້ອຍ ມີຄວາມ ສໍາຄັນ ຍິ່ງ ໃນການ ປ້ອງກັນ ພຍາດ ທີ່ກ່ຽວຂ້ອງ ກັບ ເຣື່ອງ ອາຫານ ບໍາຣຸງ.
ກະຊວງ ສາທາຣະນະສຸກ ຂອງລາວ, ບໍຣິສັດ MMG Limited, ກອງທຶນ ສະຫະ ປະຊາຊາດ ເພື່ອ ເດັກນ້ອຍ UNICEF, ສະຫະພັນ ແມ່ຍິງລາວ ແລະ ອົງການ ນາໆຊາດ ບໍຣິການ ປະຊາກອນ PSI ໄດ້ຮ່ວມກັບ ອາສາສມັກ ຊຸມຊົນ ແຈກຢາຍ ຝຸ່ນອາຫານ ທາດບໍາຣຸງ micronutrient sachets ແກ່ຜູ້ເປັນ ແມ່ ຊາວລາວ ເພື່ອປົນ ກັບອາຫານ ໃຫ້ ເດັກນ້ອຍ ແຕ່ລະວັນ ຈະປ້ອງກັນ ການຂາດ ສານອາຫານ.
ດຣ. ອິນລາວັນ ແກ້ວບຸນພັນ ຮອງ ຣັຖມົນຕຣີ ສາທາຣະສຸກ ຂອງລາວ ກ່າວວ່າ ການພັທນາ ປະເທດລາວ ຂຶ້ນຢູ່ ກັບການ ໃຫ້ເດັກນ້ອຍ ມີສຸຂພາບ ດີ ຕັ້ງແຕ່ ຍາມນ້ອຍ ເລື້ອຍມາ. ແລະນີ້ ເປັນການ ລິເລີ່ມ ທີ່ ສໍາຄັນ ຍິ່ງ ໃນການຊ່ວຍ ໃຫ້ລາວ ບັນລຸ ເປົ້າໝາຍ ສະຫັດ ສວັດ MDG ເພື່ອ ຄວາມຢູ່ລອດ ຂອງ ຊີວິດ ວັຍເດັກ ແລະ ມີອາຫານ ທາດບໍາຣຸງ ແລະ ຈະຊ່ວຍໃຫ້ ມີ ສຸຂພາບ ດີຂຶ້ນ ແລະ ມີໂອກາດ ອື່ນໆ ສໍາລັບ ເດັກນ້ອຍ ລາວ ແລະ ລຸ້ນຄົນ ຕໍ່ໄປ ຂອງລາວ.