WFP ຊ່ອຍເຫຼືອອາຫານເສີມ ໃຫ້ ສປປລາວ
2014.07.28
ອົງການ ອາຫານ ໂລກ ສະຫະ ປະຊາຊາດ ຫລື WFP ຈະໃຫ້ການ ຊ່ວຍເຫລືອ ແກ່ ສປປລາວ 28 ລ້ານ ໂດລາ ສະຫະຣັຖ ເພື່ອ ສົ່ງເສີມ ອາຫານ ທີ່ມີ ທາດບໍາຣຸງ ສໍາລັບແມ່ ແລະ ລູກນ້ອຍ. ຂ່າວຂອງ ທາງການລາວ ຣາຍງານ ໃນວັນທີ 25 ກໍຣະກະດາ 2014 ວ່າ ເງິນຊ່ວຍເຫລືອ ຈໍານວນ ດັ່ງກ່າວ ຈະໃຊ້ ເຂົ້າໃນ ການປັບປຸງ ສຸຂພາບ ຂອງແມ່ ແລະ ລູກນ້ອຍ ໃຫ້ ດີຂຶ້ນ ຮວມເຖິງ ອາຫານ ທາດ ບໍາຣຸງ ອາຫານ ທ່ຽງ ໃນ ໂຮງຮຽນ ແລະ ອາຫານເສີມ ນໍາດ້ວຍ.
ໂຄງການນີ້ ຈັດຂຶ້ນເພື່ອ ສະກັດກັ້ນ ການມີ ຮ່າງກາຍ ຕົນໂຕ ຕໍ່າເຕັ້ຍ ບໍ່ສົມ ອາຍຸ ຂອງ ຄົນລາວ ໃນເຂດ ຊົນນະບົດ ຫ່າງໄກ ເຂດ ພູຜາ ໃນແຂວງ ຫລວງນໍ້າທາ ອຸດົມໄຊ ແລະ ແຂວງ ເຊກອງ.
ໃນປີ 2013 ອົງການ ອາຫານ ໂລກ ສະຫະ ປະຊາຊາດ ໄດ້ໃຫ້ການ ສນັບສນູນ ດ້ານອາຫານ ແກ່ ປະຊາຊົນ ລາວ ປະມານ 20 ພັນຄົນ ໃນນັ້ນ ເປັນ ເດັກນ້ອຍ ອາຍຸ ບໍ່ຮອດ 2 ປີ 11 ພັນ 400 ຄົນ ໃນສູນ ສຸຂພາບ ຮ້ອຍກວ່າແຫ່ງ ໃນທົ່ວ ປະເທດລາວ.
ໃນພິທີ ເຊັນບັນທຶກ ຄວາມເຂົ້າໃຈ MOU ໃນອາທິດ ນີ້ມີ ມາດາມ Ariane Waldvogel ແລະ ຫົວໜ້າ ຫ້ອງການ WFP ປະຈໍາລາວ ດຣ. ເອກສະຫວ່າງ ວົງວິຈິດ ຣັຖມົນຕຣີ ກະຊວງ ສາທາຣະນະສຸຂ ກ່າວວ່າ ການຊ່ວຍເຫລືອ ຂອງ WFP ທີ່ເປັນນຶ່ງ ໃນບັນດາ ຄູ່ຮ່ວມ ພັທນາ ຂອງລາວ ໃນການປັບປຸງ ສຸຂພາບ ແລະ ອາຫານ ທາດບໍາຣຸງ ຊຶ່ງຈະ ຊ່ວຍໃຫ້ ສປປລາວ ບັນລຸ ເປົ້າໝາຍ ສະຫັດສວັດ ສະຫະ ປະຊາຊາດ ດ້ານ ສຸຂພາບ ນັ້ນນໍາ ເຊັ່ນກັນ.
ມາດາມ Waldvogel ກໍກ່າວວ່າ ການລົງນາມ ເປັນການ ຢືນຢັນ ເຖິງພັນທະ ຂອງ WFP ໃນການຊ່ວຍ ແກ້ໄຂ ບັນຫາ ການຂາດ ສານອາຫານ ໂດຍຜ່ານ ໂຄງການ ຣະຍະສັ້ນ ຣະຍະກາງ ແລະ ຣະຍະຍາວ.