ສອງສາວລາວຖືກຈັບ ລັກເຂົ້າ ລາວ ຈາກໄທຍ

ໄຊຍາ
2021.04.23
ສອງສາວລາວຖືກຈັບ ລັກເຂົ້າ ລາວ ຈາກໄທຍ ວັນທີ 22 ເມສາ ເຈົ້າໜ້າທີ່ ເມືອງສີໂຄດ ໄດ້ຈັບ ຍິງລາວສອງຄົນ ທີ່ ລັກລອບຂ້າມຂອງ ມາແຕ່ປະເທດ ເພື່ອນບ້ານ
ນັກຂ່າວພົລເມືອງ

ຄະນະສະເພາະກິດ ໄດ້ຢັ້ງຢືນ ການຣະບາດໃນລາວ ແມ່ນລາມມາຈາກໄທຍ ດັ່ງ ຄົນງານລາວ ທີ່ລັກລອບເຂົ້າມາ ຜິດກົດໝາຽ ແຕ່ທີ່ຮ້າຍແຮງໄປກ່ວານັ້ນ ຊາຍໄທຍລັກລອບຂ້າມ ມາທ່ອງທ່ຽວໃນລາວ ໃນໂອກາດບຸນປີໃໝ່ລາວ ອັນກໍ່ໃຫ້ເກີດ ສະພາບການ ຣະບາດຮຸນແຮງ.

ປັຈຈຸບັນທາງການກໍຍັງ ເຂັ້ມງວດກວດກາ ຜູ້ລັກລອບເຂົ້າເມືອງ ຕາມແນວຊາຍແດນ ລາວ-ໄທຍ ໂດຍສະເພາະແມ່ນລຳນໍ້າຂອງ ນັບແຕ່ເໜືອຮອດໃຕ້. ເຈົ້າໜ້າທີ່ຕຳຣວດ, ທະຫານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ວາງກຳລັງເພື່ອສະກັດກັ້ນ ການລັກລອບ ເຂົ້າມາ ແບບຜິດ ໝາຍ. ດັ່ງວັນທີ 22 ເມສາ ຜ່ານມາເຈົ້າໜ້າທີ່ ເມືອງສີໂຄດໄດ້ຈັບ ຍິງລາວສອງຄົນທີ່ ລັກລອບຂ້າມຂອງມາ ແຕ່ຝັ່ງສີຊຽງໃໝ່ ແຂວງໜອງຄາຍ ມາຂຶ້ນທ່າໜອງດາ ເມືອງສີໂຄດຕະບອງ. ຕາມການຢັ້ງຢືນ ຂອງເຈົ້າໜ້າທີ່ຕຳຣວດ ເມືອງ ສີໂຄດຕະບອງ ຕໍ່ເອເຊັຽເສຣີ ເມື່ອວັນທີ 23 ເມສາວ່າ:

"ມື້ວານຄົນລາວລັກຂ້າມມາເຮືອຄົນໄທຍ ເປັນຜູ້ເອົາມາສົ່ງ. ທຳງານຢູ່ພຸ້ນແຫຼະ ແລ້ວໜັງສືໝົດບໍ່ ລັກຂ້າມມາຂ້າມມາຕ້ອງໄດ້ ກັກໂຕ 14 ວັນກ່ອນ ກັບຄົນທີ່ມາສົ່ງ ສົ່ງແລ້ວກໍຮີບໜີ ໄປຈັບບໍ່ທັນ."

ການລັກລອບເຂົ້າມາຈາກປະເທດໄທຍ ໂດຍສະເພາະແມ່ນກຸ່ມ ບໍ່ຜ່ານການກວດກາ ກັກໂຕຕາມມາຕການປ້ອງກັນນັ້ນແມ່ນ ເພີ່ມຄວາມສ່ຽງໃຫ້ແກ່ປະຊາຊົນພາຍໃນ ຫຼາຍທີ່ສຸດ ແຕ່ສ່ວນນຶ່ງກໍເປັນຍ້ອນ ຜູ້ເດີນເຮືອເປັນຄົນຮັບສົ່ງ ແບບຜິດກົດໝາຍ ຕາມຊາຍແດນແມ່ນໍ້າຂອງ. ເຊີ່ງພົບໄດ້ຈາກກໍຣະນີ ຕິດເຊື້ອໃໝ່ ສ່ວນຫຼາຍແມ່ນມາຈາກໄທຍ ທັງຄົນງານ ແລະຄົນລັກລອບ ເຂົ້າມາ.

ປັຈຈຸບັນຕາມແນວຊາຍແດນ ນໍ້າຂອງ 5 ເມືອງ ນະຄອນຫລວງວຽງຈັນ ເຊັ່ນ; ເມືອງປາກ ງີື່ມ, ຫາດຊາຍຟອງ, ສີສັດຕະນາກ, ສີໂຄດຕະບອງ ແລະ ສັງທອງ ໄດ້ສົ່ງໜັງສືທາງການ ໄປຍັງເມືອງທີ່ຂຶ້ນກັບ ແຂວງໜອງຄາຍ ທີ່ມີຊາຍແດນລຽບນໍ້າຂອງ ເຊິ່ງ ຢູ່ຝັ່ງກົງກັນຂ້າມກັບ ນະຄອນຫຼວງວຽງຈັນ ປະສານງານຮ່ວມມື ແລກປ່ຽນຂໍ້ມູນກັນ ເພື່ອຢັບຢັ້ງການ ລັກລອບຂີ່ເຮືອຂ້າມນໍ້າຂອງ.

ພ້ອມນີ້ທາງການລາວ ຍັງໄດ້ປະກາດແຂວງ ທີ່ຢູ່ລຽບຕາມແຄມຝັ່ງ ແມ່ນໍ້າຂອງ ທີ່ມີແນວຊາຍແດນລຳນໍ້າຂອງ ຮ່ວມກັບໄທຍ ໃຫ້ປິດ ການເຂົ້າອອກ, ກວດກາເຂັ້ມງວດຈຸດສ່ຽງໃນ ການລັກລອບເຂົ້າມາ ແລະ ໃຫ້ບໍ່ອະນຸຍາດ ໃຫ້ເຮືອທຸກປະເພດ ແລ່ນຕາມ ລຳນໍ້າຂອງ ຈົນກວ່າ ຈະມີການປະກາດ ມາຕການຄືນໃໝ່ ຈາກ ທາງການ.

ຕໍ່ກັບບັນຫາການລັກລອບເຂົ້າມາລາວ ຊາວບ້ານຢູ່ເມືອງສີໂຄດຕະບອງ ໄດ້ໃຫ້ຄຳເຫັນວ່າ ທາງການເຂັ້ມງວດ ປິດການເຂົ້າອອກ ບ້ານຕໍ່ບ້ານ ແລະ ຕ້ອງປະຕິບັດຕາມມາຕການ ປ້ອງກັນ ສ່ວນເຣື່ອງເຮືອ ແມ່ນເພິ່ນໃຫ້ຢຸດ ການເຄື່ອນໄຫວ.

"ເຂັ້ມງວດສຸດຊ່ວງນີ້ ເພິ່ນເຂັ້ມງວດສຸດ ບ້ານຕໍ່ບ້ານ ກໍຍັງມີການກວດກາ ເຂັ້ມງວດທີ່ສຸດ. ເຂົາກວດກາກ່ຽວກັບ ຄົນເຂົ້າຄົນອອກ ຄົນໃສ່ຜ້າປິດປາກ ບໍ່ເຣື່ອງເຮືອ ເຣື່ອງນັ້ນເຂົາ ກໍໂຈະໄວ້ກ່ອນ ໝົດແຫລະ."

ເພື່ອສະກັດກັ້ນການຣະບາດ ຈາກ ເພື່ອນບ້ານ ຊາວບ້ານອິກທ່ານນຶ່ງ ກ່າວວ່າ ຕ້ອງການໃຫ້ຣັຖບານເຂັ້ມງວດ ຕາມແນວຊາຍແດນ ຫລາຍຂື້ນ.

"ສ່ວນຫຼາຍຄົນທີ່ລັກຂ້າມມາ ກໍທັງສອງຝັ່ງຫັ້ນແຫລະ ທັງເຈົ້າໜ້າທີ່ ຢູ່ພຸ້ນ ແລະ ທັງເຈົ້າໜ້າທີ່ ຢູ່ພີ້ ເບື້ອງຕົ້ນນີ້ຂ້ອຍຊິໃຫ້ລົງໂທດ ໜັກຄືພວກເຮືອ ກັບ ເຈົ້າໜ້າທີ່ນີ້ກ່ອນ, ຫລັງຈາກ ຖັດມາກໍຄືຜູ້ມາໃຫ້ ຣັຖບານທຳໂທດ ພວກນີ້ໜັກໆ ພວກທີ່ຢູ່ຕາມແນວຊາຍແດນ ປ່ອຍໃຫ້ເລັດລອດ."

ການແຜ່ຣະບາດທີ່ຮຸນແຮງ ໃນປັຈຈຸບັນນີ້ຈຸດສ່ຽງກໍແມ່ນ ການລັກລອບເຂົ້າມາ ຈາກໄທຍ ໂດຍສະເພາະລັກລອບ ເຂົ້າມາທາງດ່ານ ທັມມະຊາດ ກໍຄືຊາຍແດນແມ່ນໍ້າຂອງ.

ທາງການ ຄາດວ່າຍັງຈະມີການລັກລອບ ເຂົ້າມາຕໍ່ເນື່ອງ. ຍ້ອນວ່າໄທຍ ຣະບາດແຮງຫລາຍ ແລະ ກໍປິດຫລາຍເມືອງເຊັ່ນກັນ. ເຮັດໃຫ້ຄົນງານລາວ ໃນໄທຍ ປະເຊີນກັບບັນຫາ ວິກິດວຽກເຮັດງານທຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.