12 ຄົນຕິດເຊື້ອໂຄວິດ-19 ຢູ່ລາວ

ຜູ້ຕິດເຊື້ອ ໄວຣັສ ໂຄວິດ-19 ເພີ່ມອີກ 1 ຣາຍ ໃນປະເທດລາວ ເຮັດໃຫ້ ໂຕເລຂ ສະສົມ ລວມເປັນ 12 ຣາຍແລ້ວ.

ນະຄອນຫຼວງວຽງຈັນ ໃນລະຍະ ໄວຣັສໂຄວິດ-19 ຣະບາດ RFA

ໃນຕອນບ່າຍ ຂອງວັນທີ 06 ເມສາ 2020 ນີ້ ທາງການລາວ ຢືນຢັນມີຜູ້ຕິດເຊື້ອໄວຣັສໂຄວິດ-19 ເພີ່ມອີກ 1 ຣາຍ, ເຊິ່ງພາກສ່ວນກ່ຽວ ຂ້ອງໄດ້ຖແລງຂ່າວວ່າ ກວດພົບກໍຣະນີຜູ້ຕິດເຊື້ອໄວຣັສໂຄວິດ-19 ໃນລາວ ຕື່ມຈຳນວນ 1 ຣາຍ ພາຍຫຼັງທີ່ຮູ້ຜົລກວດເຊື້ອ ເປັນຜົລບວກ ຕອນມື້ຄືນຂອງວັນທີ 05 ເມສາ 2020. ດັ່ງທ່ານ ດຣ. ພູທອນ ເມືອງປາກ, ຮອງຣັຖມົນຕຣີກະຊວງສາທາຣະນະສຸຂ ຂອງລາວ ໄດ້ກ່າວ ໃນພິທີຖແລງຂ່າວ ຜ່ານສື່ມວນຊົນທ້ອງຖິ່ນຕອນນຶ່ງວ່າ:

ທັງໝົດ 17 ໂຕຢ່າງນີ້ ລະແມ່ນພວກເຮົາພົບເຫັນ ຢູ່ນະຄອນຫຼວງວຽງຈັນ ຂອງພວກເຮົານີ້ ມີຜູ້ 1 ຫຼືວ່າມີ 1 ຄົນ, ເຊິ່ງວ່າພົບວ່າ ມີການຕິດເຊື້ອພະຍາດໂຄວິດ-19. ກໍຣະນີນີ້, ກະເປັນເພດຍິງ ອາຍຸ 20 ປີ ຢູ່ບ້ານນາໄຊ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.”

ຣາຍລະອຽດ ຂອງຜູ້ທີ່ຕິດເຊື້ອໄວຣັສໂຄວິດ-19 ຕື່ມຈຳນວນ 1 ຄົນນີ້, ກະຊວງສາທາຣະນະສຸຂ  ໄດ້ຢັ້ງຢືນຢ່າງເປັນທາງການວ່າເປັນ ແມ່ຍິງ 1 ຄົນ ອາຍຸ 20 ປີ ເປັນນັກສຶກສາ ພວມດຳຣົງຊີວິຕ ຢູ່ບ້ານນາໄຊ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເຊິ່ງຍານາງມີປວັດ ເດີນທາງມາຈາກປະເທດອັງກິດ, ເຊິ່ງເປັນ 1 ໃນຫຼາຍປະເທດ ທີ່ພວມມີການຣະບາດຢ່າງຮຸນແຮງ.

ເຖິງຢ່າງໃດກໍຕາມ ໃນຣະຫວ່າງທີ່ຍານາງ ເດີນທາງມາຮອດປະເທດລາວ ຍານາງກໍໄດ້ປະຕິບັດມາຕການກັກໂຕເອງ 14 ມື້ຢູ່ເຮືອນສວນ ເຂດນອກເມືອງ ຢ່າງເຄ່ັງຄັດ ແລະ ບໍ່ໄດ້ອອກໄປທາງໃດ. ແຕ່ຕົກ ມາຮອດວັນທີ 05 ເມສາ ຍານາງມີອາການບໍ່ສະບາຍຫຼາຍຢ່າງ ເຂົ້ານິຍາມ ຂອງອາການຕິດເຊື້ອໄວຣັສໂຄວິດ-19, ຍານາງເລີຍໄປກວດກັບທ່ານໝໍ ທີ່ໂຮງໝໍ 150 ຕຽງ ແລະ ຜົລກວດອອກມາເປັນ ບວກ ຕິດເຊື້ອໄວຣັສໂຄວິດ-19.

ກ່ຽວກັບການຕິດເຊື້ອໂຄວິດ-19 ເພີ່ມຕື່ມອີກ 1 ຄົນ ໃນຄັ້ງນີ້, ຊາວບ້ານ ບ້ານນາໄຊ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນທ່ານນຶ່ງ ກໍໄດ້ໃຫ້ທັສນະ ແກ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ພາຍຫຼັງທີ່ ທ່ານໄດ້ຮັບຮູ້ວ່າ ຄົນໃກ້ບ້ານໂຕເອງ ຕິດເຊື້ອໄວຣັສໂຄວິດ-19 ແລ້ວ, ທ່ານກໍຍັງຮູ້ສຶກທັມມະດາ, ແຕ່ກໍບໍ່ປມາດ ແລະ ພາກັນເຕືອນຄົນໃນຄອບຄົວ ໃຫ້ພາກັນຣະມັດຣະວັງ, ໂດຍການຫຼີກເວັ້ນ ການໄປ ສະຖານທີ່ ທີ່ມີຄົນຫຼາຍ.

“ເອີ່, ທັມມະດາຢູ່ໄດ໋ ກໍຄືວ່າທັມມະດາຢູ່, ເຮົາກະບໍ່ປມາດເຮົາກະຣະວັງ ຄອຍຣະວັງພ້ອມໆກັນຣະວັງຫັ້ນແຫຼະ ເພາະວ່າມັນເຫັນຣະບາດ ມາຫຼາຍປະເທດລະມັນຢ້ານ. ດຽວນີ້ກະບໍ່ໄປໃກ້ແລ້ວຮ້ານອາຫອກ ອາຫານ ເຂົາກະປິດໝົດ. ເພາະວ່າ ຄັນເຮົາໄປໃກ້ຊຸມນຸມຊົນຫຼາຍ ກະຢ້ານ, ເຮົາບໍ່ຮູ້ວ່າໃຜເປັນໃຜເນາະ.”

ປັດຈຸບັນນີ້ ຜູ້ຕິດເຊື້ອໄວຣັສໂຄວິດ-19 ທັງ 12 ຄົນພວມປິ່ນປົວຢູ່ ໂຮງໝໍມິຕພາບ ລາວ-ໂຊວຽດ ຫຼືໂຮງໝໍ 150 ຕຽງໃນນະຄອນຫຼວງ ວຽງຈັນ 9 ຄົນແລະອີກ 3 ຄົນ ພວມປິ່ນປົວ ຢູ່ທີ່ໂຮງໝໍແຂວງ ຫຼວງພຣະບາງ. ທັງໝົດ 12 ຄົນນັ້ນ, ມີ 10 ຄົນ ທີ່ອາການບໍ່ຮ້າຍແຮງ ແລະ ພວມກິນຢາປິ່ນປົວ ຕາມທີ່ທີມແພດຈັດໄວ້ໃຫ້. ສ່ວນອີກ 2 ຄົນທີ່ເປັນການກວດພົບໃໝ່ນັ້ນ ທີມແພດແລະໝໍ ຍັງປະເມີນ ອາການຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org