ລາວ ຢືນຢັນຜູ້ຕິດເຊື້ອ ໂຄວິດ-19 ບໍ່ມີ
2020.03.09

ທາງການລາວຢືນຢັນວ່າມາຮອດປັດຈຸບັນ ສປປລາວ ຍັງບໍ່ມີກໍຣະນີຕິດເຊື້ອພຍາດ COVID-19 ມີແຕ່ກໍຣະນີສົງໃສ 50 ຄົນ, ໃນຂນະທີ່ ປະຊາຊົນ ຍັງມີການຖົກຖຽງກັນວ່າ ທາງການມີການປິດຂ່າວຫລືບໍ່. ທ່ານ ພູທອນ ເມືອງປາກ, ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ຂອງລາວ ໄດ້ກ່າວຕໍ່ນັກຂ່າວ ພາຍໃນປະເທດ ໃນວັນທີ່ 6 ມີນາ ນີ້ວ່າ:
"ບາດນີ້ການຕິດຕາມຢູ່ພາຍໃນປະເທດຫຼັງຈາກທີ່ສະແກນແຕ່ລະດ່ານ ບໍ່ພົບຜູ້ມີອຸນນະພູມລະກາບໍ່ເຂົ້ານິຍາມຂອງໂກວິດ ກຸ່ມຄົນດັ່ງກ່າວ ທີ່ໄດ້ເດີນທາງມາຈາກປະເທດຣະບາດ ແລະ ໄດ້ເຂົ້າມາພາຍໃນປະເທດແລ້ວ."
ແຕ່ຊາວລາວບາງຄົນ ບໍ່ເຊື່ອວ່າ ປະເທດລາວ ຍັງບໍ່ມີຜູ້ຕິດເຊື້ອພຍາດ ໂຄວິດ-19, ດັ່ງ ຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນ ວັນທີ 6 ມີນາ ວ່າປັດຈຸບັນນີ້ ຄົນຈີນຍັງເດີນທາງມາລາວຢູ່ ບໍ່ແມ່ນວ່າບໍ່ເຊື່ອແຕ່ຢ້ານວ່າ ມັນສະແດງ ອາການພາຍຫລັງ:
“ເຊື່ອເພາະວ່າ ຄົນຜູ້ທີ່ເພິ່ນໄປເພິ່ນມາ ມັນຈະອາດຕິດມາໃດ໋ ເຊື່ອຢູ່ໃດ໋ ເຊື່ອວ່າຕິດ ມັນກະຊິບໍ່ຫຼວງຫຼາຍ ມັນກະສ່ວນຫຼາຍ ກະຄົນຕ່າງ ປະເທດ ກະບໍ່ແມ່ນໜ້ອຍ ມາຢູ່ໃນລາວ ເຂົ້າໆອອກໆ ປະເທດລາວນິ່ ແຫ່ງຊິຕິດໄວ ເພາະວ່າມັນບໍ່ມີ ກົດຣະບຽບ ເຄັ່ງຄັດປານໃດ ບໍ່ຄື ປະເທດອື່ນ.”
ແລະ ຊາວລາວ ອີກຄົນນຶ່ງ ກໍເວົ້າຄືກັນວ່າ ຕ້ອງມີຜູ້ຕິດເຊື້ອພຍາດນີ້ ໃນລາວ ເພາະຂນາດວ່າ ປະເທດຈີນ ທີ່ເຂົາຈະເຣີນ ເຂົາກະຍັງຕາຍ:
“ລາວນິ່ ຢ້ານເພິ່ນບໍ່ຂ່າວ ບໍ່ຈັກແຫຼະ 50/50 ແຫຼະ ຕອນນີ້ກະດາຍ 50 ນີ້ກະຄືວ່າ ມັນມີແນ່ ບໍ່ມີແນ່ຫັ້ນແຫຼະ ຫາກແຕ່ວ່າເພິ່ນບໍ່ແຈ້ງ ເພາະວ່າຢ້ານປະຊາຊົນແຕກຕື່ນ ຈັ່ງຊັ້ນຈັ່ງຊີ້ ເພາະວ່າມັນເປັນພຍາດຮ້າຍແຮງເດ້ ຂນາດວ່າປະເທດຈີນເນາະ ທີ່ເຂົາຈະເຣີນເຂົາກະຍັງ ຍັງຕາຍວ່າຊັ້ນຊະ ຜູ້້ເຂົາເກັ່ງທາງວິທຍາສາດ ຜົນສຸດທ້າຍເຂົາກະຍັງໄດ້ຣັບ ໄປບໍ່ຮອດພຍາດໂຕນີ້.”
ເຖິງແມ່ນວ່າຕາມການຣາຍງານຂອງທາງການລາວ ຢືນຢັນວ່າ ຍັງບໍ່ມີຜູ້ຕິດພຍາດ COVID-19 ແຕ່ກໍມີກໍຣະນີ ສົງໃສເຖິງ 50 ກໍຣະນີ ແລ້ວ ແລະປັດຈຸບັນ ທີ່ສນາມບິນສາກົລວັດໄຕ ຍັງປະກົດເຫັນມີຄົນຈີນເດີນທາງເຂົ້າມາຢູ່ ຫຼືດ່ານບໍ່ເຕັນ ທາງການກໍຍັງເປີດໃຫ້ຄົນຈີນ ບາງພາກສ່ວນເຂົ້າມາ. ສາເຫດນີ້ເຮັດໃຫ້ປະຊາຊົນ ເປັນຫ່ວງຢ້ານວ່າພຍາດ COVID-19 ຣະບາດ.