ຜູ້ຕິດເຊື້ອໄຂ້ເລືອດອອກ 200 ປາຍຄົນ: ຂ.ຫຼວງນໍ້າທາ

ມະນີຈັນ
2019.08.01
ທາງການ ສາທາຣະນະສຸຂ ອອກພົ່ນຢາປ້ອງກັນ ການແຜ່ຂຍາຍຂອງຍຸງລາຍ
ຮູບຈາກ: ນັກຂ່າວພົລເມືອງ

ແຂວງຫຼວງນໍ້າທາ ມີຜູ້ຕິດເຊື້ອໄຂ້ເລືອດອອກ ຫຼືໄຂ້ຍຸງລາຍ 200 ປາຍຄົນແຕ່ຍັງບໍ່ມີຜູ້ເສັຽຊີວິດຍ້ອນ ປັດຈຸບັນເຊື້ອພຍາດນີ້ ຣະບາດຢູ່ ບ້ານຊຽງກົກ ບ້ານຫ້ວຍກຸ່ມ ບ້ານຫ້ວຍອໍ້ ຂອງເມືອງລອງ ຍ້ອນບໍ່ມີມາຕການປ້ອງກັນ ຢ່າງເຂັ້ມງວດເທົ່າທີ່ຄວນ, ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຂແນງຄວບຄຸມພຍາດຕິດຕໍ່ ຜແນກສາທາຣະນະສຸກ ແຂວງຫລວງນໍ້າທາ ຕໍ່ RFA ໃນມື້ວັນທີ 1 ສິງຫາ ນີ້:

"ສາເຫດດຽວ ຍ້ອນຍຸງລາຍ ທີ່ມີເຊື້ອແລ້ວໄປກັດນີ້ແຫລະ ເອົາເຣື່ອງຫລັກການ 5 ປ. ແຫລະໃຫ້ຂະເຈົ້າໄດ້ປະຕິບັດ ແຕ່ວ່າບາງຄົນມັນຟັງ ມັນກະບໍ່ປະຕິບັດ ມັນເປັນຊັ້ນເດ໊ ມັກເກີດຢູ່ບ່ອນຊຸມຊົນແອອັດ ບ່ອນທີ່ວ່າຮົກເຮື້ອບ່ອນທີ່ວ່າມີແຫຼ່ງ ເພາະພັນຂອງຍຸງລາຍວ່າຊັ້ນແຫຼະ."

ທ່ານກ່າວຕື່ມວ່າຜູ້ຕິດເຊື້ອພຍາດນັ້ນ ມີທັງຄົນທຸກເພດວັຍ ໂດຍສະເພາະ ໃນເຂດຊຸມຊົນແອອັດ ແມ່ນຣະບາດໄດ້ງ່າຍ ຊຶ່ງເຈົ້າໜ້າທີ່ຂໍໃຫ້ ປະຊາຊົນ ຕ້ອງໄປຫາໝໍເມື່ອເປັນໄຂ້ໄດ້ປ່ວຍ ຢ່າຊື້ຢາກິນເອງເດັດຂາດ ຍ້ອນໄຂ້ເລືອດອອກໃນໄລຍະນີ້ ແຜ່ຣະບາດແຮງ, ຫາກຕິດເຊື້ອ ໄຂ້ຍຸງລາຍ ອາດເກີດອາການຊັອກ ແລະ ເສັຽຊີວິດໄດ້:

"ຍາມທີ່ວ່າມັນເກີດຣະບາດ ແບບນີ້ນ່າເຮົາກໍບໍ່ແນະນໍາໃຫ້ຜູ້ໃດ ທີ່ວ່າຊື້ຢາມາກິນເອງຢູ່ເຮືອນ ບໍ່ໄດ້ແບບນີ້ ການທີ່ເປັນໄຂ້ຍຸງລາຍຫັ້ນນະ ທຸກກໍຣະນີຕ້ອງໄດ້ຄຸ້ມຄອງ ຢູ່ກັບໂຮງໝໍເພື່ອເຮົາຈະໄດ້ຕິດຕາມ ເຣື່ອງຄວາມຂຸ້ນຂອງເລືອດ ເພື່ອບໍ່ໃຫ້ ເສັຽຊີວິດເດ໋."

ຜູ້ຕິດເຊື້ອໄຂ້ເລືອດອອກ ຢູ່ແຂວງຫລວງນໍ້າທາ ໃນໄລຍະ 6 ເດືອນ ຕົ້ນປີນີ້ ມີເຖິງ 209 ຄົນ ຄືຫລາຍກວ່າປີກາຍໃນໄລຍະດຽວກັນ ທີ່ມີພຽງ 50 ປາຍຄົນ ແລະປີນີ້ຄາດກັນວ່າຈະມີແນວໂນ້ມ ເພີ່ມຂຶ້ນຕື່ມອີກ.

ຢູ່ແຂວງຫລວງນໍ້າທາ ນອກຈາກເອົາໃຈໃສ່ ຕິດຕາມຜູ້ຕິດເຊື້ອພຍາດນີ້ ຢ່າງໃກ້ຊິດແລ້ວ ກໍຍັງມີການພົ່ນຢາຂ້າຍຸງ ຢູ່ເຂດບ້ານ ທີ່ເຊື້ອ ໄຂ້ຍຸງລາຍ ຣະບາດ ແລະຮຽກຮ້ອງໃຫ້ປະຊາຊົນ ຊ່ວຍກັນປ້ອງກັນ ແລະທໍາລາຍແຫລ່ງເພາະພັນຍຸງລາຍ ທັງຢູ່ພາຍໃນເຮືອນ ແລະ ນອກບ້ານ ອ້ອມແອ້ມ ໂດຍປະຕິບັດຕາມຫລັກ 5 ປ. ຊຶ່ງມີຮວມທັງ ປົກປິດພາຊະນະ, ປ່ອຍປາ ຫາງນົກຍຸງ ໃນອ່າງນໍ້າ, ປັບປຸງ ສິ່ງແວດລ້ອມ ແລະປະຕິບັດໃຫ້ເປັນປະຈໍາ ເພື່ອສະກັດກັ້ນບໍ່ໃຫ້ ເຊື້ອໄຂ້ເລືອດອອກ ແຜ່ຣະບາດ ເພີ່ມຂຶ້ນໄດ້ ຫລາຍໄປກວ່ານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.