ລາວ ຍັງບໍ່ພົບຜູ້ຕິດເຊື້ອ ໄວຣັສ ໂຄໂຣນາ
2020.01.24

ມາເຖິງປະຈຸບັນ ກະຊວງສາທາຣະນະສຸຂ ຂອງ ສປປລາວ ກໍຍັງຢືນຢັນວ່າ ຍັງບໍ່ທັນມີຜູ້ໃດຕິດເຊື້ອໄວຣັສ ໂຄໂຣນາ ນັ້ນເທື່ອ, ຕາມຄໍາ ເວົ້າຂອງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ມົກກະຣາ ນີ້:
"ປັດຈຸບັນນີ້ຍັງບໍ່ໄດ້ພົບເຊື້ອ ເຮົາກະຍັງບໍ່ເຫັນນໍ ແບບວ່າຜູ້ໃດມີອາການ ເປັນໄຂ້ເປັນໄອ ແລ້ວກະຫາຍໃຈຍາກ ເດີນທາງມາແຕ່ພາກສ່ວນ ທີ່ມີຜົນກະທົບ ເຊັ່ນມາແຕ່ຈີນສິນະ."
ປັດຈຸບັນ ສນາມບິນຫລາຍແຫ່ງຢູ່ລາວ ຍັງເປີດຖ້ຽວບິນຣະຫວ່າງ ລາວ-ຈີນ ເປັນປົກກະຕິ ໂດຍມີຄົນຈີນເດີນທາງເຂົ້າມາຫຼາຍຄືເກົ່າ. ດັ່ງ ເຈົ້າໜ້າທີ່ສາຍການບິນລາວ ທ່ານນຶ່ງເວົ້າວ່າ:ການບິນລາວບິນປົກກະຕິເດີ ເພາະວ່າມີຫລາຍສາຍການບິນ ຂະເຈົ້າມາລົງນີ້ ເຊຄິວຣິຕີ (security) ເຣຶ່ອງຄວາມປອດໄພ ເລຶ່ອງການກວດຄົນ ສນາມບິນ ຈະຂຶ້ນກັບເຂົາເຈົ້າເລີຍD
ສໍາລັບສນາມບິນຫຼວງພະບາງ ທີ່ຄົນຈີນເດີນທາງເຂົ້າມາຫລາຍທີ່ສຸດນັ້ນ ເຈົ້າໜ້າທີ່ສນາມ ບິນຫລວງພະບາງທ່ານນຶ່ງເວົ້າວ່າ ເຈົ້າໜ້າທີ່ ກໍໄດ້ກວດກາຄົນເຂົ້າເມືອງ ຢ່າງເຂັ້ມງວດຢູ່ຕລອດ ແລະມາເຖິງປັດຈຸບັນ ກໍຍັງບໍ່ມີຣາຍງານວ່າ ພົບຄົນຕິດເຊື້ອ ພຍາດນີ້, ດັ່ງທີ່ທ່ານ ກ່າວວ່າ:
"ໂອເຂັ້ມງວດຄັກແນ່ ມີການກວດກາ ປ້ອງກັນສະກັດກັ້ນ ຄະນະດ່ານທີ່ວ່າມີທິມງານແພດ ທີ່ວ່າໃຊ້ເຄຶ່ອງສະແກນ ພຍາດຕິດຕໍ່ນະ ຂັ້ນວ່າ ຖ້າມີປາກົດການທີ່ວ່າຕ້ອງສົງສັຍ ເຮົາກໍໄດ້ນໍາສົ່ງໂຮງໝໍເພື່ອກວດເຊື້ອ."
ແລະຢູ່ແຂວຜົ້ງສາລີ, ແຂວງຫລວງນໍ້າທາ ແລະແຂວງອຸດົມໄຊ ທີ່ມີຊາຍແດນຕິດ ກັບປະເທດຈີນນັ້ນ ທາງການກໍໄດ້ລົງໂຄສະນາ ເຕືອນ ປະຊາຊົນ ໃຫ້ຮູ້ເຣຶ່ອງເຊື້ອໄວຣັສ ໂຄໂຣນາ ໃຫ້ລະມັດລະວັງ, ຮູ້ວິທີປ້ອງກັນເບື້ອງຕົ້ນ ຄືໃຊ້ຜ້າອັດດັງ ອະນາມັຍ ທໍາຄວາມສະອາດ.
ຕາມດ່ານຕ່າງໆ ກໍມີການກວດກາຄົນເຂົ້າເມືອງຢ່າງເຂັ້ມງວດ ແລະແນະນໍາປະຊາຊົນ ບໍ່ຄວນເດີນທາງໄປ ຈີນ ໃນໄລຍະນີ້. ເວົ້າສະເພາະ ຢູ່ແຂວງອຸດົມໄຊ ທາງໂຮງໝໍກໍຈັດຫ້ອງແຍກຄົນເຈັບໄວ້. ຫາກພົບຜູ້ທີ່ຕ້ອງສົງສັຍ ຕິດເຊື້ອພະຍາດັ່ງກ່າວ ກໍນໍາມາກວດກາ ທັນທີ, ດັ່ງ ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງອຸດົມໄຊ ທ່ານນຶ່ງກ່າວວ່າ:
"ແຂວງກໍໄດ້ລົງແຈ້ງການ 7 ເມືອງແລ້ວ ເຕືອນວ່າ ເຈົ້າໂຄໂຣນາໄວຣັສ ນີ້ແຫລະ ສາຍພັນໃໝ່ນີ້ແຫລະ ແລ້ວທາງໂຮງໝໍແຂວງກະໄດ້ ກະກຽມແຍກຫ້ອງປ່ຽວໄວ້ ກໍລະນີວ່າສົງສັຍນໍ."
ເວົ້າເຖິງເຊື້ອໄວຣັສ ໂຄໂຣນາ ທີ່ຣະບາດຮຸນແຮງ ຢູ່ປະເທດຈີນ ຣັຖບານຈີນ ຖແລງວ່າ ມີຜູ້ເສັຽຊີວິດ ເພິ່ມຂຶ້ນເປັນ 25 ຄົນ ແລະ ມີຜູ້ ຕ້ອງສົງສັຍຕິດເຊື້ອ 1,072 ຄົນ.