ວັນນະໂຣຄຄືເຊື້ອອັນຕລາຍ


2013.10.24
F-WHO ອົງການ ອະນາມັຍໂລກ WHO
WHO

 

ອົງການອະນາມັຍໂລກ ເຕືອນໃນວັນພຸດນີ້ວ່າ ວັນນະໂຣຄ ເຮັດ ໃຫ້ຄົນເສັຍຊີວິດໃນໂລກ ເມື່ອປີທີ່ຜ່ານມາເຖິງ 1 ລ້ານ 3 ແສນ ຄົນຍ້ອນມີຮູບແບບດື້ຢາຫລາຍຢ່າງ ຂອງໂຣຄຕິດຕໍ່ນີ້ ຄືມີຜູ້ເສັຍ ຊີວິດຍ້ອນຫລາຍ ຮອງລົງມາຈາກໂຣຄ AIDS ຊຶ່ງຊາວໂລກມີ ຄວາມກັງວົນນໍາຫລາຍ. ຕາມຣາຍງານຂອງອົງການຂ່າວ AFP.

ອົງການ ອະນາມັຍໂລກ ເວົ້າໃນຣາຍງານປະຈໍາປີ ກ່ຽວກັບການ ຕໍ່ສູ້ຕ້ານວັນນະໂຣຄ ວ່າຄວາມພຍາຍາມຂອງຊາວໂລກ ໃນການ ຄວບຄຸມພຍາດຕິດຕໍ່ ພຍາດວັນນະໂຣຄ ເຮັດໃຫ້ມີຜູ້ ເສັຍຊີວິດ ຍ້ອນ ຫລຸດລົງກວ່າ ປີທີ່ຜ່ານມາ 100,000 ຄົນ. ແຕ່ຄົນຕາຍ ຍ້ອນພຍາດຕິດຕໍ່ຊນິດນີ້ ກໍຍັງເປັນອັນດັບສອງ ລອງ ຈາກເຊື້ອ HIV/AIDS. ນັກຊ່ຽວຊານຮັບວ່າໄດ້ກວດເຫັນ ກໍຣະນີ ຄົນເປັນ ວັນນະໂຣຄໃໝ່ ພຽງແຕ່ 2 ສ່ວນ 3 ຂອງປະມານ 8 ລ້ານ 6 ແສນຄົນຂອງປີກາຍນີ້.

ເມື່ອປີ 2012 ມີກໍຣະນີຄົນຕິດເຊື້ອວັນນະໂຣຄ ປະມານ 8 ລ້ານ 6 ແສນຄົນ. ໃນນັ້ນ ຢູ່ອິນເດັຍ ປະເທສດຽວ ກໍຕິດໂຣກນີ້ 26% ແລະຢູ່ຈີນຕິດ 12% ຂອງຈໍານວນທັງໝົດ. ຕາມຂໍ້ມູນ ຂອງອົງການອະນາມັຍໂລກ, ຜູ້ເປັນວັນນະໂຣຄຈໍານວນ 1 ສ່ວນ 3 ແມ່ນຢູ່ເອ ເຊັຍຕາເວັນອອກສ່ຽງໃຕ້, ຢູ່ອາຟຣິກາ ເປັນຫລາຍກວ່າ 1 ສ່ວນ 4 ໜ້ອຍນຶ່ງ ແລະຢູ່ຂົງເຂດ ປາຊິຟິກ ຕາເວັນຕົກ ເປັນປະມານ 1 ສ່ວນ 5 ຂອງຈໍານວນ ຜູ້ເປັນວັນນະໂຣຄ ທັງໝົດຢູ່ໃນໂລກ. ພວກນັກຊ່ຽວຊານ ດ້ານສຸຂພາບໃນທົ່ວໂລກ ເຕືອນເຖິງພັຍຄຸກຄາມ ທີ່ ເພີ່ມຂຶ້ນ ຊຶ່ງຈະເກີດຈາກ ສາຍພັນຂອງເຊື້ອ ວັນນະໂຣຄ ທີ່ດື້ຢາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.