ພຍາດປາກເປື່ອຍລົງເລັບຢູ່ ພາກໃຕ້
2014.03.26

ເຈົ້າໜ້າທີ່ ເປີດເຜີຍ ວ່າ ຕັ້ງແຕ່ ເດືອນ ມົກກະຣາ ປີ 2014 ຈົນ ເຖິງ ປັດຈຸບັນ ມີງົວ ແລະ ຄວາຍ ຢູ່ແຂວງ ຈຳປາສັກ ຕາຍໄປ ແລ້ວ ກວ່າ 200 ໂຕ ຍ້ອນ ພຍາດ ປາກເປື່ອຍ ລົງເລັບ ແລະ ເຕົ້າໂຮມ ເລືອດ ແລະ ສະເພາະ ເດືອນ ມິນາ ມີງົວຄວາຍ ຕາຍ ແລ້ວ 40 ໂຕ, ດັ່ງ ເຈົ້າໜ້າທີ່ ກ່າວວ່າ:
"ຊ້ວງ 2-3 ອາທິດ ຫລັງນີ້ນະ ເພາະວ່າ ມັນຕາຍ ຍ້ອນ ພຍາດ ເຕົ້າໂຮມ ເລືອດ ເພາະວ່າ ມັນເກີດ ມາຍ້ອນ ລະດູແລ້ງ ນະ ມັນກິນນ້ຳ ກິນໃນ ຫຍັງນີລະ ມັນເຄີຍມັກ ເປັນ ລະດູນີ້".
ສ່ວນຫລາຍ ແລ້ວ ພຍາດສັດ ໃນງົວ ແລະ ຄວາຍ ມັກເກີດຂຶ້ນ ໃນ ຣະດູແລ້ງ ແຕ່ປີນີ້ ຖືວ່າ ຮຸນແຮງ ກວ່າປີ ກ່ອນໆໆ ຊຶ່ງຢູ່ ແຂວງ ຈຳປາສັກ ໃນເບື້ອງຕົ້ນ ມີການ ລະບາດ ຢູ່ເມືອງ ຈຳປາສັກ, ເມືອງສຸຂຸມມາ ແລະ ເມືອງ ປະທຸມພອນ, ແລະ ມີການ ຣະບາດ ເພີ່ມເຕີມ ຢູ່ ເມືອງໂຂງ ແລະ ເມືອງ ຊະນະ ສົມບູນ.
ເຈົ້າໜ້າທີ່ ກ່າວຕື່ມວ່າ ຂະແໜງ ການ ລ້ຽງສັດ ຂອງແຂວງ ຈະສົ່ງ ເຈົ້າໜ້າທີ່ ລົງ ກວດກາ ແລະ ສັກຢາ ກັນພຍາດ ໃຫ້ສັດລ້ຽງ ຂອງ ປະຊາຊົນ, ແຕ່ກໍຍັງ ມີສັດລ້ຽງ ຈຳນວນ ຫລາຍ ທີ່ບໍ່ທັນໄດ້ ສັກຢາກັນ ພຍາດ ຍ້ອນວ່າ ຢູ່ເຂດ ຮ່າງໄກ ສອກຫລີກ.
ນອກຈາກນີ້ ຍັງມີ ລາຍງານ ການລະບາດ ຂອງ ພຍາດ ປາກເປື່ອຍ ລົງເລັບ ຢູ່ ເມືອງ ຫີນບູນ ແຂວງ ຄຳມ່ວນ ເຮັດໃຫ້ ມີສັດລ້ຽງ ຂອງ ປະຊາຊົນ ຕາຍຈຳນວນ ນຶ່ງ ແຕ່ບໍ່ໄດ້ ບອກຕົວເລກ ຢ່າງຊັດເຈນ.