ຫຼາຍແຂວງຢູ່ໃນລາວຈຳເປັນຕ້ອງຍົກເລີກ ການຈັດບຸນຊ່ວງເຮືອປະເພນີ ໃນວັນບຸນອອກພັນສາປີນີ້ ເນື່ອງຈາກ ມີການຣະບາດຂອງເຊື້ອໂຄວິດ-19 ແລະ ມາຕການປ້ອງກັນກໍຍັງບໍ່ບັງ ຄັບໃຊ້ຢ່າງເຂັ້ມງວດຊຶ່ງພາກສ່ວນທີ່ກ່ຽວຂ້ອງໃນຫຼາຍແຂວງທີ່ຕິດແມ່ນໍ້າຂອງກຳລັງຫາລືກັນກ່ຽວກັບການໂຈະການຈັດງານບຸນຊ່ວງເຮືອຮວມທັງມາຕການທີ່ກ່ຽວຂ້ອງໃນວັນບຸນ ອອກພັນສາແລະຈະປະກາດໃຫ້ປະຊາຊົນຮັບຊາບໃນມໍ່ ໆ ນີ້. ດັ່ງເຈົ້າໜາທີ່ຜແນກຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວແຂວງຫຼວງພຣະບາງກ່າວຕໍ່ວິທຍຸເອເຊັຍເສຣີໃນວັນທີ 15 ຕຸລາ ນີ້ວ່າ.
" ບຸນຊ່ວງເຮືອຄືຊິໂຈະຫຼາຍກວ່າ ສະຖານະການຊ່ວງນີ້ມັນຣະບາດໜັກຢູ່ຫຼວງພຣະບາງ ຈະມີການແຈ້ງການອອກມາເປັນໄລຍະໆ ດອກ ເຣື່ອງມາຕການ. "
ໃນຂນະ ທີ່ຢູ່ແຂວງສວັນນະເຂດ ກໍມີຄວາມເປັນໄປໄດ້ສູງ ທີ່ຈະຍົກເລີກການຈັດບຸນຊ່ວງເຮືອ ປະຈຳປີເນື່ອງໃນວັນບຸນອອກພັນສາ ຍ້ອນສະຖານະການແຜ່ຣະບາດຂອງໂຄວິດ-19 ຢູ່ ພາຍໃນແຂວງກໍຍັງບໍ່ດີຂື້ນປານໃດ ແຕ່ອາດຈະມີການຈັດກິຈກັມບາງຢ່າງ ໄດ້ຕາມປົກກະຕິຢູ່ ຊຶ່ງພາກສ່ວນທີ່ກ່ຽວຂ້ອງກຳລັງຫາລືກັນຢູ່ ແລະຈະອອກແຈ້ງການ ກ່ຽວກັບມາຕການຜ່ອນຜັນໃນມໍ່ໆນີ້ເຊັ່ນກັນ. ດັ່ງເຈົ້າໜ້າທີ່ ຜແນກ ຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວ ແຂວງສວັນນະເຂດໄດ້ກ່າວວ່າ:
" ເບິ່ງສະພາບການຣະບາດມັນຍັງບໍ່ ຄົງຢູ່ໂຕນີ້ ຕ້ອງໄດ້ລໍຖ້າເບິ່ງ ຄນະສະເພາະກິຈເພິ່ນປະຊຸມອອກມາ ເພິ່ນຈະຜ່ອນຜັນວຽກໂຕໃດແນ່ ບຸນປະຈຳປີທັມມະດາຊີ້ ເພິ່ນກາຍັງໃຫ້ຈັດແບບລຽບງ່າຍ ພໍໃຫ້ມັນເປັນຮີດເປັນຄອງຊື່ໆ. "
ສ່ວນຢູ່ ນະຄອນຫຼວງວຽງຈັນເອງ ທາງພາກສ່ວນທີ່ກ່ຽວຂ້ອງ ກໍກຳລັງມີການຫາລືກັນຢູ່ ຊຶ່ງມີຄວາມເປັນໄປໄດ້ສູງ ທີ່ຈະຍົກເລີກ ຈັດບຸນຊ່ວງເຮືອປະຈຳປີ ໃນມື້ບຸນອອກພັນສາປະຈຳປີນີ້ ຢູ່ທ່າວັດຈັນໂດຍຈະແຈ້ງການອອກມາໃນມໍ່ໆນີ້, ສ່ວນການຈັດກິຈກັມວຽນທຽນ ແລະຕັກບາດ ໃນມື້ບຸນອອກພັນສາກໍອາດຈະຜ່ອນຜັນ ໃຫ້ຈັດຕາມວັດຕ່າງໆ ທີ່ຢູ່ໃນເຂດບ້ານທີ່ບໍ່ມີ ການຣະບາດຂອງໂຄວິດ-19 . ດັ່ງຄຣູບາຢູ່ນະຄອນຫຼວງວຽງຈັນກ່າວວ່າ:
" ໂຈະຫັ້ນແຫຼະຕິດຫຼາຍ ໂຄວິດມັນຣະບາດຫຼາຍ ຈະໂຈະແຕ່ເຂດແດງສ່ວນໃຫຍ່ເນາະ ແຖວນອກຊົນນະບົດປົກກະຕິ ເຮົາກໍເຂົ້າຄືເກົ່າແຕ່ວ່າຈະຮັກສາໄລຍະຫ່າງ ຣະຫວ່າງໂຕ. "
ທາງດ້ານຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ລາວເອງກໍຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຍົກເລີກການຈັດບຸນຊ່ວງເຮືອປະຈຳປີ ຢູ່ທ່າວັດຈັນເນື່ອງຈາກ ສະຖານະການຍັງບໍ່ເອື້ອອຳນວຍ ສ່ວນການຈັດກິຈກັມຢູ່ຕາມວັດຕ່າງໆ ໃນມື້ອອກພັນສາ ກໍຄວນມີມາຕການຢ່າງເຂັ້ມງວດ.
" ໂຈະແຫຼະ ບໍ່ໄດ້ເຮັດ ໂຄວິດມັນຣະບາດໜັກ ບໍ່ໄດ້ເຮັດເດີ້ ງານຕ່າງໆ ມັນຢຸດເພາະວ່າຣະບາດໜັກແດ່ ເບິ່ງປີໜ້ານີ້ວ່າແນວໃດເນາະ. "
ໃນຂນະດຽວກັນ ຊາວບ້ານຢູ່ນະຄອນຫຼວງພຣະບາງ, ແຂວງຫຼວງພຣະບາງ ກ່າວວ່າ ລາວເອງກໍບໍ່ຢາກໃຫ້ມີການຈັດບຸນຊ່ວງເຮືອປະຈຳປີ ເພື່ອປ້ອງກັນການຣະບາດ ຂອງໂຄວິດ-19 ຍ້ອນທຸກມື້ນີ້ ຊາວບ້ານຕ່າງກໍພາກັນ ໃຊ້ຊີວິດແບບຫຍຸ້ງຍາກຢູ່ແລ້ວ.
" ບໍ່ມີການຈັດງານຫຍັງ ບໍ່ຈັດບຸນຊ່ວງເຮືອເພາະວ່າມັນພະຍາດຫຼາຍ ເພິ່ນບໍ່ຈັດງານຫຍັງ ບໍ່ມີໃຜມີແຕ່ໄທຍຫຼວງພຣະບາງ ຍ່າງອອກໄປຊື້ເຄື່ອງຊື້ຂອງກໍຍາກ. "
ຊາວບ້ານຢູ່ນະຄອນໄກສອນພົມວິຫານ, ແຂວງສວັນນະເຂດ ກ່າວວ່າການຍົກເລີກຫຼືບໍ່ຍົກເລີກ ການຈັດບຸນຊ່ວງເຮືອປະຈຳປີ ໃນມື້ວັນອອກພັນສານັ້ນ ກໍສຸດແລ້ວແຕ່ຂັ້ນເທິງເປັນຜູ້ພິຈາຣະນາ ແຕ່ຄັນເປັນໄປໄດ້ລາວເອງກໍຢາກຍົກເລີກຈັດໃນປີນີ້ ເພື່ອຈະບໍ່ມີຊາວບ້ານໄປແອອັດກັນຫຼາຍ.
" ໂຈະຫຼືບໍ່ໂຈະ ເຮົາກໍບໍ່ຮູ້ນຳເພິ່ນນ່າ ສຸດແລ້ວແຕ່ເພິ່ນອັນນີ້ເພາະວ່າ ເຮົາກໍບໍ່ເຂົ້າໃຈເນາະ ເພາະວ່າມັນມີອົງປະກອບຫຼາຍແນວຫັ້ນນ່າ ມັນມີເຣື່ອງພະຍາດເດ້. "
ສຳລັບ ວັນອອກພັນສາປະຈຳປີນີ້ ຈະກົງກັບມື້ ວັນທີ 21 ຕຸລາ 2021 ຊຶ່ງກົງກັບວັນຂື້ນ 15 ຄໍ່າເດືອນ 11. ເມື່ອປີຜ່ານມາ ຫຼາຍແຂວງໄດ້ສັ່ງໂຈະ ການຈັດບຸນຊ່ວງເຮືອປະຈຳປີ ໃນວັນອອກພັນສາ ເພື່ອປະຕິບັດມາຕການ ປ້ອງກັນໂຄວິດ-19 ແຕ່ໃນຫຼາຍພື້ນທີ່ ຍັງອະນຸຍາດໃຫ້ຊາວບ້ານ ສາມາດຈັດກິຈກັມບາງຢ່າງ ທາງສາສນາ ໃນວັນອອກພັນສາ ຕາມຮີດຄອງປະເພນີ ແຕ່ຕ້ອງຮັກສາໄລຍະຫ່າງ ວັດແທັກອຸນຫະພູມ ແລະໃສ່ໜ້າກາກປ້ອງກັນ.