ໜ່ວຍງານອອກກວດກາ ກຸ່ມສ່ຽງຕໍ່ ເຊື້ອໂຄວິດ

ສຸພັດຕາ
2020.12.10
ໜ່ວຍງານອອກກວດກາ ກຸ່ມສ່ຽງຕໍ່ ເຊື້ອໂຄວິດ ໜ່ວຍງານ ສາທາຣະນະສຸຂ ອອກເກັບກໍາໂຕຢ່າງ ຈາກ ກຸ່ມທີ່ສ່ຽງຕໍ່ ການຕິດເຊື້ອພຍາດ ໂຄວິດ-19 ຢູ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ນັກຂ່າວພົລເມືອງ

ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ແຂວງບໍ່ແກ້ວ ເປັນຕົ້ນ ຜແນກສາທາຣະນະສຸຂ ແຂວງ, ສົມທົບກັບອົງການອານາມັຍໂລກ ປະຈໍາ ສປປລາວ ລົງກວດຫາເຊື້ອ ແລະ ເກັບກໍາຕົວຢ່າງ ໃນກຸ່ມຜູ້ທີ່ມີຄວາມສ່ຽງ ແລະ ຜູ້ທີ່ສົງໃສ ຕໍ່ການຕິດເຊື້ອພຍາດໂຄວິດ-19 ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຫາກກວດບໍ່ພົບຜູ້ຕິດເຊື້ອ ແລະ ບໍ່ມີຄວາມສ່ຽງ ເຣື່ອງການແຜ່ ຣະບາດ ຂອງ ເຊື້ອພຍາດ ດັ່ງກ່າວ ໃນໄລຍະ 10 ປາຍມື້ ຕໍ່ໜ້າ ກໍຄົງຈະເປີດເມືອງໄດ້, ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ທັນວາ 2020 ນີ້ວ່າ:

“ຈະເກັບຜູ້ທີ່ມີກໍຣະນີສົງໃສ ແລະຈະເກັບມາເລີຍ ອານາມັຍໂລກກໍມາ, ແບບກວດໄປ ອັນໃດເປັນກໍຣະນີສົງໃສ ກໍເອົາມາກວດເບ່ິ່ງ, ຂະເຈົ້າຈະເກັບຕົວຢ່າງໝົດເລີຍ, ແຕ່ກະມີອີກ ປະມານ 10 ປາຍມື້ ສິບໍ່ມີຫຍັງ ກໍສິປ່ອຍໄປເລີຍ.”

ຂນະທີ່ ຊາວບ້ານຢູ່ເມືອງຕົ້ນເຜິ້ງ ຜູ້ນຶ່ງກ່າວວ່າ ປັດຈຸບັນນີ້, ຊາວບ້ານກໍໃຊ້ຊີວິດ ຢູ່ແຕ່ໃນເຮືອນຂອງໃຜລາວ, ແລະ ຖ້າຫາກຕ້ອງ ອອກໄປເຮັດວຽກຢູ່ນອກເຮືອນ ກໍຕ້ອງໄດ້ໃສ່ຜ້າ ອັດປາກ-ອັດດັງ, ເພື່ອປ້ອງກັນ ການແຜ່ຣະບາດ ຂອງ ເຊື້ອໄວຣັສໂຄວິດ-19 ແລະ ກໍລໍຖ້າເມືອງເປີດຢູ່ ຊຶ່ງມື້ວານນີ້ ກໍເຫັນທາງການ ລົງມາກວດເຊື້ອ ພຍາດໂຄວິດ-19 ໃນກຸ່ມທີ່ມີ ຄວາມສ່ຽງ ຖ້າບໍ່ມີເຊື້ອແລ້ວ ທາງການກໍອາຈອະນຸຍາດ ໃຫ້ເປີດເມືອງໄດ້:

“ທຸກຢ່າງປົກກະຕິ ມີແຕ່ຊ້ວງນີ້, ຊ້ວງນີ້ກໍໄດ້ຢູ່ເຮືອນໃຜ ເຮືອນມັນກ່ອນ ແລະ ຖ້າຈະອອກມາຂ້າງນອກ ກໍໃສ່ຜ້າປິດປາກ-ປິດດັງ ຊ້ວງນີ້ ຂະເຈົ້າຢຸດໝົດ ບໍ່ໃຫ້ເຂົ້າ-ບໍ່ໃຫ້ອອກ ເຂົາກໍາລັງເອົາ ກຸ່ມສ່ຽງໄປກວດ ແລ້ວຖ້າບໍ່ມີ ກໍໄດ້ກວດອີກເທື່ອນຶ່ງ ແລ້ວຈຶ່ງຈະ ເປີດເມືອງໄດ້.”

ແລະ ຊາວບ້ານອີກຄົນນຶ່ງ ໃນເມືອງດຽວກັນນີ້ ກໍເວົ້າຄືກັນວ່າຕົນເອງ ແລະ ຊາວບ້ານຄົນອື່ນໆ, ກໍໃຊ້ຊີວິດຕາມປົກກະຕິ, ພຽງແຕ່ ຕ້ອງໃສ່ຜ້າອັດປາກ-ອັດດັງ ໃນຍາມອອກໄປ ຂ້າງນອກ, ຜູ້ໄປໄຮ່ໄປນາກໍໄປປົກກະຕິ.

ແຕ່ສໍາລັບນັກລົງທຶນ, ນັກທຸຣະກິຈແລ້ວນັ້ນ, ກໍອາຈເຮັດວຽກລໍາບາກແດ່ເລັກໜ້ອຍ, ຍ້ອນມີການປິດເມືອງຢູ່ ແລະກໍເຫັນວ່າມີອົງການ ອານາມັຍໂລກ ລົງມາກວດເຊື້ອໄວຣັສ ໂຄວິດ-19 ຢູ່ໃນເມືອງນີ້ ນໍາດ້້ວຍ, ດັ່ງທີ່ທ່ານກ່າວວ່າ:

“ກໍໃຊ້ຊີວິດຕາມປົກກະຕິ ບາງຄົນກໍໄປໄຮ່ໄປສວນ ໄປນາ ກໍໄປຕາມປົກກະຕິ ສໍາລັບຄົນທີ່ເຮັດທຸຣະກິຈ ກໍອາຈລໍາບາກໜ້ອຍນຶ່ງ ເພາະວ່າປິດເມືອງ ບໍ່ໃຫ້ເຂົ້າອອກເລີຍ ທຸກຄົນຕ້ອງໃສ່ ຕ້ອງມີການວັດອຸນຫະພູມ ທຸກຈຸດ ມີກົມອານາມັຍໂລກ ຫາກໍມາມື້ວານນີ້ ເຂົ້າມາກວດຢູ່ໃນເຂດ.”

ອີງຕາມການຣາຍງານ ຂອງ ສື່ມວນຊົນທ້ອງຖິ່ນໃນລາວ, ເມື່ອວັນທີ 9 ທັນວາ 2020 ນີ້ ອົງການອານາມັຍໂລກ ສູນວິເຄາະ ແລະ ຣະບາດ ວິທຍາ ພ້ອມດ້ວຍສາທາຣະນະສຸກແຂວງ ແລະ ເມືອງ ລົງສຸ່ມເກັບເອົາຕົວຢ່າງ ຈາກ ພະນັກງານ ທີ່ເຮັດວຽກໃນກາຊິໂນ ທີ່ເຫັນວ່າມີຄວາມສ່ຽງ ເຊັ່ນ: ພະນັກງານຕ້ອນຮັບ, ຜູ້ເຮັດວຽກ ຢູ່ຫ້ອງອາຫານ, ກັມມະກອນ; ເພື່ອ ນໍາສົ່ງໄປກວດຫາ ເຊື້ອພຍາດ ໂຄວິດ-19 ທີ່ສູນວິເຄາະ ແລະ ຣະບາດວິທຍາ. ມາເຖິງປັດຈຸບັນ ຍັງກວດບໍ່ພົບວ່າ ມີຜູ້ຕິດເຊື້ອພຍາດດັ່ງກ່າວ.

ເມື່ອວັນທີ 5 ທັນວາ ຜ່ານມານີ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເລີ້ມຈັດຕັ້ງປະຕິບັດ ມາຕການປິດເມືອງຊົ່ວຄາວ ຫ້າມບໍ່ໃຫ້ຜູ້ໃດ ເຂົ້າ-ອອກ ເມືອງ, ຮວມເຖິງຄຸມເຂັ້ມງວດ ເຣື່ອງການຂົນສົ່ງສິນຄ້າ ຕາມຄໍາສັ່ງເລຂທີ 1389 ຂອງ ຫົວໜ້າຄະນະສະເພາະກິຈ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.