ຄົນຕິດເຊື້ອໂຄວິດ-19 ອີກ 3 ຄົນ ຢູ່ ສປປລາວ

2 ມື້້ ຜ່ານມານີ້ ຢູ່ລາວ ມີຄົນຕິດໂຄວິດ-19 ໃໝ່ 3 ຄົນ ຂນະທີ່ ຕາມຊາຍແດນ ຫຼາຍແຂວງ ມີມາຕການ ປ້ອງກັນເຂັ້ມງວດ.

ຖະແຫຼງຂ່າວປະຈຳວັນທີ 11 ເມສາ 2021 ສປປ ລາວ ພົບຜູ້ຕິດເຊື້ອໃໝ່. ຂອບໃຈພາບ: ຂປລ

ສອງມື້ຜ່ານມານີ້ ຄືວັນທີ 11 ແລະ 12 ເມສາ ຢູ່ປະເທດລາວ ມີຄົນຕິດໂຄວິດ-19 ໃໝ່ 3 ຄົນ, ຮວມທັງໝົດມີຜູ້ຕິດເຊື້ອ 52 ຄົນ ຂນະທີ່ ຕາມຊາຍແດນ ຫຼາຍແຂວງ ມີມາຕການ ປ້ອງກັນເຂັ້ມງວດ, ອີງຕາມການຣາຍງານ ຂອງກະຊວງສາທາຣະນະສຸຂ ວັນທີ 12 ເມສາ 2021. ໃນມື້ວັນທີ 11 ເມສາ ກວດພົບຜູ້ຕິດເຊືອ 2 ຄົນ.

ໃນນັ້ນເປັນຊາຍຄົນໄທຍ 1 ຄົນ, ອາຍຸ 41 ປີ, ເປັນນັກທຸຣະກິດ ທີ່ຢູ່ລາວມາໄດ້ 1 ປີໂດຍບໍ່ໄດ້ຂ້າມໄປຝັ່ງໄທຍ. ຜູ້ກ່ຽວໄດ້ສໍາພັດ ໃກ້ຊິດກັບຄົນໄທຍ ທີ່ລັກເຂົ້າມາ ລາວຢູ່ຊາຍແດນ ແລະໄດ້ໃກ້ຊິດກັບອີກ 10 ຄົນ ທີ່ກໍາລັງລໍຖ້າຜົລ ຂອງການກວດຫາເຊື້ອຢູ່.

ອີກ 1 ຄົນ ທີ່ຕິດເຊື້ອ ເປັນຊາຍຄົນລາວ ອາຍຸ 41 ປີ, ເດີນທາງມາຈາກປະເທດມົງໂກເລັຍ, ຜ່ານສນາມບິນ ອິນຊອນ ເກົາຫລີໃຕ້, ມີຜູ້ໃກ້ຊິດ 31 ຄົນ ແຕ່ບໍ່ມີຜູ້ໃດຕິດເຊື້ອ ແລະ ໄດ້ຖືກກັກຕົວຕິດຕາມອາການ 14 ມື້, ອີງຕາມຄໍາຖແລງຕໍ່ສື່ມວລຊົນ ຂອງ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະຣະບາດວິທຍາ ກະຊວງສາທາຣະນະສຸຂ ໃນວັນທີ 11 ເມສາ 2021 ນີ້ວ່າ:

“ກໍຣະນີຢັ້ງຢືນຜູ້ທີ 50 ສັນຊາດໄທຍ ບໍ່ໄດ້ເດີນທາງໄປໃສ ໃນນຶ່ງອາທິດຜ່ານມາຜູ້ກ່ຽວ ມີປວັດໄປສັມຜັດກັບບຸກຄົນ ລັກລອບ ເຂົ້າມາແຕ່ປະເທດໄທຍ ໃນວັນທີ 10 ເມສາ ໄດ້ໄປ ກວດຢູ່ໂຮງໝໍມິຕພາບ ຜົລກວດວິເຄາະ ອອກມາວ່າ ຜູ້ກ່ຽວແມ່ນຕິດເຊື້ອ ໂຄວິດ-19 ກໍຣະນີ ທີ 51 ຄືກັນ ສັນຊາດລາວ ເປັນພະນັກງານ ເດີນທາງຈາກປະເທດມົງໂກລ ຜູ້ກ່ຽວແມ່ນ ຕິດເຊື້ອໂຄວິດ-19.”

ແລະໃນມື້ວັນທີ 12 ເມສາ ນີ້ກໍກວດພົບອີກ 1 ຄົນ, ເປັນຊາຍຄົນອອສເຕຣເລັຍ ອາຍຸ 48 ປີ ກ່ອນຈະມາເຖິງລາວຜູ້ກ່ຽວໄດ້ກວດ ໂຄວິດ-19 ຢູ່ປະເທດອີຣັກ ໃນວັນທີ 8 ເມສາ ແຕ່ບໍ່ພົບເຊື້ອ. ວັນທີ 9 ເມສາ ໄດ້ເດີນທາງມາປະເທດກາຕາ ຜ່ານສນາມບິນໂດຮາ ມາສນາມບິນກຸລາລໍາເປີ ປະເທດມາເລເຊັຍ ແລະ ມາເຖິງລາວ ໃນມື້ວັນທີ 11 ເມສາ ແລະ ກວດພົບວ່າຕິດເຊື້ອ. ຜູ້ກ່ຽວໄດ້ໃກ້ຊິດ ສໍາພັດ ກັບ 26 ຄົນ ຊຶ່ງທັງໝົດກວດ ບໍ່ພົບເຊື້ອ ແຕ່ຖືກກັກຕົວຕິດ ຕາມອາການ 14 ມື້.

ຜູ້ຕິດໂຄວິດ ທັງ 3 ຄົນທີ່ວ່ານີ້ ໄດ້ຖືກແຍກປ່ຽວ ແລະຕິດຕາມອາການ ຢູ່ໂຮງໝໍມິຕພາບ ທີ່ນະຄອນຫລວງວຽງຈັນ. ເຈົ້າໜ້າທີ່ ສະເພາະກິຈ ທີ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ເມສາ ນີ້ວ່າ ຢູ່ຕາມຊາຍແດນ ທາງການກໍກວດກາ ເຂັ້ມງວດຄັກແນ່ ໂດຍໃຫ້ເຈົ້າໜ້າທີ່ບ້ານ ກວດກາຄົນເຂົ້າອອກ, ຫາກກວດພົບວ່າມີຄົນເດີນ ທາງມາຈາກໄທຍ ຫລືລັກເຂົ້າມາລາວ ໂດຍບໍ່ໄດ້ກວດໂຄວິດ-19 ກໍໃຫ້ແຈ້ງເຈົ້າໜ້າທີ່ ນໍາໂຕໄປກວດ ແລະກັກໂຕຢູ່ສູນກັກກັນ:

“ຢູ່ຊາຍແດນແມ່ນຫຍັງນີ໋ ພວກເຮົາຈະມີອສບ. ອສບ ເຂົາຈະມີຣາຍງານປະຈໍາວັນ ອິຫຍັງຫັ້ນນະ. ຖ້າວ່າມີຄົນມາແຕ່ໄທຍປຶບ ເພິ່ນກໍຈະຣາຍງານ ໃຫ້ທີມງານສະເພາະກິຈ ໂລດເນາະ ລັກລອບເຂົ້າມາບ້ານໃດ ກໍແມ່ນອໍານາດ ການປົກຄອງບ້ານນັ້ນ ເພິ່ນຈະ ແຈ້ງເຈົ້າໜ້າທີ່ ໄປເອົາມາກັກຢູ່ຫລັກ 27 ເລີຍ ຕ້ອງໄດ້ເສັຽຄ່າ ຂົນສົ່ງແມ່ນຫຍັງຕ່າງໆ ດ້ວຍຕົວເອງເນາະ ກັກໂຕກາຍ 14 ມື້ແລ້ວ ເພິ່ນກໍເສັຽຄ່າປັບໃໝ ລັກລອບເຂົ້າເມືອງ ແມ່ນຫຍັງແຫລະ ຕາມກົດໝາຍ.”

ທ່ານກ່າວຕື່ມວ່າ ນອກຈາກນີ້ ຢູ່ດ່ານສາກົນ ວຽງຈັນ-ໜອງຄາຍ ກໍຍັງໃຊ້ມາຕການ ປ້ອງກັນຄືເກົ່າ. ຄົນລາວ, ຄົນງານລາວ ແລະ ຄົນຕ່າງປະເທດ ທີ່ຢູ່ໄທຍ ຈະເຂົ້າມາລາວ ຕ້ອງເຮັດໜັງສື ໃຫ້ຖືກຕ້ອງຄັກແນ່ ຜ່ານກົງສຸນ ແລະ ມີໜັງສືຢັ້ງຢືນການກວດ ໂຄວິດ-19, ເມື່ອເຂົ້າມາແລ້ວ ກໍຈະຖືກກວດກາຫາເຊື້ອ ແລະ ກັກຕົວທີ່ຫລັກ 27, 14 ມື້ ແລະ ການບິນ ກໍມີແຕ່ຍົນເຊົ່າເໜົາລໍາ ດັ່ງທີ່ທ່ານກ່າວວ່າ:

“ເປີດຮັບຢູ່ແຕ່ວ່າຫລັກການແທ້ໆ ກໍຕ້ອງໄດ້ຜ່ານ ຄະນະສະເພາະກິຈ ແລ້ວກະກວດຢັ້ງຢືນ ໂຄວິດ ປະເທດຕົ້ນທາງເນາະ ຂະບວນ ການຂອງມັນອະນຸຍາດໃຫ້ເຂົ້າດ່ານໄດ້ມາຈາກ ຕ່າງປະເທດ ຖືວ່າຮັບສາຍການບິນ ເຊົ່າເໝົາລໍາ ບໍ່ແມ່ນສາຍການບິນທົ່ວໄປ.”

ກ່ຽວກັບເຣື່ອງ ດັ່ງກ່າວ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ພາຍຫລັງທີ່ຮູ້ຂ່າວ ຢູ່ລາວມີຄົນຕິດໂຄວິດ-19 ເພິ່ມຂຶ້ນອີກ ກໍຮູ້ສຶກຢ້ານ ແລະຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກວດຜູ້ທີ່ໃກ້ຊິດ ກັບຄົນຕິດເຊື້ອນັ້ນ ທຸກຄົນ ເພື່ອຄວາມປອດພັຍ ຂອງຊາວບ້ານ:

“ເຣື່ອງຢ້ານກະຢ້ານ ໂຄວິດໂຕນີ້ ມັນເປັນສາຍພັນໃໝ່ ອີກຫັ້ນນ່າ ໃຫ້ຣັຖບານນີ້ນ່າ ນໍາໂຕຜູ້ທີ່ແຜ່ເຊື້ອໄປທາງໃດ ຫາຜູ້ໃດແດ່ ໃຫ້ເຂົ້າໄປກັກໂຕກ່ອນ ເພາະວ່າຢູ່ລາວ ມັນເລີ່ມ ສະກັດກັ້ນໄດ້ຫັ້ນນ່າ ແຕ່ວ່າຜູ້ແຜ່ເຊື້ອຫັ້ນມາແຜ່.”

ເຈົ້າໜ້າທີ່ສະເພາະກິຈ ແຂວງໄຊຍະບູລີ ກ່າວໃນມື້ດຽວກັນນີ້ວ່າ ໃນມື້ວັນທີ 9 ເມສາ ທາງການແຂວງ ກໍມີແຈ້ງການໃຫ້ເມືອງ ແກ່ນທ້າວ, ເມືອງບໍ່ແຕນ ແລະເມືອງປາກລາຍ ໂຈະການເດີນທາງ ເຂົ້າ-ອອກ ເມືອງ ແລະໂຈະການເຂົ້າ-ອອກ ຂອງຜູ້ຄົນຜ່ານ ດ່ານມິຕພາບ ນໍ້າເຫືອງ ຊົ່ວຄາວ ແຕ່ວັນທີ 11 ຫາວັນທີ 18 ເມສາ 2021 ນີ້ ເພື່ອປ້ອງກັນ ການຣະບາດຂອງ ໂຄວິດ-19:

“ຊາຍແດນທີ່ຕິດກັບບ່ອນ ທີ່ມີການຣະບາດ ມັນມີແກ່ນທ້າວ ປາກລາຍ ບໍ່ແຕນ ມັນຈະເປັນເສັ້ນທາງ ທີ່ເຊື່ອມຕໍ່ກັບປະເທດ ເພື່ອນບ້ານ ມັນຈະມີບຸກຄົນ ຫລືວ່າແຮງງານພວກຣົດ ຂົນສົ່ງສິນຄ້າຕ່າງໆ ມັນເຂົ້າອອກ ມັນຈະມີຄວາມສ່ຽງ ໃນການຕິດເຊື້ອ ຊ່ວງທີ່ມີການກະຈາຍ ເຊື້ອນີ້ນ່າ ມີຄວາມຈໍາເປັນຕ້ອງໄດ້ປິດ.”

ຊາວບ້ານຢູ່ແຂວງໄຊຍະບູລີ ຜູ້ນຶ່ງເວົ້າວ່າ ຮູ້ສຶກຢ້ານ, ບໍ່ກ້າອອກໄປໃສ ແລະເວລາຄອບຄົວອອກໄປທາງນອກ ກໍໄດ້ເຕືອນໃຫ້ ທຸກຄົນຣະມັດຣະວັງຕົວ, ປັດຈຸບັນ ຢູ່ຕາມຊາຍແດນ ເຈົ້າໜ້າທີ່ ກໍເຂັ້ມງວດ ປິດດ່ານເຂົ້າ-ອອກ:

“ກະຢ້ານແຫຼະເນາະ ເຕືອນໝົດທັງລູກທັງຫຼານ ກະຣະວັງຫັ້ນແຫຼະ ຢູ່ຊາຍແດນ ແຖວປາກລາຍ ແກ່ນທ້າວ ເຂົາປິດແລ້ວເດ໋ ການສັນຈອນແລ້ວ ປ້ອງກັນວັນກ່ອນ ເຂົາບໍ່ໃຫ້ ເດີນທາງ ບໍ່ໃຫ້ມີການສັນຈອນ ເພາະວ່າມັນຣະບາດ ຢູ່ໄທຍຫຼາຍເນາະ ໄປທໍາງານຢູ່ຕ່າງແດນ ຊ່ວງນີ້ບໍ່ໄດ້ເຂົ້າ ບໍ່ໄດ້ອອກ.”

ເຖິງປັດຈຸບັນ ຢູ່ປະເທດລາວ ມີຄົນຕິດໂຄວິດ-19 ທັງໝົດ 52 ຄົນ, ປິ່ນປົວຫາຍດີແລ້ວ 47 ຄົນ, ກໍາລັງປິ່ນປົວຢູ່ໂຮງໝໍ 5 ຄົນ.

ໃນໄລຍະ ບຸນປີໃໝ່ລາວນີ້ ກະຊວງ ສາທາຣະນະສຸຂ ຮຽກຮ້ອງໃຫ້ປະຊາຊົນ ປະຕິບັດຕາມມາຕການ ປ້ອງກັນໂຄວິດ-19 ຄືເກົ່າ ເປັນຕົ້ນ ການເວັ້ນໄລຍະຫ່າງ, ໃສ່ຜ້າອັດປາກ ອັດດັງ, ໝັ່ນລ້າງມືດ້ວຍສະບູ ຫລືເຈລລ້າງມື, ຫລີກເວັ້ນການໄປສະຖານທີ່ແອອັດ, ສະຖານທີ່ບັນເທີງ, ບ່ອນຊຸມນຸມກັນຫຼາຍຄົນ.

ພ້ອມກັນນັ້ນທາງການລາວ ກໍຍັງປະກາດໃຫ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະອໍານາດການປົກຄອງທ້ອງຖິ່ນ ປະຕິບັດມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ, ຊ່ອຍເອົາໃຈໃສ່ ລູກບ້ານ ເປັນຕົ້ນຜູ້ທີ່ກັບມາຈາກ ປະເທດໄທຍ ທີ່ຍັງບໍ່ທັນໄດ້ກວດ ໂຄວິດ-19, ຫາກ ພົບເຫັນກໍໃຫ້ແຈ້ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພາໄປກວດ ແລະ ກັກຢູ່ສູນກັກຕົວ 14 ມື້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org