ຄົນງານລາວໃນສູນກັກໂຕ ຢູ່ເປັນ ປົກກະຕິ
2020.04.09

ຄົນງານລາວ ຈຳນວນຫຼາຍ 10 ພັນຄົນ ທີ່ເດີນທາງກັບມາແຕ່ໄປເຮັດວຽກ ຢູ່ປະເທດໄທຍ ແລ້ວທາງການລາວ ຈັດໃຫ້ມາຢູ່ສູນກັກໂຕຊົ່ວ ຄາວຕາມແຂວງຕ່າງໆ ເພື່ອເຝົ້າຣະວັງເຊື້ອໄວຣັສໂຄວິດ-19 ນັ້ນ, ກໍດຳເນີນໄປຢ່າງເປັນປົກກະຕິຢູ່ ແລະ ນັບຕັ້ງແຕ່ທາງການລາວ ໄດ້ ເຣີ່ມກຳນົດເອົາໂຮງຮຽນຕາມຫຼາຍບ້ານ ໃນເຂດເມືອງຕ່າງໆ ເປັນສູນກັກໂຕຊົ່ວຄາວ ແຕ່ທ້າຍເດືອນ ມີນາ ເປັນຕົ້ນມາ, ກໍມີຄົນງານລາວ ທະຍອຍເຂົ້າມາສູນກັກໂຕ ເພື່ອເຝົ້າຣະວັງເຊື້ອໄວຣັສໂຄວິດ-19 ເປັນເວລາ 14 ມື້ ແລະ ທາງການແຕ່ລະທ້ອງຖິ່ນ ກໍໄດ້ຈັດຫ້ອງພັກເຊົາ ໃຫ້ຄົນງານລາວ ໄດ້ຢູ່ຫ້ອງລະ 5-6 ຄົນ ຢູ່ໃນຫ້ອງຮຽນໃຫຍ່. ດັ່ງຄົນງານລາວ ນາງນຶ່ງ ທີ່ຢູ່ສູນກັກໂຕຊົ່ວຄາວ ມ.ສ ດົງເຫັນ, ເມືອງ ອາດສະພັງທອງ ແຂວງສວັນນະເຂດ ໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນທີ 04 ເມສາ ນີ້ວ່າ:
“ກະຫຼາຍຢູ່ ໜ້າຈະປະມານ 50 ກວ່າເນາະ. ຖ້າພວກທີ່ວ່າມາພ້ອມກັນ ກະໃຫ້ຢູ່ນຳກັນໄດ້ ແບບນີ້ຫັ້ນນ່າ, ແບບວ່າສົມມຸດ ກຸ່ມນີ້ມາ 2 ຄົນ ກະຕ້ອງໄດ້ຢູ່ນຳກັນ. ຄືພວກນ້ອງມານຳກັນ 6 ຄົນ ກະຕ້ອງໄດ້ຢູ່ ນຳກັນ 6 ຄົນ. ເພິ່ນກະກວດທຸກມື້ ມື້ລະເທື່ອຕອນເຊົ້າ. ເມື່ອກ່ອນເພິ່ນ ວັດແທກດ້ວຍບາຫຼອດ, ແຕ່ຕອນນີ້ເພິ່ນເອົາເຄື່ອງວັດແທກມາໃໝ່.”
ຍາງນາງກ່າວຕື່ມວ່າ ພໍແຕ່ຂ້າມດ່ານຈາກຝັ່ງໄທຍ ມາເຖິງຝັ່ງລາວ ກໍບໍ່ໄດ້ເຂົ້າເມືອເຮືອນ ເພາະມີຣົດທະຫານແຂວງ ມາຮັບເອົາໄປສົ່ງທີ່ສູນ ກັກໂຕຊົ່ວຄາວ ທີ່ຢູ່ໃກ້ເຮືອນຂອງໂຕເອງເລີຍ.
“ບໍ່, ບໍ່ໄດ້ເຂົ້າບ້ານເລີຍ ຕັ້ງແຕ່ມາ ມາຢູ່ສູນເລີຍ ມາເພິ່ນກະມີຣົດ ຣົດທະຫານສົ່ງ ມີຣົດທະຫານສົ່ງລົງເມືອງ ລະເພິ່ນກະໃຫ້ນາຍບ້ານເອງ ລົງໄປເອົາຂຶ້ນມາຢູ່ໃນສູນໃກ້ໆບ້ານ. ບໍ່ໃຫ້ອອກຂ້າງນອກ ກະຄືວ່າ ເພິ່ນບໍ່ໃຫ້ອອກບໍຣິເວນການກັກໂຕເລີຍ.”
ສ່ວນຄົນງານລາວ ອີກນາງນຶ່ງ ທີ່ຢູ່ສູນກັກໂຕຊົ່ວຄາວ ມ.ສ ມ່ວງໄຂ່, ເມືອງຫີນບູນ ແຂວງຄຳມ່ວນ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນ ວັນທີ 05 ເມສາ ນີ້ວ່າ ຍານາງ ແລະ ໝູ່ເພື່ອນອີກຫຼາຍຄົນ ພໍແຕ່ມາ ຮອດຝັ່ງລາວ ທາງການກໍຮັບມາໄວ້ ທີ່ສູນກັກໂຕຊົ່ວຄາວເລີຍ ແລະ ໄດ້ແຍກກັນໄປຢູ່ຕາມໂຮງຮຽນ ທີ່ເປັນສູນກັກໂຕຍ່ອຍ ໃກ້ເຮືອນໂຕເອງອີກ.
“ມາຮອດທຳອິດ ເພິ່ນກະສອບຖາມວ່າ ມາແຕ່ເຮັດວຽກຢູ່ໃສ? ລົງບັນທຶກປະຈຳວັນ ລະກະຫາບ່ອນພັກເຊົາໃຫ້. ປະຕິບັດແຕ່ກວດອຸນຫະພູມ ເຊົ້າ-ແລງ ເພາະວ່າເພິ່ນຈັດເປັນຈຸດເປັນຈຸດ, 3-4 ບ້ານມາໂຮມກັນ ແລ້ວບາດນີ້ໂຮງຮຽນຈຸຂ້ອຍຢູ່ ລະມັນຄົນຫຼາຍ ລະເລີຍແຍກບ້ານໃຜ ບ້ານມັນ.”
ກ່ຽວກັບສະພາບທົ່ວໄປ ຂອງສູນກັກໂຕຊົ່ວຄາວນີ້, ເຈົ້າໜ້າທີ່ປະຈຳສູນກັກໂຕຊົ່ວຄາວ ມ.ສ ເຊທ່າມວກ, ເມືອງພີນ ແຂວງສວັນນະເຂດ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນວັນທີ 06 ເມສາ ນີ້ວ່າ ສະພາບ ທົ່ວໄປ ກໍປົກກະຕິ ໄດ້ກະຈາຍຄົນງານລາວ ໄປຕາມໂຮງຮຽນໃນ ແຕ່ລະບ້ານ ທີ່ໃກ້ກັບເຮືອນຂອງພວກເຂົາ ເນື່ອງຈາກແຂວງສວັນນະເຂດ ເປັນແຂວງທີ່ມີຄົນງານລາວ ໄປເຮັດວຽກຢູ່ປະເທດໄທຍຈຳນວນ ຫຼາຍ ແລະ ຍັງມີຄົນງານລາວ ທະຍອຍເຂົ້າມາເລື້ອຍໆຢູ່.
“ໂຕນີ້ມັນເປັນຈຸດເນາະ ມັນເປັນບ້ານເປັນຫຍັງ ພວກເຮົາກະຈາຍອອກ ແບບວ່າບໍ່ໃຫ້ມັນແອອັດຫຼາຍ ໄປຕາມສູນຢູ່ຕາມໂຮງຮຽນ ແຕ່ລະ ບ້ານຫັ້ນແຫຼະ. ມາໆ ມາເລື້ອຍໆ ບາງມື້ກະ 50-60 ຄົນພຸ້ນແຫຼະ, ທາງການສົ່ງເນາະຕາມຈຸດຕ່າງໆ ກະຍິນດີຕ້ອນຮັບແຮງງານລາວ.”
ໃນຂນະດຽວກັນ, ເຈົ້າໜ້າທີ່ປະຈຳສູນກັກໂຕຊົ່ວຄາວ ມ.ສ ໂນນຈານ ເມືອງທ່າປາງທອງ ແຂວງສວັນນະເຂດ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽ ເສຣີ ໃນມື້ດຽວກັນວ່າ ຄົນງານລາວຫຼາຍຄົນ ກໍສມັກໃຈເຂົ້າມາ ກັກ ໂຕຢູ່ສູນ ເພາະທາງຄອບຄົວຮູ້ສຶກຢ້ານ ແລະ ທຸກຢ່າງ ຖືວ່າດີໝົດ. ແຕ່ສິ່ງທີ່ຍັງຫຍຸ້ງຍາກແດ່ ກໍແມ່ນວ່າ ສູນກັກໂຕໃນເຂດເມືອງທ່ານ ຍັງຂາດແຄນອຸປະກອນການແພດ ທີ່ຈຳເປັນ ເພື່ອກວດກາຄົນງານລາວ ໃນແຕ່ລະມື້.
“ຜູ້ມາກ່ອນ ເຂົາກະມາສເນີເຂົ້າມາກ່ອນໄລຍະເຮົາໄດ້ຈັດສົ່ງເຂົ້າມາ ເພາະວ່າເຂົາກະຢ້ານຄືກັນ ພໍ່ແມ່ເຂົາກະຢ້ານເດ ມັນມີບັນຫາເນາະ, ເຂົາກະເຂົ້າໃຈແນວນັ້ນແຫຼະ. ເອີ່ມັນກະມີເນາະ ອັນສະດວກ ອັນຫຍຸ້ງຍາກ, ອັນຫຍຸ້ງຍາກມັນກະດ້ານວິຊາສະເພາະນີ້ແຫຼະ ມັນການແພດ ເຄື່ອງຮັບໃຊ້ນີ້ເນາະ ມັນບໍ່ຢາກມີ ມັນບໍ່ຢາກຄົບ.”
ປັດຈຸບັນ, ຫຼາຍເມືອງ ແລະ ຫຼາຍແຂວງໃນລາວ ຕາມເຂດບ້ານຕ່າງໆ ພວມເຝົ້າຣະວັງຄົນງານລາວ ຈຳນວນຫຼາຍ 10 ພັນຄົນ ທີ່ກັບມາ ເຮືອນ ຕາມສູນກັກໂຕຊົ່ວຄາວທຸກແຫ່ງ ວ່າຈະມີຜູ້ທີ່ຕິດເຊື້ອໄວຣັສ ໂຄວິດ-19 ຫຼືບໍ່? ແຕ່ຈົນມເຖິງວັນທີ 06 ເມສາ, ກໍຍັງບໍ່ທັນມີຣາຍງານ ການພົບການຕິດເຊື້ອໄວຣັສໂຄວິດ-19 ໃນກຸ່ມຄົນງານລາວ ທີ່ເດີນທາງກັບມາແຕ່ໄປເຮັດວຽກທີ່ປະເທດໄທຍເທື່ອ. ພົບພຽງແຕ່ຜູ້ທີ່ມີ ອາການຕ້ອງສົງໄສເທົ່ານັ້ນ ແລະ ເມື່ອກວດເບິ່ງດີໆແລ້ວ ຜົລກວດອອກມາເປັນລົບ ຫຼືບໍ່ຕິດເຊື້ອ.