ແມ່ຍິງລາວຖືພາຢູ່ໄທຍ ຫາຍດີຈາກ ໂຄວິດ-19

ສຸພັດຕາ
2021.07.14
ແມ່ຍິງລາວຖືພາຢູ່ໄທຍ ຫາຍດີຈາກ ໂຄວິດ-19 ນາງຣິນ ຄົນງານລາວ ຕິດໂຄວິດ-19 ຢູ່ ປະເທດໄທຍ ທີ່ຖືພາໄດ້ 8 ເດືອນ ນັ້ນໄດ້ຮັບການປິ່ນປົວໂຄວິດ-19 ຢູ່ໂຮງໝໍໄທຍ ເຊົາດີແລ້ວ.
ນາງ ຣິນ

ໃນວັນທີ 14 ກໍຣະກະດາ 2021 ທ່ານໝໍ ຢູ່ໂຮງໝໍກາງ ກຸງເທບ ທີ່ປິ່ນປົວອາການຕິດເຊື້ອໂຄວິດ-19 ໄດ້ອະນຸຍາດ ໃຫ້ຍານາງ ຣິນ ຄົນງານແມ່ຍິງລາວ ອາຍຸ 23 ປີ ຈາກ ເມືອງຈໍາພອນ ແຂວງສວັນນະເຂດ ທີ່ຕອນນີ້ ກໍາລັງຖືພາໄດ້ 8 ເດືອນ ໄດ້ເດີນທາງ ກັບເມືອຮັກສາໂຕ ຢູ່ຫ້ອງພັກຂອງລາວແລ້ວ, ເນື່ອງຈາກຜົນການ ເອັກສເຣປອດ ປົກກະຕິ ແລະ ມີພຽງແຕ່ອາການໄອ ໜ້ອຍນຶ່ງ, ພາຍຫຼັງລາວຕິດເຊື້ອໂຄວິດ-19 ໃນວັນທີ 3 ກໍຣະກະດາ ແລ້ວໄດ້ເຂົ້າຮັບການປິ່ນປົວ ຢູ່ໂຮງໝໍ ເປັນເວລາ 6 ມື້ ນັບແຕ່ວັນທີ 8-14 ກໍຣະກະດາ 2021.

ສໍາລັບກໍານົດ ມື້ເກີດລູກຂອງຍານາງ ຣິນ ນັ້ນແມ່ນວັນທີ 12 ສິງຫາ 2021, ແຕ່ລາວວາງແຜນໃນອະນາຄົດວ່າ ລາວອາຈກັບໄປ ເກີດລູກຢູ່ເທດລາວ ເນື່ອງຈາກລາວ ບໍ່ໄດ້ເຮັດວຽກ ຕໍ່ຢູ່ໃນປະເທດໄທຍແລ້ວ ແລະ ລາວເອງ ກໍບໍ່ມີເງິນພຽງພໍ ທີ່ຈະໃຊ້ຈ່າຍໃນ ເວລາທີ່ ເກີດລູກຢູ່ໄທຍ, ດັ່ງຍານາງ ຣິນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກໍຣະກະດາ ນີ້ວ່າ:

“ເງິນເດືອນເຮົາ ກະບໍ່ໄດ້ວ່າ ຊິຫຼັກໝື່ນເນາະ ຄ່າກິນ ຄ່າຢູ່ນີ້ ກໍຖືວ່າຫຼາຍເຕີບ ບາດນີ້ ຄ່າເກີດລູກອີກ ບໍ່ຮູ້ວ່າເພິ່ນຊິເອົາຈັ່ງໃດ ຄັນບໍ່ມີ ເພິ່ນກະບອກໃຫ້ໄປເກີດຢູ່ບ້ານ ຜົວເຮົານີ້ແຫຼະ ບ່ອນໃດກະຊ່ວຍບໍ່ໄດ້ ເມືອຢູ່ບ້ານເຮົາກະບໍ່ໄດ້ເສັຽຄືກັນ.”

ຍານາງ ຣິນ ກ່າວຕື່ມວ່າ ຣະຫວ່າງທີ່ໂຕເອງ ປິ່ນປົວໂຄວິດ-19 ຢູ່ໃນໂຮງໝໍກາງນັ້ນ ທ່ານໝໍ ກໍຈະມາກວດຮ່າງກາຍ ທຸກເຊົ້າ ສວາຍ ແລງ ແລະໃຫ້ກິນຢາບໍາລຸງລູກ, ຢາແກ້ໄອ ແລະ ຢາຕ້ານໂຄວິດ-19, ສໍາລັບຄ່າປິ່ນປົວໂຄວິດ-19 ຮວມທັງໝົດແມ່ນ 4,000 ປາຍບາດ ກໍໄດ້ຈ່າຍເອງທັງໝົດ ເນື່ອງຈາກນາຍຈ້າງ ບໍ່ໄດ້ເຮັດປະກັນສັງຄົມໃຫ້ ຈຶ່ງບໍ່ໄດ້ໃຊ້ສິດ ປິ່ນປົວຟຣີ ຄືຄົນໄທຍ.

ສ່ວນແຜນທີ່ວ່າ ຈະກັບເມືອເກີດລູກ ຢູ່ປະເທດລາວນັ້ນ ຍານາງ ຣິນ ເວົ້າອີກວ່າ ຍັງບໍ່ຮູ້ຈະເຮັດແນວໃດຕໍ່ໄປ ເພາະຫຼັງຈາກອອກ ຈາກໂຮງໝໍມາ ວຽກກໍບໍ່ໄດ້ເຮັດ ແລະເງິນກໍບໍ່ມີ, ແຕ່ເຖິງຢ່າງໃດກໍຕາມ ຕ້ອງລໍຖ້າໃຫ້ຜູ້ເປັນຜົວ ອອກຈາກໂຮງໝໍມາກ່ອນ ເພາະ ປັດຈຸບັນ ຜົວຂອງຍານາງ ຣິນ ຍັງນອນປິ່ນປົວອາການຕິດໂຄວິດ-19 ຢູ່ໂຮງໝໍສນາມ ໃນບາງກອກຢູ່ ຕ້ອງຖ້າໃຫ້ຜົວຂອງລາວ ອອກຈາກໂຮງໝໍກ່ອນ ຈຶ່ງຈະວາງແຜນເຣື່ອງກັບເມືອລາວ, ແຕ່ກໍຍັງບໍ່ຮູ້ວ່າ ມື້ໃດຈະໄດ້ອອກໂຮງໝໍ ແລະມື້ໃດ ຈະໄດ້ກັບເມືອລາວ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ສະຖານທູດລາວ ປະຈໍາບາງກອກ ປະເທດໄທຍ ວ່າຈະມີແນວທາງຊ່ອຍເຫຼືອ ຄອບຄົວນີ້ ໄດ້ແນວໃດ ແຕ່ບໍ່ສາມາດຕິດຕໍ່ໄດ້.

ທາງດ້ານເຈົ້າໜ້າທີ່ ສູນກາງສະຫະພັນແມ່ຍິງລາວ ກ່າວວ່າດ້ານການຊ່ອຍເຫຼືອຄົນງານ ແມ່ຍິງລາວທີ່ຖືພາ ຍັງບໍ່ມີການຊ່ອຍເຫຼືອ ໂດຍກົງ, ແຕ່ແນະນໍາໃຫ້ຄົນງານ ແມ່ຍິງທີ່ຖືພາ ນັ້ນ ເດີນທາງເຂົ້າມາລາວ ໃຫ້ຖືກຕ້ອງຕາມກົດໝາຍ ຄືຜ່ານດ່ານ ຊາຍແດນລາວ- ໄທຍ ເພື່ອເຂົ້າສູ່ຂະບວນການກັກໂຕ 14 ມື້ ແລະ ປະເມີນຈາກເຈົ້າໜ້າທີ່ ວ່າສາມາດສົ່ງໂຕ ແມ່ຍິງລາວຄົນທີ່ຖືພານັ້ນ ໄປເກີດລູກ ຢູ່ໂຮງໝໍ ຕາມສັມມະໂນຄົວໄດ້ຫຼືບໍ່, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໃຫ້ເພິ່ນເຂົ້າມາຢ່າງຖືກຕ້ອງ ຕາມກົດໝາຍເດີ້ ທາງດ່ານຫັ້ນເນາະ ຢາກບໍ່ຢາກ ຖ້າຫາກແຮງງານ ຕ່າງປະເທດມານີ້ ທາງສູນເຮົາ ກໍຈະໄດ້ໄປເບິ່ງ ກໍຈະໄດ້ເອົາເຄື່ອງ ເອົາຫຍັງ ໄປຊ່ວຍເຫຼືອ ຖ້າມາຮອດນີ້ ຖ້າແມ່ຍິງທີ່ວ່າ ເຂົາເຈົ້າມີຄອບຄົວບໍ ແລ້ວເຮົາຈະສົ່ງໄປ ທາງພຸ້ນ ຖ້າປະເມີນແລ້ວ ວ່າບໍ່ມີແທ້ໆ ມີຄວາມຫຍຸ້ງຍາກ ທາງດ້ານເສຖກິຈບໍ ເພິ່ນກໍຈະສົ່ງ ມາທາງສູນ.”

ນອກຈາກນີ້ ເຈົ້າໜ້າທີ່ສະຫະພາບແຮງງານ ປະເທດໄທຍ ກ່າວວ່າຍັງບໍ່ມີການປະຊຸມຫາລື ກ່ຽວກັບແນວທາງການຊ່ອຍເຫຼືອຄົນງານ ແມ່ຍິງທີ່ຖືພາ ແລະຈະເກີດລູກ ຢູ່ໃນໄທຍ ເທື່ອ, ເນື່ອງຈາກປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ເລັ່ງໃສ່ບັນຫາຄົນງານຕ່າງດ້າວໃນ ໄທຍ ທີ່ບໍ່ມີຕຽງປິ່ນປົວ ໃຫ້ກັບຜູ້ທີ່ຕິດເຊື້ອ ໂຄວິດ-19 ນີ້ກ່ອນ ແລະ ແກ້ບັນຫາເປັນຣາຍ ບຸກຄົນໄປເທົ່ານັ້ນ, ດັ່ງ ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ໄດ້ຊ່ອຍເຫຼືອຫຍັງເລີຍ ຄືມັນຍັງເປັນບັນຫາ ທີ່ເອື້ອຍຄິດວ່າ ມັນຍັງເປັນບັນຫາຢູ່ຄືເກົ່າ ເຂົາກໍຊ່ອຍແບບ Case by Case ໄປ ຄືຜູ້ໃດ ສາມາດຮ້ອງຂໍຄວາມຊ່ອຍເຫຼືອເຂົ້າມາໄດ້ ກໍແກ້ບັນຫາໃຫ້ ແຕ່ຖ້າຜູ້ໃດບໍ່ໄດ້ຮ້ອງຂໍ ຄວາມຊ່ອຍເຫຼືອມາ ກໍແກ້ບັນຫາບໍ່ໄດ້.”

ເຖິງຢ່າງໃດກໍຕາມ ຫຼ້າສຸດນີ້ທາງການໄທຍ ກໍປະກາດລ໊ອກດາວ ໃນກຸງເທບແລະເຂດໃກ້ຄຽງ ແລະ ພາກໃຕ້ຂອງໄທຍຮວມທັງໝົດ 10 ແຂວງ ເປັນໄລຍະເວລາ 14 ມື້ ຕັ້ງແຕ່ວັນທີ 12 ກໍຣະກະດາ ຫາວັນທີ 25 ກໍຣະກະດາ 2021 ຈຶ່ງເຮັດໃຫ້ຮ້ານຄ້າຕ່າງໆໄດ້ ປິດໃຫ້ບໍຣິການ ແລ້ວສົ່ງຜົນໃຫ້ຄົນງານລາວ ຫຼາຍຄົນ ບໍ່ມີວຽກເຮັດໃນໄລຍະນີ້ ໃນນັ້ນຮວມທັງ ຍານາງ ຣິນ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.