ອະຫິວາໝູ ຣະ​ບາດ ຢູ່ ນະຄອນຫຼວງ

0:00 / 0:00

ເມື່ອວັນທີ 3 ກໍຣະກະດາ ນີ້ ກົມລ້ຽງສັດ ແລະ ປະມົງ ໄດ້ກວດພົບໝູ ຕິດເຊື້ອພຍາດ ອະຫິວາໝູ ອາຟຣິກກາ ຄັ້ງທໍາອິດ ຢູ່ນະຄອນຫລວງ ວຽງຈັນ, ຊຶ່ງເກີດຂຶ້ນ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ແລະ ໄດ້ຂ້າໝູ ທີ່ຕິດເຊື້ອນັ້ນຖິ້ມ 10 ປາຍໂຕ ເພື່ອປ້ອງກັນ ການແພ່ຣະບາດ ໄປຫາໝູໂຕອື່ນ, ດັ່ງເຈົ້າໜ້າທີ່ ກົມລ້ຽງສັດ ແລະ ປະມົງ ກ່່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ກໍຣະກະດາ ນີ້ວ່າ:

"ມີເພີ່ມຂຶ້ນ ກະແຈ້ງອອກແລ້ວ ພວກເຮົາ ກະໄດ້ທໍາລາຍໝົດແລ້ວ ປະຕິບັດມາຕການ ເຣື່ອງຄວບຄຸມ ຕິດຕາມສີດພົ່ນຢາຂ້າເຊື້ອ ຂ້າທໍາລາຍ ໝົດແລ້ວ ຂ້າໂຕຈິງນີ້ກະ 10 ປາຍໂຕ."

ໝູ ທີ່ຕິດເຊື້ອພຍາດອາຫິວາໝູ ອາຟຣິກກາ ຢູ່ເຂດບ້ານນາສ້ຽວນີ້ ເປັນໝູປ່າ ທີ່ຊາວບ້ານ ຊື້ມາຈາກ ປະເທດໄທ ເພື່ອລ້ຽງ ໃນຄອບຄົວ ມາຕັ້ງແຕ່ ປີ 2015. ແຕ່ຍັງບໍ່ຮູ້ ສາເຫດຄັກແນ່ວ່າ ໝູນັ້ນ ຕິດເຊື້ອພຍາດນັ້ນ ຈາກຫຍັງກັນແທ້ ຊຶ່ງ ປັດຈຸບັນ ກໍາລັງ ຊອກຫາສາເຫດຢູ່.

ພ້ອມດຽວກັນ ທາງການ ກໍໄດ້ອອກແຈ້ງການ ຫ້າມບໍ່ໃຫ້ປະຊາຊົນທົ່ວ ນະຄອນຫລວງວຽງຈັນ ນໍາໝູ, ຊີ້ນໝູ ຫລື ຜລິຕພັນໝູຕ່າງໆ ມາຈາກຕ່າງແຂວງ ຫຼື ຕ່າງປະເທດເຂົ້າມາ ແລະ ບໍ່ໃຫ້ເຄື່ອນຍ້າຍໝູ ເພື່ອປ້ອງກັນ ບໍ່ໃຫ້ເຊື້ອພຍາດແພ່ຣະບາດ ອອກໄປຕື່ມອີກ. ທ່ານກ່າວຕໍ່ໄປວ່າ ໃນຂນະນີ້ ທາງກົມລ້ຽງສັດ ແລະ ປະມົງ ຮ່ວມກັບ ຜແນກກະສິກັມ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ພຍາຍາມ ຄວບຄຸມ ການແພ່ຣະບາດ ຂອງພຍາດດັ່ງກ່າວຢູ່.

ເຖິງຢ່າງໃດກໍຕາມ, ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ກ່າວ​ຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ ເຖິງແມ່ນວ່າ ທາງການລາວ ຈະເຂັ້ມງວດກວດກາ ບໍ່ໃຫ້ນໍາໝູ ຫຼື ຊີ້ນໝູ ຈາກປະເທດເພື່ອນບ້ານ ເຂົ້າມາກໍຕາມ, ແຕ່ກໍຍັງພົບວ່າ ມີຄົນລາວ ຈໍານວນນຶ່ງ ໄປຊື້ຊີ້ນໝູ ຢູ່ຝັ່ງໄທ ແລ້ວເອົາມາ ຜ່ານດ່ານກວດກາ ຂົວມິຕພາບ ລາວ-ໄທ ແຫ່ງທີ 1 ຕາມປົກກະຕິ ຢູ່ ແລະ ເຈົ້າໜ້າທີ່ ປະຈໍາດ່ານ ກໍບໍ່ໄດ້ກວດກາ ແບບລະອຽດ ແຕ່ຢ່າງໃດ.

ສ່ວນວ່າ ຢູ່ເມືອງຕຸ້ມລານ ແຂວງສາລະວັນ ທີ່ມີການແພ່ຣະບາດ ຂອງພຍາດ ອະຫິວາໝູຫຼາຍ ນັ້ນ ເຈົ້າໜ້າທີ່ ກ່ຽວຂ້ອງ ສາມາດຄວບຄຸມ ໄດ້ຫລາຍແລ້ວ, ໄດ້ຂ້າໝູຖີ້ມ ເປັນຈໍານວນຫລາຍ, ແຕ່ຍັງບໍ່ທັນ ໄດ້ມີການ ສລຸບລະອຽດເທື່ອ.

ນັບຕັ້ງແຕ່ ໄດ້ກວດພົບ ການແພ່ຣະບາດ ຂອງພຍາດອາຫິວາໝູ ອາຟຣິກກາ ຢູ່ລາວ ມາ, ເບື້ອງຕົ້ນ ຖືກກວດພົບໝູຕາຍ ຢູ່ແຂວງສາລະວັນ ນີ້ ປະມານ 2,500 ໂຕ ແລະ ຕິດເຊື້ອ ປະມານ 4,000 ໂຕ.

ສ່ວນຢູ່ນະຄອນຫລວງວຽງຈັນ ກວດພົບໝູຕິດເຊື້ອພຍາດ 10 ປາຍໂຕ ແຕ່ຍັງບໍ່ທັນ ຣະບຸໄດ້ ຄັກແນ່ວ່າ ຕາຍຍ້ອນພຍາດ ດັ່ງກ່າວຈັກໂຕ ກັນແທ້.