ພຍາດ ອະຫິວາໝູອາຟຣິກາ ເຣີ່ມຣະບາດຮອບໃໝ່
ພຍາດ ອະຫິວາໝູ ອາຟຣິກາ ແຜ່ຣະບາດ ຢູ່ບາງເມືອງ ແລະ ບາງແຂວງ ພາຍໃນ ປະເທດລາວ ເປັນຮອບທີ່ 3 ໂດຍຢູ່ໃນ ລະຫວ່າງ ການຮິບໂຮມ ຂໍ້ມູນ ແລະຍັງ ບໍ່ສາມາດຣະບຸໄດ້ ຢ່າງຄັກແນ່ ວ່າຢູ່ບ້ານໃດ ເມືອງໃດ ແຂວງໃດ ແລະ ມີໝູຖືກຜົລ ກະທົບຈັກໂຕ.
-
ສຸພັດຕາ
2022-01-11 -
-
-
Your browser doesn’t support HTML5 audio
ໃນໄລຍະທ້າຍປີ 2021 ມາຮອດປັດຈຸບັນ ສູນວິຈັຍພຍາດສັດ ກົມລ້ຽງສັດ ແລະການປະມົງ ໄດ້ກວດພົບວ່າ ມີພຍາດ ອະຫິວາໝູອາຟຣິກາ ຫຼື ພຍາດ ASF (African Swine Fever Virus) ແຜ່ຣະບາດ ຢູ່ບາງເມືອງແລະບາງແຂວງ ພາຍໃນປະເທດລາວ ເປັນຮອບທີ່ 3 ໂດຍລະຫວ່າງນີ້ ຢູ່ໃນລະຫວ່າງການຮິບໂຮມຂໍ້ມູນ ແລະຍັງບໍ່ສາມາດຣະບຸໄດ້ ຢ່າງຄັກແນ່ວ່າ ມີໝູຖືກຜົລກະທົບ ຈັກໂຕ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ຕໍາແໜ່ງ ແລະສຽງຈິງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 11 ມົກກະຣາ 2022 ນີ້ວ່າ:
“ແມ່ນ ມີການແຜ່ຣະບາດ ຂອງພຍາດໝູອາຟຣິກາ ແຕ່ກໍຢູ່ລະຫວ່າງ ການຄວບຄຸມ ແລ້ວພວກເຮົາກໍໄດ້ຄວບຄຸມ ແລະຄຸ້ມຄອງ ການເຄື່ອນຍ້າຍສັດເນາະ ລະຫວ່າງແຂວງຕໍ່ແຂວງ ລະຫວ່າງປະເທດຕໍ່ປະເທດ ກໍຄືດ່ານສາກົລຫັ້ນ ລະຫວ່າງແຂວງ ພວກເຮົາກໍຕັ້ງດ່ານ ແລະຈຸດກວດກາສະເພາະ ທີ່ຜ່ານມາ ໝູທີ່ຕິດພຍາດ ASF ຢູ່ລາວ ຖ້າວ່າມີໜອງ ຫຼືວ່າມີເຈັບຫຼືຕາຍ ກໍຕ້ອງໄດ້ຖືກທໍາລາຍຖິ້ມໝົດຫັ້ນນ່າ ສ່ວນໝູທີ່ຖືກຂ້າ ທາງໜ່ວຍງານທີ່ກ່ຽວຂ້ອງ ກໍສເນີເປັນນະໂຍບາຍວ່າ ຈະມີການຊົດເຊີຍແນວພັນໃຫ້ກັບເຈົ້າຂອງໝູ ແຕ່ກໍຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ.”
ອີງຕາມດໍາລັດ ວ່າດ້ວຍການຄຸ້ມຄອງ ການເຄື່ອນຍ້າຍສັດ ແລະຜລິຕພັນສິນຄ້າ ກ່ຽວກັບສັດ ສບັບເລຂທີ່ 230/ລບ ລົງວັນທີ່ 6 ເມສາ 2021 ທີ່ຣະບຸໃຫ້ອົງການ ຄຸມຄອງລ້ຽງສັດ ແລະສັດຕະວະແພດ ເປັນຜູ້ຄວບຄຸມ ແລະກວດກາ ການເຄື່ອນຍ້າຍສັດ, ຜລິຕພັນສັດ ແລະຜລິຕພັນສິນຄ້າ ກ່ຽວກັບສັດ ທີ່ກ່ຽວຂ້ອງກັບພຍາດຣະບາດສັດ ຊຶ່ງກໍາລັງຣະບາດ ເຂົ້າ ຫຼື ອອກເຂດດັ່ງກ່າວ ສ່ວນການນໍາເຂົ້າ ສັດຈາກຕ່າງປະເທດ ເຖິງແມ່ນວ່າ ຜູ້ນໍາເຂົ້າຈະໄດ້ຮັບອະນຸຍາດ ໃຫ້ນໍາເຂົ້າແລ້ວກໍຕາມ ແຕ່ຫາກມີຜົນຂອງການວິເຄາະຄວາມສ່ຽງ ທີ່ຢັ້ງຢືນວ່າ ມີຄວາມສ່ຽງ ທີ່ຈະນໍາເອົາເຊື້ອພຍາດເຂົ້າມາ ແຜ່ລາມພາຍໃນປະເທດ ແມ່ນ ບໍ່ອະນຸຍາດໃຫ້ນໍາເຂົ້າ ອີກທັງຍັງຫ້າມ ບໍ່ໃຫ້ມີການນໍາເຂົ້າສັດ ປະເພດທີ່ນອນຢູ່ໃນ ບັນຊີຫວງຫ້າມ ໃນກໍຣະນີ ທີ່ມີການແຜ່ຣະບາດ ຂອງພຍາດສັດ ໃນແຕ່ລະໄລຍະ.
ບັນຫາການ ແຜ່ຣະບາດຂອງພຍາດ ອະຫິວາໝູອາຟຣິກາ ທີ່ເກີດຂຶ້ນພາຍໃນປະເທດລາວນັ້ນ ເປັນຍ້ອນການແຜ່ລາມ ມາຈາກວຽດນາມ ຊຶ່ງເປັນອີກນຶ່ງປະເທດ ທີ່ໃກ້ຄຽງ ທີ່ມີການແຜ່ຣະບາດ ຂອງເຊື້ອພຍາດດັ່ງກ່າວນີ້ເກີດຂຶ້ນ.
ດັ່ງຜູ້ປະກອບການ ດ້ານການຄ້າໝູ ທ່ານນຶ່ງ ທີ່ບໍ່ປະສົງອອກສຽງຈິງ ກ່າວໃນມື້ດຽວກັນນີ້ວ່າ:
“ໂຕທີ່ມີບັນຫາຄັກໆ ກໍຄື ໂຕທີ່ໝູຂາດຊ້ວງນີ້ແຫຼະ ຍ້ອນວ່າໝູອາຈມີການທະລັກເຂົ້າມາຈາກທາງວຽດນາມ ຄືໝູວຽດນາມເຟີ້ຢູ່ ຍ້ອນເກີດພຍາດຣະບາດ ທາງການລາວກໍຈະມີການທໍາລາຍຖິ້ມ ເຮັດໃຫ້ໝູຂາດຊ້ວງ ຟາມລ້ຽງໝູກໍຕ້ອງພັກໂຣຄປະມານ 1 ຫາ 2 ເດືອນ ເມື່ອພຍາດຫຼຸດເບິດແລ້ວ ຈຶ່ງຈະສາມາດນໍາໝູນ້ອຍຊຸດໃໝ່ ມາລົງໄດ້.”
ທີ່ຜ່ານມາທາງການລາວ ເຄີຍກວດພົບການແຜ່ຣະບາດຂອງພຍາດ ອະຫິວາໝູອາຟຣິກາ ມາແລ້ວ 2 ຄັ້ງ ສໍາລັບຄັ້ງທໍາອິດ ເກີດຂຶ້ນໃນເດືອນມິຖຸນາ ຫາເດືອນ ພຶສຈິຫາ ປີ 2019 ກວດພົບໃນ 18 ແຂວງ ຮວມທັງນະຄອນຫຼວງວຽງຈັນ ກວມເອົາ 157 ເມືອງແລະ 170 ບ້ານ ມີໝູ ທີ່ຖືກຜົລກະທົບທັງໝົດ 40,000 ໂຕ ໃນນັ້ນມີໝູຕາຍ ປະມານ 16,000 ໂຕ.
ສ່ວນຄັ້ງທີ່ 2 ເກີດຂຶ້ນໃນໄລຍະເດືອນມິຖຸນາ ປີ 2020 ກວດພົບຢູ່ບ້ານວຽງເໜືອ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ແລະຕໍ່ມາ ກໍກວດພົບຢູ່ໃນ 7 ແຂວງທາງພາກເໜືອ ຄື: ແຂວງຫຼວງນໍ້າທາງ, ອຸດົມໄຊ, ຫຼວງພຣະບາງ, ຫົວພັນ, ຜົ້ງສາລີ, ໄຊຍະບູຣີ ແລະແຂວງບໍ່ແກ້ວ ກວມເອົາ 15 ເມືອງ ມີ 46 ບ້ານ ມີໝູຖືກຜົລກະທົບທັງໝົດ 7,686 ໂຕ, ຮວມຈໍານວນໝູທີ່ຕາຍ ແລະຖືກຂ້າທໍາລາຍຖິ້ມ ປະມານ 4,000 ໂຕ ອີງຕາມແຈ້ງການຂອງກະຊວງກະສິກັມແລະປ່າໄມ້.
ໃນຂະນະດຽວກັນ ຜູ້ປະກອບການລ້ຽງໝູ ອີກຈໍານວນນຶ່ງ ຢູ່ເມືອງ ແລະແຂວງຕ່າງໆພາຍໃນປະເທດລາວ ຕ່າງກໍໄດ້ໂຈະການລ້ຽງໝູເປັນການຊົ່ວຄາວ ນັບຕັ້ງແຕ່ກາງປີ 2021 ເປັນຕົ້ນມາ ຍ້ອນຫົວອາຫານມີລາຄາແພງ ແລະປັດຈຸບັນ ກໍບໍ່ສາມາດນໍາເຂົ້າໝູນ້ອຍຈາກປະເທດໄທຍໄດ້.
ດັ່ງຜູ້ປະກອບການລ້ຽງໝູ ທ່ານນຶ່ງ ກ່າວວ່າ:
“ລາຄາຫົວອາຫານມັນຂຶ້ນນະ ເຮົາຢຸດໄປຊ້ວງນຶ່ງນ່າ ປະມານ 4 ເດືອນ 5 ເດືອນລ່ະ ມີແຕ່ບໍ່ໄດ້ເອົາໝູນໍາເຂົ້າມາແຕ່ໄທຍ ກໍຄືແບບ ຄືເຫັນແຕ່ກ່ອນ ຂະເຈົ້າສ່ວນຫຼາຍຈະເອົາໝູເນື້ອມາແຕ່ໄທຍຫັ້ນນ່າ ແລ້ວບາດນີ້ ໄທຍບໍ່ໄດ້ສົ່ງອອກ ກໍເລີຍວ່າ ມັນເປັນລາຄາຂຶ້ນ ລາຄາໝູມັນເລີຍຂຶ້ນ.”
ນັບຕັ້ງແຕ່ຊີ້ນໝູຂາດຕລາດ ໃນໄລຍະທ້າຍປີ 2021 ມາຮອດປັດຈຸບັນ ເຮັດໃຫ້ລາຄາຊີ້ນໝູນີ້ ປັບໂຕເພີ່ມສູງຂຶ້ນເລື້ອຍໆ ຈາກລາຄາ 38,000 ກີບຕໍ່ກິໂລກຣາມ ເພີ່ມຂຶ້ນເປັນ 48,000 ກີບ ຫາ 50,000 ກີບ ຕໍ່ກິໂລກຣາມ.
ດັ່ງພໍ່ຄ້າຂາຍຊີ້ນໝູ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ແຕ່ວ່າແຕ່ກີ້ຫັ້ນ ມີແຕ່ໂລນຶ່ງ 38,000 ເນາະ ມາຮອດ 50,000 ກີບ ກ່ອນປີໃໝ່ຫັ້ນປະມານເດືອນ 11 ເດືອນ 12 ຫັ້ນ 38,000-39,000 ຫັ້ນ ຂຶ້ນມາເລື້ອຍໆ ຂຶ້ນມາໆຈົນຮອດ 50,000 ຊ່ວງປະມານເດືອນ 10 ເດືອນ 11 ນີ້ແຫຼະ ຂຶ້ນມາໆ ຂຶ້ນຕລອດ ຂຶ້ນທຸກອາທິດ ອາທິດລະ 1,000 ກີບ 2,000-3,000 ກີບ ຈົນຮອດປັດຈຸບັນນີ້ 50,000 ຂຶ້ນໆ ເບິດທຸກຢ່າງ ພວກເປັດພວກໄກ່ ຂຶ້ນເບິດ.”
ເມື່ອລາຄາຊີ້ນໝູປັບຂຶ້ນຢ່າງຕໍ່ເນື່ອງແບບນີ້ ກໍເຮັດໃຫ້ປະຊາຊົນຈໍານວນນຶ່ງ ຫຼຸດການບໍຣິໂພກຊີ້ນໝູລົງ ແລະຫັນໄປບໍຣິໂພກອາຫານຊະນິດອື່ນແທນ.
ດັ່ງຊາວບ້ານ ຢູ່ເມືອງວັງວຽງ ແຂວງວຽງຈັນ ນາງນຶ່ງກ່າວວ່າ:
“ອື ເຮົາກະຊື້ຜັກ ຊື້ໝີ່ໃສ່ນໍາ ລ້ຽງສັດເນາະ ເປັນເປັດ ເປັນໄກ່ເນາະ ມີສວນຄົວ ມີຜັກມີເຫຍື້ອ ມີແຫຼະ ຄົນລາວເຮົາກໍຈະຫັນໄປແນວນັ້ນຫຼາຍ ຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງຫັ້ນແຫຼະເບິ່ງ ເບິ່ງຕາມສະພາບການບ້ານເມືອງນີ້ນ່າເນາະ ປະຊາຊົນຜູ້ທຸກຍາກແທ້ຫັ້ນກະ ກະເດືອດຮ້ອນເນາະ ຜູ້ພໍມີພໍກິນຫັ້ນກະທັມມະດາ ພໍເຫຼືອເຂົາກໍເຂົາກໍຊື້ກິນໄດ້ຫັ້ນນ່າ.”
ອີງຕາມແຈ້ງການ ຂອງຜແນກອຸດສາຫະກັມແລະການຄ້າ ນະຄອນຫຼວງວຽງຈັນ ສບັບເລຂທີ່ 0452/ອກ.ນວ.ຄພນ ລົງວັນທີ່ 1 ເມສາ 2021 ເຣື່ອງ ການປັບປຸງລາຄາຂາຍຍົກ-ຂາຍຍ່ອຍຊີ້ນໝູ ຢູ່ນະຄອນຫຼວງວຽງຈັນ ທີ່ຣະບຸວ່າ ລາຄາໝູໜ້າຟາມ ສູງສຸດບໍ່ໃຫ້ຂາຍເກີນ 28,000 ກີບຕໍ່ກິໂລກຣາມ, ລາຄາຂາຍຍ່ອຍ ຊີ້ນໝູປະເພດ 1 ສູງສຸດບໍ່ໃຫ້ຂາຍເກີນ 48,000 ກີບຕໍ່ກິໂລກຣາມ ສ່ວນຊີ້ນໝູປະເພດ 2 ສູງສຸດບໍ່ໃຫ້ຂາຍເກີນ 44,000 ກີບຕໍ່ກິໂລກຣາມ.
ເຖິງແມ່ນວ່າ ທາງການຈະອອກແຈ້ງການ ຄວບຄຸມລາຄາສິນຄ້າ ແຕ່ຢ່າງໃດກໍຕາມ ການຂາຍຍ່ອຍຊີ້ນໝູ ຢູ່ເມືອງແລະແຂວງຕ່າງໆ ກໍຍັງມີລາຄາສູງກວ່າທີ່ແຈ້ງການສບັບດັ່ງກ່າວນີ້ກໍານົດ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພັດຍັງບໍ່ທັນໄປຈັດຕັ້ງປະຕິບັດໄດ້ຢ່າງທົ່ວເຖິງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວວ່າ:
“ກໍຣະນີທີ່ວ່າ ເຮົາເອົາລາຄາກາງເນາະ ບາງເທື່ອຊື້-ຂາຍ ຫຼາຍຄັ້ງຫັ້ນນ່າ ໂຕຢ່າງ ແມ່ຄ້າລາຍຍ່ອຍໄປຊື້ຢູ່ຕລາດໃຫຍ່ ຕລາດໃຫຍ່ຂາຍໃນລາຄາ 48,000 ຕໍ່ກິໂລເນາະ ມັນກໍຈະແພງຂຶ້ນ ແມ່ນຊິເປັນ 45,000 ກີບຕໍ່ກິໂລເນາະ ເພີ່ມຂຶ້ນ 2,000 ກີບ ເຮົາກະພຍາຍາມຄຸ້ມຄອງ ວ່າບໍ່ໃຫ້ເກີນ 48,000 ແຕ່ພາກປະຕິບັດ ກໍບໍ່ສາມາດທີ່ຈະໄປຄຸ້ມຄອງໄດ້ທຸກລາຍຍ່ອຍ ໃນຂອບເຂດທົ່ວປະເທດຫັ້ນ.”
ສໍາລັບຊາວຄ້າຂາຍ ທີ່ຂາຍຊີ້ນໝູໂດຍບໍ່ຕິດປ້າຍລາຄານັ້ນ ຈະຖືກປັບໃໝແຕ່ 5 ແສນກີບ ຫາ 1 ລ້ານກີບຕໍ່ຄັ້ງ ຕໍ່ຣາຍການ, ແຈ້ງຂໍ້ມູນບໍ່ຖືກຕ້ອງ ຫຼືບໍ່ແຈ້ງລາຄາສິນຄ້າ ຈະຖືກປັບໃໝ ແຕ່ 1 ລ້ານ ຫາ 3 ລ້ານກີບຕໍ່ຄັ້ງ ຕໍ່ຣາຍການ ແລະຫາກຂາຍສິນຄ້າເກີນລາຄາ ຕາມທີ່ທາງການກໍານົດ ຈະຖືກປັບໃໝແຕ່ 1 ລ້ານ ຫາ 5 ລ້ານກີບຕໍ່ຄັ້ງ ຕໍ່ຣາຍການ, ອີງຕາມດໍາລັດ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າແລະບໍຣິການ ຂອງສໍານັກງານນາຍົກຣັຖມົນຕຣີ ສບັບເລຂທີ່ 474/ນຍ ລົງວັນທີ່ 18 ເດືອນພຶສຈິກາ ປີ 2021.