ຣະວັງນໍ້າດື່ມທີ່ຖືກປອມແປງ
ນໍ້າດື່ມ ທີ່ວາງຂາຍ ໃນນະຄອນຫລວງ ວຽງຈັນ ຂາດ ຄຸນນະພາບ ຍ້ອນມີການ ລັກລອບ ຮ່າຍ ນໍ້າປະປາ ໃສ່ແລ້ວ ຂາຍຣາຄາຖືກ.
-
ໄມໂຊສີ
2014-02-24 -
-
-
Your browser doesn’t support HTML5 audio
ເຈົ້າຂອງບໍຣິສັດນໍ້າດື່ມໃນນະຄອນຫລວງວຽງຈັນເປິດເຜີຍວ່າປັຈຈຸບັນຍັງພົບເຫັນນໍ້າດື່ມທີ່ບໍ່ໄດ້ມາຕຖານຍ້ອນມີຜູ້ຂາຍນໍ້າດື່ມຫົວໃສ ຫາກໍ່າໄຣຮ່າຍນໍ້າປະປາໃສ່ແລ້ວນໍາໄປຂາຍໂດຍບໍ່ໄດ້ຜ່ານຂະບວນການຂ້າເຊື້ອແລະຮັກສາຄຸນນະພາບແຕ່ຢ່າງໃດດັ່ງທ່ານເວົ້າວ່າ:
“ມັນມີພວກສາຂາ ໝາຍຄວາມວ່າ ພວກທີ່ມີຣົຖມີກະຕຸກ ໄປຮັບຊື້ຕາມໂຮງງານ ພວກນີ້ອາດຈະຊື້ຢູ່ 40-50(ກະຕຸກ)ແລ້ວກໍໄປຮ່າຍ ນໍ້າເອງຢູ່ເຮືອນຢູ່ຊານໃຊ້ນໍ້າປະປາ,ນໍ້າສ້າງ,ປະປົນໄປຈັ່ງຊິ້ນະມັນມັກມີຈັ່ງຊີ້ແຫລະທາງການເພີ່ນກໍໃຫ້ເຊົາແຕ່ວ່າມັນກໍຍັງດື້ດ້ານເຮັດ ອ້າງວ່າຕົວນີ້ຖືວ່າໄດ້ລົງທຶນລົງຮອນຊື້ຈັ່ງຊີ້ນະ”.
ເຈົ້າຂອງບໍຣິສັດນໍ້າເວົ້າອີກວ່າ ໃນນະຄອນຫລວງວຽງຈັນມີບໍຣິສັດຜລິດນໍ້າດື່ມທັງໝົດ 180 ບໍຣິສັດຜ່ານການອະນຸຍາດຂອງກະຊວງ ສາທາຣະນະສຸຂຊື່ງບໍຣິສັດເຫລົ່ານີ້ສ່ວນຫລາຍແມ່ນຜລິດນໍ້າທີ່ມີຄຸນນະພາບແຕ່ບັນຫານໍ້າດື່ມບໍ່ສະອາດເປິເປື້ອນ,ມີຂີ້ຝຸ່ນແມ່ນມາຈາກ ຜູ້ຂາຍນໍ້າທີ່ມາຮັບຈາກທາງບໍຣິສັດອີກຕໍ່ນື່ງຊື່ງສ່ວນຫລາຍຈະບໍ່ເຮັດຕາມມາຕຖານຄືລັກຮ່າຍນໍ້າໃສ່ກະຕຸກເອງໂດຍບໍ່ໄດ້ຜ່ານການຂ້າ ເຊື້ອຈຶ່ງພາໃຫ້ເກິດບັນຫານີ້ຂື້ນມາ.ປັຈຈຸບັນນໍ້າດື່ມທີ່ມີຄຸນນະພາບໃນນະຄອນຫລວງວຽງຈັນຈະຂາຍຕາມຣາຄາທີ່ສະມາຄົມນໍ້ານໍ້າດື່ມ ນະຄອນຫລວງວຽຈັນໄດ້ຕົກລົງກັນຄື4ພັນກີບຕໍ່ກະຕຸກແຕ່ນໍ້າທີ່ບໍ່ໄດ້ມາຕຖານສ່ວນຫລາຍມັກຈະຂາຍໃນຣາຄາ3ພັນກີບຕໍ່ກະຕຸກເພື່ອ ດຶງດູດລູກຄ້າຊຶ່ງກໍມີລູກຄ້າຈໍານວນຫລວງຫລາຍຊື້ດື່ມແຕ່ກໍເປັນນໍ້າທີ່ບໍ່ສະອາດບໍ່ໄດ້ມາຕຖານວິທີສັງເກດງ່າຍໆກໍຄືຣົດຂອງນໍ້າຈະມີ ຣົດສົ້ມຜິດປົກກະຕິແລະສີບໍ່ໃສເທົ່ານໍ້າທີ່ມີຄຸນນະພາບ.
ຢ່າງໃດກໍຕາມບັນຫານໍ້າບໍ່ມີຄຸນນະພາບມີຂື້ນແຕ່ປີ 2012 ເປັນຕົ້ນມາແລະບໍຣິສັດນໍ້າດື່ມໃນນະຄອນຫລວງວຽງຈັນກໍເຄີຍຮ່ວມກັນແຈ້ງ ໄປຍັງຜແນກກະຊວງສາທາຣະນະສຸຂແລະອຸສຫະກັມແລະການຄ້າເພື່ອຕິດຕາມກວດກາແລະແກ້ໄຂຊື່ງທາງການລາວກໍໄດ້ອອກຄໍາສັ່ງ ໃຫ້ຜູ້ຂາຍນໍ້າທີ່ບໍ່ຜ່ານການຂ້າເຊື້ອເຊົາຂາຍແຕ່ກໍຍັງມີຫລາຍບໍຣິສັດດໍາເນີນກິຈການແບບນີ້ມາຕລອດ.