ມາຮອດປັດຈຸບັນ ການຄວບຄຸມການແຜ່ລະບາດ ຂອງໂຄວິດ-19 ຢູ່ ນະຄອນຫລວງວຽງຈັນ ໄດ້ເຂັ້ມງວດຫລາຍຂຶ້ນ ຫລັງຈາກທີ່ ເຈົ້າໜ້າທີ່ໄດ້ ຈັດຕັ້ງປະຕິບັດ ແລະ ປະກາດເຂດ ພື້ນທີ່ສີແດງເຂັ້ມ, ສີແດງ ແລະ ສີເຫລືອງ ໃນເຂດເມືອງໄຊເສດຖາ, ສີສັດຕະນາກ ແລະ ຈັນທະບູລີ.
ໃນນັ້ນບ້ານທີ່ຖືກປະກາດ ເປັນພື້ນທີ່ສີແດງເຂັ້ມຈຳນວນ 1 ບ້ານ, ພື້ນທີ່ສີແດງຈຳນວນ 4 ບ້ານ ແລະ ພື້ນທີ່ສີເຫຼືອງ ຈຳນວນ 10 ບ້ານ ໃນຂນະທີ່ ເຈົ້າໜ້າທີ້ ມີການກວດກາຄົນ ເຂົ້າ-ຄົນ ອອກບ້ານຢ່າງເຂັ້ມງວດ. ເຈົ້າໜ້າທີ່ຄະນະສະເພາະກິດຄວບຄຸມໂຄວິດ-19 ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ພຶສພາ ວ່າ:
"ມັນເປັນບ້ານນ່າ ບ້ານແດງ ໝາຍຄວາມ ບ້ານທີ່ມີໂຄວິດ ຫັ້ນແຫລະ ບ້ານທີ່ເຂົ້າບໍ່ໄດ້ແຫລະ ປິດລ້ອມເລີຍ ຄັນບ້ານເຫລືອງກະ ບ້ານທີ່ສ່ຽງວ່າຊັ້ນ ຄັນບ້ານເຫລືອງ ນີ້ຍັງເຂົ້າໄປໄດ້ ແຕ່ວ່າ ບ້ານແດງ ນີ້ເຂົ້າບໍໄດ້ເລີຍ ປິດຕາຍເລີຍ ບໍ່ເຂົ້າ -ບໍ່ອອກ ໄດ້ເລີຍ ກວດກາເຂັ້ມງວດ."
ບ້ານຝາຍ ເມືອງໄຊເສດຖາ ຖືກຈັດເປັນບ້ານສີແດງເຂັ້ມ ໄດ້ມີການປິດທາງເຂົ້າອອກບ້ານ ເພື່ອປ້ອງກັນບໍ່ໃຫ້ຊາວບ້ານ ທີ່ຢູ່ຕາມ ຮ່ອມຕ່າງໆ ມີການເດີນທາງອອກນອກບ້ານ ຍົກເວັ້ນມີເຫດຈຳເປັນ ສ່ວນວ່າ ຊາວບ້ານທີ່ມີເຮືອນຕິດທາງໃຫຍ່ ກໍຍັງສາມາດເດີນ ທາງອອກໄດ້ ເປັນປົກກະຕິ ແຕ່ບໍ່ໃຫ້ເຂົ້າໄປໃນບ້ານ. ຊາວບ້ານຝາຍ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽ ເສຣີ ວ່າ:
"ປິດຮ່ອມນ້ອຍ ຮ່ອມເຂົ້າບ້ານ ເຂົ້າບໍ່ໄດ້ ປິດໝົດ ເອົາແບຣີ ກັ້ນໄວ້ໝົດ ມີນາຍບ້ານກັ້ນໄວ້ເດ້ ກະມີທາງມີປ້ອມ ມີຫຍັງກັ້ນໄວ້ເລີຍ ອອກກະໜ້າຈະໄດ້ ແຕ່ຕ້ອງຜ່ານ ນາຍບ້ານກວດ ອີ່ຫຍັງຫັ້ນນ່າ ທາງໃຫຍ່ໄປໄດ້ປົກກະຕິ."
ທາງເຂົ້າບ້ານ ຍັງມີການຕັ້ງດ່ານກວດກາ ຢ່າງເຂັ້ມງວດ ໂດຍບໍ່ໃຫ້ຊາວບ້ານອອກຈາກເຮືອນ ຖ້າບໍ່ມີເຫດຈຳເປັນ ແລະ ຫ້າມບໍ່ໃຫ້ ຊາວບ້ານຊຸມແຊວກັນ ແລະ ເຕົ້າໂຮມກັນຫຼາຍ ຄົນ. ຊາວບ້ານຝ່າຍອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ຫາກບໍ່ມີວຽກບໍ່ມີຫຍັງຈຳເປັນ ກະບໍ່ໃຫ້ອອກຈາກເຮືອນ ຊີ້ນ່າ ບໍ່ໃຫ້ຊຸມແນວ ໝາຍຄວາມວ່າ ບໍ່ໃຫ້ຢູ່ນຳກັນຫຼາຍຄົນ ແລ້ວກະບໍ່ໃຫ້ ມີການກິນເຫລົ້າ ກິນເບັຽຫັ້ນນ່າ ຜູ້ໃດກະໃຫ້ ຮັກສາໂຕເອງ."
ມາຮອດປັດຈຸບັນ ທາງບ້ານຍັງມີການກວດກາ ການເຂົ້າ-ອອກ ຂອງຊາວບ້ານ ເປັນປົກກະຕິຢູ່ ສວນຊາວບ້ານ ຄົນໃດທີ່ມາຂໍໜັງສື ຈາກບ້ານ ຫລື ຕ້ອງການບ້ານເຊັນເອກສານໃຫ້ ກໍຕ້ອງປະຕິບັດຕາມ ມາຕການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ. ເຈົ້າໜ້າທີ່ຂັ້ນ ບ້ານ ທ່ານນຶ່ງ ຢູ່ເຂດພື້ນທີ່ສີເຫລືອງ ໄດ້ກ່າວວ່າ:
"ບ້ານເອື້ອຍນີ້ເຂົາເຄັ້ງຄັດໄດ໋ ເຄັ່ງຄັດເຖິງປານນີ້ເນາະ ຢູ່ຫ້ອງການກະມາປະຈຳການ ກະມີແຕ່ວ່າມາເຊັນເອກສານ ເອືອຍກະໃຫ້ ປິດປາກ-ດັງ ລ້າງເຈວ ລ້າງມື ວັດແທກ ອຸນຫະພູມເນາະ ເພື່ອປ້ອງກັນຫັ້ນແຫຼະເນາະ."
ຫລ້າສຸດ ຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫລວງວຽງຈັນ ກໍໄດ້ອອກແຈ້ງການ ສັ່ງໂຈະຊົ່ວຄາວ ການຈຳນໜ່າຍພືດຜັກ, ໝາກໄມ່ ແລະ ສິນຄ້າບໍຣິໂພຄ ສຳລັບພາກເຊົ້າ ຢູ່ ຕລາດໜອງຈັນ ເມືອງສີສັດຕະນາກ ຊຶ່ງເປັນຕລາດໃຫຍ່ ຢູ່ເຂດພື້ນທີ່ສີແດງ ແຕ່ເວລາ 5:30 ຫາ 8:30 ຮວມທັງບໍຣິເວນ ນອກຕລາດດັ່ງກ່າວນັບແຕ່ວັນທີ 16 ພຶສພາ ເປັນຕົ້ນໄປ ຈົນວ່າການແຜ່ລະບາດ ຂອງໂຄວິດ-19 ຈະຜ່ອນຄາຍລົງ.
ຖ້າສັ່ງໂຈະການຄ້າຂາຍ ໃນຕອນເຊົ້າຂອງຕລາດໜອງຈັນ ກໍເຮັດໃຫ້ບັນດາຊາວ ຄ້າຂາຍຫຼາຍຄົນ ໄດ້ຮັບຄວາມເດືອດຮ້ອນຍ້ອນບໍ່ ສາມາດຂາຍຜັກ ແລະ ອາຫານສົດໄດ້. ແມ່ຄ້າຂາຍໝູ ຢູ່ຕລາດໜອງຈັນ ໄດ້ກ່າວວ່າ:
"ເພິ່ນປິດຊົ່ວຄາວກ່ອນ ຍັງບໍ່ທັນໄດ້ຂາຍເທື່ອ ປິດຮອດວັນທີ 20 ພຸ້ນແຫຼະເປີດເບາະ ຄືຈັ່ງໃດນີ້ແຫຼະກະຫຼຸດແຫຼະບໍ່ໄດ້ ໄປຂາຍເດ້ ພັກເກືອບ 20 ກວ່າມື້ແລ້ວເດ້."
ສ່ວນເຈົ້າຂອງຮ້ານຂາຍເຄື່ອງແຫ່ງນຶ່ງ ຢູ່ຕລາດໜອງຈັນ ກ່າວວ່າ ເຖິງວ່າ ຮ້ານຈະຍັງປິດຢູ່ ແຕ່ໃນໄລຍະນີ້ ກໍຕ້ອງໄດ້ປ່ຽນໄປຄ້າ ຂາຍແບບອອນລາຍແທນ ຍ້ອນບໍ່ມີລູກຄ້າຄົນໃດ ເດີນທາງມາຮ້ານອີກ ນັບແຕ່ຖືກປະກາດໃຫ້ ເປັນເຂດພື້ນທີ່ສີແດງ.
"ຂາຍແຕ່ອອນລາຍຊື່ໆ ເພາະວ່າຂາຍທົ່ວໄປຫັ້ນ ແມ່ນມັນບໍ່ຄ່ອຍໄດ້ຂາຍ ມັນມີແບບຂາຍອໍເດີ ແບບຂະເຈົ້າໂທມາອອນລາຍນີ້ນ່າ ເພາະວ່າ ຄາໂຄວິດນ່າ ເພິ່ນກະຢ້ານຢູ່ຫັ້ນແຫຼະ."
ນອກຈາກນີ້ ເນື່ອງຈາກມີມາຕການ ຄວບຄຸມໂຄວິດ-19 ທີ່ເຂັ້ມງວດຂຶ້ນ ແລະ ມີການກັກຕົວກຸ່ມສ່ຽງຫຼາຍຂຶ້ນ ກໍເຮັດໃຫ້ເກີດເຫດຄົນ ຈີນຜູ້ນຶ່ງອອກມາໂວຍວາຍ ແລະຮ້ອງໃຫ້ ຢູ່ບໍຣິເວນໂຮງໝໍມິຕພາບ 150 ຕຽງ ຍ້ອນບໍ່ເຊື່ອໃຈ ທ່ານ ໝໍ ລາວ ກ່ຽວກັບການປິ່ນປົວ ຊຶ່ງເອເຊັຽເສຣີ ໄດ້ຕິດຕໍ່ໄປຫາໂຮງໝໍ ມິຕພາບ 150 ຕຽງ ເພື່ອຖາມລາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ບໍ່ສາດ ໃຫ້ຂໍ້ມູນກ່ຽວກັບ ເລື່ອງນີ້ໄດ້.