ແຂວງບໍ່ແກ້ວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 60 ຄົນ. ໃນນີ້ສ່ວນຫຼາຍ ຜູ້ຕິດເຊື້ອ ແມ່ນຢູ່ເຂດບ້ານໃກ້ກັບ ເຂດເສຖກິຈ ພິເສດສາມຫລ່ຽມຄຳ. ປັຈຈຸບັນໂຕເລຂສະສົມຜູ້ຕິດ ເຊື້ອແຂວງບໍ່ແກ້ວມີຈຳນວນ 99 ຄົນເປັນອັນດັບສາມ ຮອງຈາກນະຄອນຫຼວງ ວຽງຈັນ ແລະ ແຂວງຈຳປາສັກ. ໂດຍອີງໃສ່ການ ຣາຍງານຂອງຄະນະສະເພາະກິຈ ເມື່ອວັນທີ 02 ພຶສພາ. ດັ່ງເຈົ້າໜ້າທີ່ຄະນະ ສະເພາະກິຈ ຄວບຄຸມພຍາດໂຄວິດ-19 ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 02 ພຶສພາ ວ່າການຣະບາດເທື່ອນີ້ ແມ່ນຢູ່ຣະຫວ່າງເຂດ ເຊື່ອມຕໍ່ກັບເຂດ ເມືອງຕົ້ນເຜິ້ງ. ສ່ວນຜູ້ຕິດເຊື້ອທາງແຂວງບໍ່ແກ້ວ ໄດ້ຕຽມສູນກັກ ບໍຣິເວນ ເຊັ່ນໂຮງໝໍເມືອງ ແລະ ໂຮງຮຽນ.
"ມັນເປັນຢູ່ຣະຫວ່າງເຂດເຊື່ອມຕໍ່ ກັບເຂດກັບເມືອງຕົ້ນເຜິ້ງ ຊິໄດ້ປະສານກັບເມືອງເຂົາເຈົ້າກ່ອນ. ເພາະເຂົາເຈົ້າກໍຍັງຣາຍງານ ໃຫ້ກັບກອງເລຂາເຮົາບໍ່ທັນຊັດເຈນເທື່ອ. ເພາະໂຕນີ້ມັນມີ ບ່ອນກັກກັນ ຂອງເມືອງໄວ້ແລ້ວ ໄປກັກໄວ້ບັນດາໂຮງຮຽນ, ບັນດາ ໂຮງຮຽນນ້ອຍ ຂອງບັນດາເມືອງມັນເປັນການນໍາເຊື້ອ ມາຈາກຕ່າງແຂວງຫັ້ນນ່າ. ໄລຍະປີໃໝ່ຫັ້ນ ກໍມີການຢ້ຽມຢາມກັນແບບ ອວຍພອນກັນ."
ເຈົ້າໜ້າທີ່ຄະນະສະເພາະກິດ ໄດ້ກ່າວຕື່ມວ່າ ໃນການປີ່ນປົວຜູ້ຕິດເຊື້ອໂຄວິດ-19 ແຂວງບໍ່ແກ້ວ ກຳລັງປະເຊີນຄວາມຫຍຸ້ງຍາກ ທາງດ້ານງົບປະມານ ແລະ ອຸປກອນການແພດ ດັ່ງເຄື່ອງກວດເປັນຕົ້ນ. ໂດຍທາງແຂວງກໍໄດ້ ສເນີໄປຍັງສູນກາງ ເພື່ອແກ້ໄຂ ບັນຫາໂຕນີ້.
"ດຽວນີ້ທາງແຂວງກໍໄດ້ສເນີຫາສູນກາງ ເພາະວ່າພົບຄວາມຫຍຸ້ງຍາກ ເນາະເຣື່ອງງົບປະມານ. ອັນທີສອງກໍແມ່ນ ຂໍອຸປກອນ ການແພດເຄື່ອງກວດ ທີ່ມັນທັນສມັຍ ເພື່ອຮອງຮັບ ການກວດຂອງໄທເຮົາ ທີ່ມັນໜ້າຈະເພີ່ມຂຶ້ນຫັ້ນ."
ການແກ້ໄຂສະເພາະໜ້າ ກະຕຽມການປີ່ນປົວ ຜູ້ຕິດເຊື້ອໂຄວິດ-19 ອັນເລັ່ງດ່ວນ ທາງແຂວງບໍ່ແກ້ວໄດ້ກະຕຽມ ຮອງຮັບຜູ້ປ່ວຍ ນັ້ນກໍ່ມີໂຮງໝໍແຂວງ, ໂຮງໝໍແມືອງ ແລະ ໂຮງໝໍພາກສນາມ. ດັ່ງເຈົ້າໜ້າທີ່ສາທາຣະນະສຸກ ແຂວງບໍ່ແກ້ວ ໄດ້ກ່າວວ່າ.
"ໂຕຕິດເຊື້ອມື້ວານນີ້ເນາະ ມັນຢູ່ໃນເມືອງຕົ້ນເຜິ້ງ ເຂົາເຈົ້າກໍຢູ່ໃກ້ກັບເຂດຫັ້ນຫຼະ ພວກເຮົາກໍມີແຜນ ໃນການຕຽມຮັບມືຢູ່ແລ້ວ. ກໍຣະນີເບົາບາງກໍໄປໄວ້ໂຮງໝໍສນາມ ແຕ່ດຽວນີ້ມັນ ຍັງບໍ່ໄດ້ມີລົ້ນເຖິງຂນາດນັ້ນ. ຖ້າກໍຣະນີໜັກເຂົ້າໂຮງໝໍ ແຕ່ປັຈຈຸບັນເຮົາ ຍັງບໍ່ພົບ ກໍຣະນີໜັກ ຈັັກກໍຣະນີ ມີແຕ່ກໍຣະນີເບົາບາງ ແລະ ໂຮງໝໍເຮົາກໍຮັບໄດ້ຢູ່ ຫັ້ນນ່າເນາະ."
ການຣະບາດໃນແຂວງບໍ່ແກ້ວ ເຣີ້ມແຜ່ກະຈາຍເຂົ້າສູ່ຊຸມຊົນແລ້ວ ແລະ ພ້ອມກັບມາຕການປິດເມືອງ ມັນໄດ້ສົ່ງຜົລກະທົບ ຕໍ່ການ ໃຊ້ຊີວິດປະຈຳວັນ ໂດຍສະເພາະໄລຍະນີ້ ບໍ່ມີຣາຍໄດ້ມາໃຊ້ຈ່າຍ ໃນຄອບຄົວເພາະຕອນນີ້ ຕົນເອງຄ້າຂາຍ ຮ້ານກໍປິດບໍ່ມີຣາຍໄດ້, ດັ່ງ ປະຊາຊົນແຂວງບໍ່ແກ້ວ ໄດ້ກ່າວວ່າ:
"ກໍກັງວົນໃຈຢູ່ ບາງທີຄົນມີໜີ້ສິນ ມັນໄປໃສບໍ່ໄດ້ ມັນກໍບໍ່ມີເງິນມາໃຊ້ໜີ້ ໃຊ້ສິນມັນກໍກັງວົນໃຈ. ແຕ່ລະຄົນກໍຢ້ານ ເວລາເປັນກໍບໍ່ ມີໃຜເບິ່ງລູກ ເບິ່ງຍ້າວເບິ່ງເຮືອນ ສ່ວນຫຼາຍກໍບໍ່ ອອກເຮືອນ ຄັນຊິໄປກໍຕ້ອງມີ ຜ້າອັດປາກເຈວລ້າງມື."
ຕໍ່ຂ່າວຣາຍງານວ່າຜູ້ຕິດເຊື້ອໂຄວິດ-19 ເພີ່ມ 60 ຍິ່ງເຮັດໃຫ້ປະຊາຊົນ ໃນແຂວງບໍ່ແກ້ວຕື່ນຕົກໃຈ ຈົນວ່າບໍ່ກ້າອອກໄປໃສ, ດັ່ງ ປະຊາຊົນເມືອງຕົ້ນເຜິ້ງ ກ່າວວ່າ:
"ກໍກັງວົນໃຈຢູ່ ເພາະດຽວນີ້ ມື້ວານນີ້ເຂົາກໍຕິດອີກ 60 ຄົນ ກໍຢູ່ຫອກ ຢູ່ເຮືອນລ້າໆແຫຼະ ເວລາໄປໃສ່ຫຍັງຫັ້ນນ່າ ເຮົາກໍຣະມັດ ຣະວັງຫັ້ນແຫຼະ."
ປັຈຈຸບັນທາງແຂວງ ກໍໄດ້ປະກາດປິດເມືອງ ແລະ ໃຫ້ງົດຈັດກິຈກັມທັງໝົດ ພາຍໃນແຂວງ. ສ່ວນການຊ່ອຍເຫຼືອພາກສັງຄົມໃນ ເບື້ອງຕົ້ນກໍມີການມອບເງິນ ແລະສີ່ງຂອງທີ່ຈຳເປັນ ເຊັ່ນອາຫານນໍ້າ ໃຫ້ກັບໜ່ວຍງານ ທີ່ເຮັດວຽກໜ້າທີ່ ປະຈຳການປ້ອງກັນ ໃນມາຕການປິດເມືອງ.