ຂ.ເຊກອງ ແລະ ຂ.ຫົວພັນ ໄປມາໄດ້ ພາຍໃນ

ດຣ. ຄໍາໄຫຼ ສັນຕິພູມ ຫົວໜ້າຜແນກສາທາຣະນະສຸຂ ແຂວງເຊກອງ, ຮອງປະທານຄະນະສະເພາະກິດຂັ້ນແຂວງ ໄດ້ຖແລງຂ່າວກ່ຽວກັບ ການຕິດຕາມເຝົ້າລະວັງ ການແຜ່ລະບາດ ຂອງພຍາດໂຄວິດ-19
ດຣ. ຄໍາໄຫຼ ສັນຕິພູມ ຫົວໜ້າຜແນກສາທາຣະນະສຸຂ ແຂວງເຊກອງ, ຮອງປະທານຄະນະສະເພາະກິດຂັ້ນແຂວງ ໄດ້ຖແລງຂ່າວກ່ຽວກັບ ການຕິດຕາມເຝົ້າລະວັງ ການແຜ່ລະບາດ ຂອງພຍາດໂຄວິດ-19 (ພາບ: ສາທາຣະນະສຸຂ ແຂວງເຊກອງ)

0:00 / 0:00

ປັດຈຸບັນ ແຂວງເຊກອງ ແລະ ແຂວງຫົວພັນ ທີ່ເປັນແຂວງຍັງບໍ່ພົບຜູ້ຕິດເຊືອໂຄວິດ-19 ໄດ້ເລີ່ມອະນຸຍາດໃຫ້ ປະຊາຊົນສາມາດ ເດີນທາງຢູ່ພາຍໃນແຂວງໄດ້ ແຕ່ບໍ່ອະນຸຍາດ ໃຫ້ມີການຊຸມແຊວກັນ ແລະ ຍັງບໍ່ອະນຸຍາດໃຫ້ມີການເປີດການຮຽນການສອນ. ເຈົ້າໜ້າທີ່ຄະນະສະເພາະກິດ ແຂວງເຊກອງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ພຶສພາ ວ່າ:

"ແຕ່ເມືອງຫາເມືອງ ແມ່ນຍົກເລີກ ສ່ວນວ່າຕ່າງແຂວງຍັງຢູ່ ແຂວງເຊກອງເຮົາໃນ 4 ຕົວເມືອງ ມາໄດ້ສະດວກ ຍັງບໍ່ໄດ້ເປີດຮຽນ ແຈ້ງການຂອງຣັຖບານ ເພິ່ນກໍໃຫ້ ສືບຕໍ່ປະຕິບັດ ຕາມຄຳສັ່ງແຈ້ງການ 15 ຂອງນາຍົກ ຫ້າມເດັດຂາດນຫັ້ນແຫຼະ ເລື່ອງຊຸມແຊວ ຫ້າມເດັດຂາດງາມບັນເທີງ ລະກາເປັນງານຕ່າງໆ ກະແມ່ນຫ້າມເດັດຂາດ."

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ສຳລັບການຂາຍເຄື່ອງຂອງຕ່າງໆ ຢູ່ຕລາດສົດ ສາມາດເປີດຮ້ານໄດ້ ແຕ່ທັງຜູ້ປະກອບການ ແລະ ປະຊາຊົນຕ້ອງປະຕິບັດຕາມມາຕການ ທີ່ເຄີຍແຈ້ງອອກ ເປັນຕົ້ນການເວັ້ນໄລຍະຫ່າງ ການໃສ່ຜິດອັດປາກອັດດັງ ແລະ ລ້າງມື.

ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ຢູ່ແຂວງເຊກອງ ກໍຮູ້ສຶກດີໃຈທີ່ພາຍໃນແຂວງ ຊິເປີດໃຫ້ປະຊາຊົນ ເດີນທາງໄປ-ມາຫາກັນໄດ້ຍ້ອນ ໄລຍະຜ່ານມາ ການປິດບ້ານປິດເມືອງ ເຮັດໃຫ້ບໍ່ມີລູກຄ້າ ຈົນຕ້ອງໂຈະກິຈການຊົ່ວຄາວ.

"ຮູ້ສຶກດີຢູ່ ຢາກໃຫ້ເປີດເຮົາຊິໄດ້ເປີດຮ້ານ ປິດຊ້ວງໂຄວິດນີ້ແຫຼະ ປະມານ 2 ທິດ ຂາດຫຼາຍອາຫານທີ່ເຮົາສະຕ໊ອກໄວ້ ເຮົາກະຕ້ອງ ໄດ້ເຮັດກິນ ເພາະວ່າ ຄັນບໍ່ກິນ ມັນກະບໍ່ສົດ."

ຂນະດຽວກັນ ເຈົ້າໜ້າທີ່ຄະນະສະເພາະກິດ ທ່ານນຶ່ງ ຢູ່ແຂວງຫົວພັນ ກ່າວວ່າປັດຈຸບັນ ປະຊາຊົນພາຍໃນແຂວງ ສາມາດເດີນທາງ ຢູ່ພາຍໃນແຂວງໄດ້ ແຕ່ຍັງຫ້າມການເດີນທາງ ລະຫວ່າງແຂວງຕໍ່ແຂວງຢູ່ ສ່ວນວ່າການຮຽນ-ການສອນ ນັ້ນຍັງໂຈະຕໍ່ໄປ ຕາມ ແຈ້ງການ ແລະຄຳສັ່ງ ທີ່ອອກມາກ່ອນໜ້ານີ້.

"ມີແຕ່ສະເພາະພາຍໃນແຂວງ ທີ່ສາມາດໄປແຕ່ລະເມືອງໄດ້ເທົ່ານັ້ນ. ປະຊາຊົນຢູ່ພາຍໃນເມືອງ ສາມາດໄປມາຫາສູ່ກັນໄດ້ ແຕ່ວ່າ ບໍ່ສາມາດອອກໄປຫາແຂວງອື່ນໄດ້. ໂຮງຮຽນ ຍັງບໍ່ທັນເປີດ, ການຊຸມແຂວງຕ່າງໆ ຍັງໃຊ້ມາຕການ ຄະນະສະເພາະກິດ ທາງສູນ ກາງວາງອອກມາ."

ຊາວບ້ານແຂວງຫົວພັນ ກ່າວວ່າກໍເຫັນດີ ທີ່ເພິ່ນຜ່ອນຜັນ ໃຫ້ມີການເດີນທາງພາຍໃນແຂວງໄດ້ ເພື່ອໃຫ້ປະຊາຊົນອອກໄປຊື້ ເຄື່ອງຂອງ.

"ກະດີໃຈຫັ້ນແຫລະ ມັນສະດວກ ເຂົາເຈົ້າກະສະດວກຫລາຍຢ່າງ ຂົນສົ່ງເຄື່ອງໄປວຽກ ໄປງານຕ່າງເມືອງໄດ້ ອອກເຮືອນໄປຊີ້ ເຄື່ອງຂອງງ່າຍ ໄດ້ສະບາຍ ຍັງລະວັງ."

ອີງຕາມແຈ້ງການ ຂອງຄະນະສະເພາະກິດ ຄວບຄຸມໂຄວິດ-19 ແຂວງເຊກອງ ເລກທີ 24 ລົງວັນທີ 5 ພືສພາ 2021 ທີ່ລະບຸວ່າ ໃຫ້ຍົກເລີກ ຈຸດກວດກາ ຄົນເຂົ້າ-ອອກ ລະຫວ່າງ ເມືອງ ແຕ່ຍັງບໍ່ອະນຸຍາດໃຫ້ ປະຊາຊົນເດີນທາງ ລະຫວ່າງແຂວງໄດ້ເທື່ອ ແລະ ເລີ່ມປະຕິບັດຕັ້ງແຕ່ວັນທີ 6 ພືສພາ 2021 ເປັນຕົ້ນໄປ.

ຜແນກສາທາຣະນະສຸຂ ແຂວງຫົວພັນ ໄດ້ອອກແຈ້ງການເລກທີ 137 ລົງວັນທີ 5 ພຶສພາ 2021 ປະຊາຊົນພາຍໃນແຂວງຫົວພັນ ສາມາດເດີນທາງໄປມາ ແຕ່ເມືອງຫາເມືອງໄດ້ ແລະ ປະຊາຊົນຈະຕ້ອງໃສ່ຜ້າອັດປາກ-ອັດດັງ ແຕ່ຍັງບໍ່ສາມາດເດີນທາງ ອອກໄປ ຕ່າງແຂວງໄດ້ ຊຶ່ງແຈ້ງການດັ່ງກ່າວ ມີຜົນບັງຄັບໃຊ້ ນັບແຕ່ວັນທີ 6 ພືສພາ ເປັນຕົ້ນໄປ.

ຫລ້າສຸດ ກະຊວງສຶກສາທິການ ແລະກິລາ ໄດ້ອອກແຈ້ງການ ເລກທີ 444 ລົງວັນທີ 6 ພຶສພາ ໃຫ້ໂຮງຮຽນ ແລະ ສະຖານບັນ ສຶກສາ ໃນທົ່ວປະເທດ ໂຈະການຮຽນ-ການສອນ ໄປອີກ 15 ມື້ ເລີ່ມແຕ່ວັນທີ 6-20 ພຶສພາ ໂດຍອີງໃສ່ການປະຕິບັດຄຳສັ່ງ ນາຍົກ ຣັຖມົນຕຼີ ເລກທີ 15/ນຍ.