ບ້ານກະຊະຕ້ອງການໃຫ້ຊ່ອຍ ເຫຼືອ
2015.05.05

ນາຍບ້ານ ກະຊະ ເມືອງ ເລົ່າງາມ ແຂວງ ສາຣະວັນ ເປີດເຜີຍ ວ່າ ບ້ານ ເຂົາເຈົ້າ ເປັນບ້ານ ທີ່ ທຸກຍາກ ທີ່ສຸດ, ໂຮງຮຽນ ປະຖົມ ປະຈໍາ ບ້ານ ຖືກສ້າງ ແບບ ປະຖົມ ປະຖານ ມີ ສະພາບ ເປ່ເພ ເສັ້ນທາງ ທຽວ ໄດ້ ຣະດູ ດຽວ ບໍ່ມີນໍ້າ ສະອາດ ແລະ ໄຟຟ້າ ໃຊ້ ຈຶ່ງຢາກ ໃຫ້ ທາງການ ຍື່ນມື ເຂົ້າມາ ຊ່ວຍເຫລືອ. ດັ່ງ ທ່ານ ກ່າວວ່າ:
"ຢາກ ພັທນາ ອັນນັ້ນ ໂຮງຮຽນ ຖືວ່າ ຢາກໄດ້ ໂຮງຮຽນ ຖາວອນ ລະ ທ່ານ ເອີຍ ເພາະວ່າ ນີ້ ກໍເປັນໄມ້ ນອກ ຕອກຫລີິ້ມ ໄປ ເສົາລອກ ເປືອກມັນ ໄປ ກໍຫຍຸ້ງຍາກ ຫ່າງໄກ ສອກຫລີກ ຈາກ ຕົວເມືອງ ທ່ານ 35 ກິໂລແມັດ ແຫລວ ທຽວໄດ້ ຣະດູ ດຽວ ທ່ານເອີຍ ເພາະວ່າ ຍາມຝົນ ກໍໄປມາ ບໍ່ໄດ້".
ທ່ານ ເວົ້າຕື່ມວ່າ ປັດຈຸບັນ ໂຮງຮຽນ ປະຖົມ ປະຈໍາ ບ້ານ ມີ ນັກຮຽນ 95 ຄົນ ສອນ ໃນ ຣະດັບ ປໍ 1 ຫາ ປໍ 5 ແຕ່ ມີຄູ 3 ຄົນ ສະພາບ ຫ້ອງຮຽນ ເກົ່າ ແລະ ເປ່ເພ ຊຶ່ງຫາກ ນັກຮຽນ ໃນ ບ້ານ ຢາກໄປຮຽນ ຢູ່ໂຮງຮຽນ ອື່ນ ທີ່ໃກ້ ທີ່ສຸດ ກໍຕ້ອງ ເດີນທາງ ເປັນ ໄລຍະ 35 ກິໂລແມັດ.
ບ້ານກະຊະ ມີ ປະຊາຊົນ ອາໄສ ຢູ່ ປະມານ 60 ຄອບຄົວ. ເພື່ອ ແກ້ໄຂ ບັນຫາ ດັ່ງກ່າວ ຊາວບ້ານ ຈຶ່ງ ພາກັນ ຂຽນ ສະເໜີ ໄປຫາ ທາງການ ເພື່ອ ໃຫ້ ຊ່ວຍເຫລືອ ທຶນ ໃນການ ພັທນາ ບ້ານ ແຕ່ວ່າ ບໍ່ໄດ້ຮັບ ການຕອບ ສນອງ ແຕ່ຢ່າງໃດ.